ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັດ ໃນສະພາຕໍ່າ ສະຫະລັດ ຜັກດັນໃຫ້ທຳການຟ້ອງຮ້ອງ ທ່ານ ທຣຳ


ທຸງງຊາດ ສະຫະລັດ ປິວສະບັດຢູ່ເທິງຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. ວັນທີ 19 ມັງກອນ, 2020. (AP Photo/Manuel Balce Ceneta)
ທຸງງຊາດ ສະຫະລັດ ປິວສະບັດຢູ່ເທິງຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. ວັນທີ 19 ມັງກອນ, 2020. (AP Photo/Manuel Balce Ceneta)

ພັກເດໂມແຄຣັດໃນສະພາຕໍ່າ ສະຫະລັດ ທີ່ໄດ້ດຳເນີນການໄປໜ້າໃນວັນອາທິດວານນີ້ ເພື່ອຟ້ອງຮ້ອງທ່ານ ດໍໂນລ ທຣຳ ໃນບໍ່ເທົ່າໃດວັນທີ່ຍັງເຫຼືອຂອງການເປັນປະທານາທິບໍດີຂອງທ່ານ, ໂດຍໂຕ້ແຍ້ງວ່າ ທ່ານຄວນຖືກນຳມາຮັບຜິດຊອບ ສຳລັບຄວາມວຸ້ນວາຍໃນວັນພຸດທີ່ຜ່ານມາ ທີ່ໄດ້ເຮັດໃຫ້ 5 ຄົນເສຍຊີວິດຢູ່ຫໍລັດຖະສະພາ ສະຫະລັດ ໃນຂະນະທີ່ພວກກໍ່ຈະລາຈົນທີ່ສະໜັບສະ ໜູນທ່ານ ທຣຳ ໄດ້ບຸກຜ່ານຕຳຫຼວດເຂົ້າໄປໃນຕຶກ.

ການຕັດສິນໃຈຄັ້ງສຸດທ້າຍແມ່ນຍັງບໍ່ໄດ້ມີອອກມາເທື່ອ, ແຕ່ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ສາມາດນຳສະເໜີມະຕິການຟ້ອງຮ້ອງໃນວັນຈັນມື້ນີ້ ເພື່ອກ່າວຫາທ່ານ ທຣຳ ກ່ຽວກັບ ການປຸກລະດົມການກໍ່ຈະລາຈົນໃນຄວາມພະຍາຍາມທີ່ບໍ່ໄດ້ຜົນ ເພື່ອກີດກັ້ນສະພາຈາກການຢັ້ງ ຢືນຄະແນນສຽງຂອງຄະນະຜູ້ແທນການເລືອກຕັ້ງທີ່ຕັດສິນໃຫ້ທ່ານ ໄບເດັນ ຖືກເລືອກເປັນປະທາ ນາທິບໍດີຄົນໃໝ່.

ທ່ານ ໄບເດັນ ບໍ່ໄດ້ເຂົ້າຮ່ວມໃນຄວາມພະຍາຍາມຟ້ອງຮ້ອງຕໍ່ປະທານາທິບໍດີທີ່ຈະພົ້ນຈາກຕຳ ແໜ່ງດັ່ງກ່າວ ຜູ້ທີ່ຍັງບໍ່ໄດ້ຍອມແພ້ການເລືອກຕັ້ງເທື່ອ ແຕ່ໄດ້ຍອມຮັບວ່າມັນຈະມີລັດຖະບານໃໝ່ໃນ ວໍຊິງຕັນ ໃນວັນທີ 20 ມັງກອນນີ້.

ທ່ານ ໄບເດັນ ໄດ້ຂຽນໃນ ທວິດເຕີ ເມື່ອວັນອາທິດວານນີ້ວ່າ “ໃນ 10 ວັນ, ພວກເຮົາຈະດຳເນີນການໄປໜ້າ ແລະ ທຳການສ້າງສາຄືນນຳກັນ.”

ນຶ່ງໃນຜູ້ແທນສະພາຕໍ່າລະດັບສູງ ຂອງທ່ານນາງ ເພໂລຊີ, ທ່ານ ຈິມ ຄລາຍ-ເບີນ ຈາກລັດ ຄາໂຣໄລນາໃຕ້, ໄດ້ກ່າວໃນລາຍການ Fox News Sunday ວ່າ ສະພາຕໍ່າ ອາດລົງຄະແນນສຽງຟ້ອງຮ້ອງພາຍໃນບໍ່ເທົ່າໃດວັນ, ເຖິງແມ່ນ ວ່າ ການເປັນປະທານາທິບໍດີ 4 ປີ ຂອງທ່ານ ທຣຳ ຈະສິ້ນ ສຸດໃນອາທິດໜ້າ ດ້ວຍການສາບານຕົວເຂົ້າດຳລົງຕຳແໜ້ງຂອງທ່ານ ໄບເດັນ ກໍຕາມ, ເຊິ່ງທ່ານ ແມ່ນນັກການເມືອງທີ່ດົນນານໃນ ວໍຊິງຕັນ ຜູ້ທີ່ໄດ້ເອົາຊະນະທ່ານ ທຣຳ ໃນການເລືອກຕັ້ງເມື່ອເດືອນພະຈິກປີກາຍນີ້, ແລະ ຜູ້ທີ່ຖືກເລືອກເປັນຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ.

ແຕ່ທ່ານ ຄລາຍເບີນ ໄດ້ກ່າວວ່າ ຄວາມຮີບດ່ວນທີ່ຈະຟ້ອງຮ້ອງທ່ານ ທຣຳ ເປັນຄັ້ງທີສອງແມ່ນສຳຄັນຍິ່ງ, ເຊິ່ງແຍກຈາກການຕັດສິນວ່າທ່ານບໍ່ມີຄວາມຜິດໂດຍສະພາສູງເມື່ອເດືອນກຸມພາທີ່ຜ່ານມາ ໃນການກ່າວຫາວ່າທ່ານໄດ້ກົດດັນ ຢູເຄຣນ ໃຫ້ຄົ້ນຫາຄວາມຜິດຂອງທ່ານ ໄບເດັນ ກ່ອນການເລືອກຕັ້ງໃນເດືອນພະຈິກ.

ທ່ານ ຄລາຍເບີນ ໄດ້ກ່າວວ່າ “ວຽກງານຂອງພວກເຮົາແມ່ນການຟ້ອງຮ້ອງ, ໂດຍພື້ນຖານແລ້ວແມ່ນການກ່າວໂທດ. ຄະແນນສຽງຂອງພວກເຮົາແມ່ນສຽງຂອງພວກເຮົາ ແລະ ການຄະແນນສຽງຂອງພວກເຮົາແມ່ນສຽງຂອງການບໍ່ເຫັນດ້ວຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG