ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລາຍງານ ກ່ຽວກັບ ລັດທິກໍ່ການ ຮ້າຍ ໃນທົ່ວໂລກ


Terror Groups Adapt to Survive
please wait

No media source currently available

0:00 0:02:29 0:00

ໃນຂະນະທີ່ຕົວເລກໂດຍລວມ ກ່ຽວກັບ ການໂຈມຕີກໍ່ການຮ້າຍຕ່າງໆໄດ້ຫຼຸດໜ້ອຍລົງ ເຖິງ 13 ເປີເຊັນໃນປີທີ່ຜ່ານມາກໍຕາມ, ແຕ່ກະຊວງການຕ່າງປະເທດ ສະຫະລັດ ກໍກ່າວ ວ່າ ກຸ່ມພວກຫົວຮຸນແຮງໄດ້ມີຄວາມເກັ່ງກ້າກວ່າເກົ່າໃນການກະຈາຍອຳນາດ ແລະ ການ ແຜ່ຂະຫຍາຍສະມາຊິກໃນກຸ່ມຂອງເຂົາ. ໃນບົດລາຍງານປະຈຳປີຂອງ ກຊ ດັ່ງກ່າວ ກ່ຽວ ກັບ ລັດທິກໍ່ການຮ້າຍໂລກ, ທາງກະຊວງໄດ້ກ່າວວ່າ ພວກລັດອິສລາມ ຍັງຄົງເປັນໄພຂົ່ມ ຂູ່ອັນໃຫຍ່ຫຼວງ ແລະ ສາມາດທີ່ຈະກະຈາຍສາຂາຂອງພວກເຂົາອອກໄປນອກຕາເວັນ ອອກກາງໄດ້. ນັກຂ່າວວີໂອເອປະຈຳກະຊວງການຕ່າງປະເທດ Pam Dockins ມີລາຍ ງານນີ້ ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ຄວາມສາມາດຂອງພວກ ລັດອິສລາມ ທີ່ຈະຄວບຄຸມເຂດແດນໃນປະເທດ ອີີຣັກ ແລະ ຊີເຣຍ ໄດ້ຫຼຸດໜ້ອຍຖອຍລົງໃນໄລຍະເຄິ່ງຫຼັງຂອງປີທ່ານຜ່ານມາ.

ແຕ່ວ່າກຸ່ມດັ່ງກ່າວຍັງສາມາດທຳການຕໍ່ສູ້ກໍ່ການຮ້າຍໃນສະຖານທີ່ອື່ນ ເຊັ່ນ ຢູໂຣບ, ອາຟຣິກາ ແລະ ເອເຊຍໃຕ້.

ເຖິງແມ່ນວ່າພັນທະມິດທີ່ນຳໜ້າໂດຍ ສະຫະລັດ ຈະປະສົບຜົນສຳ ເລັດໃນການເຮັດໃຫ້ ກຸ່ມຕ່າງໆເຊັ່ນພວກ ລັດອິສລາມ ຂາດຄວາມທຸ່ນທ່ຽງຢູ່ໃນບາງພາກພື້ນກໍຕາມ, ກຸ່ມພວກ ຫົວຮຸນແຮງກໍຍັງສາມາດທີ່ຈະເກນເອົາສະມາຊິກໃໝ່ຈາກສະຖານທີ່ແຫ່ງອື່ນ.

ອີງຕາມ ການລາຍງານປະຈຳປີຂອງກະຊວງການຕ່າງປະເທດ.

ທ່ານ Justin Siberell ຮັກສາ​ການຜູ້ປະສານງານ​ໃນການປາບປາມລັດທິກໍ່ການຮ້າຍ ກ່າວວ່າ “ການຮັບ​ມືຂອງພວກເຮົາຈຳ​ເປັນຕ້ອງໄດ້ຖືກຂະຫຍາຍອອກໃຫ້ມີການເຂົ້າໃຈ ທີ່ດີກວ່ານີ້ ກ່ຽວກັບ ແຮງຜັກດັນແນວຄິດຫົວຮຸນແຮງ, ວ່າແມ່ນຫຍັງເປັນສິ່ງທີ່ຜັກດັນໃຫ້ ດຶງດູດເອົາຄົນໄວໜຸ່ມໄປເຂົ້າຮ່ວມໃນອົງການກໍ່ການຮ້າຍພວກນີ້.

ກະຊວງການຕ່າງປະເທດ ກ່າວວ່າ ພວກ Boko Haram ໄດ້ຂ້າຄົນຫຼາຍພັນຄົນໃນປີທີ່ ຜ່ານມາ ແລະ ໄດ້ເຮັດໃຫ້ປະຊາຊົນຫຼາຍແສນຄົນພັດພາກຈາກທີ່ຢູ່ອາໄສໃນ​ເຂດອ່າງ ທະເລສາບ Chad.

ພວກ Al Shabab ໄດ້ທຳການໂຈມຕີຢ່າງຮ້າຍແຮງໃນປະເທດ ໂຊມາລີ ໃນຄວາມ ພະຍາຍາມທີ່ຈະຕ່າວ​ປີ້ນຄວາມກ້າວໜ້າທີ່​ໄດ້​ຮັບໂດຍລັດຖະບານ.

ແລະ ໃນຂະນະທີ່ພວກ​ຜູ້ນຳສູນ​ກາງຂອງກຸ່ມ Al Qaida ໄດ້ອ່ອນແອລົງ, ມັນໄດ້ເປັນ ແຮງບັນດານໃຈໃຫ້ກັບເຄືອຂ່າຍທີ່ເປັນກຸ່ມພັນທະມິດໃນພາກຕາເວັນອອກກາງ, ອາຟຣິ ກາ ແລະ ອະນຸທະວີບ ອິນເດຍ.

ທ່ານ Justin Siberell ກ່າວວ່າ ສິ່ງທີ່ພວກເຮົາຫວັງຈາກບົດລາຍງານແມ່ນຄວາມເຂົ້າ ໃຈທີ່ດີກວ່າ ກ່ຽວກັບ ສິ່ງທີ່ກຳລັງດຳເນີນຢູ່ໃນລະດັບທ້ອງຖິ່ນ ດັ່ງນັ້ນພວກເຮົາຈຶ່ງສາ ມາດຊອກຫາວິທີທາງຂອງພວກເຮົາເອງ ແລະ ຄວາມພະຍາຍາມຂອງພວກເຮົາໃນການ ເປັນ ຄູ່ຮ່ວມກັບຫຼາຍໆປະເທດພວກນັ້ນ.

ນັກວິເຄາະກ່າວວ່າ ມັນເປັນວິທີການທີ່ຕ້ອງການເຮັດໃຫ້ມັນເປັນໄປໄດ້ດີກວ່າທາງເລືອກ ໃນການໃຊ້ກຳລັງທະຫານເພື່ອປະສົບຜົນສຳເລັດ.

ທ່ານ Pollack Kenneth ຈາກສະຖາບັນ Brookings ກ່າວວ່າ “ທ່ານບໍ່ສາມາດເອົາຊະ ນະການຂົ່ມຂູ່ກໍ່ການຮ້າຍໄດ້ຢ່າງງ່າຍດາຍ, ນອກຈາກວ່າ ທ່ານຈະຮັບມືກັບສິ່ງທີ່ຕິດ ພັນກັບການເມືອງ, ເສດຖະກິດ ແລະ ຄວາມບໍ່ພໍໃຈໃນສັງຄົມ ທີ່ກໍ່ໃຫ້ເກີດມີປະກົດ ການກໍ່ການຮ້າຍ ແລະ ໃນກໍລະນີຂອງພາກຕາເວັນອອກກາງ, ຈົນກວ່າທ່ານຈະຍຸຕິ ສົງຄາມກາງເມືອງລົງ ເຊິ່ງມັນເປັນແຫຼ່ງຜະລິດລູກມືຂອງພວກກຸ່ມກໍ່ການຮ້າຍຕ່າງໆ. ທ່ານຈະບໍ່ມີວັນກຳຈັດການລະບາດຂອງລັດທິກໍ່ການຮ້າຍໄດ້.”

ນັກວິເຄາະ Alex Ward ຜູ້ທີ່ລົມນຳພວກເຮົາຜ່ານທາງ Skype ໄດ້ກ່າວວ່າ ແລະ ໃນຂະ ນະທີ່ ສະຫະລັດ ລາຍງານຊື່ຂອງກຸ່ມກໍ່ການຮ້າຍຕ່າງປະເທດເກືອບ 60 ກຸ່ມນັ້ນ,​ ມັນມີ ກຸ່ມໜຶ່ງທີ່ໂດດເດັ່ນກວ່າໝູ່.

ທ່ານ Alex Ward ກ່າວວ່າ “ພວກ ISIS ແມ່ນພຽງກຸ່ມດຽວສຳລັບ ສະຫະລັດ, ພວກ ISIS ແມ່ນ​ເປັນໄພຂົ່ມຂູ່ທາງຍຸດທະສາດ. ບາງຄົນອາດບໍ່ເຫັນດີນຳ ແຕ່ໂດຍພື້ນຖານ ແລ້ວ ເມື່ອເວົ້າເຖິງເລື່ອງຂອງລັດທິກໍ່ການຮ້າຍ, ສຳລັບ ສະຫະລັດ ມັນຕ້ອງແມ່ນພວກ ISIS.”

ເມື່ອເວົ້າເຖິງຄວາມພະຍາຍາມໃນການຕໍ່ສູ້ກັບກຸ່ມຄືພວກ ISIS ແລ້ວ, ກະຊວງການຕ່າງ ປະເທດກ່າວວ່າ ສະຫະລັດ ຈະສືບຕໍ່ເຮັດວຽກກັບບັນ ດາຄູ່ຮ່ວມ ເພື່ອຂະຫຍາຍການຮັກ ສາຄວາມປອດໄພຕາມເຂດຊາຍແດນ ແລະ ກຳຈັດຄວາມອ່ອນແອ​ໃນ​ດ້ານຄວາມໝັ້ນ ຄົງ.

[[While the overall number of terrorist attacks decreased by 13 percent last year, extremist groups got better at decentralizing and diffusing, says the U.S. State Department. In its annual report on global terrorism, the department said Islamic State remains the greatest threat and managed to spread its tentacles into regions beyond the Middle East. VOA State Department correspondent Pam Dockins has the story. ]]

((NARRATOR))

Islamic State's capacity to control territory in Iraq and Syria eroded during the latter half of last year …

but the group managed to wage terror campaigns elsewhere, in Europe, Africa and South Asia.

Although a U.S.-led coalition had success in keeping groups like Islamic State off balance in some regions, extremist groups managed to recruit new members elsewhere…

…according to the State Department in its annual report.

((JUSTIN SIBERELL, ACTING COORDINATOR FOR COUNTERTERRORISM))

"Our response really needs to be expanded into a better understanding of the drivers of radicalization, what it is that is compelling young people to be attracted by and to join up with these terrorist organizations."

((NARRATOR))

The State Department said Boko Haram killed thousands of people last year and displaced hundreds of thousands in the Lake Chad Basin region.

Al Shabab waged deadly attacks in Somalia in a bid to reverse progress made by the government…

and while al-Qaida's central leadership weakened, it inspired a network of affiliate groups in the Middle East, Africa and the Indian subcontinent.

((JUSTIN SIBERELL, ACTING COORDINATOR FOR COUNTERTERRORISM))

"What we therefore hope from the report is a better understanding of what is going on at the localized level so that we can tailor our own approach, and our own efforts in partnership with many of those countries."

((NARRATOR))

It's an approach that will need to go well beyond the military option to be successful, say analysts.

((KENNETH POLLACK, BROOKINGS INSTITUTION))

"You can not defeat a terrorist threat simply by killing the terrorists. Unless you deal with the underlying political, economic and social grievances that give rise to the terrorist phenomenon, and in the case of the Middle East, unless you shut down the civil wars that are generating these new crops of terrorist groups, you are never going to get rid of the scourge of terrorism."

((NARRATOR))

And while the U.S. report names nearly 60 designated foreign terrorist groups, one stands out, says analyst Alex Ward, who spoke via SKYPE.


((Insert SKYPE Logo))

((ALEX WARD, ATLANTIC COUNCIL))

"ISIS is it for the United States. ISIS is the strategic threat. Some people could disagree but essentially when it comes to terrorism, for the United States, its ISIS."

((NARRATOR))

When it comes to efforts to fight groups like ISIS, the State Department says the U.S. continues to work with partners to increase border security and eliminate security vulnerabilities.

XS
SM
MD
LG