ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສ​ຫລ ໃກ້ຈະ​ບັນ​ລຸ ຂໍ້​ຕົກ​ລົງ ກັບ​ກົວ​ເຕ​ມາ​ລາ ເພື່ອ​ສະ​ກັດ​ກັ້ນ ​ຄົນ​ຈາກ​ອາ​ເມ​ຣິ​ກາ​ກາງ​ ບໍ່​ໃຫ້​ມາ​ຂໍ​ລີ້​ໄພ​ໃນ​ ສ​ຫ​ລ ແລ້ວ


ຊາວ​ຮອນ​ດູ​ຣາ​ສ ຫລາຍ​ຮ້ອຍ​ຄົນພ​າ​ກັນຍ່າງ​ຢູ່​ຕາມ​ທາງ​ດ່ວນ ຂ້າມ​ຂົວຢູ່​ຊາຍ​ແດນ​ກົວ​ເຕ​ມາ​ລາ –ເມັກ​ຊິ​ໂກຢູ່​ໃກ້​ເມືອງ Ciudad Hidalgo ຂອງ​ເມັກ​ຊິ​ໂກ, ວັນ​ທີ 5 ມິ​ຖຸ​ນາ, 2019.
ຊາວ​ຮອນ​ດູ​ຣາ​ສ ຫລາຍ​ຮ້ອຍ​ຄົນພ​າ​ກັນຍ່າງ​ຢູ່​ຕາມ​ທາງ​ດ່ວນ ຂ້າມ​ຂົວຢູ່​ຊາຍ​ແດນ​ກົວ​ເຕ​ມາ​ລາ –ເມັກ​ຊິ​ໂກຢູ່​ໃກ້​ເມືອງ Ciudad Hidalgo ຂອງ​ເມັກ​ຊິ​ໂກ, ວັນ​ທີ 5 ມິ​ຖຸ​ນາ, 2019.

ລັດ​ຖະ​ບານ​ຂອ​ງ​ທ່ານ ທ​ຣຳ​ ຫວັງ​ວ່າ ​ຈະ​ບັນ​ລຸຂໍ້​ຕົກ​ລົງກັບ​ກົວ​ເຕ​ມາ​ລາ ທີ່​ຈະ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຄົນ​ໃນເຂດ​ທະ​ວີບອາ​ເມ​ຣິ​ກາ​ກາງ​ ຫາ​ທາງ​ມາ​ຂໍ​ລີ້​ໄພ​ໃນ​ສະ​ຫະ​ລັດ ພາຍ​ໃນ​ເວ​ລາບໍ່​ພໍ​ເທົ່າ​ໃດ​ວັນຕໍ່​ໜ້ານີ້.

ທາງວີ​ໂອ​ເອ​ໄດ້​ຮັບ​ສຳ​ເນົາ​ຂອງ​ຮ່າງຂໍ້​ຕົກ​ລົງ​ 7 ໜ້າ ຂອງ​ທຳ​ນຽບ​ຂາວທີ່​ຍັງ​ບໍ່​ທັນ​ໄດ້ເຊັນ​ກັນ​ເທື່ອ ທີ່​ຈະ​ສ້າງ​ຕັ້ງ​ໃຫ້​ມີລະ​ບຽບ​ການ​ກ່ຽວ​ກັບ "ປະ​ເທດ​ທີ 3 ທີ່​ປອດ​ໄພ" ລະ​ຫວ່າງ​ສະ​ຫະ​ລັດແລະ​ກົວ​ເຕ​ມາ​ລາ. ຮ່າງຂໍ້​ຕົກ​ລົງ​ດັ່ງ​ກ່າວ​ ມີ​ກຳ​ນົດ​ທີ່​ຈະ​ນຳ​ໄປ​ສະ​ເໜີ​ຕໍ່​ລັດ​ຖະ​ບານ​ຂອງ​ກົວ​ເຕ​ມາ​ລາ​ໃນ​ອາ​ທິດນີ້.

ຢູ່​ໃນ​ຂໍ້​ກຳ​ນົດ​ຂອງຂໍ້​ຕົກ​ລົງນັ້ນ ພວກ​ອົບ​ພະ​ຍົບ​ທີ່​ຫລົບ​ໜີ​ຈາກການ​ກົດ​ຂີ່ ຂົ່ມ​ເຫັງ ຢູ່​ໃນແອ​ລ​ຊາ​ລ​ວາ​ດໍ​ແລະ​ຮອນ​ດູຣາ​ສ ຈະຕ້ອງ​ໃຫ້​ຫາ​ທາງ​ຂໍ​ລີ້​ໄພ​ຢູ່​ໃນ​ກົວ​ເຕ​ມາ​ລາ, ຊຶ່ງ​ເປັນ​ປ​ະ​ຕູ​ໄປ​ສູ່​ເມັກ​ຊິ​ໂກ ແລະ​ສະ​ຫະ​ລັດນັ້ນ​. ໂດຍ​ທີ່​ມີ​ການ​ຍົກ​ເວັ້ນ​ບາງ​ຢ່າງ, ສຳ​ລັບ​ພວກ​ທີ່​ສືບ​ຕໍ່ ​ເດີນ​ທາງ​ມາ​ຍັງ​ສະ​ຫະ​ລັດ​ ໂດຍ​ປາດ​ສະ​ຈາກ​ການ​ທົດ​ລອງ​ ຫາ​ໂອ​ກາດ​ລີ້​ໄພ​ໃນ​ກົວ​ເຕ​ມາ​ລາ​ກ່ອນ ກໍ​ຈະ​ຖືກເຈົ້າ​ໜ້າ​ທີ່ ກວດ​ຄົນ​ເຂົ້າ​ເມືອງ​ຂອງ​ສະ​ຫະ​ລັດ ​ສົ່ງ​ກັບ​ໄປ​ຍັງ​ກົວເຕ​ມາ​ລາອີກ​.

ຜູ້​ຄົນ​ໃນເຂດ​ທະ​ວີບອາ​ເມ​ຣິ​ກາ​ກາງທີ່ຫາ​ທາງ​ມາ​ຂໍ​ລີ້​ໄພ​ໃນ​ສະ​ຫະ​ລັດເດີນ​ທາງ​ຂ້າມ​ຊາຍ​ແດນ​ກົວ​ເຕ​ມາ​ລາ ​ກັບ​ເມັກ​ຊິ​ໂກ ຢູ່​ໃກ້​ເມືອງ Ciudad Hidalgo ຂອງ​ເມັກ​ຊິ​ໂກ​ໃນ​ວັນ​ທີ 4 ມິ​ຖຸ​ນາ, 2019
ຜູ້​ຄົນ​ໃນເຂດ​ທະ​ວີບອາ​ເມ​ຣິ​ກາ​ກາງທີ່ຫາ​ທາງ​ມາ​ຂໍ​ລີ້​ໄພ​ໃນ​ສະ​ຫະ​ລັດເດີນ​ທາງ​ຂ້າມ​ຊາຍ​ແດນ​ກົວ​ເຕ​ມາ​ລາ ​ກັບ​ເມັກ​ຊິ​ໂກ ຢູ່​ໃກ້​ເມືອງ Ciudad Hidalgo ຂອງ​ເມັກ​ຊິ​ໂກ​ໃນ​ວັນ​ທີ 4 ມິ​ຖຸ​ນາ, 2019

ເມັກ​ຊິ​ໂກ ເທົ່າ​ທີ່ຜ່ານ​ມາ ແມ່ນບໍ່​ຍອມ​ເຊັນຂໍ້​ຕົກ​ລົງ "ປະ​ເທດ​ທີ​ສາມ​ທີ່​ປອດ​ໄພ" ໂດຍ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ສັນ​ຍາ​ທີ່​ຫາກໍ່​ເຊັນກັນ​ກັບລັດ​ຖະ​ບານ​ຂອ​ງ​ທ່ານທ​ຣຳ ເພື່ອ​ຫລີ​ກ​ລ້ຽງ​ການ​ເກັບ​ພາ​ສີ ​ທີ່​ເປັນ​ການ​ລົງ​ໂທດນັ້ນ. ແຕ່​ວ່າ ການ​ພົບ​ປະ​ກັນ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ລະ​ດັບ​ຂົງ​ເຂດ​ ໄດ້ປາ​ກົດ​ຂຶ້ນມາ​ ພາຍ​ຫລັງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ເປີດ​ເຜີຍວ່າ ທ່ານໄດ້​ຕົກ​ລົງກັບ​ເມັກ​ຊິ​ໂກໃນ​ການ​ຫລຸດ​ລະ​ດັບ​ການ​ເຂົ້າ​ເມືອງ​ລົງ​ໂດຍ​ຜ່ານການ​ປະ​ຕິ​ບັດງານ​ຂອງ​ເມັກ​ຊິ​ໂກ​ເພີ້ມ​ຂຶ້ນ.

ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ, ຫ້ອງ​ການ​ພາ​ສີ ແລະ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ ຫລື CBP ໄດ້​ລົງ​ທະ​ບຽນຈຳ​ນວນລວ​ມ​ຂອງ​ການ​ຈັບ​ກຸມ​ທີ່​ສູງ​ທີ່​ສຸດຢູ່​ຊາຍ​ແດນ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ໃນ​ຮອບ 13 ປີຜ່ານ​ມາ ຊຶ່ງພາ​ໃຫ້​ມີ​ການ​ປະ​ເຊີນ​ໜ້າ​ກັນກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານ​ທ​ຣຳ​ໃນ​ຄັ້ງ​ຫລ້າ​ສຸດ ຜ່ານ​ມານີ້.

ຢູ່​ພາຍ​ໃຕ້​ຂໍ້​ຕົກ​ລົງ​ທີ່​ໄດ້​ເຮັດໃຫ້​ຫລີກ​ລ້ຽງ​ການ​ເກັບພາ​ສີ​ຂອງ​ສະ​ຫະ​ລັດໄດ້​ນັ້ນ ເມັກ​ຊິ​ໂກສັນ​ຍາ​ວ່າ​ຈະ​ໃຊ້​ກຳ​ລັງ​ພິ​ທັກ​ຊາດ 6,000 ຄົນເພື່ອ​ຍາມ​ຕາມ​ຊາຍ​ແດນ​ທີ່​ຕິດກັບກົວ​ເຕ​ມາ​ລາ ແລະ​ເພີ້ມ​ການ​ຈັບ​ກຸມ​ພວກ​ອົບ​ພະ​ຍົບ​ທີ່​ມາ​ຈາກ​ທະ​ວີບ​ອາ​ເມ​ຣິ​ກາ​ກາງ ​ທີ່ມຸ້ງ​ໜ້າ​ຂຶ້ນ​ໄປ​ທາງ​ເໜືອນັ້ນ. ນອກນັ້ນ ເມັກ​ຊິ​ໂກຍັງ ເຫັນ​ດີ​ໃຫ້ ຂະ​ຫຍາຍ​ນະ​ໂຍ​ບາຍ "ໃຫ້ຄົນ​ລໍຖ້າ​ຢູ່​ໃນ​ເມັກ​ຊິ​ໂກ" ຂອງ​ສະ​ຫະ​ລັດຫລືລະ​ບຽບ​ ການ​ປົກ​ປ້ອງ​ຊາວ​ອົບ​ພະ​ຍົບ ທີ່​ຮຽກ​ຮ້ອງ​ໃຫ້ພວກ​ອົບ​ພະ​ຍົບ ທີ່​ຫາ​ທາງ​ຂໍ​ລີ້​ໄພ​ໃນ​ສະ​ຫະ​ລັດ ລໍຖ້າ​ຢູ່​ໃນ​ເມັກ​ຊິ​ໂກໃນ​ຂະ​ນະ​ທີ່​ລໍການ​ຕັດ​ສິນ​ກ່ຽວ​ກັບ​ການ​ຮ້ອງ​ຂໍ​ລີ້​ໄພ​ຂອງ​ເຂົາ​ເຈົ້າຢູ່​ນັ້ນ​.

​ຂໍ້​ຕົກ​ລົງ​ທີ່​ລໍ​ຖ້າ​ເຊັນ​ກັບ​ກົວ​ເຕ​ມາ​ລານັ້ນ, ຖ້າ​ຫາກ​ມີ​ການ​ລົງ​ນາມ​ແລ້ວ ຈະ​ກາຍ​ເປັນຂໍ້​ຕົກ​ລົງ​ສະ​ບັບ​ທຳ​ອິດ​ກັບ​ປະ​ເທດ​ ໃນ​ຂົງ​ເຂດ​ອາ​ເມ​ຣິ​ກາ​ລາ​ຕິນ ຢູ່​ໃນປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ. ໃນ​ການ​ຕອບ​ຕໍ່​ຄຳ​ຖາມ​ທີ່​ຂຽນ​ໃຫ້​ກ່ຽວ​ກັບ​ສັນ​ຍາ​ດັ່ງ​ກ່າວນີ້, ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດສຳ​ລັບ​ວຽກ​ງານ​ໃນ​ເຂດ​ຊີກ​ໂລກ​ຕາ​ເວັນ​ຕົກ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ທີມ​ງານ​ຂອງ​ສະ​ຫະ​ລັດທີ່​ຢູ່​ໃນ​ກົວ​ເຕ​ມາ​ລາດຽວ ນີ້​ກຳ​ລັງເຮັດ​ວຽງ​ຮ່ວມ​ກັບ​ຄູ່​ພາ​ຄີ​ຂອງ​ຕົນ ເພື່ອ​ຊອກ​ຫາ​ແນວ​ຄິດ​ລິ​ເລີ້ມ​ທຸກ​ອັນ​ເພື່ອ​ເຮັດ​ໃຫ້​ນະ​ໂຍ​ລາຍ​ອັນ​ນີ້​ມີ​ຄວາມ​ຄືບ​ໜ້າ​ໄປສູ່​ການ​ປະ​ຕິ​ບັດ​ໄດ້ ຊຶ່ງ​ລວມ​ມີ​ການ​ຍົກ​ລະ​ດັບ​ຄວາມ​ສາ​ມາດ, ເຮັດ​ໃຫ້​ສະ​ຖາ​ບັນ​ທ້ອງ​ຖິ່ນ​ມີ​ຄວາມ​ເຂັ້ມ​ແຂງ, ແລະ​ປັບ​ປຸງ​ຂັ້ນ​ຕອນ​ໃນ​ການ​ຂໍ​ລີ້​ໄພ” ແລະ​ໄດ້​ກ່າວ​ເພີ້ມ​ວ່າ “ພວກ​ເຮົາ​ຈະບໍ່​ເປີດ​ເຜີຍເພີ້ມ​ຕື່ມ​ອີກເຖິງລາຍ​ລະ​ອຽດ​ກ່ຽວ​ກັບ​ສິ່ງ​ກຳ​ລັງດຳ​ເນີນ​ໄປ ແລະ​ກ່ຽວ​ກັບການ​ສົນ​ທະ​ນາ​ທາງ​ການ​ທູດ​ທີ່​ເປັນ​ເລື້ອງສ່ວນ​ຕົວ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG