ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, 25 ຕຸລາ 2026

ປ.ໂອບາມາ ວ່າ ພວກເຮົາ ແມ່ນເປັນໜີ້ ບຸນຄຸນ ຕໍ່ພວກ​ນັກ​ລົບ​ເກົ່າ​​ (ວີດີໂອ)

US Veterans Mark Holiday by Serving Meals to Homeless Vets
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ

ບັນດານັກລົບເກົ່າ ອາສາສະມັກໃຫ້ອາຫານ ແກ່ພວກອະນາຖາ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ເຂົ້າ
ຮ່ວມກັບຊາວອາເມຣິກັນຈໍານວນຫຼາຍລ້ານຄົນ ໃນການສະຫຼອງ
ວັນນັກລົບເກົ່າ ເພື່ອໃຫ້ການຄໍານັບ ຕໍ່ບັນດາເຫຼົ່າທະຫານໆ
ທັງຊາຍແລະຍິງ ທີ່ຮັບໃຊ້​ໃນ​ກອງທັບ​ແຫ່ງຊາດຂອງ​ສະຫະ
ລັດນັ້ນ.

ທ່ານ ໂອບາມາ ໄດ້ໃຫ້ຄໍາໝັ້ນສັນຍາ ໃນວັນຈັນວານນີ້ວ່າ
ຊາວອະເມຣິກັນທັງຫຼາຍແມ່ນຈະບໍ່ລືມ ການເສຍສະລະຂອງ​
ບັນດາ​ນັກ​ລົບ​ເກົ່າ​ຂອງ​ສະຫະລັດ ແລະໃຫ້ຄໍາໝັ້ນສັນຍາອີກວ່າ
ລັດຖະບານຂອງທ່ານ ຍັງຈະສືບຕໍ່ຊຸກຍູ້​ໃຫ້​ເງິນສະໜັບສະໜຸນ
ຕໍ່ບັນດາເຫຼົ່າທະຫານທັງຊາຍແລະຍິງ ທີ່ໄດ້ກັບຕ່າວຄືນມາ​ເຖິງ
​ບ້ານ​ແລ້ວ ຈາກສົງຄາມໃນອີຣັກ ແລະອັຟການີສຖານ.

ປະທານາທິບໍດີ ໄດ້ກ່າວທີ່ສຸສານແຫ່ງຊາດ Arlington ຊຶ່ງ​ຕັ້ງຢູ່ນອກກຸງວໍຊິງຕັນ ຫຼັງຈາກ
ທີ່ໄດ້ວາງພວກມາລາ ທີ່ຂຸມຝັງສົບທະຫານນິລະນາມແລ້ວ. ກ່ອນ​ນັ້ນ ທ່ານໂອບາມາ
ແລະພັນລະຍາ ຄືສະຕີໝາຍເລກນຶ່ງ ທ່ານນາງ Michelle ໄດ້ຈັດງານລ້ຽງ ອາຫານເຊົ້າ
ຕ້ອນຮັບບັນດາ ນັກລົບເກົ່າແລະຄອບຄົວຂອງພວກເຂົາເຈົ້າ ຢູ່ທີ່ທໍານຽບຂາວ.

America Honors Its Military Veterans

A couple walks through some of the two thousand and thirteen United States flags, that are part of the Aurora Healing Fields to honor veterans, during Veterans Day weekend, Aurora, Illinois, Nov., 10, 2013.
1/7 A couple walks through some of the two thousand and thirteen United States flags, that are part of the Aurora Healing Fields to honor veterans, during Veterans Day weekend, Aurora, Illinois, Nov., 10, 2013.
ເບິ່ງຕື່ມອີກ Show less
Chris Banholzer copies the name of a classmate from the Vietnam Moving Wall during Veterans Day weekend, Aurora, Illinois, Nov. 10, 2013.
2/7 Chris Banholzer copies the name of a classmate from the Vietnam Moving Wall during Veterans Day weekend, Aurora, Illinois, Nov. 10, 2013.
ເບິ່ງຕື່ມອີກ Show less
A group of veterans await a clothing giveaway at St. Anthony Foundation in San Francisco, California, Nov. 8, 2013. 
3/7 A group of veterans await a clothing giveaway at St. Anthony Foundation in San Francisco, California, Nov. 8, 2013. 
ເບິ່ງຕື່ມອີກ Show less
A U.S. military veteran Doyle Colbert fills a basket with clothing at St. Anthony Foundation in San Francisco, California, Nov. 8, 2013. 
4/7 A U.S. military veteran Doyle Colbert fills a basket with clothing at St. Anthony Foundation in San Francisco, California, Nov. 8, 2013. 
ເບິ່ງຕື່ມອີກ Show less
A visitor at the Vietnam War Memorial in Washington, D.C. passes early in the morning on Veterans Day, Nov., 11, 2013, to look at the names inscribed on the wall.
5/7 A visitor at the Vietnam War Memorial in Washington, D.C. passes early in the morning on Veterans Day, Nov., 11, 2013, to look at the names inscribed on the wall.
ເບິ່ງຕື່ມອີກ Show less
An overall inside view of the Mercedes-Benz Superdome as fans honor military and veterans before an NFL game between the Dallas Cowboys and the New Orleans Saints, Nov. 10, 2013.
6/7 An overall inside view of the Mercedes-Benz Superdome as fans honor military and veterans before an NFL game between the Dallas Cowboys and the New Orleans Saints, Nov. 10, 2013.
ເບິ່ງຕື່ມອີກ Show less
Ms. Veteran America, Allaina Guitron, a 13-year active duty Army sergeant, rode a prominent float in NYC's Veterans Day parade as part of her job to help bring public awareness to the plight of America's 35,000 female veterans. Photo: A. Phillips/VOA
7/7 Ms. Veteran America, Allaina Guitron, a 13-year active duty Army sergeant, rode a prominent float in NYC's Veterans Day parade as part of her job to help bring public awareness to the plight of America's 35,000 female veterans. Photo: A. Phillips/VOA
ເບິ່ງຕື່ມອີກ Show less
Previous slide
Next slide

ປະທານາທິບໍດີ ໂອບາມາ ກ່າວວ່າ ປະເທດຊາດແມ່ນຕິດໜີ້ບຸນຄຸນ ພວກ​ນັກ​ລົບ​ເກົ່າ
ໃນ​ການຮັບໃຊ້​ປະ​ເທດ​ຊາດຂອງ​ພວກ​ເຂົາ​ເຈົ້າ. ທ່ານໄດ້ໄປທໍາການເຄົາລົບ​ເປັນ​ພິ​ເສດ
​ຕໍ່ນັກລົບເກົ່າ ທີ່​ມີ​ອາຍຸ​ແກ່​ທີ່​ສຸດ ຄື​ທ່ານ Richard Overton ໄວ 107 ປີ.

ທ່ານ ໂອບາມາ ໄດ້ໃຫ້ຄໍາໝັ້ນສັນຍາ ​ໂດຍສະເພາະແມ່ນການໃຫ້ຄວາມຊ່ອຍເຫຼືອພວກ
ນັກລົບເກົ່າ ທີ່ກັບຕ່າວຄືນມາຈາກສົງຄາມ ໃນອັຟການີສຖານ ໃນຂະນະ​ທີ່ສົງຄາມທີ່ຍືດ
ເຍື້ອຍາວນານທີ່ສຸດ ຈະ​ສິ້ນສຸດ​ລົງ​ໃນ​ສອງ​ສາມ​ປີຂ້າງໜ້ານີ້.

ຊຶ່ງທ່ານ ໂອບາມາ ກ່າວວ່າ​ “ມື້ນີ້ ແມ່ນໄດ້ເຮັດໃຫ້ພວກເຮົາລໍາລຶກເຖິງ ໜ້າທີ່ຮັບຜິດ
ຊອບທີ່ສັກສິດ ເຖິງແມ່ນວ່າ ໃນເວລານີ້​ສົງຄາມນັ້ນໃກ້ຈະເສັດສິ້ນລົງແລ້ວ
ການ​ຮັບໃຊ້ບັນດານັກລົບເກົ່າທີ່​ໃໝ່​ທີ່​ສຸດ ແມ່ນຫາກໍເລີ້ມຂຶ້ນ.”


Richard Overton
Richard Overton

ຊາວອາເມຣິກັນທັງຫຼາຍ ໄດ້ພາກັນ​ໃຫ້ກຽດແກ່ບັນດານັກລົບເກົ່າໃນຫຼາຍໆທາງດ້ວຍ ການເຮັດພິທີສະຫຼອງຊຶ່ງເລື້ອຍໆນັ້ນ​ແມ່ນການເດີນສວນສະໜາມພ​າ​ເຣດ​.

ທີ່ລັດ Oklahoma ໃນພາກກາງຂອງສະຫະລັດ ໄດ້ມີການ
ສ້າງອານຸສາວະລີ​ໃໝ່​ ເພື່ອໃຫ້ກຽດແກ່ບັນດານັກລົບເກົ່າ
ຈາກສົງຄາມຫວຽດນາມ ຊຶ່ງນ້ອຍກວ່າອານຸສາວະລີ
Vietnam Veterans Memorial ໃນກຸງ ວໍຊິງຕັນ ດີຊີ.

ໃນນະຄອນນີວຢ໊ອກ ພິທີເດີນສວນສະໜາມນັ້ນແມ່ນເນັ້ນໃສ່ບັນດານັກລົບເກົ່າທີ່ເປັນ
ແມ່ຍິງກັບບັນຫາທີ່ທ້າທາຍທີ່ພວກເຂົາເຈົ້າປະ​ເຊີນ.

ວັນທີ 11 ພະຈິກແມ່ນໄດ້ສະຫຼອງກັນເປັນຄັ້ງທໍາອິດ ໃນສະຫະລັດ ນັບຕັ້ງແຕ່ປີ 1919
ຊຶ່ງ ແມ່ນມື້ສະຫຼອງ ຂີດໝາຍຄົບຮອບການສິ້ນສຸດລົງຂອງສົງຄາມໂລກຄັ້ງທີ 2 ​ແຕ່​ວັນ
ພັກ​ນີ້​ໄດ້ ຮັບ​ຊື່​ໃໝ່​ວ່າ​ເປັນ​ວັນ​ນັກລົບ​ເກົ່າ ​ໃນ​ປີ 1954 ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ພວກ​ນັກ​ລົບ
​ເກົ່າ ​ໃນ​ສົງ ຄາມ​ທຸກໆ​ປາງ.



​
​
XS
SM
MD
LG