ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະ​ຫະ​ລັດ ລົງ​ໂທດ​ມຽນ​ມາ ໃນ​ວັນ​ຄົບ​ຮອບ​ ການເຮັດ​ລັດ​ຖະ​ປະ​ຫານ ຂອງ​​ທະ​ຫານ


ແຟ້ມ - ພວກ​ປະ​ທ້ວງ ເດີນ​ຂະ​ບວນ​ຕໍ່​ຕ້ານ​ລັດ​ຖະ​ບານ ທີ່​ເມືອງ​ມັນ​ດາ​ເລ ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 7 ທັນ​ວາ 2021.
ແຟ້ມ - ພວກ​ປະ​ທ້ວງ ເດີນ​ຂະ​ບວນ​ຕໍ່​ຕ້ານ​ລັດ​ຖະ​ບານ ທີ່​ເມືອງ​ມັນ​ດາ​ເລ ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 7 ທັນ​ວາ 2021.

ໃນ​ວັນ​ຄົບ​ຮອບ​ປີ​ທຳ​ອິດຂອງ​ການ​ເຮັດ​ລັດ​ຖະ​ປະ​ຫານ​ຢູ່​ມຽນ​ມາ​ໃນ​ວັນ​ທີ 1 ກຸມ​ພານີ້ ສະ​ຫະ​ລັດ​ໄດ້​ປະ​ກາດ ກ່ຽວ​ກັບມາດ​ຕະການ​ລົງ​ໂທດ​ເພີ້​ມ​ຕື່ມ​ ຕໍ່​ສ່ວນ​ບຸກ​ຄົນ​ແລະອົງ​ການ​ຕ່າງໆ ​ທີ່​ພົວ​ພັນ​ກັບ​ອຳ​ນາດ​ການ​ປົກ​ຄອງ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ກະ​ຊວງ​ການ​ເງິນ​ໃນ​ວັນ​ຈັນ​ວານນີ້.

ອັງ​ກິດ ແລະກາ​ນາ​ດາ ກໍ​ໄດ້​ປະ​ກາດກ່ຽວ​ກັບ​ມາດ​ຕະ​ການ​ລົງ​ໂທດ​ເຊັ່ນ​ດຽວ​ກັນ.

ທ່ານບ​ຣາຍ​ແອນ ແນ​ລ​ສັນ (Brian Nelson) ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ເງິນ ທີ່​ຮັບ​ຜິດ​ຊອບ​ເລື້ອງ​ກໍ່​ການ​ຮ້າຍ ແລະ​ຂ່າວກອງ​ດ້ານ​ການ​ເງິນ ກ່າວ​ຢູ່​ໃນ​ຖະແຫຼງ​ຂ່າວ​ວ່າ “ນຶ່ງ​ປີ​ຫຼັງ​ຈາກ​ການ​ເຮັດ​ລັດ​ຖະ​ປະ​ຫານ ສະ​ຫະ​ລັດພ້ອມ​ກັບ​ປະເທດ​ພັນ​ທະ​ມິດ ຢູ່​ໃນ​ສະ​ຫະ​ຣ​າ​ຊະ​ອາ​ນາ​ຈັກ ແລະ​ປະ​ເທດ​ກາ​ນາ​ດາ ແມ່ນ​ຢືນຢູ່ ​ຄຽງຂ້າງ​ປະ​ຊາ​ຊົນ​ຊາວ​ມຽນ​ມາໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ພວມດີ້ນ​ຮົນ​ຕໍ່​ສູ້​ເພື່ອໃຫ້​ ໄດ້​ມາ​ຊຶ່ງ​ອິດ​ສະ​ຫຼະ​ພາບ ​ແລະ​ປະ​ຊາ​ທິ​ປະ​ໄຕ. ພວກ​ເຮົາ​ຈະ​ສືບ​ຕໍ່​ແນ​ເປົ້າ ໝາຍ ໃສ່ພວກ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ເຮັດ​ລັດ​ຖະ​ປະ​ຫານ ແລະ​ຄວາມ​ຮຸນ​ແຮງ​ທີ່​ຍັງ​ດຳ​ເນີນຢູ່​ຕໍ່​ມາ ພວກ​ທີ່ສະ​ໜັບ​ສະ​ໜຸນ​ໃຫ້​ການ​ກົດ​ຂີ່​ຂອງ​ອຳ​ນາດ​ການ​ປົກ​ຄອງ​ເປັນ​ໄປ​ໄດ້ ແລະ​ພວກໃຫ້​ການສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ເງິນ​.”

ຮວມ​ຢູ່​ໃນ​ການ​ລົງ​ໂທດຄັ້ງ​ນີ້ ກໍ​ມີ ​ອະ​ທິ​ໄອ​ຍະ​ການ​ຂອງ​ສະ​ຫະ​ພາບ ທິ​ດາ ອູ (Thida Oo) ຫົວ​ໜ້າ​ສານ​ສູງ​ສຸດ ຕຸ​ນ ຕຸນ ອູ (Tun Tun Oo) ແລະ​ປະ​ທານ​ກຳ​ມາ​ທິ​ການ​ຕໍ່​ຕ້ານ​ສໍ້​ລາດ​ບັງ​ຫຼວງ ທິນ ອູ (Thin Oo.)

ສ່ວນ​ສອງ​ອົງ​ການ​ທີ່​ຖືກ​ລົງ​ໂທດ​ກໍ​ມີບໍ​ລິ​ສັດ​ຈຳ​ກັດ KT Service & Logistics ແລະຄະ​ນະ​ກຳ​ມະການ​ຈັດ​ຊື້​ຂອງ​ຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງ​ອົງ​ການ​ບໍ​ລິ​ການກອງທັບ ຊຶ່ງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ໂດຍ​ເອີ້ນ​ຊື່​ເກົ່າ​ຂອງ​ປະ​ເທດ​ ໂດຍ​ເວົ້າ​ວ່າ “ສະ​ຫະ​ລັດ ຈະ​ສືບ​ຕໍ່​ເຮັດ​ວຽກ​ ກັບ​ພາ​ຄີ​ລະ​ຫວ່າງ​ປະ​ເທດ​ຂອງ​ພວກ​ເຮົາເພື່ອ​ແກ້​ໄຂ​ການ​ລ່ວງລະ​ເມີດ​ສິດ​ທິ​ມະ​ນຸດແລະ​ກົດ​ດັນ​ໃຫ້​ອຳ​ນາດ​ການ​ປົກ​ຄອງຢຸດ​ເຊົາ​ການ​ໃຊ້​ຄວາມຮຸນ​ແຮງ ປ່ອຍ​ພວກ​ທີ່​ຖືກ​ຄຸມ​ຂັງ ​ໂດຍ​ບໍ່​ເປັນ​ທຳ​ທັງ​ໝົດ ອະ​ນຸ​ຍາດ​ໃຫ້ສົ່ງການ ​ຊ່ວຍ​ເຫຼື​ອ​ທາງ​ດ້ານ​ມະ​ນຸ​ດ​ສະ​ທຳ​ເຂົ້າ​ໄປ​ແບບ​ບໍ່​ມີ​ການ​ຂັດ​ຂວາງ ແລະ​ຟື້ນ​ຟູ​ເສັ້ນເສັ້​ນ​ທາງ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດ​ພະ​ມ້າ.”

ສ່ວນ​ບຸກ​ຄົນ​ແລະ​ອົງ​ການ​ຕ່າງໆ​ທີ່​ຕົກ​ເປັນ​ເປົ້າ​ນັ້​ນ ຊັບ​ສິນຕ່າງໆ​ທີ່​ມີ​ຢູ່​ໃນ​ສະ​ຫະ​ ລັດ​ຂອງພວກ​ເຂົາ​ຈະ​ຖືກ​ກັກ​ຫຼື​ສັ່ງ​ຫ້າມ​ບໍ່​ໃຫ້​ມີ​ການ​ເຂົ້າ​ເຖິງ.

​ທະ​ຫານ​ໄດ້​ເຮັດ​ລັດ​ຖະ​ປະ​ຫານ​ຢຶດ​ອຳ​ນາດ​ໃນ​ວັນ​ທີ 1 ກຸມ​ພາ 2021 ​ໂດຍ​ທຳການ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ພົນ​ລະ​ເຮືອນ ແລະ​ຈັບ​ທ່ານ​ນາງ​ອອງ​ຊານ ຊູ​ຈີ ຜູ້​ນຳທີ່​ແທ້​ຈິງ​ຂອງ​ມຽນ​ມາ ແລະ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຄົນ​ອື່ນໆ​ ໄປ​ຄຸມ​ຂັງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG