ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ກອງທຶນຂອງສະຫະລັດ ອາດຈະໝົດລົງ ເຖິງແມ່ນອົງການ NATO ຈະໃຫ້ການສະໜັບສະໜູນແກ່ ຢູເຄຣນ ກໍຕາມ


ການ​ໃຫ້​ເງິນສະ​ໜຸນ​ ແກ່ຢູເຄຣນ ຂອງ​ສະ​ຫະ​ລັດ ອາດຈະສິ້ນສຸດລົງໃນໄວໆນີ້. ​ລັດ​ຖະສະພາ​ທີ່​ມີ​ການ​ແບ່ງ​ແຍກ​ ມາ​ຮອດ​ປັດຈຸ​ບັນ ຍັງ​ບໍ່​ສາມາດ​ອະນຸ ມັດ​ງົບປະມານ​ໄລຍະ​ຍາວ​ສໍາລັບລັດຖະບານ​ສະຫະລັດ​ໄດ້ ບໍ່​ຕ້ອງ​ເວົ້າ​ເຖິງ​ການ​ໃຫ້​ເງິນ​ທຶນກ້ອນໃໝ່ ​ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ບັນດາ​ປະເທດພັນທະ​ມິດ ທີ່ກໍາລັງປະ​ສົບ​ກັບ​ບັນ​ຫາຂັດ​ແຍ້ງຢູ່ໃນ​ຕ່າງປະ​ເທດ. ເຈົ້າ​ໜ້າ​ທີ່​ຂັ້ນສູງທາງດ້ານປ້ອງ​ກັນ​ປະ​ເທດຂອງ​ສະ​ຫະ​ລັດ​ກ່າວ​ວ່າ ມັນ​ເປັນ​ຄວາມ​ຜິດ​ພາດ. ອາຣາສ ອາຣາບາຊາດີ (Arash Arabasadi) ນັກ​ຂ່າວ​ VOA ມີ​ລາຍ​ງານ​ເພີ່ມ​ເຕີມ​ກ່ຽວ​ກັບເລື້ອງນີ້​ແລະ ທິບສຸດາ ມີລາຍລະອຽດ​ມາ​ສະ​ເໜີ​ທ່ານ.

ເຈົ້າ​ໜ້າ​ທີ່​ລາຍ​ງານ​ຈາກເມືອງເຄີຊອນ ປະເທດຢູເຄຣນ ໃນວັນອາທິດ​ຜ່ານ​ມານີ້​ວ່າ ມີ​ຜູ້​ເສຍ​ຊີ​ວິດ 1 ຄົນ ແລະ​ບາດ​ເຈັບອີກ 7 ຄົນ ລຸນຫຼັງ ຣັດເຊຍ ​ຍິງປືນ​ໃຫຍ່​ເຂົ້າໃສ່​ພາກ​ພື້ນ.

ກ່ອນໜ້ານັ້ນ ພຽງ​ບໍ່​ເທົ່າ​ໃດ​ມື້ ຢູ່​ໃນ​ພາກ​ພື້ນໂດເນັສ, ມີຜູ້ໄດ້​ຮັບ​ບາດ​ເຈັບຢ່າງ​ໜ້ອຍ 10 ຄົນ​ ​ແລະ ມີ​ຜູ້​ເສຍ​ຊີ​ວິດ 1 ຄົນ ໃນລາຍງານການ​ໂຈມ​ຕີໂດຍລູກ​ສອນ​ໄຟ 6 ລູກ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍຂອງ​ໃນ​ຢູ​ເຄ​ຣນກ່າວ​ວ່າ ກອງ​ກຳ​ລັງຂອງ​ຣັດ​ເຊຍ ໄດ້​ຍິງ​ເຂົ້າ​ໃສ່ດິນ​ແດນດັ່ງກ່າວ.

ການ​ບຸກ​ລຸກຢູ​ເຄ​ຣນຂອງ​ຣັດ​ເຊຍກ້າວເຂົ້າສູ່ປີທີ​ສາມແລ້ວ. ລັດ​ຖະ​ບານ​ຢູ​ເຄຣນ​ ຍັງຄົງສືບ​ຕໍ່​ກົດ​ດັນບັນ​ດາ​ປະ​ເທດພັນທະມິດ ເພື່ອໃຫ້​ການສະ​ໜັບ​ສະ​ໜູນ​ທາງດ້ານ​ການ​ເງິນ ​ແລະ​ອຸ​ປະ​ກອນ​ທາງທະ​ຫານ, ແຕ່​ຢູ່ໃນ​ສະຫະລັດ ສິ່ງ​ດັ່ງ​ກ່າວນັ້ນ ​ອາດ​ຈະ​ສິ້ນ​ສຸດ​ລົງ​ໃນ​ໄວໆ​ນີ້.

ລັດຖະສະພາ ຍັງບໍ່ທັນໄດ້​ອະ​ນຸ​ມັດ​ມາດ​ຕະໄລຍະຍາວ ເພື່ອສະໜອງທຶນໃຫ້ແກ່ລັດຖະບານກາງ, ​ແທນ​ທີ່​ຈະ​ຮັບຜ່ານ​ແຕ່ມາດຕະການໄລຍະສັ້ນ ເຊິ່ງຮ້ອງວ່າ ມາ​ດ​ຕະ​ການ​ໃຊ້​ຈ່າຍ​ຊົ່ວ​ຄາວ​ ສຳ​ລັບ​ລັດ​ຖະ​ບານ ໄປ​ຈົນ​ຮອດປີໃໝ່.

ນາຍ​ທະຫານຂັ້ນ​ສູງ​ກ່າວ​ວ່າ ​ເປັນ​ອັນຕະລາຍ ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ໃນ​ຂະນະ​ທີ່ມີການ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ຮັບຜ່ານການຈັດສັນດ້ານ​ການ​ເງິນ​ຕະ​ຫຼອດ​ທັງ​ປີ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານລອຍ ອອສຕິນ ກ່າວຕໍ່​ພວກ​ນັກ​ຂ່າວສະຫະລັດ ໂດຍ​ຜ່ານອົງການຂ່າວ AP ວ່າ:

“ນັ້ນ​ແມ່ນ​ສິ່ງ​ດຽວ​ທີ່​ດີ​ທີ່​ສຸດ ທີ່​ລັດຖະສະພາ​ສາມາດດໍາເນີນງານໄດ້​ ເພື່ອ​ເສີມ​ສ້າງຄວາມເຂັ້ມແຂງທາງດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ເຮົາ. ທ່ານຮູ້ບໍ່, ຄູ່ແຂ່ງຂອງພວກເຮົາບໍ່ຈໍາເປັນຕ້ອງດໍາເນີນງານພາຍໃຕ້ມາດ​ຕະ​ການ​ຊົ່ວ​ຄາວ, ແລະດັ່ງນັ້ນ ການກະ​ທຳ​ແບບນີ້ ເປັນ​ທັງ​ການທໍາລາຍທາງດ້ານຄວາມໝັ້ນ​ຄົງ ແລະຄວາມສາມາດຂອງພວກເຮົາເພື່ອການແຂ່ງຂັນ. ແລະຂ້າພະເຈົ້າ ຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານຈົ່ງ​ຮັບຜ່ານຄໍາຮ້ອງຂໍງົບປະມານເພີ່ມເຕີມອັນຮີບດ່ວນຂອງພວກເຮົາເພື່ອຊ່ວຍສະຫນອງຕໍ່ຄວາມຈໍາເປັນທາງດ້ານຄວາມ​ໝັ້ນ​ຄົງແຫ່ງຊາດຂອງພວກເຮົາ, ເພື່ອກຽມ​ພ້ອມ​ຊ່ວຍ​ເຫຼືອ​ພາ​ຄີຂອງພວກເຮົາທີ່ຕົກຢູ່ໃນອັນ ຕະລາຍ, ແລະເພື່ອການລົງທຶນໃນອຸດສາຫະກໍາທີ່​ມີພື້ນຖານ​ໃນ​ດ້ານການປ້ອງກັນປະເທດພວກເຮົາ."

ການ​ບໍ່​ສາ​ມາດຮັບ​ຜ່ານ​ແຜນການ​ໃຊ້​ຈ່າຍ​ໃນ​ໄລຍະ​ຍາວ ອາດ​ຈະ​ສົ່ງ​ຜົນ​ກະທົບ​ທີ່​ຮ້າຍ​ແຮງ​ຕໍ່​ການ​ສະໜັບສະໜູນ​ໃນ​ສົງຄາມ​ສໍາລັບທັງ ​ຢູ​ເຄຣນ ​ແລະ ອິສຣາ​ແອລ ເຊິ່ງຄວາມ​ຈິງບໍ່​ໄດ້ສູນ​ເສຍ ໃນ​ການ​ຮ້ອງ​ຂໍ​ ຂອງ​ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ.

ໃນການໃຫ້ສໍາພາດເມື່ອໄວໆມານີ້, ທ່ານເຊເລັນສກີ ກ່າວວ່າ ຢູເຄຣນ ຕ້ອງບໍ່ປ່ອຍໃຫ້ໂລກລືມສິ່ງນັ້ນ, ເຊັ່ນດຽວກັບ ອິສຣາແອລ, ປະເທດຂອງທ່ານ ກໍາລັງຕໍ່ສູ້ເພື່ອຄວາມຢູ່ລອດ, ແລະຈົ່ງປະຕິບັດສິ່ງນັ້ນ ກ່ອນການສູ້ລົບໃນລະດູຫນາວກ້າວ​ເຂົ້າ​ມາ.

ຢູ່ທີ່ກອງປະຊຸມສະພາບອາກາດຂອງສະຫະປະຊາຊາດ ຫຼື COP28 ທີ່ກໍາລັງ ດໍາເນີນການຢູ່, ເລຂາທິການໃຫຍ່ຂອງອົງການ NATO ທ່ານເຈັນ ສໂຕລເຕັນເບີກ ກ່າວວ່າ ຂໍ້ຄວາມທີ່ແຈ່ມແຈ້ງຈາກ​ກຸ​ໃປະເທດພັນທະມິດອົງການ NATO ແມ່ນສືບ​ຕໍ່​ໃຫ້​ການສະໜັບສະໜູນ ຢູເຄຣນ ເຊິ່ງທ່ານກ່າວຕໍ່ອົງການຂ່າວ AP ວ່າ:

“ສະ​ນັ້ນ, ມັນ​ຈະ​ເປັນ​ຄວາມ​ເສົ້າໂສກ​ຂອງ​ຊາວ​ຢູ​ເຄຣນ​ຢ່າງ​ຫຼວງຫຼາຍ ຖ້າ​ຫາກ​ປະທານາທິບໍດີ​ຣັດ​ເຊຍ ທ່ານວະລາດີເມຍ ປູຕິນ ໄດ້ຮັບໄຊຊະນະ. ແຕ່ມັນກໍ່ຈະເປັນອັນຕະລາຍ ສໍາລັບພວກເຮົາເຊັ່ນກັນ, ເພາະວ່າຂໍ້ ຄວາມທີ່ທ່ານ ແລະບັນດາຜູ້ນໍາຜະເດັດການຈະດໍາເນີນການຈາກນັ້ນແມ່ນ ເມື່ອພວກເຂົານໍາໃຊ້ກໍາລັງທະຫານ, ເມື່ອພວກເຂົາບຸກລຸກປະເທດອື່ນ, ແລະ ເມື່ອພວກເຂົາລະເມີດຕໍ່ກົດຫມາຍສາກົນ, ພວກເຂົາຈະໄດ້​ຮັບ​ໃນສິ່ງທີ່ພວກເຂົາຕ້ອງການ.”

ຄຳ​ເຫັນ​ດັ່ງກ່າວ ມີ​ຂຶ້ນ​ທ່າມກາງ​ການຕໍ່ເວລາ​ໃນ​ການກັກ​ຂັງ​ນັກ​ຂ່າວ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອສາຍຣັດເຊຍ ທ່ານນາງອາລຊູ ກົວມາຊີວາ (Alsu Kurmasheva), ເຊິ່ງນາງ​ເປັນ​ນັກ​ຂ່າວ​ຢູ່​ນະຄອນຫຼວງປຣາກ ໂດຍ​ເຮັດ​ວຽກ​ໃຫ້ສະຖານີ​ວິທະຍຸ​ຢູ​ໂຣບເສລີ/ວິທະຍຸ​ເສລີພາບ ​ເຊິ່ງຄ້າຍຄືກັບ ​ສຽງ​ຂອງ​ອາ​ເມຣິ​ກາ, ທີ່ໄດ້​ຮັບ​ເງິນ​ທຶນ ຈາກ​ລັດຖະສະພາ​ສະຫະລັດ.

ຣັດ​ເຊຍ​ໄດ້​ກ່າວ​ຫາ​ນາງ​ວ່າ ​ບໍ່​ໄດ້​ໄປ​ລົງ​ທະ​ບຽນ​ ເປັນ “ຕົວ​ແທນຂອງຕ່າງ​ປະ​ເທດ”, ເຊິ່ງ​ເປັນ​ການ​ຢ້ອນ​ກັບ​ຄືນ​ໄປ​ສູ່ການ​ຈາລະກໍາ ​ໃນ​ສະ​ໄໝ​ສົງ​ຄາມ​ເຢັນ.

ກັບຄືນໄປ​ທີ່ຂົງເຂດຊາໂປຣິສເຊຍ (Zaporizhzhia) ຂອງຢູເຄຣນ, ຕໍາຫຼວດໄດ້ນໍາເອົາເຕົາໄຟຂະຫນາດນ້ອຍ ທີ່ບໍລິຈາກໂດຍຊາວເນເທີແລນໄປໃຫ້ປະຊາ ຊົນ ຢູ່ໃນຊຸມຊົນທີ່ມີຜູ້ສູງອາຍຸເປັນສ່ວນໃຫຍ່ ທີ່ປະຕິເສດທີ່ຈະອອກໄປຈາກພື້ນທີ່ດັ່ງ​ກ່າວ ເຖິງແມ່ນວ່າບໍ່ມີໄຟຟ້າ, ອາຍແກັສ ຫຼືນ້ໍາ ກໍຕາມ, ເຕົາໄຟເຫຼົ່ານີ້ອາດ​ເປັນ​ເສັ້ນຊີວິດ ສໍາລັບການປຸງແຕ່ງອາຫານ ແລະໃຫ້ຄວາມອົບອຸ່ນ ໃນຂະນະທີ່ລະ​ດູ​ໜາວ ພາຍ​ໃຕ້ສົງຄາມ ພວມ​ກ້າວ​ເຂົ້າ​ມາ​ອີກ​ເທື່ອນຶ່ງ.

U.S. funding for Ukraine may soon come to an end. A divided Congress has so far failed to approve a long-term budget for the United States government, let alone new money for aiding allies mired in conflicts abroad. The country’s top defense official says that’s a mistake. VOA’s Arash Arabasadi has more.

Sunday in Kherson, Ukraine. Officials report one fatality and seven injuries after Russian shelling in the region.

Just days earlier in the Donetsk region, at least 10 injuries and one fatality in a six-missile attack were reported. Ukraine’s interior minister said Russian forces fired into the territory.

Russia’s invasion of Ukraine appears headed into a third year. Ukraine’s government continues pressing allies for financial and material support, but in the United States, that may soon come to an end.

Congress has yet to appropriate a long-term measure to fund the federal government, instead passing a short-term measure called a continuing resolution lasting just into the new year.

Top military brass say that jeopardizes national security while urging Congress to pass a full year financial appropriation.

United States Defense Secretary Lloyd Austin speaking on U.S. Network Pool as provided by The Associated Press

Lloyd Austin, US Defense Secretary

“That’s the single best thing that Congress can do to strengthen our national defense. You know, our competitors don’t have to operate under continuing resolutions, and so, doing so erodes both our security and our ability to compete. And I also urge you to pass our urgent supplemental budget request to help fund our national security needs, to stand by our partners in danger, and to invest in our defense industrial base.”

Failure to pass a long-term spending plan may have serious implications for continued wartime support for both Ukraine and Israel -- a fact not lost on Ukrainian President Volodymyr Zelenskyy.

In a recent interview, Zelenskyy said Ukraine must not allow the world to forget that, like Israel, his country is fighting for its survival, and doing so before a winter phase of combat sets in.

At the ongoing U.N. Climate Conference, or COP28, NATO Secretary-General Jens Stoltenberg said the clear message from NATO allies was continued support for Ukraine.

Stoltenberg speaking with The Associated Press]

Jens Stoltenberg, NATO Secretary-General

“So, it would be a big tragedy for the Ukrainians if (Russian) President (Vladimir) Putin wins. But it will be dangerous also for us, because the message that he and other authoritarian leaders then will get is that when they use military force, when they invade another country, (and) when they violate international law, they get what they want.”

The comment comes amid the extended detention of Russian American reporter Alsu Kurmasheva ((Al-soo Koormasheeva)). She is a Prague-based journalist working for Radio Free Europe/Radio Liberty, which – like Voice of America – receives its funding from the U.S. Congress.

Russia has charged her with failing to register as a “foreign agent,” a throwback to Cold War-era espionage.

Back in Ukraine’s Zaporizhzhia region, police bring residents small stoves donated by the Netherlands. In a mostly elderly community that has refused to leave despite no electricity, gas or water, these stoves could be the lifelines for cooking and warmth as another winter at war sets in.

XS
SM
MD
LG