ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ໃຫ້ເງິນຊ່ອຍເຫຼືອ 20 ລ້ານ​ໂດ​ລ່າ​ ແກ່ຢູໂຣບ ເພື່ອຮັບມື ກັບວິກິດການ ອົບພະຍົບ


ຊາວອົບພະຍົບຜູ້ນຶ່ງ ທີ່ກຳລັງຫອມແກ້ມລູກຂອງຕົນ ສະຖານທີ່ຊົ່ວຄາວ ໃນເມືອງ Hanau, ເຢຍຣະມັນ, 24 ກັນຍາ, 2015.
ຊາວອົບພະຍົບຜູ້ນຶ່ງ ທີ່ກຳລັງຫອມແກ້ມລູກຂອງຕົນ ສະຖານທີ່ຊົ່ວຄາວ ໃນເມືອງ Hanau, ເຢຍຣະມັນ, 24 ກັນຍາ, 2015.

ສະຫະລັດ​ ​ໃຫ້​ເງິນ​ຊ່ອຍ​ເຫຼືອ​ຈຳນວນ 20 ລ້ານ​ໂດ​ລ່າ​ແກ່​ຢູ​ໂຣບ
ເພື່ອ​ສົມທົບ​ເຂົ້າ​ໃນ​ຄວາມ​ພະຍາຍາມ​ຂອງນາໆ​ຊາດ ​ໃນ​ການ
​ຮັບ​ມື​ກັບວິດ​ກິດ​ການ​ອົບ​ພະຍົບ.ກະຊວງ​ການ​ຕ່າງປະ​ເທດສະຫະ
ລັດ ​ໄດ້​ອອກ​ຖະ​ແຫລ​ງຂ່າວສະບັບ​ນຶ່ງ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​
ກ່າວ​ວ່າ ​ເງິນ​ຈຳນວນ​ນີ້​ແມ່ນ​ຈະ​ໄປ​ຊ່ອຍ​ເຫຼືອ​ອົງການ​ສະຫະ​
ປະຊາ​ຊາດ ​ແລະ​ອົງການ​ສະພາກາ​ແດງ​ນາໆ​ຊາດ ທີ່​ຈະ​ໃຫ້
ການ​ຄຸ້ມ​ຄອງ ​ໃຫ້​ບ່ອນຢູ່​ອາ​ໄສ ​ແລະ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ
ຢ່າງ​ອື່ນໆ​ນຳ ​ໃນ​ທົ່ວ​ພາກ​ພື້ນ​ຢູ​ໂຣບ.

ການ​ປະກາດ​ກ່ຽວ​ກັບ​ການ​ຊ່ອຍ​ເຫລືອ​ຄັ້ງ​ໃໝ່ນີ້ ຈະ​ເພີ້ິມການ​ຊ່ອຍ​
ເຫລືອ​ທັງ​ໝົດ​ຂອງ​ສະຫະລັດ​ຂຶ້ນ​ເປັນ​ເກືອບ 44 ລ້ານ​ໂດ​ລ່າ ນັບ​ຕັ້ງ​ແຕ່​ໄດ້​ເລີ້​ມ​ໃນ​ປີ​ກາຍ​ນີ້. ປະມານ 17 ລ້ານ5 ​ແສນ​ໂດ​ລ່າ ຈະນຳ​ໃຊ້ເ​ພື່ອຊ່ອຍ​ຈັດຕັ້ງປະຕິບັດ ​ໂຄງການ​ຂອງ​ອົງການ​ອົບ​ພະຍົບສະຫະ​ປະຊາ​ຊາດ ຫຼື UNHCR ​ແລະ​ແຜນການ​ຮັບ​ມື​ກັບພວກ​ອົບ​ພະຍົບ​ໃນ​ຂົງ​ເຂດຂອງ​ຢູ​ໂຣບ. ​ໂດຍ​ສະ​ເພາະ​ແລ້ວ ​ເງິນ​ຈຳນວນ​ນີ້​ຈະ​ໄປ​ຊ່ອຍໃນການຈັດ​ສັນແລະ​ການ​ບໍລິຫານ​ກ່ຽວ​ກັບ​ພວກ​ອົບ​ພະຍົບທີ່​ຫາ​ກໍ​ເດີນທາງ​ໄປ​ຮອດ​ໃໝ່​ ສົ່ງ​ເສີ​ມການ​ໃຫ້​ຄຳ​ປຶກສາ​ ​ແລະ​ເພີ້​ມ ການ​ໂອ້​ລົມ​ສົນທະນາ​ກັນລະຫວ່າງ​ລັດຖະບານ ​ແລະ​ພວກ​ອົບ​ພະຍົບ​ ໃນ​ການ​ອົບ​ພະຍົບທີ່​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ.

ພວກອົບພະຍົບຊິເຣຍ ພາກັນຍາດເອົາອາຫານແຫ້ງ ໃນຕອນແຈກຢາຍເຂົ້າປາອາຫານ ເກາະ Kos, ກຣິກ, 14 ສິງຫາ, 2015.
ພວກອົບພະຍົບຊິເຣຍ ພາກັນຍາດເອົາອາຫານແຫ້ງ ໃນຕອນແຈກຢາຍເຂົ້າປາອາຫານ ເກາະ Kos, ກຣິກ, 14 ສິງຫາ, 2015.

​ເງິນ​ທີ່​ຍັງ​ເຫຼືອ​ນັ້ນ​ແມ່ນ​ມີ​ປະ​ມານ 2 ລ້ານ 5 ​ແສນໂດ​ລາ ຈະ​ນຳ​ໄປ​ໃຊ້​ກ່ຽວ​ກັບການ​ຮ້ອງ ຮຽນ​ສຸກ​ເສີນຂອງ​ກຣີສ​ເມື່ອ​ໄວໆ​ມານີ້​ ​ແລະ​ເພື່ອ​ຊ່ອຍ​ເຫລືອ​ພວກ​ອົບ​ພະຍົບ​ແມ່ຍິງ​ແລະເດັກ
ນ້ອຍ​ແມ່ຍິງ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຢູ​ໂຣບ. ມັນ​ຈະ​ຖືກ​ນຳໃຊ້ເພື່ອ​ ພວກ​ເຈົ້າ​ໜ້າ​ທີ່​ກຣີສ ທີ່​ໃຫ້​ການຊ່ອຍ​ເຫລືອພວກ​ທີ່​ຖືກ​ຂົ່ມຂືນສຳ​ເລົາ​ແລະ​ຊ່ອຍ​ເຫຼືອ​ປ້ອງ​ກັນ​ແລະ​ຮັບ​ມື​ກັບ​ຄວາມ​ຮຸນ​ແຮງ​ທາງ​ເພດ ​ໃນ​ທົ່ວ​ຂົງ​ເຂດ.

ການ​ປະກາດ​ດັ່ງກ່າວ​ນີ້ ມີ​ຂຶ້ນ​ພຽງ​ສັບປະດາ​ດຽວ​ເທົ່າ​ນັ້ນ ຫຼັງ​ຈາກ​ທີ່ສະຫະພາບ​ຢູ​ໂຣບ​ແລະ​ເທີ​ກີ ​ໄດ້​ບັນລຸ​ກັນໃນ​ສິ່ງ​ທີ່​ບັນດາ​ຜູ້ນຳ​ທັງ​ສອງ​ຝ່າຍເອີ້ນ​ວ່າ “ຂໍ້​ຕົກລົງຄັ້ງປະຫວັດສາດ” ​ເພື່ອ​ຮັບ​ມືກັບ​ພວກ​ອົບ​ພະຍົບທີ່​ເຂົ້າ​ໄປໃນ​ກຣີສ​ແບບ ຜິ​ດກົດໝາຍ ຜ່າ​ນທາງ​ຊິ​ເຣຍ ​ແລະ​ບ່ອນ​ອື່​ນໆ​ນັ້ນ.

XS
SM
MD
LG