ສະຫະລັດ ກຳລັງນຳເອົາ ບັນດາພັນທະມິດ ໃນເອເຊຍຕາເວັນອອກສຽງໃຕ້ ຂອງຕົນ
ເຂົ້າມາຮ່ວມກັນ ເພື່ອຮັບມືກັບ ອັນທີ່ບັນດາເຈົ້າໜ້າທີ່ອະວຸໂສ ໄດ້ອະທິບາຍວ່າ ເປັນ
ບູລິມະສິດຈຳນວນນຶ່ງ ຂອງຄວາມໝັ້ນຄົງແຫ່ງຊາດ ສຳລັບສະຫະລັດ ເພື່ອຮັບມືກັບ
ການແຜ່ຜາຍນິວເຄລຍ ແລະ ໄພຂົ່ມຂູ່ຂອງລູກສອນໄຟເກົາຫຼີເໜືອ ໃນເວລາ ບັນດາ
ລັດຖະມົນຕີການຕ່າງປະເທດ ຈາກສະມາຄົມປະຊາຊາດ ໃນເຂດເອເຊຍຕາເວັນອອກ
ສຽງໃຕ້ ຫຼື ASEAN ເຕົ້າໂຮມກັນຢູ່ນະຄອນຫຼວງ ວໍຊິງຕັນ ໃນວັນພະຫັດມື້ນີ້.
ເຈົ້າໜ້າທີ່ອະວຸໂສ ຂອງກະຊວງການຕ່າງປະເທດ ທ່ານນຶ່ງ ໄດ້ບອກ ວີໂອເອ ວ່າ
ວໍຊິງຕັນ ກຳລັງຮຽກຮ້ອງບັດາປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ໃຫ້ຕັດ
“ການພົວພັນດ້ານການທູດ” ກັບ ພຽງຢາງ.
ສ່ວນເຈົ້າໜ້າທີ່ອີກທ່ານນຶ່ງ ໄດ້ບອກວີໂອເອ ວ່າ ໃນຂະນະທີ່ໄດ້ຮັບຄວາມສຳເລັດ
ໃນບາງສ່ວນ ກ່ຽວກັບ “ການກວດກາທີ່ເພີ່ມຂຶ້ນ ເພື່ອສະກັດກັ້ນກິດຈະກຳຕ່າງໆ ທີ່ຜິດກົດໝາຍ ຂອງເກົາຫຼີເໜືອ” ກໍຕ້ອງໄດ້ເຮັດຫຼາຍກວ່ານີ້.
“ໃນທົ່ວເອເຊຍ ພວກເຮົາຍັງມີວຽກງານທີ່ຈະຕ້ອງໄດ້ເຮັດກັບບັນດາປະເທດ ອາຊຽນ” ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ໄດ້ກ່າວ ໃນຄຳເຫັນຂອງທ່ານ ຕໍ່ບັນດາລັດຖະກອນ ກະຊວງ ໃນວັນພຸດວານນີ້ ໂດຍກ່າວຕື່ມວ່າ ວໍຊິງຕັນ ຈະ “ສ້າງໃຫ້ເປັນປຶກແຜ່ນຄືນໃໝ່ ການເປັນຜູ້ນຳຂອງຕົນ ກັບອາຊຽນ ກ່ຽວກັບ ບັນຫາຄວາມໝັ້ນຄົງ ຈຳນວນນຶ່ງ.”
ທ່ານ Tillerson ເປັນເຈົ້າພາບຕ້ອນຮັບ ບັນດາລັດຖະມົນຕີການຕ່າງປະເທດ ຈາກ
ອາຊຽນ ໃນວັນພະຫັດມື້ນີ້ ຢູ່ທີ່ກະຊວງການຕ່າງປະເທດ ຊຶ່ງມີຂຶ້ນພຽງສອງສາມມື້
ຫຼັງຈາກບັນດານັກການທູດຂັ້ນສູງ ຈາກປະເທດເຫຼົ່ານັ້ນ ໄດ້ພົບປະກັນ ຢູ່ໃນນະຄອນ
ຫຼວງ ມານີລາ ແລະ ໄດ້ອອກຖະແຫລງການສະບັບນຶ່ງ ທີ່ໄດ້ຕຳນິການເກາະຜິດຂອງ
ເກົາຫຼີເໜືອ.
ຫຼາຍໆປະເທດ ຈາກກຸ່ມດັ່ງກ່າວນີ້ ໄດ້ມີສາຍພົວພັນດ້ານການທູດ ກັບອຳນາດການ
ປົກຄອງ ຂອງເກົາຫຼີເໜືອທີ່ໂດດດຽວ ແລະ ບໍ່ມີສິນທຳ.
ຍົກຕົວຢ່າງ ເກົາຫຼີເໜືອ ໄດ້ມີສະຖານທູດ ຢູ່ໃນ 8 ປະເທດ ໃນຈຳນວນ 10 ປະເທດ
ອາຊຽນ ໂດຍປະກອບມີ ກຳປູເຈຍ ອິນໂດເນເຊຍ ລາວ ມາເລເຊຍ ມຽນມາ ສິງກະໂປ
ໄທ ແລະ ຫວຽດນາມ.