ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ສະຫະລັດ ມອບຢາວັກຊີນ ຟາຍເຊີ ໄບໂອເອັນເທັກ 1.7 ລ້ານໂດສ ໃຫ້ແກ່ ສປປ ລາວ


ພິທີມອບ - ຮັບ ຢາວັກຊີນ ກັນພະຍາດໂຄວິດ-19 Pfizer BioNTech ຈໍານວນ 1,698,840 ໂດສ ຈາກ​ສະ​ຫະ​ລັດ ໃຫ້ແກ່ ສປປ ລາວ ໂດຍທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມ​ຣິກາ ປະຈໍາ ສປປ ລາວ ແກ່ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນວັນທີ 26 ມັງກອນ 2022.
ພິທີມອບ - ຮັບ ຢາວັກຊີນ ກັນພະຍາດໂຄວິດ-19 Pfizer BioNTech ຈໍານວນ 1,698,840 ໂດສ ຈາກ​ສະ​ຫະ​ລັດ ໃຫ້ແກ່ ສປປ ລາວ ໂດຍທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມ​ຣິກາ ປະຈໍາ ສປປ ລາວ ແກ່ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນວັນທີ 26 ມັງກອນ 2022.

ພິທີມອບ - ຮັບ ຢາວັກຊີນ ກັນພະຍາດໂຄວິດ-19 Pfizer BioNTech ຈໍານວນ 1,698,840 ໂດສ ຈາກ​ສະ​ຫະ​ລັດ ໃຫ້ແກ່ ສປປ ລາວ ຢ່າງເປັນທາງການ ມີ​ຂຶ້ນ​ໃນ​ວັນ​ທີ 26 ມັງກອນ ປີ 2022 ທີ່ນະຄອນຫຼວງວຽງຈັນ. ຢາ​ວັກ ຊີນ​ເຫຼົ່າ​ນີ້ ສົ່ງມາຮອດປະເທດລາວ ໂດຍຜ່ານໂຄງການ COVAX ເຊິ່ງ​ເປັນໂຄງການນຳພາຮ່ວມ ໂດຍອົງການ Gavi ພັນທະມິດນະວັດຕະກໍາການກຽມຄວາມພ້ອມຕໍ່ຕ້ານການລະບາດຂອງພະຍາດ (CEPI) ແລະອົງການອະນາໄມ ໂລກ (WHO) ພ້ອມດ້ວຍອົງການ UNICEF ທີ່ເປັນຄູ່ຮ່ວມງານສໍາຄັນ ໃນການຈັດສົ່ງ.

ພິທີມອບ - ຮັບ ດັ່ງກ່າວ ໂດຍການເຂົ້າຮ່ວມ ແລະກ່າວຮັບ ຂອງພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ແລະ ການກ່າວມອບ ຂອງທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມ​ຣິກາ ປະຈໍາ ສປປ ລາວ ທີ່ສະໜາມບິນສາກົນວັດໄຕ ໂດຍມີ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານບຸນເຫຼືອ ພັນດານຸວົງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ທ່ານນາງບີອາເຕ ດາສເຕລ ຮັກສາການຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ທ່ານ ດຣ. ຢູລີປັກ ຜູ້ຮັກສາການຫ້ອງການອົງການ WHO ປະຈໍາ ສປປ ລາວ ບັນດາທ່ານທູຕານຸທູດ ແລະອົງການຈັດຕັ້ງສາກົນ ບັນດາຄູ່ຮ່ວມພັດທະນາ ພະນັກງານຂັ້ນສູງ ຂອງກະຊວງການຕ່າງປະເທດ ແລະກະຊວງສາທາລະນະສຸກ ເຂົ້າຮ່ວມ.

ຢາວັກຊີນ Pfizer BioNTech ເຫຼົ່ານີ້ ໄດ້ມາຮອດ ສປປ ລາວ ໃນຕົ້ນເດືອນນີ້ ຊຶ່ງມີການຂົນສົ່ງ 2 ຄັ້ງ. ການຂົນສົ່ງຄັ້ງທຳອິດມີ 799,110 ໂດສ ແມ່ນໄດ້ມາຮອດປະເທດລາວ ໃນວັນທີ 2 ເດືອນມັງກອນ ປີ 2022 ແລະ ການຂົນສົ່ງຄັ້ງທີສອງແມ່ນມີ 899,730 ໂດສ ຊຶ່ງມາຮອດໃນວັນທີ 24 ເດືອນມັງກອນ ປີ 2022.

ພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີຂອງ ສປປ ລາວ ກ່າວວ່າ “ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈມາຍັງສະຫະລັດອາເມຣິກາ ໃນການສະໜັບສະໜູນອັນລ້ຳຄ່ານີ້. ການສະໜອງວັກຊີນເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາ ສາມາດບັນລຸເປົ້າໝາຍຂອງຕົນ ໃນການສັກວັກຊີນກັນພະ ຍາດໃຫ້ໄດ້ 80% ຂອງປະຊາກອນ ໃນປີ 2022 ແລະ ສໍາຄັນກວ່ານັ້ນ ຈະເປັນການຊ່ວຍຊີວິດຂອງປະຊາຊົນອີກດ້ວຍ. ການມາຮອດຂອງວັກຊີນ Pfizer ແມ່ນທັນເວລາທີ່ສຸດ ເນື່ອງຈາກວ່າ ປະຈຸບັນນີ້ພວກເຮົາພວມ ດຳເນີນສັກວັກຊີນໃຫ້ແກ່ໄວໜຸ່ມ. ຈໍານວນວັກຊີນເຫຼົ່ານີ້ຈະມີບົດບາດສໍາຄັນໃນການສັກວັກຊີນກັນພະຍາດໃຫ້ແກ່ໄວໜຸ່ມອາຍຸ 12 ຫາ 17 ປີ ໂດຍອີງໃສ່ແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ (NDVP)."

ນອກຈາກໄວໜຸ່ມອາຍຸ 12 ຫາ 17 ປີແລ້ວ ຍັງຈະໄດ້ສັກວັກຊີນເຫຼົ່ານີ້ໃຫ້ກຸ່ມບູລິມະສິດອື່ນໆ ລວມທັງ ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ຜູ້ທີ່ມີບັນຫາສຸຂະພາບ ແລະ ແມ່ມານອີກດ້ວຍ.

ໃນພິທີມອບ-ຮັບ ຄັ້ງນີ້ ທ່ານ ດຣ. ປີເຕີ ເອັມ. ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມ ຂອງລັດຖະບານ ສປປ ລາວ ໃນການປະຕິບັດ ສັກວັກຊີນກັນພະຍາດ ແລະການປົກປ້ອງປະຊາຊົນລາວ ແລະ ໄດ້ຍົກໃຫ້ເຫັນການເປັນຄູ່ຮ່ວມງານແບບຮອບດ້ານ ລະຫ່ວາງສະຫະລັດອາເມຣິກາ ​ແລະ ລາວ. ທ່ານເອກອັກຄະລັດຖະທູດ ເຮມອນ ກ່າວວ່າ “ສະຫະລັດອາເມຣິກາມີຄວາມພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວ ດ້ວຍວັກຊີນທີ່ສຳຄັນເຫຼົ່ານີ້ ຊຶ່ງຈະຊ່ວຍຊີວິດຂອງປະຊາຊົນແລະມີຜົນກະທົບໃນທາງບວກຕໍ່ການເປີດໂຮງຮຽນຄືນໃໝ່ຢ່າງປອດໄພ,” ທ່ານເອກອັກຄະລັດຖະທູດເຮມອນ ຍັງກ່າວຕື່ມວ່າ “ໃນຂະນະທີ່ພວກເຮົາເຮັດວຽກຮ່ວມກັນ ເພື່ອຢຸດຕິການລະບາດຂອງພະຍາດນີ້ ພວກເຮົາຍັງຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມໃນວົງກວ້າງຕື່ມອີກ. ສະຫະລັດອາເມຣິກາຈະສືບຕໍ່ສະໜັບສະໜູນດ້ານທຸລະກິດ ລະບົບການສຶກສາ ການຮັກສາສຸຂະພາບ ຄົນພິ ການ ແລະ ດ້ານລະບຽບກົດໝາຍ.”

ການສະໜັບສະໜູນ ຄັ້ງຫຼ້າສຸດນີ້ ແມ່ນສືບຕໍ່ ມາຈາກການບໍລິຈາກ​ຢາວັກຊີນ Johnson & Johnson ຈໍານວນໜຶ່ງລ້ານໂດສຂອງສະຫະລັດອາເມຣິກາໃຫ້ແກ່ ສປປ ລາວ ເມື່ອເດືອນກໍລະກົດ ປີ 2021 ທີ່ຜ່ານມາ ແລະ ຍັງໄດ້ສົ່ງມອບໂດຍຜ່ານໂຄງການ COVAX. ມາເຖິງປະຈຸບັນນີ້ ດ້ວຍການຈັດສົ່ງວັກຊີນ Pfizer BioNTech ຫຼ້າສຸດນີ້ ສະຫະລັດອາເມລິກາໄດ້ສະໜອງວັກຊີນກັນພະຍາດໂຄວິດ-19 ລວມເປັນ 2,706,840 ໂດສ ໃຫ້ແກ່ ສປປ ລາວແລ້ວ.

ທ່ານ ດຣ. ຢູລີປັກ ຜູ້ຮັກສາການອົງການ WHO ປະຈໍາ ສປປ ລາວ ກ່າວວ່າ "ໄດ້ທົດສອບວັກຊີນ Pfizer BioNTech ໃນການທົດລອງດ້ານຄລີນິກ ສໍາລັບໄວໜຸ່ມອາຍຸລະຫວ່າງ 12-17 ປີ ແລ້ວ ແລະໄດ້ຮັບການພິສູດແລ້ວວ່າມີຄວາມປອດໄພ ແລະມີປະສິດທິພາບສໍາລັບກຸ່ມອາຍຸນີ້. ວັກຊີນດັ່ງກ່າວຍັງໄດ້ຮັບການກວດກາຢ່າງລະອຽດຈາກອົງການ WHO ແລະ ໄດ້ຈັດເຂົ້າໃນບັນຊີເພື່ອນຳໃຊ້ແບບສຸກເສີນ ໃນເດືອນທັນວາ ປີ 2020 ແລ້ວ. ວັກຊີນເຫຼົ່ານີ້ຈະຊ່ວຍປົກປ້ອງຊີວິດຂອງປະຊາຊົນໃນ ສປປ ລາວ ແລະ ຊ່ວຍປ້ອງກັນພະຍາດ ທີ່ກາຍພັນ
ໃໝ່ ທີ່ເປັນອັນຕະລາຍຈາກການແຜ່ລະບາດໃນປະເທດ.”

ທ່ານນາງບີອາເຕ ດາສເຕລ ວ່າການແທນ ຜູ້ຕາງໜ້າອົງການ UNICEF ປະ ຈຳ ສປປ ລາວກ່າວວ່າ “ອົງການ UNICEF ມີຄວາມພູມໃຈ ທີ່ໄດ້ມີບົດບາດໃນການຈັດສົ່ງວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ໃນນາມເປັນສ່ວນໜຶ່ງຂອງໂຄງການ COVAX Facility. ດັ່ງທີ່ເຄີຍເປັນມາ ພວກເຮົາແລະ ບັນດາຄູ່ຮ່ວມງານຂອງພວກເຮົາ ພ້ອມແລ້ວ ທີ່ຈະສະໜັບສະໜູນ ລັດຖະບານ ສປປ ລາວ ໃນການເຄື່ອນໄຫວຮັບມື ກັບພະຍາດໂຄວິດ-19 ແລະເພື່ອຮັບປະ ກັນວ່າ ບໍ່ມີຜູ້ໃດຖືກປ່ອຍປະໃຫ້ຢູ່ເບື້ອງຫຼັງ ໃນຊ່ວງການລະບາດຂອງພະຍາດດັ່ງກ່າວ.”

ນອກນັ້ນ ໂດຍຜ່ານອົງການ USAID ສະຫະລັດອາເມຣິກາຍັງເປັນຄູ່ຮ່ວມງານກັບອົງການ UNICEF ແລະ ອົງການ WHO ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ ສປປ ລາວ ໃນການແຈກຢາຍວັກຊີນກັນພະຍາດໂຄວິດ-19 ຢ່າງປອດໄພ ແລະ ມີປະສິດທິຜົນ. ນັບຕັ້ງແຕ່ການລະບາດ ຂອງພະຍາດ ໄດ້ເລີ່ມຂຶ້ນຈົນມາຮອດປັດຈຸບັນນີ້ ສະຫະລັດອາເມຣິກາ ໄດ້ໃຫ້ການສະໜັບສະໜູນ ແກ່ ສປປ ລາວ ຫຼາຍກວ່າ 13 ລ້ານໂດລາສະຫະລັດເພື່ອຂະຫຍາຍການກວດຫາພະຍາດໂຄວິດ-19 ເຮັດໃຫ້ພະນັກງານສາທາລະນະສຸກ ມີຄວາມປອດໄພ ດ້ວຍອຸປະ ກອນປ້ອງກັນສ່ວນຕົວ ແລະ ສ້າງຄວາມເຂັ້ມແຂງໃນການເຝົ້າລະວັງພະຍາດ.

The United States Provides 1,698,840 Doses of the Pfizer COVID-19 Vaccine to Lao PDR

The vaccines were delivered to Lao PDR through the COVAX Facility.

Vientiane, January 26, 2022 – Today, the United States officially handed over 1,698,840 doses of the Pfizer BioNTech COVID-19 vaccine to Lao PDR, which were delivered to the country through the COVAX Facility. COVAX is a partnership co-led by Gavi, the Coalition for Epidemic Preparedness Innovations (CEPI), and the World Health Organization (WHO), with UNICEF as a key delivery partner.

The vaccines were handed over by U.S. Ambassador to Lao PDR, Dr. Peter M. Haymond to H.E. Dr. Phankham Viphavanh, Prime Minister of Lao PDR. The handover ceremony for the vaccines was also attended by the Minister of Health, H.E. Dr. Bounfeng Phoummalaysith, the Vice Minister for Foreign Affairs, H.E. Mr. Bounleua Phandanouvong,UNICEF Representative a.i. to Lao PDR, Ms. Beate Dastel, WHO Officer-in-Charge to Lao PDR, Dr. Yu Lee Park, alongside charge d'affaires and international organizations, key development partners and Ministry of Foreign Affairs and Ministry of Health officials.

These Pfizer BioNTech vaccines arrived earlier this month in Lao PDR in two separate shipments. The first shipment of 799,110 doses arrived in the country on January 2, 2022 and the second shipment of 899,730 doses on January 24, 2022.

“The Government of Lao PDR would like to extend its appreciation to the United States for this valuable support. These vaccines and funding support will help us reach our target of vaccinating 80 per cent of the population in 2022 and more importantly, they will help save lives,” stated H.E. Minister of Health, Dr. Bounfeng Phommalaysith. “The arrival of these Pfizer vaccines is very timely as we are currently vaccinating adolescents. These doses will play a vital role in vaccinating adolescents aged 12 to 17 years old as per the National Deployment and Vaccination Plan (NDVP).”

In addition to adolescents aged 12 to 17 years, these vaccines will also be administered to other priority groups including people aged 60 years and older, people with underlying health conditions, and pregnant women.

Speaking at the handover ceremony held at Wattay International Airport, Dr. Peter M. Haymond, U.S. Ambassador to Lao PDR, congratulated the Government of Lao PDR in its efforts to vaccinate and protect the people of Laos and highlighted the U.S.-Lao Comprehensive Partnership. “The United States is proud to support Lao PDR with these crucial vaccines, which will save lives and have a positive impact in the safe reopening of schools in the country,” stated Ambassador Haymond. “As we work together to end the pandemic, we will continue to support Lao PDR in mitigating the wide-ranging economic and social impacts of COVID-19. The United States will continue its support for businesses, the educational system, health care, persons with disabilities, and rule of law.”

This latest donation builds upon the United States previous July 2021 donation of one million doses of the Johnson & Johnson vaccines to Lao PDR, and was also delivered through the COVAX Facility. With this latest shipment of Pfizer BioNTech vaccines, the United States has now provided 2,706,840 doses of COVID-19 vaccine to Lao PDR.

“The Pfizer BioNTech vaccine has been tested in clinical trials for adolescents aged between 12-17 years old and is proven safe and effective for this age group. The vaccine has also been thoroughly reviewed by the WHO and was listed for emergency use in December 2020. These vaccines will help to protect lives in Lao PDR and help prevent dangerous new variants from spreading in the country,” stated Dr. Yu Lee Park, WHO Officer-in-Charge to Lao PDR.

“UNICEF is proud to play a role in delivering COVID-19 vaccines to Lao PDR as part of the COVAX Facility. As always, we and our partners stand ready to support the Government of Lao PDR in its COVID-19 response activities and to ensure that no one is left behind during the pandemic,” stated Ms. Beate Dastel, UNICEF Representative a.i. to Lao PDR.

In addition, the United States, through USAID, is partnering with UNICEF and WHO to strengthen Lao PDR's capacity to safely and effectively distribute COVID-19 vaccines. To date, the United States has provided over $13 million of support to Lao PDR since the pandemic began to expand COVID-19 testing, keep health workers safe with personal protective equipment, and strengthen disease surveillance.

XS
SM
MD
LG