ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕ່ຳ ຮັບຜ່ານ ຮ່າງກົດໝາຍ ເນລະເທດ ຄົນເຂົ້າເມືອງ ທີ່ເປັນອາຊະຍາກອນ ງ່າຍຂຶ້ນ


ຮູບ ທີ່ນຳອອກເຜີີຍແຜ່ ໂດຍ ອົງການກວດຄົນເຂົ້າເມືອງ ແລະພາສີ ເມື່ອວັນທີ 7 ກຸມພາ 2017 ສະແດງໃຫ້ເຫັນວ່າ ຊາວຕ່າງປະເທດຖືກຈັບ ໃນລະຫວ່າງ ການປະຕິບັດງານ ຂອງ ອົງການກວດຄົນເຂົ້າເມືອງ ແລະພາສີ (ICE).
ຮູບ ທີ່ນຳອອກເຜີີຍແຜ່ ໂດຍ ອົງການກວດຄົນເຂົ້າເມືອງ ແລະພາສີ ເມື່ອວັນທີ 7 ກຸມພາ 2017 ສະແດງໃຫ້ເຫັນວ່າ ຊາວຕ່າງປະເທດຖືກຈັບ ໃນລະຫວ່າງ ການປະຕິບັດງານ ຂອງ ອົງການກວດຄົນເຂົ້າເມືອງ ແລະພາສີ (ICE).

ສະພາຕ່ຳສະຫະລັດ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບນຶ່ງ ທີ່ຈະເຮັດໃຫ້ເປັນການ
ງ່າຍຂຶ້ນ ສຳລັບລັດຖະບານກາງ ຈະເນລະເທດພວກຄົນເຂົ້າເມືອງ ທີ່ໄດ້ກໍ່ອາຊະຍາ
ກຳຮ້າຍແຮງ.

ຮ່າງກົດໝາຍສະບັບນີ້ ໄດ້ໃຫ້ຄວາມກະຈ່າງແຈ້ງວ່າແມ່ນຫຍັງຄືອາຊະຍາກຳທີ່ຮ້າຍ
ແຮງ ໂດຍກ່າວເຖິງບັນຫາທີ່ຢູ່ໃນກົດໝາຍເກົ່າກ່ອນໜ້ານີ້ ຊຶ່ງສານສູງສຸດໄດ້ຕັດສິນ
ໄປ ໃນປີນີ້ວ່າ ບໍ່ມີຄວາມຊັດແຈ້ງປານໃດ.

ກົດໝາຍເກົ່າກ່ອນນີ້ ໄດ້ບັງຄັບໃຫ້ລັດຖະບານ ເນລະເທດຜູ້ທີ່ບໍ່ແມ່ນສັນຊາດ ທີ່ໄດ້
ກໍ່ອາຊະຍາກຳຮຸນແຮງຂຶ້ນ. ກົດໝາຍໃໝ່ ໄດ້ລະບຸອາຊະຍາກຳ ສິບກວ່າປະເພດທີ່
ສາມາດ ຖືກເນລະເທດໄດ້ ຮວມທັງ ການຄາດຕະກຳ ການທຳຮ້າຍຮ່າງກາຍ ການ
ລ່ວງລະເມີດທາງເພດ ການປຸ້ນຈີ້ ແລະການໃຊ້ອາວຸດປືນ.

ຮ່າຍກົດໝາຍດັ່ງກ່າວຖືກຮັບຜ່ານໂດຍສະພາຕ່ຳ ທີ່ຄວບຄຸມໂດຍພັກຣີພັບບລີກັນ ໃນວັນສຸກວານນີ້ ຊຶ່ງການລົງຄະແນນສຽງ ສ່ວນໃຫຍ່ແລ້ວ ແມ່ນເປັນໄປຕາມສາຍ
ພັກ. ມີສະມາຊິກພັກເດໂມແຄຣັດແຕ່ພຽງ 29 ຄົນເທົ່ານັ້ນ ໄດ້ລົງຄະແນນສຽງເຫັນ
ພ້ອມກັບຮ່າງກົດໝາຍນີ້ ໃນຂະນະທີ່ສະມາຊິກພັກຣີພັບບລີກັນ 4 ຄົນລົງຄະແນນ
ສຽງຄັດຄ້ານ.

ປະທານາທິບໍດີດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມ ລົງໃນທວີດເຕີ້ ໃຫ້ການອະນຸມັດ ຕໍ່
ຮ່າງກົດໝາຍສະບັບນີ້ວ່າ “ສະມາຊິກ ສະພາຕ່ຳ ພັກຣີພັບບລີກັນ ຫາກໍຮັບຜ່ານ
ຮ່າງກົດໝາຍ ທີ່ເຮັດໃຫ້ພວກເຮົາມີຄວາມສາມາດເພີ້ມຂຶ້ນໃນການເນລະເທດອາ
ຊະຍາກອນ ທີ່ກໍ່ຄວາມຮຸນແຮງ (ພວກເດໂມແຄຣັດຜີບ້າ ຄັດຄ້ານ.) ຈຳເປັນຕ້ອງ
ໄດ້ສົ່ງຮ່າງກົດໝາຍນີ້ ໄປໂຕະຂ້າພະເຈົ້າໂດຍໄວ!”

ສະມາຊິກພັກເດໂມແຄຣັດຄັດຄ້ານຍ້ອນວ່າ ຮ່າງກົດໝາຍ ຊຶ່ງໄດ້ມີການສຳສະເໜີ
ເມື່ອນຶ່ງອາທິດກ່ອນ ໄດ້ຖືກຈັດຢ່າງວ່ອງໄວ ໃຫ້ມີການລົງຄະແນນສຽງໂດຍປາສະ
ຈາກການອະພິປາຍໃດໆ.

ພັກຣີພັບບລີກັນ ໄດ້ກ່າວປ້ອງກັນໃນການຈັດໃຫ້ມີການລົງຄະແນນສຽງຢ່າງໄວວາ
ນັ້ນໂດຍກ່າວວ່າ ຄວາມບໍ່ສາມາດໃນການແກ້ໄຂບັນຫານີ້ອາດຈະນຳໄປສູ່ສະພາບ
ການທີ່ບໍ່ແນ່ນອນຢູ່ໃນສານ.

ໂຄສົກຍິງຂອງກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ໄດ້ກ່າວຊົມ
ເຊີຍສະພາຕ່ຳ ທີ່ໄດ້ຮັບຮອງເອົາຮ່າງກົດໝາຍດັ່ງກ່າວນີ້.

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນທ່ານ ນາງເຄີຣ໌ສເຈັນ ນຽລເຊັນ ກ່າວຄຳປາໄສ ທີ່ສູນກາງ ໄຊເບີແລະຄວາມໝັ້ນຄົງ ຂອງປະເທດ ທີ່ມະຫາວິທະຍາໄລ ຈອຣ໌ຈ ວໍຊິງຕັນ
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນທ່ານ ນາງເຄີຣ໌ສເຈັນ ນຽລເຊັນ ກ່າວຄຳປາໄສ ທີ່ສູນກາງ ໄຊເບີແລະຄວາມໝັ້ນຄົງ ຂອງປະເທດ ທີ່ມະຫາວິທະຍາໄລ ຈອຣ໌ຈ ວໍຊິງຕັນ

ນາງເຄຕີ ວາລ໌ດແມັນກ່າວວ່າ ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນທ່ານ
ນາງເຄີຣ໌ສເຈັນ ນຽລເຊັນ “ໄດ້ຮຽກຮ້ອງຢ່າງແຂງຂັນ ໃຫ້ແກ້ໄຂທາງດ້ານນິຕິບັນຢັດ ທີ່
ປ້ອງກັນບໍ່ໃຫ້ມີການປ່ອຍໂຕພວກອາຊະຍາກອນ ຮວມທັງຜູ້ທີ່ຖືກຂໍ້ຫາກໍ່ອາຊະຍາກຳ
ຮ້າຍ ອອກສູ່ປະຊາຄົມຂອງພວກເຮົາ.”

ຮ່າງກົດໝາຍດັ່ງກ່າວນີ້ ຍັງຈຳເປັນຕ້ອງ ໄດ້ມີການຮັບຮອງເອົາໂດຍສະພາສູງກ່ອນທີ່
ປະທານາທິບໍດີ ທຣຳ ຈະສາມາດລົງນາມ ໃຫ້ເປັນກົດໝາຍໄດ້ ແລະ ໂອກາດທີ່ວ່ານີ້ ແມ່ນຍັງບໍ່ມີຄວາມແນ່ນອນເທື່ອ. ຄະນະກຳມະການຕຸລາການຂອງສະພາສູງຍັງບໍ່ໄດ້
ສົນທະນາກັນກ່ຽວກັບຮ່າງກົດໝາຍນີ້ແລະພວກຜູ້ນຳຢູ່ໃນສະພາສູງກໍຍັງບໍ່ໄດ້ປະກາດ
ເທື່ອວ່າ ມີແຜນການທີ່ຈະນຳເອົາຮ່າງກົດໝາຍດັ່ງກ່າວຂຶ້ນມາອະພິປາຍກັນໃນປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG