ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ສຫລ ມອບ​ເທັກ​ໂນ​ໂລ​ຈີ ແລະ​ອຸບ​ປະ​ກອນ ໃຫ້​ ສຳ​ນັກ​ງານຂໍ້​ມູນ ຕ້ານ​ການ​ຟອກ​ເງິນ ສ​ປ​ປ ລາວ


​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ທ່ານ​ນາງ​ຣີ​ນາ ບິດ​ເຕີ (ກາງ​ຂວາ) ມອບ​ເທັກ​ໂນ​ໂລ​ຈີ ແລະ ​ອຸບ​ປະ​ກອນ ຂໍ້​ມູນ​ຂ່າວ​ສານ ໃຫ້​ແກ່ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ຂອງ​ສຳ​ນັກ​ງານ​ຂໍ້​ມ​ູນ ຕ​້ານ​ການ​ຟອກ​ເງິນ ຂອງ ສ​ປ​ປ ລາວ.
​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ທ່ານ​ນາງ​ຣີ​ນາ ບິດ​ເຕີ (ກາງ​ຂວາ) ມອບ​ເທັກ​ໂນ​ໂລ​ຈີ ແລະ ​ອຸບ​ປະ​ກອນ ຂໍ້​ມູນ​ຂ່າວ​ສານ ໃຫ້​ແກ່ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ຂອງ​ສຳ​ນັກ​ງານ​ຂໍ້​ມ​ູນ ຕ​້ານ​ການ​ຟອກ​ເງິນ ຂອງ ສ​ປ​ປ ລາວ.

ລັດຖະບານສະຫະລັດ ໄດ້ມອບເຕັກໂນໂລຊີ ແລະ ອຸປະກອນດ້ານຂໍ້ມູນຂ່າວສານ ໃຫ້
ແກ່ບັນດາເຈົ້າໜ້າທີ່ອະວຸໂສ ຢູ່ທີ່ສຳນັກງານຂໍ້ມູນຕ້ານການຟອກເງິນຂອງ ສປປ ລາວ.

ສະຖານທູດສະຫະລັດ ໄດ້ມອບອຸປະກອນດັ່ງກ່າວ ໃຫ້ກັບ ທ່ານນາງແພງສີ ແພງເມືອງ
ຫົວ ໜ້າສຳນັກງານຂໍ້ມູນ ຕ້ານການຟອກເງິນ ຢູ່ນະຄອນຫຼວງວຽງຈັນ ເມື່ອວັນ​ທີ 1 ພະ
​ຈິກ​ຜ່ານ​ມານີ້. ເຂົ້າຮ່ວມພິທີດັ່ງກ່າວ ຍັງມີທ່ານນາງ Ekaterina Koposhilko ຈາກອົງ
ການສະຫະ ປະຊາຊາດ ເພື່ອບໍລິຫານໂຄງການ ຫລື UNOPS.

ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ໄດ້ກ່າວໃນ
ພິທີວ່າ ສປປ ລາວ ໄດ້ສ້າງຄວາມກ້າວໜ້າຫຼາຍ ໃນວຽກງານຕ້ານການຟອກເງິນ ຍ້ອນ
ໄດ້ຮັບ ການສະໜັບສະໜູນທີ່ເຂັ້ມແຂງຈາກລັດຖະບານແລະ ທີມງານຂອງສຳນັກງານ
ຂໍ້ມູນ ຕ້ານ ການຟອກເງິນ ທີ່ມີຄວາມສາມາດ. ພວກເຮົາ ມີຄວາມຍິນດີ ທີ່ໄດ້ໃຫ້ການ
ສະໜັບສະໜູນ ວຽກງານ ຂອງສຳນັກງານຂໍ້ມູນຕ້ານການຟອກເງິນ ເຊິ່ງຈະສ້າງຄວາມ
ຫຍຸ້ງຍາກຫຼາຍຂຶ້ນ ໃຫ້ພວກອາຊະຍາກອນທີ່ຈະເຂົ້າມາສວຍໃຊ້ຂະແໜງການເງິນຂອງ
ສປປ ລາວ ເພື່ອ
ຟອກ ເງິນທີ່ໄດ້ຈາກ ການກະກໍາຜິດກົດໝາຍ ໃນເວລາດຽວກັນ ຍັງຊ່ວຍສ້າງຄວາມທັນ
ສະໄໝ ໃຫ້ລະບົບທະນາຄານຂອງ ສປປ ລາວ.

ອຸປະກອນຊ່ວຍເຫຼືອດັ່ງກ່າວ ປະກອບມີຄອມພິວເຕີ ຄອມພິວເຕີພົກພາ ແລະເຄື່ອງພິ້ນ
ເຕີ ແນໃສ່ຍົກລະດັບຄວາມສາມາດດ້ານໄອທີຂອງສຳນັກງານຂໍ້ມູນຕ້ານການຟອກເງິນ
\ແລະ ຊ່ວຍໃຫ້ພວກເຂົາສາມາດ ນໍາໃຊ້ເຂົ້າໃນວຽກງານຕ້ານການຟອກເງິນ ແລະການ
ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ອຸປະກອນເຫຼົ່ານີ້ແມ່ນສ່ວນໜຶ່ງການສືບຕໍ່ສະໜັບ
ສະໜູນ ແລະຮ່ວມມືຂອງສະຖານທູດສະຫະລັດ ກັບລັດຖະບານ ໃນວຽກງານຕ້ານການ
ຟອກເງິນແລະ ການກະ ທໍາຜິດກົດໝາຍອື່ນໆ ຢູ່ ສປປ ລາວ.

ໂຄງການດັ່ງກ່າວກໍາລັງຈັດຕັ້ງປະຕິບັດໂດຍ UNOPS ເຊິ່ງສະໜັບສະໜູນພະນັກງານ
ວິຊາການຂອງສຳນັກງານຂໍ້ມູນຕ້ານການຟອກເງິນໃຫ້ໄປຝຶກອົບຮົມຢູ່ຕ່າງປະເທດ ສະ
ໜັບສະໜູນດ້ານກົດໝາຍໃຫ້ການຮ່າງບັນດາດໍາລັດ ແລະກົດລະບຽບແລະການໃຫ້ຄໍາ
ປຶກສາດ້ານໄອທີໂດຍຜູ້ຊໍານານດ້ານລະບົບໄອທີສໍາລັບໜ່ວຍງານຂໍ້ມູນຕ້ານການຟອກ
ເງິນ.

ອີງຕາມ ເອກອັກຄະລັດຖະທູດບິດເຕີແລ້ວ, ສະຫະລັດມີຄວາມຍິນດີທີ່ໄດ້ຮ່ວມມື ກັບ
ລັດຖະບານ ສປປ ລາວ ແລະຄູ່ຮ່ວມງານອື່ນໆ ເຊັ່ນຣາຊະອານາຈັກອັງກິດ ແລະອົງ
ການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ ແລະຕ້ານອາຊະຍາກໍາ ເພື່ອຊ່ວຍ
ສປປ ລາວ ຍົກລະດັບຄວາມພະຍາຍາມຂອງຕົນໃນວຽກງານຕ້ານການຟອກເງິນແລະ
ການສະໜອງທຶນໃຫ້ການກໍ່ການຮ້າຍ ພາຍໃນ ປະເທດ.

ເອກອັກຄະລັດຖະທູດບິດເຕີ ກ່າວວ່າ ວຽກຂອງສຳນັກ ງານຂໍ້ມູນຕ້ານການຟອກເງິນ
ຈະຊ່ວຍສະໜັບສະໜູນເປົ້າໝາຍຮ່ວມຂອງສະຫະລັດ ແລະ ສປປ ລາວ ໃນວຽກງານ
ຕ້ານ ອາຊະຍາກໍາ ແລະຊ່ວຍ ສປປ ລາວ ເຊື່ອມໂຍງເຂົ້າປະຊາຄົມເສດກະກິດອາຊຽນ
ແລະ ເສດຖະກິດໂລກ.

On November 1, 2018 the United States government formally handed over information technology and equipment to senior officials in the Anti-Money Laundering Intelligence Office (AMLIO) of the Lao PDR.

The U.S. Embassy presented the equipment to AMLIO Director General Madame Phengsy Phengmuong in the capital. Also attending the ceremony was Ms. Ekaterina Koposhilko from the U.N. Office of Project Services (UNOPS).

At the ceremony, U.S. Ambassador Rena Bitter said “Laos has made tremendous progress in combatting money laundering, thanks to the government’s strong support and the incredible team at AMLIO. We are pleased to be supporting AMLIO’s work, which is making it more difficult for criminals to use Laos’ financial sector to launder the profits gained from illegal activities, while also helping to modernize Laos’ banking system.”

The donated equipment consisted of computers, tablets, and printers to improve AMLIO’s IT capabilities and help them with their work in anti-money laundering and countering financing for terrorism. This equipment is part of the U.S. Embassy’s ongoing support and collaboration with the government to combat money laundering and other illegal activities in the Lao PDR.

The project is being implemented by UNOPS, and it supports international training for AMLIO technical staff, legal support for the drafting of decrees and regulations, and consulting services of an IT expert who specializes in IT systems for Financial Intelligence Units such as AMLIO.

According to Ambassador Bitter, the U.S. is pleased to be partnering with the Lao government and other partners, such as the United Kingdom and the U.N. Office of Drugs and Crime, to help Laos strengthen its domestic efforts to counter money laundering and combat financing for terrorism.

“AMLIO’s work directly supports the U.S. and Lao PDR’s shared goals of combatting crime and helping to further integrate Laos into the ASEAN Economic Community and the global economy,” said Ambassador Bitter.

XS
SM
MD
LG