ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ເສຍຊີວິດ ຍ້ອນອີໂບລາ ເພີ້ມຂຶ້ນ 200 ຄົນ ໃນ 4 ມື້ ເປັນ 2296 ຄົນ (ສະໄລດ໌/ວີດີໂອ)


Ebola VOSOT
please wait
Embed

No media source currently available

0:00 0:02:33 0:00

ກາ

ຈຳນວນ​ຜູ້​ເສຍ​ຊີວິດ​ ຍ້ອນການລະບາດຂອງອີ​ໂບລາ ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້ຖີບ​ສູງ​ເປັນ 2296 ລາຍ​ແລ້ວ ເພີ້​ມຂຶ້ນອີກ 200 ຄົນ ​ໃນລະຍະ​ພຽງ​ແຕ່ 4 ມື້​ເທົ່າ​ນັ້ນ.

ໂຕເລກຫຼ້າສຸດຂອງອົງການ​ອະນາ​ໄມ​ໂລກຫຼື WHO ກ່ຽວ​ກັບ​ວິ​ກິດ​ການ​ດັ່ງກ່າວ ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່ ​ໃນ​ວັນ​ອັງຄານ​ວານ​ນີ້ແຈ້ງວ່າ ມີຜູ້ຕິດອີໂບລາທັງໝົດ ​ເກືອບ 4,300 ກໍລະນີ ​ຢູ່ໃນ 5 ປະ​ເທດ​ ໃນເຂດອາ​ຟຣິກາ​ຕາ​ເວັນ​ຕົກ.

ສະຖິຕິຂອງໂຣກອີໂບລາ ທີ່ກຳລັງແຜ່່ລະບາດ ລະຫວ່າງເດືອນມີນາ - ກັນຍາ ປີ 2014
ສະຖິຕິຂອງໂຣກອີໂບລາ ທີ່ກຳລັງແຜ່່ລະບາດ ລະຫວ່າງເດືອນມີນາ - ກັນຍາ ປີ 2014

​ເກືອບ​ເຄິ່ງນຶ່ງຂອງກໍລະ​ນີຕິດເຊື້ອແລະການເສຍຊີວິດ ທີ່ມີການ
ລາຍງານທັງ​ໝົດ ​ແມ່ນ​ຢູ່ ໃນປະ​ເທດ Liberia​. ລາຍ​ງານຂອງ
ອົງການ WHO ​ກ່ຽວ​ກັບ Liberia​ ​ທີ່ນຳອອກເຜີຍ ແຜ່ໃນວັນ​ຈັນ
ແລ້ວ​ນີ້​ ​ເຕືອນວ່າ ຈຳນວນ​ຂອງ​ກໍລະນີຕິດເຊື້ອ​ໃໝ່ໆ​ນັ້ນ​ແມ່ນ
“ຖີບ​ຕົວ​ສູງ​ຂຶ້ນ​ຢ່າງ​ໃຫຍ່​ຫຼວງ” ​ແລະກ່າວ​ວ່າ ຄາດ​ວ່າຈະ​ມີຜູ້ຕິດ
ເຊື້ອໃໝ່​ເພີ້​ມຂຶ້ນ​ຫຼາຍ​ພັນ​ຄົນ ​ໃນ​ອີກ​3 ອາທິດ​ຂ້າງ​ໜ້າ​ນີ້.

ອົງການ WHO ກ່າວ​ວ່າ “ການ​ຕິດແປດ ທີ່​ຮ້າຍ​ແຮງ” ຂອງ​ອີໂບລາ
ນັ້ນ​ ແມ່ນ​ສືບ​ຕໍ່ ໃນ​ປະ​ເທດ Guinea ​ແລະ Sierra Leon.

ລົດສຸກເສີນ ທີ່ນຳຊາວອາເມຣິກັນ ທີ່ຕິດໂຣກອີໂບລາ ສົ່ງສະໜາມບິນ ເພື່ອໄປຮັກສາຕົວທີ່ໂຮງພະຍາບານ Emory ໃນເມືອງ Atlanta, ວັນທີ 9 ກັນຍາ 2014.
ລົດສຸກເສີນ ທີ່ນຳຊາວອາເມຣິກັນ ທີ່ຕິດໂຣກອີໂບລາ ສົ່ງສະໜາມບິນ ເພື່ອໄປຮັກສາຕົວທີ່ໂຮງພະຍາບານ Emory ໃນເມືອງ Atlanta, ວັນທີ 9 ກັນຍາ 2014.

ໃນ​ຂະນະ​ດຽວ​ກັນ​ນີ້ ຊາວ​ອາ​ເມຣິກັນຄົນທີ 4 ທີ່​ຕິດ​ເຊື້ອອີ​ໂບລາ ​ໃນອາ​ຟຣິກາ​ຕາ​ເວັນ​ຕົກ ນັ້ນ ​ໄດ້​ກັບ​ຄືນສູ່ສະຫະລັດ​ແລ້ວ ​ເພື່ອ​ທຳ​ການ​ປິ່ນປົວ​ຮັກສາ.

ຜູ້​ປ່ວຍ​ທີ່​ບໍ່​ຊາບວ່າ​ເປັນ​ໃຜ​ນັ້ນ ​ໄດ້ຖືກນຳກັບ​ມາ​ຍັງ​ສະຫະລັດ ໂດຍທາງເຮືອບິນ ​ໃນ​ວັນ​ອັງຄານ​ວານ​ນີ້ ສູ່​ເມືອງ​ Atlanta ​ແລະກໍສົ່ງເຂົ້າໂຮງພະຍາບານ Emory University Hospital. ​ໃນ​ເດືອນ​ແລ້ວ​ນີ້ ​ໂຮງພະຍາບານດັ່ງກ່າວ ​ໄດ້​ປິ່ນປົວພະນັກງານ 2 ຄົນ ທີ່​ຕິດເຊື້ອ ອີ​ໂບລາ ​ໃນ Liberia.

ຊາວ​ອະ​ເມຣິກັນ ອີກ​ຄົນ​ນຶ່ງ​ທີ່​ຕິດ​ເຊື້ອອີ​ໂບລາ ກໍ​ແມ່ນ​ພວມຮັບການ
​ປິ່ນປົວ ທີ່​ລັດ Nebraska. ບັນດາ​ທ່ານໝໍ​ທີ່ນັ້ນ ກ່າວໃນວັນອັງ
ຄານວານນີ້​ວ່າ ສະຖ​ານະການ​ຂອງ​ລາວ ​ແມ່ນດີຂຶ້ນແດ່ແລ້ວ​.

The death toll from the West African Ebola outbreak has climbed to 2,296 -- an increase of 200 in just four days.

The World Health Organization's (WHO) latest update on the crisis, released Tuesday, says a total of nearly 4,300 cases of Ebola have been reported across five West African countries.

Just under half of all reported cases and deaths come from Liberia. A WHO report on Liberia, released Monday, warned the number of new cases there is "increasing exponentially" and said thousands of new patients can be expected over the next three weeks.

The WHO says "intense transmission" of the disease also continues in Guinea and Sierra Leone.

Meanwhile, a fourth American who caught the Ebola virus in West Africa has arrived back in the United States for treatment.

The unidentified patient was brought by plane Tuesday to the southeastern city of Atlanta and taken to Emory University Hospital. Last month the hospital successfully treated two aid workers who contracted Ebola in Liberia.

Another American is being treated for Ebola in the midwestern state of Nebraska. Doctors there said Tuesday his condition is improving.

The United States pledged new funding Tuesday to support the growing anti-Ebola efforts in West Africa.

The U.S. Agency for International Development said it will give $10 million to transport and equip an African Union deployment of about 100 medical workers to the region.

Separately, the Pentagon said Monday its personnel will set up a 25-bed field hospital in Liberia's capital, Monrovia, for infected health care workers.

U.S. contributions toward fighting the Ebola outbreak now top $100 million.

XS
SM
MD
LG