ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ມີຄວາມເສຍໃຈ ທີ່ໄດ້ປະພັນທະມິດ ຊາວອັຟການິສຖານ ສ່ວນໃຫຍ່ໄວ້ ໃນເວລາ ທີ່ຕົນຖອນອອກ ຈາກອັຟການິສຖານ


ຊາວອັຟການິສຖານພາກັນລຽນແຖວຢູ່ຂ້າງນອກຂອງທະະນາຄານ ເພື່ອຈະຖອນເງິນຂອງຕົນອອກພາຍຫລັງທີ່ກຸ່ມຕາລີບານຢຶດອໍານາດໃນນະຄອນຫລວງກາບູລ, ວັນທີ 1 ກັນຍາ 2021
ຊາວອັຟການິສຖານພາກັນລຽນແຖວຢູ່ຂ້າງນອກຂອງທະະນາຄານ ເພື່ອຈະຖອນເງິນຂອງຕົນອອກພາຍຫລັງທີ່ກຸ່ມຕາລີບານຢຶດອໍານາດໃນນະຄອນຫລວງກາບູລ, ວັນທີ 1 ກັນຍາ 2021

ບັນດາເຈົ້າໜ້າທີ່ຂັ້ນສູງຂອງອາເມຣິກາ ກຳລັງວາດພາບຂອງສະຫະລັດໃນຊຸມມື້ສຸດທ້າຍ ຢູ່ອັຟການິສຖານແລະການຍົກຍ້າຍພົນລະເຮືອນຫຼາຍກວ່າ 124,000 ຄົນອອກມານັ້ນ ໃຫ້ເຫັນໃນແບບແຕກຕ່າງກັນຫຼາຍ, ໂດຍທີ່ປະທານາທິບໍດີສະ ຫະລັດ, ທ່ານໂຈ ໄບເດັນພັນລະນາມັນວ່າ ເປັນ “ຄວາມສໍາເລັດອັນສຸດຍອດ.”

ເຖິງແມ່ນຈະພັນລະນາເຖິງການເອົາຄົນອອກຈາກປະເທດ ດ້ວຍໃຊ້ເຮືອບິນໃນ 18 ມື້ນັ້ນວ່າເປັນເລື້ອງ “ອາດຫານແບບວິລະຊົນ” ແລະໃຫຍ່ທີ່ສຸດໃນປະຫວັດ ສາດຂອງສະຫະລັດກໍຕາມ ແຕ່ພວກເຈົ້າໜ້າທີ່ກໍຍັງເວົ້າເຖິງ ຄວາມເຈັບປວດ, ຄວາມໂມໂຫ ແລະຄວາມເສຍໃຈຂອງເຂົາເຈົ້າ ຕໍ່ຊາວອັຟການິສຖານທີ່ຖືກປະໄວ້, ລວມທັງຫຼາຍຄົນທີ່ມີຄຸນສົມບັດເໝາະສົມໄດ້ຮັບວີຊາເຂົ້າເມືອງແບບພິເສດຂອງສະຫະລັດ ຫລື SIV.

ເມື່ອຖືກຖາມວ່າມີຜູ້ຂໍວິຊາ SIV ຈັກຄົນທີ່ບໍ່ໄດ້ອອກມາ, ເຈົ້າໜ້າທີ່ຂັ້ນສູງຂອງກະຊວງການຕ່າງປະເທດທີ່ມີສ່ວນຮ່ວມໃນການປະຕິບັດການຍົກຍ້າຍຄົນອອກກ່າວໃນວັນພຸດວານນີ້ວ່າ “ຂ້ອຍອາດຈະເວົ້າໄດ້ວ່າ ຄົນສ່ວນໃຫຍ່ທີ່ຂໍວີຊານີ້.”

ເຈົ້າໜ້າທີ່ທ່ານນັ້ນກ່າວວ່າ "ທຸກຄົນຖືກເຮັດໃຫ້ມີຄວາມກັງວົນໂດຍການເລືອກທີ່ພວກເຮົາຕ້ອງເຮັດ ແລະໂດຍຄົນທີ່ພວກເຮົາບໍ່ສາມາດຊ່ວຍໄດ້. ມັນກ່ຽວຂ້ອງ ກັບການທີ່ໄດ້ຮັບຜົນອັນແສນເຈັບປວດ ຫລາຍອີ່ຫລີ ກັບການເລືອກ ທີ່ຕ້ອງໄດ້ເລືອກເອົາ."

ເຈົ້າໜ້າທີ່ທ່ານນັ້ນກ່າວຕື່ມອີກວ່າ "ໜ້າເສຍດາຍທີ່ພວກເຮົາຈະຕ້ອງໄດ້ເລີ່ມຈັດລຳດັບບູລິມະສິດໃຫ້ແກ່ຄົນທີ່ພວກເຮົາມີພັນທະທາງກົດໝາຍກ່ອນໝູ່ໝົດ, ແລະນັ້ນ ກໍຄືພົນລະເມືອງອາເມຣິກັນຂອງພວກເຮົາ."

ເຈົ້າໜ້າທີ່ປ້ອງກັນປະເທດສະຫະລັດຍັງໄດ້ສະແດງຄວາມຜິດຫວັງຂອງເຂົາເຈົ້າເຖິງແມ່ນວ່າຈະໄດ້ຮັບການສັນລະເສີນຈາກລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ລອຍ ອອສຕິນ (Lloyd Austin) ສຳລັບຄວາມກ້າຫານຂອງທະຫານທີ່ດູແລຄວບຄຸມການຍົກຍ້າຍຄົນອອກກໍຕາມ.
“ບໍ່ມີການປະຕິດບັດງານອັນໃດສົມບູນແບບດອກ,” ນັ້ນຄືຄໍາເວົ້າຂອງທ່ານອອສຕິນ ກ່າວຕໍ່ບັນດານັກຂ່າວຢູ່ໃນຄຳປາໄສຕໍ່ປວງຊົນເປັນຄັ້ງທຳອິດຂອງທ່ານນັບຕັ້ງແຕ່ສົງຄາມສະຫະລັດໃນອັຟການິສຖານໄດ້ສິ້ນສຸດລົງຢ່າງເປັນທາງການ.

ທ່ານກ່າວຕື່ມວ່າ "ໂຄງການ SIV ແນ່ນອນບໍ່ໄດ້ຖືກອອກແບບເພື່ອຮອງຮັບສິ່ງທີ່ພວກເຮົາຫາກໍ່ເຮັດ." "ສຳລັບປະເພດການປະຕິບັດງານ ທີ່ພວກເຮົາຫາກໍ່ດຳ ເນີນໄປນັ້ນ, ຂ້າພະເຈົ້າຄິດວ່າພວກເຮົາຕ້ອງການຄວາມສາມາດປະເພດທີ່ແຕກຕ່າງກັນຈາກນີ້."

ເຈົ້າໜ້າທີ່ທະຫານສະຫະລັດທີ່ມີຕຳແໜ່ງສູງທີ່ສຸດກໍໄດ້ເວົ້າແບບກົງໆ ເຊັ່ນກັນ.
ນາຍພົນ ມາກ ມີລລີ (Mark Milley), ປະທານເສນາທິການຮ່ວມກອງທັບກ່າວຕໍ່ບັນດານັກຂ່າວວ່າ "ເມື່ອພວກເຮົາໄດ້ເຫັນສິ່ງທີ່ເກີດຂຶ້ນໃນຕະຫຼອດ 20 ປີຜ່ານມາ ແລະຕະຫຼອດ 20 ມື້ຜ່ານມາ, ສິ່ງນັ້ນຫລະ ແມ່ນສ້າງຄວາມເຈັບປວດ ແລະໂມໂຫ."

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG