ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການລົງຄະແນນສຽງ ຂອງສະພາຕໍ່າ ສຫລ ອາດເຮັດໃຫ້ການອະນຸມັດ ທໍາສົງຄາມອີຣັກ ປີ 2002 ສິ້ນສຸດລົງໄດ້


ທະຫານກໍາລັງຮັກສາປິຕຸພູມຢືນຍາມຢູ່ທົ່ວເດີ່ນຂອງຫໍລັດຖະສະພາ ສະຫະລັດ ໃນນະຄອນຫລວງວໍຊິງຕັນ, ວັນທີ 10 ມັງກອນ, 2021
ທະຫານກໍາລັງຮັກສາປິຕຸພູມຢືນຍາມຢູ່ທົ່ວເດີ່ນຂອງຫໍລັດຖະສະພາ ສະຫະລັດ ໃນນະຄອນຫລວງວໍຊິງຕັນ, ວັນທີ 10 ມັງກອນ, 2021

ສະພາຕໍ່າສະຫະຣັດ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບນຶ່ງ ໃນວັນພະຫັດວານນີ້ທີ່ຈະຍົກເລີກການອະນຸຍາດໃຫ້ໃຊ້ກຳລັງທະຫານໃນອີຣັກທີ່ມີຜົນບັງຄັບໃຊ້ຕັ້ງແຕ່ປີ 2002.

ບັນດາຜູ້ສະໜັບສະໜູນມາດຕະການນີ້ ກ່າວວ່າ ການຍົກເລີກແມ່ນມີຄວາມຈຳເປັນເພື່ອຈຳກັດອຳນາດ ໃນການເຮັດສົງຄາມຂອງປະທານາທິບໍດີ.

ການລົງຄະແນນສຽງເຫັນດີຂອງສະພາຕໍ່່າ 268 ຕໍ່ 161 ໄດ້ມີຂຶ້ນນຶ່ງມື້ ຫລັງຈາກຜູ້ນຳພັກສຽງສ່ວນຫລາຍຂອງສະພາສູງ, ທ່ານ ຈຊັກ ຊຸມເມີ (Chuck Schumer) ໄດ້ປະກາດສະໜັບສະໜູນນິຕິກໍາດັ່ງກ່າວ ໂດຍກ່າວວ່າ ມັນຈະປ້ອງກັນການກະທຳ “ທີ່ສ່ຽງທາງທະຫານ” ຄືກັນກັບການອະນຸຍາດຂອງປະທາ ນາທິບໍດີ ດໍໂນລ ທຣໍາ ໃນການໂຈມຕີທາງອາກາດປີ 2020 ຢູ່ສະໜາມບິນແບກແດັດນັ້ນ.

ຜູ້ບັນຊາການອີຣ່ານ, ທ່ານຄາເຊມ ໂຊໄລມານີ (Qasem Soleimani) ໄດ້ຖືກຂ້າຕາຍໃນການໂຈມຕີຄັ້ງນັ້ນ.

ທ່ານຊຸມເມີ ກ່າວວ່າ “ສົງຄາມອີຣັກໄດ້ສິ້ນສຸດລົງມາເປັນເວລາເກືອບນຶ່ງທົດສະວັດແລ້ວ.” "ການອະນຸຍາດທີ່ໄດ້ຮັບຮອງເອົາໃນປີ 2002 ແມ່ນບໍ່ມີຄວາມຈຳເປັນອີກຕໍ່ໄປ ໃນປີ 2021."

ທ່ານຊຸມເມີກ່າວອີກວ່າ ທ່ານໄດ້ວາງແຜນການລົງຄະແນນສຽງຂອງສະພາສູງກ່ຽວກັບມາດຕະການຍົກເລີກດັ່ງກ່າວໃນທ້າຍປີນີ້, ໃນຂະນະທີ່ຄະນະກຳມະການພົວພັນຕ່າງປະເທດຂອງສະພາສູງກ່າວວ່າ ຕົນຈະພິຈາລະນາຢູ່ໃນກອງປະຊຸມໃນອາທິດໜ້າ.

ທຳນຽບຂາວກ່າວຢູ່ໃນຖະແຫຼງການສະບັບນຶ່ງໃນວັນຈັນຜ່ານມາວ່າ ຕົນສະໜັບ ສະໜູນນິຕິກໍາດັ່ງກ່າວ ແລະເນັ້ນໜັກວ່າ ການປະຕິບັດການທາງທະຫານໃນປັດຈຸບັນ ແມ່ນບໍ່ໄດ້ອີງໃສ່ການອະນຸຍາດໃນປີ 2002.

ສະມາຊິກສະພາຕໍ່່າສັງກັດພັກຣີພັບບລິກັນ, ທ່ານໄມໂຄ ແມັກຄອລ (Michael McCaul) ຊີ້ໃຫ້ເຫັນວ່າ ທ່ານຈະຄັດຄ້ານຕໍ່ຮ່າງກົດໝາຍຂອງສະພາຕໍ່າ. ຜູ້ນຳ ພັກຣີພັບບລີກັນໃນຄະນະກຳມະການວຽກງານຕ່າງປະເທດຂອງສະພາຕໍ່າ ເຫັນ ວ່າ ການປະຕິຮູບ "ແມ່ນມີຄວາມຈຳເປັນ" ແຕ່ກໍກ່າວຕື່ມວ່າ ຄວາມພະຍາຍາມຢ່າງຈິງຈັງ ຈະລວມມີການໂອ້ລົມກັບບັນດາຜູ້ນຳດ້ານຄວາມໝັ້ນຄົງແຫ່ງຊາດ ແລະຍຸດທະສາດໃໝ່ ໃນການຮັບມືກັບສົງຄາມຕ້ານການກໍ່ການຮ້າຍ ທີ່ມີການ ປ່ຽນໄປເລື້ອຍໆກ່ອນ.

ລັດຖະທຳມະນູນສະຫະລັດໃຫ້ສິດອຳນາດໃນການປະກາດສົງຄາມແກ່ລັດຖະ ສະພາ. ແຕ່ວ່າ ອຳນາດນັ້ນໄດ້ປ່ຽນມາເປັນຂອງປະທານາທິບໍດີ, ຍ້ອນວ່າ ລັດຖະ ສະພາໄດ້ຮັບຮອງເອົາ AUMFs ທີ່ໝາຍເຖິງ "ສົງຄາມຕະຫຼອດໄປ" ຫລື ການອະນຸຍາດໃຫ້ນຳໃຊ້ກຳລັງທະຫານ, ເຊິ່ງຍັງບໍ່ທັນໝົດອາຍຸເທື່ອ.

ຕົວຢ່າງລວມມີສົງຄາມອີຣັກປີ 2002 ແລະການຕໍ່ສູ້ຕ້ານກັບກຸ່ມອາລ-ຄາຍດີ (al-Qaida) ແລະພວກທີ່ຢູ່ໃນເຄືອຂ່າຍຂອງມັນ ພາຍຫຼັງມີການໂຈມຕີຂອງຜູ້ກໍ່ການຮ້າຍຕໍ່ສະຫະລັດໃນວັນທີ 11 ກັນຍາ 2001 ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG