ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ລະນຶກເຖິງ ກອງປະຊຸມ ປັກກິ່ງ ໂດຍເນັ້ນໜັກໃສ່ ຄະ​ດີ ​ນັກ​ໂທດ​ການ​ເມືອງ​ ແມ່ຍິງ 20 ຄົນ


US Highlights Plight of Female Political Prisoners Around World
please wait

No media source currently available

0:00 0:01:45 0:00

ເມື່ອຊາວ​ປີ​ກ່ອນ ທີ່​ນະຄອນຫລວງ​ປັກ​ກິ່ງ ບັນດາ​ຜູ້ນຳ​ແມ່ຍິງ
ໄດ້ພົບ​ປະກັນ​ ເພື່ອ​ວາງ​ເສັ້ນ​ທາງ ​ໃນການສ້າງຄວາມ​ກ້າວໜ້າ
​ໃຫ້ມີຄວາມ​ສະ​ເໝີພາບ ທາງເພດ ແລະມອບໝາຍອຳນາດ
ໃຫ້ແກ່ພວກແມ່ຍິງ. ສະຫະລັດ ກຳ​ລັງ​ສະຫຼອງວັນ​ຄົບຮອບດັ່ງ
ກ່າວ​ໃນ​ເດືອນ​ນີ້ໂດຍ​ເນັ້ນໜັກໃສ່ 20 ຄະ​ດີຂອງ​ນັກ​ໂທດ​ການ
​ເມືອງ​ແມ່ຍິງ ຈາກ 13 ປະ​ເທດ ຢູ່​ໃນການ​ການປຸກລະດົມທາງ
​ສື່​ສັງຄົມ ທີ່ຮ້ອງ​ວ່າ ​ປ່ອຍນັກໂທດທັງ 20 ຄົນ. ​ເອກ​ອັກຄະ​ລັດ
ຖະທູດ ສະຫະ​ລັດ ປະຈຳ ສະຫະ​ປະຊາ​ຊາດ ທ່ານ​ນາງ
Samantha Power ກ່າວ​ຕໍ່ ນັກ​ຂ່າວ ວີ​ໂອ​ເອ Margaret
Besheer ວ່າ ຖ້າ​ຫາກ​ລັດຖະບານ ຂອງປະເທດຕ່າງໆ​ຕ້ອງ
ຢາກຊຸກຍູ້ພວກແມ່ຍິງ ​ເຂົາ​ເຈົ້າ​ຕ້ອງ​ຢຸດ​ເຊົາການຈັບພວກແມ່
ຍິງ ​ທີ່ກ່າວເຖິງຄວາມໃນໃຈຂອງພວກເຂົາເຈົ້າອອກມານັ້ນ
ເຂົ້າຄຸກ ​ຊຶ່ງ ກິ່ງ​ສະຫວັນ ຈະນຳ ເອົາເລື້ອງນີ້ ​ມາສະ​ເໜີ​ທ່ານ.

ບັນດານັກ​ໂທດ​ການ​ເມືອງແມ່ຍິງຫລາຍ​ພັນ​ຄົນ ພາກັນ​ທົນທຸກທໍລະມານຢູ່​ໃນຄຸ​ກ ແລະ​ສູນອອກແຮງ​ງານ​ຕ່າງໆ​ ຢູ່ໃນ​ທົ່ວ​ໂລກ.

ນັກ​ຂ່າວ Gao Yu ອາຍຸ​ເຈັດ​ສິບ​ເອັດ​ປີ ​ກໍ​ແມ່ນ​ຜູ້​ນຶ່ງ​ໃນ​ຈຳນວນ​ພວກນັກໂທດ ເຫຼົ່ານັ້ນ.
ນາງໄດ້​ຖືກ​ຈັບ​ໃນ​ເດືອນ​ເມສາ ​ແລະ​ຖືກ​ຕັດສິນ​ລົງ​ໂທດ​ໃຫ້ຕິດ​ຄຸກເປັນເວລາ 7 ປີ ​ໃນ
​ຖານ “ເປີດເຜີຍຄວາມລັບ ຂອງລັດ​ອອກນອກ​ປະ​ເທດ.”

​ເຊັ່ນດຽວ​ກັນ ກັບນາງ Bahareh Hedayat ນັກເຄື່ອນໄຫວທີ່ເປັນນັກສຶກສາ ອາຍຸ 34
ປີີຊາ​ວອີຣ່ານ. ນາງ​ກຳລັງ​ຮັບ​ໃຊ້​ໂທດຕິດຄຸກ 10 ປີ ຢູ່ທີ່ຄຸກ Evin ທີ່ມີຊື່ສຽງບໍ່ດີ ​ໃນ​
ນະຄອນຫລວງເຕຫະຣ່ານ ​ໃນ​ຂໍ້​ຫາ​ທີ່ຮວມ​ທັງ “​ໃຫ້​ສຳພາດ​ແກ່​ສື່ມວນຊົນ​ຕ່າງປະ​ເທດ”
​ແລະ​ໝິ່ນປະໝາດ​ບັນດາ​ຜູ້ນຳ​ອີຣ່ານ.

ຢູ່​ໃນ ​ເກົາຫລີ​ເໜືອ ມີ​ນັກ​ໂທດ​ການ​ເມືອງຫລາຍ​ສິບ​ພັນ​ຄົນ ຫລາຍ​ຄົນໃນຈຳນວນນັ້ນ
​ເປັນ​ແມ່ຍິງ. ​ເອກ​ອັກຄະ​ລັດຖະທູດ Samantha Power ກ່າວວ່າ ຖ້າ​ຫາກກ່າວ​ເຖິງ​ຊື່​
ຂອງ​ເຂົາ​ເຈົ້າ​ຜູ້ໃດຜູ້ນຶ່ງແລ້ວ ມັນ​ຈະເປັນ​ອັນ​ຕະລາຍ​ແກ່​ຜູ້ ກ່ຽວ.

​ເອກ​ອັກຄະ​ລັດຖະທູດ Power ກ່າວ​ວ່າ “ພວກ​ເຮົາ​ພຽງ​ແຕ່ຕັດສິນ​ໃຈສ້າງຕັ້ງສ່ວນ
ປະກອບ​ໃຫ້​ແກ່​ເກົາຫລີ​ເໜືອ ​ໃນແບບທີ່ສາມາດໃຊ້ໄດ້ກັບພວກນັກ​ໂທດ​ການ​

ເມືອງ​ແມ່ຍິງທັງໝົດຢູ່​ທີ່​ນັ້ນ ​ແລະທີ່ຈິງແລ້ວ ບັນດາ​ນັກໂທດ​ການ​ເມືອງ​ທັງ​ໝົດ
ທີ່ຍັງຢູ່​ໃນ​ຄຸກ.”

ທ່ານ​ນາງ ກ່າວ​ວ່າ ມັນເປັນສິ່ງ​ສຳຄັນ​ທີ່ບັນດາ​ແມ່ຍິງ​ເຫລົ່າ​ນີ້​ຍັງບໍ່ຖືກ​ຫລົງ​ລືມ.

ເອກ​ອັກຄະ​ລັດຖະທູດ Power ກ່າວ​ວ່າ “ນີ້​ເປັນສ່ວນ​ບຸກຄົນ​ທີ່​ແທ້​ຈິງ ນີ້​ແມ່ນ​ວິລະ​
ຊົນ​ທີ່​ແທ້​ຈິງ ນີ້​ເປັນ​ບັນດາຜູ້​ທີ່​ເອື້ອເຟື້ອເພື່ອແຜ່​ແກ່​ສັງຄົມ​ຂອງເຂົາ​ເຈົ້າ ​ແລະ​
ເຂົາ​ເຈົ້າ​ສົມຄວນທີ່ຈະໄດ້ຮັບສິດອຳນາດ ບໍ່​ແມ່ນ​ຖືກຄຸມຂັງຢູ່ໃນ​ຄຸກ.”

​ໃນແຕ່​ລະ​ມື້ ຄະນະຜູ້ຕາງໜ້າຂອງ ສະຫະລັດ ທີ່ສະຫະ​ປະຊາ​ຊາດ ​ໄດ້​ນຳເອົາຮູບ​ພາບ
ຂອງນັກ​ໂທດ​ແມ່ຍິງອີກ​ຄົນ​ນຶ່ງ​ ອອກເຜີຍທາງອິນເຕີແນັດ. ຮູບພາບຂອງທັງໝົດ 20
ຄົນ​ ຈະ​ຖືກນຳອອກເຜີຍແຜ່ ​ເວລາບັນດາ​ຜູ້ນຳຂອງໂລກເລີ້ມ ​ເດີນທາງມາ​ເຖິງໃນ​ທ້າຍ
​ເດືອນ​ນີ້ ​ຢູ່ກອງ​ປະຊຸມປະຈຳ​ປີຂອງສະ​ຫະປະຊາ​ຊາດ.

ເອກ​ອັກຄະ​ລັດຖະທູດ Power ກ່າວ​ວ່າ “​ແນ່ນອນ ​ບໍ່​ມີ​ຜູ້​ໃດທີ່​ມາ ນະຄອນ​ນິວຢອກ
ທີ່​ຍ່າງຢູ່ຕາມ​ຖະໜົນ First Avenue ຈະ​ບໍ່​ມີ​ໂອກາດໄດ້​ເຫັນຮູບຂອງ 20 ຄົນ
ຢູ່ຕາມ​ປ່ອງຢ້ຽມ ​ແລະ​ພວກ​ເຮົາ​ໃຊ້ ສື່ສັງຄົມ​ ແລະ​ໄດ້​ຮັບ​ການສະໜັບສະໜູນ
ຢ່າງໃຫຍ່ ​ແລະເຫັນພ້ອມ​ຈາກລັດຖະສະພາ.”

ທ່ານ​ນາງກ່າວ​ວ່າ ວໍ​ຊິງ​ຕັນ ຈະສືບຕໍ່​ຍົກເອົາ​ບັນຫາສິດທິ​ມະນຸດ ​ແລະ​ຊາຕາກຳ​ຂອງບັນ
ດາ​ນັກ​ໂທດ​ເຫລົ່າ​ນີ້ຂຶ້ນມາໂອ້ລົມ ໂດຍ​ຜ່ານ​ຫຼາຍໆຊ່ອງທາງ ຮວມທັງ​ ລະຫວ່າງ ການ
​ປະຊຸມ​ເປັນການສ່ວນຕົວ ກັບ​ບັນດາ​ຜູ້ນຳ ​ໃນ​ເດືອນ​ນີ້.

Twenty years ago in Beijing, women leaders met to lay out a road map for advancing gender equality and empowering women. The U.S. government is marking the anniversary this month by highlighting the cases of 20 female political prisoners from 13 countries in a social media campaign called Free the 20. The U.S. ambassador to the United Nations, Samantha Power, told VOA's Margaret Besheer that if governments want to galvanize women, they must stop jailing them for speaking their mind.

Thousands of female political prisoners languish in jails and labor camps around the world.

Seventy-one-year old Chinese journalist Gao Yu is one of them. She was arrested in April and sentenced to seven years behind bars for "leaking state secrets overseas."

So is 34-year-old Iranian student activist Bahareh Hedayat. She is serving a 10-year sentence in Tehran's notorious Evin prison on charges including "giving interviews to foreign media" and insulting Iran's leaders.

In North Korea, there are tens of thousands of political prisoners; many are women. Ambassador Power said had they named one, it would have endangered her life.

"We decided to just create a composite for North Korea, sort of standing for all the women prisoners who are there, and indeed all the political prisoners who are stuck behind bars."

She says it's important that these women are not forgotten.

"These are real individuals, these are real heroes, these are people who have so much to contribute to their communities, and they should be empowered, not imprisoned."

Each day, the U.S. Mission to the United Nations is posting a photo of another of the women prisoners. The entire group of 20 portraits will be there when world leaders start arriving later this month for the annual U.N. meetings.

"Certainly, there will be nobody who comes to New York who walks on First Avenue who won't have the opportunity to see the 20 in the window and we're using social media and getting a lot of support also from Congress."

She says Washington will continue to raise human rights issues and the fates of these prisoners through many channels, including during private meetings with leaders this month.

XS
SM
MD
LG