ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລີກັນ ຂົ່ມຂູ່ທີ່ຈະປິດລັດຖະບານ ຍ້ອນຮ່າງກົດໝາຍ ວ່າດ້ວຍຊາຍແດນຂອງສະພາສູງ


ແຟ້ມພາບ — ພວກຍົກຍ້າຍຖິ່ນຖານ ຄອຍຖ້າການລົງທະບຽນພາຍຫຼັງຈາກຂ້າມຊາຍແດນແມ່ນ້ຳ Rio Grande ເຂົ້າມາໃນສະຫະລັດ, ວັນທີ19 ຕຸລາ 2023, ໃນເມືອງ ກີໂກລ ແພສ (Eagle Pass) ຂອງລັດແທັກຊັສ.
ແຟ້ມພາບ — ພວກຍົກຍ້າຍຖິ່ນຖານ ຄອຍຖ້າການລົງທະບຽນພາຍຫຼັງຈາກຂ້າມຊາຍແດນແມ່ນ້ຳ Rio Grande ເຂົ້າມາໃນສະຫະລັດ, ວັນທີ19 ຕຸລາ 2023, ໃນເມືອງ ກີໂກລ ແພສ (Eagle Pass) ຂອງລັດແທັກຊັສ.

ໃນຂະນະທີ່ການເຈລະຈາຕໍ່ລອງຍັງມີຢູ່ຕໍ່ເນື່ອງຢູ່ທີ່ຫໍລັດຖະສະພາສະຫະລັດ ຫຼື Capitol Hill ບັນດາສະມາຊິກສະພາສະຫະລັດ ພວມປະເຊີນກັບກຳນົດເວລາທີ່ໃກ້ຈະໝົດລົງຂອງການປິດລັດຖະບານເຖິງສອງຄັ້ງ, ຄັ້ງທີນຶ່ງແມ່ນວັນສຸກມື້ນີ້ ໃນຂະນະທີ່ພວກເພິ່ນກຳລັງພະຍາຍາມຕົກລົງກັນກ່ຽວກັບຮ່າງກົດໝາຍວ່າດ້ວຍທຶນໃຫ້ແກ່ຢູເຄຣນ ແລະມາດຕະການຫລຸດຜ່ອນການລັ່ງໄຫລເຂົ້າມາຂອງພວກຍົກຍ້າຍຖິ່ນຖານ ຢູ່ຊາຍແດນລະຫວ່າງສະຫະລັດ ແລະເມັກຊິໂກ.

ປະທານສະພາຕ່ຳ ທ່ານໄມຄ໌ ຈອນສັນ ແລະບັນດາສະມາຊິກຈາກພັກຣີພັບບລີກັນອື່ນໆ ກໍໄດ້ຕ້ອງຕິລັດຖະບານທ່ານໄບເດັນສຳລັບນະໂຍບາຍກ່ຽວກັບຄົນເຂົ້າເມືອງທັງຫຼາຍຂອງຕົນ ແລະໄດ້ກ່າວວ່າ ການປະນິປະນອມຂອງສະພາສູງ ບໍ່ມີໂອກາດທີ່ຈະຜ່ານສະພາຂອງພວກເພິ່ນໄດ້.

ປະທານາທິບໍດີ ໂຈ ໄບເດັນ ໄດ້ຮຽກຮ້ອງຕໍ່ສະພາຕ່ຳໃຫ້ອະນຸມັດທຶນ 61 ຕື້ໂດລາ ໃນການຊ່ອຍເຫຼືອແກ່ຢູເຄຣນ ອິສຣາແອລ ແລະໄຕ້ຫວັນ. ສ່ວນບັນດາສະມາຊິກສະພາຈາກພັກຣີພັບບລີກັນຫົວອະນຸລັກ ຢືນຢັດວ່າ ທຶນອັນນີ້ຕ້ອງຜູກມັດກັບມາດຕະການຄວາມໝັ້ນຄົງ ຢູ່ຊາຍແດນທີ່ຮອບດ້ານຫຼາຍຂຶ້ນ ເພື່ອຫລຸດ ຜ່ອນຈຳນວນຜູ້ຍົກຍ້າຍຖິ່ນຖານທີ່ເດີນທາງມາຊາຍແດນ.

ບັນດາສະມາຊິກສະພາຈາກພັກຣີພັບບລີກັນ ຍັງກ່າວວ່າ ຮ່າງກົດໝາຍສະບັບຂອງພວກເພິ່ນ ກໍຄື H.R.2 ນັ້ນ ຊຶ່ງໄດ້ຖືກຮັບຜ່ານສະພາຕ່ຳໃນປີ 2023 ຊຶ່ງພັກຣີພັບບລີກັນໄດ້ຄວບຄຸມສະພາ ໂດຍປາດສະຈາກການສະໜັບສະໜຸນຂອງຝ່າຍເດໂມແຄຣັ​ດ ຈະປ້ອງກັນບໍ່ໃຫ້ພວກຍົກຍ້າຍຖິ່ນຖານຫຼາຍພັນຄົນ ລວມທັງພວກເດັກນ້ອຍທີ່ບໍ່ມີຜູ້ປົກຄອງຕິດຕາມມານຳທັງຫຼາຍ, ບໍ່ໃຫ້ຂ້າມຊາຍແດນທາງພາກໃຕ້ຂອງສະຫະລັດ ໂດຍບໍ່ໄດ້ຮັບອະນຸຍາດ.

As budget negotiations continue on Capitol Hill, U.S. lawmakers face two government-shutdown deadlines — one on Friday — while trying to agree on separate legislation addressing funding for Ukraine and measures to curb the influx of migrants at the U.S.-Mexico border.

Speaker of the House Mike Johnson and other Republicans have criticized the administration of U.S. President Joe Biden for its immigration policies and said a Senate compromise has no chance of passing their chamber.

Biden has called on Congress to authorize $61 billion in assistance for Ukraine, Israel and Taiwan. Conservative Republicans insist this funding must be tied to more robust border security measures to curtail migrant arrivals.

Republicans also say their version of the bill, H.R.2, which passed the Republican-controlled House in 2023 without Democratic support, will prevent hundreds of thousands of migrants — including thousands of unaccompanied children — from crossing the southern U.S. border without authorization.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG