ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງ ນິວເຄລຍ ຈະອຳນວຍ ໃຫ້ອີຣ່ານ ໃຊ້ພະລັງງານ ຢ່າງສັນຕິໄດ້


Iran Obama CNPK
please wait
Embed

No media source currently available

0:00 0:02:03 0:00

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອບາ​ມາ ກ່າວວ່າ
ສະຫະລັດ ​ແລະກຸ່ມ 5 ປະ​ເທດມະຫາອຳນາດບວກ 1 ຫຼື P5
plus 1 ​ໄດ້​ມອບຂອບຫຼືໂຄງຮ່າງຂອງຂໍ້ຕົກລົງ​ດ້ານ​ນິວ​ເຄລຍ
ໃຫ້ແກ່ອີຣ່ານແລ້ວ ​ແຕ່​ກໍເວົ້າວ່າ ມັນຈະ​ຕ້ອງ​ໃຊ້​ເວລາ​ອີກ​
ຫຼາຍ​ໆອາທິດ ກ່ອນ​ທີ່​ຈະ​ຮູ້ໄດ້ວ່າ ຈະມີການ​ຕົກລົງກັນ ກ່ຽວ
ກັບເລື່ອງນີ້ຫລືບໍ່.

ທ່ານ​ໂອ​ບາ​ມາ ​ໄດ້​ກ່າວໃນ​ລະຫວ່າງກອງ​ປະຊຸມຖະ​ແຫຼງຂ່າວ
​ທີ່ທຳນຽບຂາວ ​ໃນ​ວັນພຸດ​ວານ​ນີ້ວ່າ ການ​ຕົກລົງ​ທີ່​ວ່າ​ນີ້ຈະ​ອຳ
ນວຍໃຫ້​ອີຣານ ສາມາດ​ດຳ​ເນີນ​ງານ​ໂຄງການ​ນີວ​ເຄລຍ ​ທີ່ມີ
ຈຸດປະສົງໃນທາງ​ສັນຕິຂອງຕົນ​ໄດ້.

ທ່ານ​ກ່າວ​ວ່າ ມັນເປັນໂຄງການປະຕິບັດ​ງານ​ເທື່ອລະກ້າວ ທີ່ມີການກວດພິສູດ ເພື່ອໃຫ້​ອີຣານຫລຸດພົ້ນຈາກການ​ຖືກ​ລົງ​ໂທດ ​ແລະ​ກັບ​ຄືນ​ເຂົ້າ​ມາ​ຮ່ວມ​ປະຊາ​ຄົມນາໆ​ຊາດ.

​ແຕ່​ທ່ານກໍ​ໄດ້​ກ່າວ​ອີກ​ວ່າ ມັນ​ໄດ້​ກາຍ​ມາ​ເປັນ​ປະ​ເພນີ​ທີ່​ດົນ​ນານ​ມາ​ແລ້ວ​ ​ເຖິງ​ການ​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ລະຫວ່າງ​ອີຣານ ​ແລະ​ສະຫະລັດ. ທ່ານ​ປະທານາທິບໍດີ​ເອີ້ນ​ວ່າ ນີ້​ເປັນ“ຄຳ​ຖາມ
​ທີ່​ເປີດ​ກ້ວາງ”
​ກ່ຽວກັບ​ວ່າ ຄະນະນຳພາ​ຂອງ​ອີຣານ ຈະ​ເຮັດ​ໃນ​ສິ່ງ​ທີ່ດີ​ທີ່​ສຸດ​ເພື່ອ​ປະ​ເທດ​ຊາດ​ແລະ​ເພື່ອໂລກຫລືບໍ່.

ອີຣານ​ແລະ​ບັນດາ​ປະ​ເທດ ທີ່​ເອີ້ນ​ວ່າກຸ່ມ P5 plus 1 ຊຶ່ງປະກອບດ້ວຍ 5 ປະເທດສະມາ
ຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ບວກກັບເຢຍຣະມັນ
ແມ່ນ​ປະ​ເຊີນ​ໜ້າ​ກັບ​ເສັ້ນ​ຕາຍ ເພື່ອໃຫ້ບັນລຸ​ຂໍ້​ຕົກລົງ​ດ້ານ​ນິວ​ເຄລຍ ​ໃນ​ວັນ​ທີ 24 ​ພະຈິກ​ຈະ​ມາ​ເຖິງ​ນີ້.

President Barack Obama says the United States and its P5 plus 1 allies have handed Iran a framework for a nuclear agreement, but says it will be weeks before anyone knows if there will be a deal.

Mr. Obama said during a White House news conference Wednesday the deal would let Iran meet its peaceful energy needs.

He calls it a progressive step-by-step verifiable way for Iran to get out from under crippling sanctions and rejoin the international community.

But he said there is a long tradition of mistrust between Iran and the United States. The president calls it an "open question" whether the Iranian leadership will do what is best for the country and the world.

Iran and the so-called P5 plus 1 (( the five permanent U.N. Securioty Council members and Germany )) face a November 24 deadline for a nuclear deal.

Iran would curb its uranium enrichment program in exchange for an end to sanctions.

Iran denies it wants to build a nuclear bomb and insists its nuclear program is strictly for peaceful civilian purposes.

U.S. Secretary of State John Kerry will meet Sunday in Oman with Iranian Foreign Minister Mohammad Javad Zarif and European Union foreign policy chief Catherine Ashton.

XS
SM
MD
LG