ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ສະ​ມາ​ຊິກສະ​ພາ​ຕ່ຳ ສ​ຫລ ປະ​ນາມ​ການ​ບຸກ​ໂຈມ​ຕີ ຂອງເທີ​ກີ ເຂົ້​າ​ໄປ​ໃນຊີ​ເຣຍ


ປະ​ທາ​ນ​ຄະ​ນະ​ກຳ​ມະ​ການຄວາມ​ສຳ​ພັນ​ຕ່າງ​ປະເທດທີ່​ສັງ​ກັດ
ພັກ​ເດ​ໂມ​ແຄ​ຣັດ ທ່ານ​ອີ​ລິ​ອັອດ ​ແອນ​ເຈີ​ລ (ຊ້າຍ) ຈາກ​ລັດ​ນິວ ຢອກ ແລະຜູ້​ຮອງທີ່​ສັງ​ກັດພັກ​ຣິ​ພັບ​ບ​ລິກ​ກັນ ທ່ານ​ໄມ​ລ​ເກີ​ລ ແມັກ​ຄອລຈາກ​ລັດ​ເທັກ​ຊັ​ສ ໃນ​ທີ 23 ຕຸ​ລາ 2019.
ປະ​ທາ​ນ​ຄະ​ນະ​ກຳ​ມະ​ການຄວາມ​ສຳ​ພັນ​ຕ່າງ​ປະເທດທີ່​ສັງ​ກັດ ພັກ​ເດ​ໂມ​ແຄ​ຣັດ ທ່ານ​ອີ​ລິ​ອັອດ ​ແອນ​ເຈີ​ລ (ຊ້າຍ) ຈາກ​ລັດ​ນິວ ຢອກ ແລະຜູ້​ຮອງທີ່​ສັງ​ກັດພັກ​ຣິ​ພັບ​ບ​ລິກ​ກັນ ທ່ານ​ໄມ​ລ​ເກີ​ລ ແມັກ​ຄອລຈາກ​ລັດ​ເທັກ​ຊັ​ສ ໃນ​ທີ 23 ຕຸ​ລາ 2019.

ເທີ​ກີ​ໄດ້​ປະ​ຕິ​ເສດໃນ​ວັນ​ພຸດ​ມື້​ນີ້​ຕໍ່​ຮ່າງ​ກົດ​ໝາຍ​ ທີ່​ຮັບ​ຮອງ​ເອົາ​ໂດຍ​ສະ​ພາ​ຕ່ຳ​ສະ​ຫະ
​ລັດ ຊຶ່ງ​ຮ້ອງ​ໃຫ້​ມີ​ການ​ລົງ​ໂທດ​ຕໍ່ພວກ​ເຈົ້າ​ໜ້າ​ທີ່​ເທີ​ກີທີ່​ພົວ​ພັນ​ກັບ​ການ​ໂຈມ​ຕີ​ຂອງ​ເທີ​ກີ​
ຢູ່​ທາງ​ພາກ​ເໜືອ​ຊີ​ເຣຍແລະ​ມາດ​ຕະ​ການ​ທີ່​ຮັບ​ຮູ້​ການ​ສັງ​ຫານໝູ່ຊາວ​ອາ​ມີ​ເນຍ ​ໂດຍ
ອາ​ນາ​ຈັກອົດ​ໂຕ​ມັນ​ເທີກີນັ້ນວ່າ ​ເປັນ​ການ​ຂ້າ​ລ້າງເຊື້ອ​ຊາດ​ເຜົ່າ​ພັນ.

ກະ​ຊວງຕ່າງ​ປະ​ເທດ​ເທີ​ກີກ່າວວ່າ​ ຕົນ​ໄດ້​ຮຽກ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ທ່ານ​ເດ
​ວິດ ຊັຕເຕີຟຽລ ຫຼັງ​ຈາກ​ສະ​ພາ​ຕ່ຳ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດ​ໝາຍທີ່​ສະໜັບ​ສະ​ໜຸນໂດຍ​
ທັງສອງ​ພັກ ​ໃນວັນອັງ​ຄານ​ວານ​ນີ້.

ມາດ​ຕະ​ການ​ນຶ່ງ ​ທີ່​ໄດ້​ນຳ​ສະ​ເໜີ​ໂດຍ​ປະ​ທາ​ນ​ຄະ​ນະ​ກຳ​ມະ​ການຄວາມ​ສຳ​ພັນ​ຕ່າງ​ປະ
​ເທດທີ່​ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ທ່ານ​ອີ​ລິ​ອັອດ ​ແອນ​ເຈີ​ລ ຈາກ​ລັດ​ນິວ ຢອກ ແລະຜູ້​ຮອງ
ທີ່​ສັງ​ກັດພັກ​ຣິ​ພັບ​ບ​ລິກ​ກັນ ທ່ານ​ໄມ​ລ​ເກີ​ລ ແມັກ​ຄອລຈາກ​ລັດ​ເທັກ​ຊັ​ສຈະ​ລົງ​ໂທດ​ພວກ​
ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ເທີ​ກີ ທີ່​ໄດ້​ພົວ​ພັນ​ກັບ​ການ​ຕັດ​ສິນ​ໃຈ​ບຸກ​ເຂົ້າ​ໄປ​ໃນພ​າກ​ເໜືອ​ຊີ​ເຣຍ
ແລະ​ລ່ວງ​ລະ​ເມີດສິດ​ທິ​ມະ​ນຸດຕໍ່​ຊາວ​ເຄີດ.

ສະ​ພາ​ຕ່ຳໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ດ້ວຍ​ຄະ​ແນນ 403 ຕໍ່ 16.

ຖະ​ແຫຼງ​ການ​ກະ​ຊວງ​ຕ່າງ​ປະ​ເທດ​ເທີ​ກີ​ ສະ​ບັບ​ນຶ່ງ ຮ້ອງ​ການ​ເຄື່ອນ​ໄຫວນີ້​ວ່າ “ແມ່ນ​ຂັດ
​ກັນ​ກັບ​ຈິດ​ໃຈ​ຂອງ​ພັນ​ທະ​ມິດ​ໃນອົງ​ການ​ NATO” ແລະໄດ້​ກ່າວ​ວ່າ​ບັນ​ດາ​ສະ​ມາ​ຊິກ​ສະ
​ພາ​ “ບໍ່ໄດ້​ເອົາ​ຫົວ​ຊາ ໂດຍ​ເຮັດ​ໃຫ້​ກຸ່ມ​ກໍ່​ການກໍ່​ການ​ຮ້າຍ ​ດ້ວຍ​ສຳ​ນວນໂວ​ຫານ ແລະ​
ການ​ປະ​ຕິ​ບັດ ​ຂອງ​ເຂົາ​ເຈົ້າ.” ເທີ​ກີ​ພິ​ຈາ​ລະ​ນາ​ວ່າຊາວ​ເຄີດ​ໃນຊີເຣີຍ ເປັນ​ພັນ​ທະ​ມິດ​ກັບ
ພວກ​ຊາວເຄີດ​ແບ່ງ​ແຍກ​ດິນ​ແດນ ທີ່​ໄດ້​ສູ້​ລົບ​ເພື່ອ​ການ​ປົກ​ຄອງ​ຕົນ​ເອງ​ຢູ່​ໃນ​ເທີ​ກີ ​ມາ​ເປັນ
ເວ​ລາ​ສາມ​ທົດ​ສະ​ວັດ​.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ປະ​ກາດ​ວ່າ ​ສະ​ຫະ​ລັດ ໄດ້​ໄກ່​ເກ່ຍ ການ​ຢຸດ​ຍິງ “ຢ່າງ​ຖ​າ​ວອນ”
ໃນ​ຊີ​ເຣຍ ​ອາ​ທິດ​ແລ້ວ​ນີ້ ຊຶ່ງ​ໄດ້​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່ເທີ​ກີ ໂດຍ​ດຳ​ລັດ. ແຕ່​ບັນ​ດາ​ສະ
​ມາ​ຊິກ​ສະ​ພາ​ສະ​ຫະ​ລັດ ໄດ້ພາ​ກັນສະ​ແດງຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຜົນ​ກະ​ທົບ​ໄລ​ຍະ​
ຍາວ​ ໃນ​ການ​ຕັດ​ສິນ​ໃຈ​ທີ່​ບໍ່​ຄາດ​ຄິດ​ຂອງ​ທ່ານ​ທ​ຣຳ ທີ່​ຖອນ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​
ອອກ​ຈາກ​ຊີ​ເຣຍ ຊຶ່ງ​ເປັນ​ການແຜ້ວ​ທາງ​ໃຫ້​ແກ່​ການ​ບຸກ​ລຸກ​ຂອງ​ເທີ​ກີ​ເຂົ້າ​ໄປ​ໃນ​ເຂດ
​ດັ່ງ​ກ່າວ ແລະ​ເປັນ​ອັນ​ຕະ​ລາຍ​ ແກ່ບັນ​ດາ​ພັນ​ທະ​ມີດຊາວ​ເຄີດ ຂອງສະ​ຫະ​ລັດ ໃນ​ການ
​ສູ້​ລົບ​ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ສັ່ງ​ໃຫ້​ຖອນ​ທະ​ຫານ​ອອກ​ຈາກ​ພາກ​ເໜືອ​ຊີ​ເຣຍ ຫຼັງ​ຈາກ​ການ​
ໂອ້​ລົມ​ທາງ​ໂທ​ລະ​ສັ​ບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານ​ຣີ​ເຊັບ ເຕ​ຢິບ ເອີດູ​ອານ ຜູ້​ທີ່​ພ້ອມ
​ແລ້ວຈະ​ຮຸກ​ຮານ​ຊີ​ເຣຍ ເພື່ອສ້າງ​ຕັ້ງ​ເຂດ​ກັນ​ຊົນ ແລະ​ຂັບ​ໄລ່​ກຳ​ລັງ​ຊາວ​ເຄີດ ແລະພວກ
​ພົນ​ລະ​ເຮືອນ​ອອກ​ໄປ.

“ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ປ່ອຍ​ໃຫ້ ທ່ານ​ເອີ​ດູ​ອານ​ດຳ​ເນີນ​ການ​ຢ່​າງ​ເສ​ລີ​ຕໍ່ໃນການ​ໂຈມ
​ຕີ​ທີ່​ໂຫດ​ຮ້າຍເຮັດ​ໃຫ້​ຂົງ​ເຂດ​ບໍ່​ມີ​ຄວາມທຸ່ນ​ທ່ຽງ ແລະ​ເປັນ​ໄພຂົ່ມ​ຂູ່ຕໍ່​ຄວາມ​ໝັ້ນ​ຄົງ​ລະ
​ຫວ່າງ​ປະ​ເທດ” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານແອນ​ເຈີ​ລ ​ທີ່ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້. “ປະ​ທາ
​ນາ​ທິ​ບໍ​ດີ​ທ​ຣໍາ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ເອີ​ດູ​ອານ ​ແມ່ນຮັບ​ຜິດ​ຊອບ​ຕໍ່​ຄວາມ​ຫາຍ​ຍະ​ນະ ​ຢູ່
​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຊີ​ເຣຍ ທັງ​ສອງ​ຄົນ​ຕ້ອງ​ຮັບ​ເອົ​າ​ຄວາມ​ຮັບ​ຜິດ​ຊອບ.”


Turkey objected Wednesday to legislation passed by the U.S. House of Representatives calling for sanctions against Turkish officials in connection with Turkey's offensive in northern Syria and a measure recognizing the killing of Armenians by Ottoman Turks as genocide.

The Turkish foreign ministry said it summoned U.S. Ambassador David Satterfield after the House approved the bipartisan legislation on Tuesday.

One measure co-sponsored by Democratic House Foreign Affairs Committee Chairman Eliot Engel of New York and ranking Republican Congressman Michael McCaul of Texas would punish senior Turkish officials involved in the decision to invade northern Syria and perpetrate human rights abuses against the Kurds.

The House passed the bill by a 403-16 vote.

A Turkish foreign ministry statement called the move "incompatible with the spirit of our NATO Alliance" and said lawmakers were "carelessly legitimizing a terrorist with their rhetoric and actions." Turkey considers the Syrian Kurds as allied with Kurdish separatists that have been battling for autonomy inside Turkey for three decades.

Trump announced the United States had brokered a "permanent" Turkish cease-fire in Syria last week, lifting sanctions imposed against Turkey by executive order. But U.S. lawmakers have expressed continued concern about the long-term impact of Trump's unexpected decision to withdraw U.S. forces from Syria, clearing the way for the Turkish incursion into the area and endangering the United States' Kurdish allies in the fight against Islamic State.

Trump ordered the withdrawal of troops from northern Syria following a telephone conversation with Turkish President Recep Tayyip Erdogan, who was poised to invade Syria to create a buffer zone and to drive away Kurdish troops and civilians.

"President Trump has let Erdogan off scot-free for a heinous assault that is destabilizing the region and threatening international security," Engel said Tuesday. "President Trump and President Erdogan are responsible for the catastrophe in northeast Syria — they both must be held accountable."

XS
SM
MD
LG