ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຕ່ຳ ສະ​ຫະ​ລັດ ມີ​ກຳ​ນົດຈະ​ເລີ່ມ ການ​ຟັງ​ຄຳ​ໃຫ້​ການ ຕໍ່​ສາ​ທາ​ລະ​ນະ ສຳ​ລັບ​ການ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ


ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ. ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ. 5 ກຸມ​ພາ, 2019.
ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ. ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ. 5 ກຸມ​ພາ, 2019.

ບັນດາສະມາຊິກສະພາຕໍ່າສັງກັດພັກເດໂມແຄຣັດໄດ້ເລີ້ມຕົ້ນໄລຍະໃໝ່ຂອງ ການສືບ
ສວນເພື່ອຟ້ອງຮ້ອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ໃນວັນພຸດມື້ນີ້ ໂດຍ
​ໄດ້​ຈັດ​ໃຫ້​ມີ​ການ​ຮັບ​ຟັງ​ຄຳ​ໃຫ້​ການຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ ປັດຈຸ​ບັນ ແລະອະ​ດີດ. ຜູ້​
ເປັນ​ພະ​ຍານ​ເຫລົ່າ​ນັ້ນຈະ​ເວົ້າ​ລາຍ​ລະ​ອຽດ​ເພື່ອໃຫ້​ເຫັນ​ພາບ​ການ​ຂໍ​ຮ້ອງທີ່​ຖືກ​ກ່າວ​
ຫາຂອງ​ທ່າ​ນ​ທ​ຣຳ​ໃຫ້ຢູ​ເຄ​ຣນເປີດການສືບ​ສວນ​ຕໍ່ຜູ້​ທີ່​ອາດ​ຈະ​ສາ​ມາດ​ເປັນຄູ່​ແຂ່ງ​ຂອງ​
ທ່ານໄດ້ ຈາກ​ພັກ​ເດ​ໂມ​ແຄ​ຣັດໃນ​ການ​ເລືອກ​ຕັ້ງ​ປີ 2020. ດັ່ງ​ທີ່​ນັກ​ຂ່າວ​ຂອງ​ VOA
ປະ​ຈຳ​ລັດຖະ​ສະ​ພາ, Katherine Gypson ລາຍ​ງານ​ມາ, ບົດ​ບັນ​ທຶກຄຳ​ໃຫ້​ການ​ລັບ
ທີ່​ຫາກໍ່​ເຜີຍ​ແຜ່​ອອກ​ມາ​ສະ​ແດງໃຫ້​ເຫັນ​ເປັນ​ຄ້າວໆ ວ່າ​ອາ​ທິດ​ທີ່​ສຳ​ຄັນ​ແຫ່ງ​ການດຳ​
ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງທ່ານຈະ​ເປັນ​ແນວ​ໃດ. ບົວ​ສະ​ຫວັນ​ມີ​ລາຍ​ລະ
​ອຽດ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ການໃຫ້ຄຳ​ໃຫ້​ການແບບ​ປິດ​ລັບຂອງ​ບັນ​ດາພະ​ຍານ​ຢູ່​ຫ້ອງ​ການ​ຂອງ​ລັດ​ຖະ​ສະ​ພາ
ໃນ​ຫລາຍ​ອາ​ທິດ​ຜ່ານ​ມາ ດຽວນີ້​ໄດ້​ກາຍ​ມາ​ເປັນ​ການໃຫ້ຄຳ​ໃຫ້ການ​ແບບ​ເປີດ​
ເຜີຍແລ້ວ.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບໃນສະ​ມາ​ຊິກ​ສະ​ພາ​ຕ່ຳ, ທ່ານ ອາ​ດາມ ຊິ​ຟ (Adam
Schiff), ທີ່​ນຳ​ພາໃນເປີດ​ການ​ຮັບ​ຟັງ​ຄຳ​ໃຫ້ການ​ແບບ​ເປີດ​ເຜີຍເວົ້າ​ວ່າ ບັນ​ດາ​ພວກ
​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດຈະ​ສະ​ແດງ​ໃຫ້​ຊາວ​ອາ​ເມ​ຣິ​ກັນ​ເຫັນ​ເຖິງ​ເຫດ ຜົນ​ຂອງການ
ສືບ​ສວນ​ເພື່ອຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ.

ທຳ​ອິດ​ແມ່ນ​ການ​ໃຫ້​ການ​ຂອງ​ພະ​ຍານ​ສຳ​ຄັນ​ຄົນ​ນຶ່ງ​ຂອງ​ພວກສັງ​ກັດ​ພັກ​ເດ​ໂມ​ແຄ​
ຣັດ, ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ລ​ລຽມ ເທ​ເລີ (William Taylor).

ທ່ານ ອາ​ດາມ ຊິ​ຟ (Adam Schiff) ກ່າວ​ດັ່ງ​ນີ້:

"ໃຜ​ຜູ້​ນຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ກຳ​ລັງ​ປະ​ຕິ​ບັດ​ງານ​ຮັບ​ໃຊ້​ປະ​ເທດຊາດ​ທີ່​ສຳ​ຄັນ ອີກ​
ອັນ​ນຶ່ງທີ່​ກ່ຽວ​ຂ້ອງ​ກັບຂໍ້ເທັດ​ຈິງ​ທີ່​ເຮັດ​ໃຫ້​ທ່ານເກີດ​ຄວາມ​ສົນ​ໃຈ​ຕໍ່-ຂໍ້ເທັດຈິງທີ່​ໜ້າ​
ເປັນຫ່ວງ​ຫລາຍ ທີ່ເຮັດ​ໃຫ້​ທ່ານເກີດ​ຄວາມ​ສົນ​ໃຈ."

ຫົວ​ໜ້າ​ນັກ​ການ​ທູດ​ປະ​ຈຳ​ຢູ​ເຄ​ຣນທ່ານນີ້ໄດ້​ບອກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ວ່າ
ມັນ​ເປັນ​ທີ່​ຈະ​ແຈ້ງທີ່​ວ່າການ​ຊ່ວຍ​ເຫລືອ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດ ແກ່​
ຢູ​ເຄ​ຣນ ແມ່ນ​ຖືກ​ຜູກ​ມັດ​ໃສ່​ກັບ​ການ​ຮ່ວມ​ມື​ຂອງ​ປະ​ເທດນັ້ນໃນ​ການເປີດ ການ
ສືບ​ສວນຄູ່​ແຂ່ງ​ທາງ​ການ​ເມືອງຂອງ​ທ່ານທ​ຣຳ, ທ່ານ ໂຈ ໄບ​ເດັນ ແລະ​ຄອບ​ຄົວ
​ຂອງ​ທ່ານ.

ນອກ​ຈາກນັ້ນ ການ​ໃຫ້​ຄຳ​ໃຫ້​ການ​ໃນ​ອາ​ທິດນີ້ ຍັງ​ມີເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ
​ປະ​ເທດ, ທ່ານ ຈອດ​ຈ໌ ເຄັນ​ທ໌ (George Kent) ແລະ​ອະ​ດີດເອກ​ອັກ​ຄະ​ລັດ​ຖະ
​ທູດປະ​ຈຳ​ຢູ​ເຄ​ຣນ, ທ່ານ​ນາງມາ​ຣີ ໂຢ​ວາ​ໂນ​ວີ​ສ (Marie Yovanovitch). ພວກ​
ເພິ່ນ​ໄດ້​ບອກ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ວ່າ ທ່ານ ຣູ​ດີ ຈູ​ລີ​ອາ​ນີ (Rudy
Giuliani), ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີໄດ້ຂ້າມ​ສາຍ​ການ
ປະ​ຕິ​ບັດ​ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ທີ່​ເຄີຍເຮັດ​ມາ​ຂອງ​ສະ​ຫະ​ລັດ ແລະ​ເວົ້າວ່າ
ການ​ໃຫ້​ເງິນ​ຊ່ວຍ​ເຫລືອ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ສະ​ພາ ໄດ້​ເອົາ​ໄປ
ເຊື່ອມ​ໂຍງ​ໃສ່ກັບ​ການ​ປະ​ຕິ​ບັດທີ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ທາງ​ການ​ເມືອງ​
ແບບສ່ວນ​ຕົວຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານແຈັກ​ກີ ສ​ໄພ​ເອີ (Jackie Speier), ສະ​ມາ​ຊິກ​ສະ​ພາ​ຕ່ຳສັງ​ກັດ​ພັກ​ເດ​ໂມ
​ແຄ​ຣັດເວົ້າ​ວ່າ: "ອັນ​ນີ້ເປັນ​ກໍ​ລະ​ນີ​ຂອງ​ການ​ໃຫ້​ສິນ​ບົນ​ທີ່​ຈະ​ແຈ້ງ​ຫລາຍ​ທີ່​ສຸດ."

ບັນ​ດາສະ​ມາ​ຊິກ​ສະ​ພາຈາກ​ພັກ​ຣີ​ພັບ​ບ​ລິ​ກັນໄດ້​ສຸມ​ໃສ່​ປ້ອງ​ກັນ​ເນື້ອ​ຫາ​ຂອງ​ການ
​ລົມ​ໂທ​ລະ​ສັບ​ຂອງ​ທ່ານ​ທ​ຣຳກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທີ່​ເປັນ​ໝາກ​ຫົວ​ໃຈ​ຂອງ​ການສືບສວນເພື່ອຟ້ອງຮອງປະທານາທິບໍດີນັ້ນ.

ສະ​ມາ​ຊິກ​ສະ​ພາ​ຕ່ຳຈິມ ໂຈ​ແດນ (Jim Jordan), ຈາກ​ພັກ​ຣີ​ພັບ​ບ​ລິ​ກັນກ່າວ​ວ່າ:
"ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ໃນ​ການລົ​ມ​ກັນ​ທາງ​ໂທ​ລະ​ສັບ​ນີ້. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນຕໍ່​ປະ
​ທາ​ນາ​ທິ​ບໍ​ດີເຊເລັນ​ສ​ກີ (Zelenskiy) ແລະ ປະ​ທາ​ນາ​ທິ​ບໍ​ດີທ​ຣຳ. ແລະຂ້າ​ພະ​ເຈົ້າ
​ເຊື່ອ​ໝັ້ນຢູ່​ບ່ອນ​ວ່າ ຕາມ​ຄວາມ​ເປັນ​ຈິງແລ້ວ​ພວກ​ຢູ​ເຄ​ຣນບໍ່​ໄດ້ຮູ້​ວ່າເງິນ​ຊ່ວຍ​ເຫລືອ​
ໄດ້​ຖືກ​ກັກ​ໄວ້ ແລະ​ພວກ​ຢູ​ເຄ​ຣນ​ກໍ​ບໍ່​ໄດ້​ເຮັດ​ຫຍັ​ງ​ເພື່ອເຮັດ​ໃຫ້​ເງິນນັ້ນ​ຖືກ​ປ່ອຍ​ອອ
ກ​ໄປ. ສິ່ງ​ເຫລົ່າ​ນັ້ນ​ຄື​ຄວາມ​ຈິງ​ທີ່​ເປັນ​ພື້ນ​ຖານ​ສຳ​ຄັນ ແຕ່​ວ່າ​ ພ​ວກ​ເຮົາ​ກັບ​ມີ​ເລື້ອງ
ທັງຫລາຍທັງ​ປວງ​ອັນ​ນີ້ ແລະ​ສຽງ​ນອງ​ນັນ​ອັນ​ອື່ນໆ ທີ່ທ່ານຊິ​ຟ​ຢາກ​ຈະ​ຂຸດ​ຄຸ້ຍ​ຂຶ້ນ​
ມາທີ່ບໍ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດຢ່າງ​ເປັນ​ພື້ນ​ຖານຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ​ທີ່​ແທ້ຈິງ."

ແລະ​ທ່ານ​ທ​ຣຳ​ເອີ້ນຂັ້ນ​ຕອນ​ດຳ​ເນີນການ​ຟ້ອງວ່າບໍ່​ຍຸ​ຕິ​ທຳ.ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​
ກ່າວ​ດັ່ງ​ນີ້:
"ບໍ່​ເຄີຍ​ມີປະ​ທາ​ນາ​ທິ​ບໍ​ດີຄົນໃດທີ່​ເປັນ​ຄົນ​ມີ​ຄວາມ​ໂປ່ງ​ໃສຈັ່ງ​ຊີ້​ຈັກ​ເທື່ອ. ອັນ​ນີ້​ຄື​
ການ​ຫາ​ຈັບ​ຜິດ, ຢູ່​ໃນ​ລະ​ດັບ​ສູງ​ທີ່​ສຸດ ແລະ​ມັນ​ເປັນ​ສິ່ງ​ທີ່ບໍ່​ດີ​ຫລາຍຕໍ່​ປະ​ເທດຊາດ
​ຂອງ​ພວກ​ເຮົາ.”

ບັນ​ດາສະ​ມາ​ຊິກ​ສະ​ພາ​ຕ່ຳສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ເຮັດ​ຕາມ​ຂັ້ນ​ຕອນທີ່ຄື​ກັນ
ກັບ​ຂັ້ນ​ຕອນໄດ້ໃຊ້​ໃນ​ການຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີຣີ​ຊາດ​ ນິກ​ສັນ (Richard
Nixon) ແລະປະ​ທາ​ນາ​ທິ​ບໍ​ດີ ບິ​ລ ຄ​ລິນ​ຕັນ (Bill Clinton).

ທ່ານ​ນາງ ເອ​ເລນ ແຄມ​ແຣັກ (Elaine Kamrack) ຈ​າກ​ສະ​ຖາ​ບັນ Brookings
ໃຫ້​ຄຳ​ເຫັນ​ວ່າ:
"ຂັ້ນ​ຕອນການ​ຟ້ອງ​ຮ້ອງ, ໃນ​ຈຸດນີ້ ແມ່ນ​ຄື​ກັນ​ກັບ​ຂັ້ນ​ຕອນອັນ​ນຶ່ງ​ຂອງ​ຄະ​ນະ​ຕຸ​ລາ
​ການ. ສິ່ງ​ທີ່​ພວກ​ເພິ່ນ​ເຮັດ​ໃນ​ເວ​ລານີ້ກໍ​ຄື ​ພວກ​ເພິ່ນ​ພຽງ​ແຕ່​ຮວບ​ຮວມ​ເອົາ​ຫລັກ​
ຖານເທົ່າ​ນັ້ນ. ພວກ​ເພິ່ນກຳ​ລັງ​ຈະ​ຕັ້ງ​ຂໍ້​ກ່າວ​ຫາ. ແລະແນ່ນອນ ບັນ​ດາສະ​ມາ​ຊິກ​
ສະ​ພາ​ຕ່ຳສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ຈະ​ມີ​ໂອ​ກາດ​ທີ່​ຈະ​ໂຕ້​ແຍ້ງຕໍ່​ຂໍ້​ກ່າວ​ຫາ​ເຫລົ່ານັ້ນ.”

ຂໍ້​ກ່າວ​ຫາເຫລົ່າ​ນັ້ນ- ຊຶ່ງ​ເອີ້ນ​ວ່າ ມາດ​ຕາ​ຂອງ​ການ​ຟ້ອງ​ຮ້ອງ - ​ເກືອບ​ວ່າ ແນ່ນອນ​
ຈະ​ຖືກ​ຮັບຜ່ານຢູ່​ໃນສະ​ພາ​ຕ່ຳທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ. ແຕ່​ວ່າ ການ​ໄຕ່
​ສວນ​ຕໍ່ຜົນ​ການ​ຟ້ອງ​ຮ້ອງ​ຢູ່​ໃນ​ສະ​ພາ​ສູງ​ຂອງ​ສະ​ຫະ​ລັດ ທີ່​ພັກຣີ​ພັບ​ບ​ລິ​ກັນມີ​
ສຽງ​ສ່ວນ​ຫລາຍນັ້ນ ເບິ່ງ​ຄື​ວ່າ​ຈະ​ບໍ່ຊ່ວຍຮັກ​ສາ​ທ່ານທ​ຣຳ​ໃຫ້​ດຳ​ລົງຕຳ ແໜ່ງຕໍ່​ໄປ
​ໄດ້ຢ່າງສຳ​ເລັດ​ຜົນໂດຍ​ຜ່ານ​ການ​ເລືອກ​ຕັ້ງ​ໃນປີ 2020 ທີ່​ຈະ​ມາ​ເຖິງນີ້.

Wednesday brings the start of open hearings in the impeachment inquiry examining the actions of U.S. President Donald Trump.

The House Intelligence Committee is overseeing the probe. After weeks of closed-door depositions involving current and former diplomat and officials, lawmakers and those watching across the country will hear testimony from William Taylor, the current top American diplomat in Ukraine, and George Kent, who oversees Ukraine affairs.

Committee Chairman Adam Schiff said Taylor, Kent and a third witness set to testify Friday, Marie Yovanovitch, a former U.S. ambassador to Kyiv, "bring decades of dedicated and exemplary service to our nation, and I believe it is vitally important that the American people and all members of Congress hear in their own words what they experienced and witnessed."

Both Taylor and Kent have said that Trump pressed Ukrainian President Volodymyr Zelenskiy to open investigations of one of Trump's chief 2020 Democratic challengers, former Vice President Joe Biden, before he would release $391 million in military aid Kyiv wanted to help fight pro-Russian separatists in the eastern part of the country.

But Republicans, according to memos circulating Tuesday to party members ahead of the hearings, plan to sharply question the two officials' understanding of Trump's intent in dealing with Ukraine and insist that Trump had a "deep-seated, genuine and reasonable skepticism" about corruption in Ukraine and that his withholding aid was "entirely reasonable."

In a late July call with Zelenskiy, Trump asked the Ukrainian leader for "a favor," the investigation of Biden, his son Hunter Biden's work at a Ukrainian natural gas company, and a debunked theory that Ukraine had meddled in the 2016 election that Trump won, not Russia, as the U.S. intelligence community concluded.

However, a Republican strategy memo circulating at the Capitol building outlined four defenses for Trump: that the July 25 call "shows no conditionality or evidence of pressure," that both Zelenskiy and Trump have subsequently said there was no pressure during the call, that Kyiv was not aware at the time, only later, that U.S. military aid was being withheld, and that Trump eventually released the military aid on September 11 without the investigations of the Bidens being opened.

XS
SM
MD
LG