ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການອະທິບາຍ ກ່ຽວກັບ ຂໍ້ສະເໜີ ບໍ່ໃຫ້ທຶນແກ່ຕຳຫຼວດ ທີ່ເປັນບັນຫາໂຕ້ແຍ້ງ


ການປະທ້ວງ ຢູ່ນະຄອນຫຼວງວໍຊິງຕັນ.
ການປະທ້ວງ ຢູ່ນະຄອນຫຼວງວໍຊິງຕັນ.

ທ່າມກາງທີ່ມີການສືບຕໍ່ປະທ້ວງ ຢູ່ໃນສະຫະລັດ ກ່ຽວກັບການຕາຍຂອງ ທ້າວ ຈອຣຈ໌ ຟລອຍດ໌ ໃນຂະນະຢູ່ພາຍໃຕ້ການຄວບຄຸມ ຂອງຕຳຫຼວດນະຄອນມິນ ນິອາໂປລິສ ຄຳຂວັນໃໝ່ທີ່ເປັນບັນຫາໂຕ້ຖຽງກໍໄດ້ມີຂຶ້ນ ແຂ່ງກັບຄໍາຂວັນເກົ່າ ຄື “ຊີວິດຄົນດຳເປັນເລື້ອງສຳຄັນ” ແລະ “ຂ້ອຍຫາຍໃຈບໍ່ໄດ້” ນັ້ນກໍຄື “ບໍ່ໃຫ້ ທຶນແກ່ຕຳຫຼວດ.”

ການຮຽກຮ້ອງທີ່ເປັນຈຸດໃຈກາງຂອງພວກນັກເຄື່ອນໄຫວຊ້າຍຈັດທີ່ມີມາຍາວນານ “ບໍ່ໃຫ້ທຶນແກ່ຕຳຫຼວດ” ໄດ້ກາຍມາເປັນຄຳສັບໃໝ່ຂອງປະເທດໃນຂະນະທີ່ພວກປະທ້ວງພາກັນກົດດັນໃຫ້ມີການປະຕິຮູບໃນດ້ານໂຄງຮ່າງ ເພື່ອໃຫ້ ສິ້ນສຸດການທາລຸນທາງດ້ານການເມືອງ ແລະການລໍາອຽງທາງດ້ານເຊື້ອຊາດຜິວພັນ ຢູ່ໃນລະບົບຍຸຕິທຳຂອງປະເທດ.

ແຕ່ວ່າ “ການບໍ່ໃຫ້ທຶນແກ່ຕຳຫຼວດ” ນັ້ນມີຄວາມໝາຍຢ່າງໃດ? ຄໍາຕອບກໍຄືວ່າ ທ່ານຖາມໃຜ?

ໃນຂະນະທີ່ສ່ວນໃຫຍ່ຂອງພວກປະທ້ວງພາກັນເຂົ້າໃຈວ່າເອົາທຶນຂອງຕຳຫຼວດ ໄປໃຊ້ຢູ່ໃນ
ການບໍລິການສັງຄົມ ແຕ່ພວກນັກເຄື່ອນໄຫວ ຈຸນ້ອຍໆຈໍານວນນຶ່ງພັດເວົ້າໄປໄກກວ່ານັ້ນ ໂດຍຮຽກຮ້ອງໃຫ້ຕັດທຶນສຳລັບຕຳຫຼວດທັງໝົດ ແລະ ແມ່ນກະທັງໃຫ້ລົບລ້າງກົມຕຳຫຼວດໄປເລີຍ.

ຈົນຮອດຫວ່າງມໍ່ໆມານີ້ ແນວຄິດບໍ່ໃຫ້ທຶນແກ່ຕຳຫຼວດ ບໍ່ໄດ້ເປັນພາກສ່ວນທີ່ ສຳຄັນຂອງການໂຕ້ຖຽງແຫ່ງຊາດ ກ່ຽວກັບການປະຕິຮູບລະບົບຍຸຕິທຳ ຂອງ ປະເທດ ທີ່ທ່ານຄລາກ ແນລລີ ຮອງປະທານ ຮັບຜິດຊອບ ເລື້ອງລະບົບຍຸຕິ ຢູ່ສະຖາບັນກາໂຕ ທີ່ເປັນກຸ່ມນັກວິໄຈອິດສະຫຼະ.

ໃນຂະນະທີ່ບັນດາເມືອງຈຳນວນນຶ່ງປະກາດແຜນທີ່ຈະຕັດງົບປະມານຕຳຫຼວດ ຂອງເຂົາເຈົ້າ ທ່່ານແນລລີ ກ່າວວ່າ ທ່ານບໍ່ຄາດວ່າຂະບວນການເຄື່ອນໄຫວນີ້ ຈະນໍາໄປສູ່ການຕັດ ການໃຊ້ຈ່າຍ ສຳລັບພວກຕຳຫຼວດລົງ ຢູ່ໃນປະເທດທີ່ສໍາຄັນໃດໆ.

ອີກຢ່າງນຶ່ງ ຕຳຫຼວດ ແລະບັນດາເຈົ້າໜ້າທີ່ບັງຄັບກົດໃຊ້ໝາຍອື່ນໆຄວບຄຸມ ປະກອບເປັນພວກວິ້ງເຕັ້ນທີ່ມີອິດທິພົນສຸດຢູ່ໃນປະເທດ ອີງຕາມທ່ານແນລລີ.

ທ່ານກ່າວວ່າ “ແລະແນ່ນອນ ເຂົາເຈົ້າຈະໃຊ້ອຳນາດນັ້ນ ເພື່ອປ້ອງກັນງົບປະມານເຂົາເຈົ້າ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG