ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະໂຍບາຍ ຕ່າງປະເທດ ສະຫະລັດ ໃນປີ 2014 ຍັງມີ ສິ່ງທ້າທາຍ ຢູ່ (ວີດີໂອ)


Foreign Policy Challenges Will Continue in 2014
please wait

No media source currently available

0:00 0:03:15 0:00
ລິງໂດຍກົງ
2013 ຖື​ວ່າ​ເປັນ​ປີ​ທີ່​ທ້າ​ທາຍ​ປີ​ນຶ່ງ​ສໍາລັບ​ປະທານາ​ທິບໍດີ​ບາ​ຣັກ
​ໂອ​ບາມາ ​ໃນ​ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ. ຈາກ​ຕັ້ງ​ແຕ່​ສົງຄາມ​
ກາງ​ເມືອງ​ໃນ​ຊີເຣຍ ການ​ປ່ຽນ​ແປງ​ຢ່າງ​ຮ້າຍ​ແຮງ​ໃນ​ອີ​ຈິບ ​ແລະ​
ການ​ເຈລະຈາ​ດ້ານ​ນີວ​ເຄຼຍກັບ​ອິຣ່ານ ​ໄປ​ຈົນ​ເຖິງການ​ຈັດການ
ຄວາມ​ສໍາພັນ​ກັບ​ຈີນ ​ແລະຣັດ​ເຊຍ ທ່ານ​ໂອ​ບາ​ມາ ​ໄດ້​ຈັດ​ຕຽມ​
ວຽກ​ງານ​ ຂອງ​ທ່ານ​ໄວ້ພ້ອມ​ແລ້ວ​ ​ໃນປີ 2014 ນີ້. Dan
Robinson ຜູ້​ສື່​ຂ່າວ​ອາວຸ​ໂສ ວີ​ໂອ​ເອ ປະ​ຈໍາ​ທໍານຽບຂາວ​ ມີ
ລາຍ​ງານກ່ຽວ​ກັບ​ເລຶ່ອງນີ້ ຊຶ່ງ​ທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ ​
ໃນ​ອັນ​ດັບ​ຕໍ່​ໄປ.


ປະທານາທິບໍດີ​ໂອ​ບາ​ມາ ມີ​ພາລະກິດ​ລົ້ນ​ມື ​ໃນ​ປີ 2013 ຜ່ານມານີ້ ນັບ​ຕັ້ງ​ແຕ່​ການ ຕອບ​ໂຕ້​ຂອງ​ທ່ານ ຕໍ່​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ໃນ​ຊີ​ເຣຍ ​ໄປ​ຈົນ​ເຖິງການ​ໂທລະສັບຄຸຍ​ກັບ​ປະທາ ນາທິບໍດີ​ຄົນ​ໃໝ່​ຂອງ​ອິຣ່ານຢ່າງ​ທີ່​ບໍ່​ເຄີຍ​ມີ ມາ​ກ່ອນ ​ແລະ​ການ​ເຈລະຈາ​ຕໍ່​ຮອງ​ສໍາລັບ​ການ​ຕົກລົງ​ດ້ານ​ນີວ​ເຄຼຍ.

ທ່ານ​ໂອ​ບາ​ມາ​ມີ​ກອງ​ປະຊຸມ​ສຸດ​ຍອດ​ກັບ​ຜູ້​ນໍາ​ຈີນ ​ໄປຢ້ຽມຢາມ​ອາ​ຟຣິກາ ​ແລະ​ໄດ້​ຢ້ຽມ​ເຄົາລົບມື້​ລາງ​ທ່ານ Nelson Mandela.

​ແຕ່​ທ່ານ​ກໍ​ຖືກ​ຂົ່ມ​ໃຫ້​ຄວາມ​ນີຍົມຕົກ​ຕໍ່າລົງ ​ໂດຍການ​ເປີດ​ເຜີຍ​ການ​ດັກ​ຟັງ ​ໂທລະ​ສັບ ທີ່​ສ້າງ​ຄວາມ​ເຄັ່ງ​ຕຶງ​ຂຶ້ນມາ​ຢ່າງ​ໃຫຍ່​ໃນ​ກຸ່ມ​ປະ​ເທດ​ພັນທະ​ມິດ ທ່ີ​ສໍາຄັນ​ຂອງ​ສະຫະ ລັດ​ນັ້ນ.

ທ່ານ​ໂອ​ບາ​ມາ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ G20 ​ໃນ​ຣັດ​ເຊຍ​ ​ແຕ່​ກໍ ​ໄດ້​ຍົກ​ເລີກ​ກອງ​ປະຊຸມ​ຢ່າງ​ເປັນ​ທາງ​ການ​ກັບ​ປະທານາທິບໍດີ​ຣັດ​ເຊຍ ທ່ານ Vladimir Putin

​ໃນ​ຄໍາ​ປາ​ໄສ​ຂອງ​ທ່ານ ຢູ່​ສະຫະ​ປະຊາ​ຊາດ​ໃນ​ເດືອນ​ກັນຍາ​ປີຜ່ານມາ​ນັ້ນ ທ່ານ​ໂອ​ບາ​ມາ​ຍອມຮັບ​ຮູ້​ ​ໃນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າການ​ເປັນ​ປໍ​ລະ​ປັກ​ຕໍ່​ການ​ມີ ສ່ວນ​ຮ່ວມ​ໃນ​ລະດັບ​ໂລກ​ຂອງ​ອາ​ເມຣິກາ ​ແຕ່​ກໍ​ເວົ້າ​ວ່າ ການທີ່ບໍ່​ມີ​ຄວາມ​ພົວພັນ​ຂອງ​ສະຫະລັດ​ນັ້ນ ຈະ​ຖື​ວ່າ​ຜິດ​ພາດ.

ທ່ານ​ໂອ​ບາ​ມາ​ເວົ້າ: “ຂ້າພະ​ເຈົ້າ ເຊື່ອ​ວ່າ​ອາ​ເມ​ລິ​ກາ​ ຍັງ​ຄົງ​ມີ​ສ່ວນ​ຮ່ວມ ​ໃນ ການ​ຮັກສາ​ຄວາມໝັ້ນຄົງ​ຂອງ​ພວກ​ເຮົາ ​ແຕ່​ຂ້າພະ​ເຈົ້າກໍ​ເຊື່ອ​ວ່າ ​ໂລກ​ແມ່ນ​ດີ​ຂື້ນ​ສໍາລັບ​ສິ່ງ​ນີ້.”

Daniel Serwer ປະ​ຈໍາ​ໂຮງຮຽນ​ການ​ສຶກສາລະ​ຫວ່າງຊາດ​ຊັ້ນ​ສູງ John Hopkins ​ເວົ້າ​ວ່າ ຢູ່ໃນ​ຊີ​ເຣຍນັ້ນ ທ່ານ​ໂອ​ບາ​ມາ​ຊະນະ​ໃນ​ຂໍ້​ຕົກລົງ​ການ​ຍົກຍ້າຍອາວຸດ​ເຄມີ ​ໂດຍ​ບໍ່​ມີ​ການ​ປະຕິບັດ​ການ​ໃດໆ​ທາງ​ທະຫານ ​ແຕ່​ກໍ​ຍັງ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຍັງເປັນ​ເດີມ​ພັນ​ກັນ​ຢູ່.

ທ່ານ Serwer ​ເວົ້າ​ວ່າ: “ມີ​ການ​ຄອບ​ງໍາ ຫຼື​ອິດ​ທິພົນ​ທີ່​ເພີ່ມ​ຂຶ້ນ​ໄປ​ນັບ​ມື້​ຂອງ​ການ​ຄັດຄ້ານ​ໂດຍ​ພວກ​ຫົວ​ຮຸ​ນ​ແຮງ ພວກ​ທີ່​ຈະ​ສ້າງ​ບັນຫາ​ອັນ​ໃຫຍ່ ຫຼວງ​ແກ່​ພວກ​ເຮົາ​ໄດ້ ຖ້າ​ຫາກ​ວ່າ​ລັດຖະບານ​ຂອງ ທ່ານ Bashar al-Assad ຈະ​ຕົກ​ໄປ ​ແລະ​ພ້ອມ​ກັນ​ນີ້ ພວກ​ເຮົາ​ກໍ​ມີ​ພວກ​ປະ​ເທດ​ເພື່ອນ​ບ້ານ ຂອງ​ຊີ​ເຣຍ ທີ່​ສັ່ນ​ຄອນ​ຂຶ້ນ​ໄປ​ນັບ​ມື້ ກໍ​ຄື​ໂຄງ​ສ້າງ​ຂອງ​ລັດ ​ເຊັ່ນ ອີຣັກ ຈໍ​ແດນ ​ເທີ​ກີ ​ເລ​ບາ​ນອນ ທັງ​ໝົດ​ນີ້​ແມ່ນ​ຢູ່​ໃນ​ຄວາມ​ສ່ຽງ​ທັງ​ນັ້ນ.”

ທ່ານນາງ Heather Conley ປະ​ຈໍາ​ສູນ​ກາງ​ຍຸ​ທະ​ສາດ ​ແລະ​ການ​ສຶກສາ ລະ​ຫວ່າງ​ຊາດ ​ເວົ້າ​ວ່າ: ບໍ່​ວ່າ​ທ່ານ​ໂອ​ບາ​ມາ​ຍັງ​ຄົງ​ເນັ້ນ​ໜັກ​ໃສ່​ໃນ​ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ​ຫຼື​ບໍ່ ນັ້ນ​ກໍ​ເປັນ​ຄໍາ​ຖາມ​ກັນຢູ່

ທ່ານນາງ Heather ​ເວົ້າ​ວ່າ: “ລະຫວ່າງ​ເລຶ່ອງນອງ​ນັນ​ ຂອງ​ອົງການ​ສືບ​ລັບ​ສະຫະ ລັດ ຫຼື NSA, ​ເລຶ່ອງການ​ຮັກສາ​ສຸຂະພາບ ການ​ປິດ​ລັດຖະບານ ​ເຮັດ​ໃຫ້ຜູ້​ນໍາ​ໂລກ​ທັງຫຼາຍ​ບໍ່​ແນ່​ໃຈ ຖ້າວ່າ​ປະທານາທິບໍດີ​ໂອ​ບາ​ມາ ຈະ ສາມ​າດ​ເອົາ​ຊະນະ​ສິ່ງ​ທ້າ​ທາຍ​ຕ່າງ​ໆ​ຢູ່​ພາຍ​ໃນ​ປະ​ເທດ​ໄດ້​ຫຼືບໍ່ ຫຼື​ແມ່ນ​ແຕ່ ​ຈະ​ເພັ່ງ​ເລັງ​ໃສ່​ສິ່ງ​ທ້າທາຍ​ຕ່າງໆ​ຢູ່​ໃນ​ເວທີ​ສາກົນ​ນັ້ນນໍາກໍ​ຕາມ.”

​ໃນ​ປີ 2014 ນີ້ ການ​ດໍາ​ເນີນ​ການ​ຖອນ​ທະຫານ​ສະຫະລັດ ​ແລະ​ເນ​ໂຕ້ ອອກ​ຈາກ​ອັຟ ກາ​ນີສຖານນັ້ນ ຈະ​ຕ້ອງ​ໄດ້​ເລັ່ງ.

ທ່ານນາງ Heather Conley ​ເວົ້າ​ວ່າ ຊາວ​ອາ​ເມ​ຣິກັນ​ທັງ​ຫຼາຍ ​ແລະ​ຄົນ​ທັງໂລກ ຈະ​ຈັບ​ຕາເບິ່ງ​ທ່ານ​ໂອ​ບາ​ມາ ​ເພື່ອ​ຊີ້​ແຈງ​ຄວາມ​ສໍາ​ເລັດ ​ແລະ​ຄ່າ​ໃຊ້​ຈ່າຍທັງ​ໝົດ ຂອງຂໍ້ ຂັດ​ແຍ້​ງກັນຢ່າງ​ນອງ​ເລືອດ ​ແລະ​ດົນ​ນານ​ນັ້ນຢ່າງ​ໃດ.

ທ່ານນາງ Heather ​ເວົ້າ​ວ່າ: “ນັ້ນ​ຄື​ຄວາມ​ສົມ​ດຸ​ນທີ່​ລະອຽດ​ອ່ອນ ຂອງ​ສິ່ງ​ທີ່ ​ເຮົາ​ມຸ້ງ​ໝັ້ນ ​ແລະ​ຄ່າ​ໃຊ້​ຈ່າຍ​ທີ່​ເຮົາ​ສ້າງ​ຂຶ້ນມາ ຊຶ່ງຈະ​ຕ້ອງ​ໄດ້​ໂອ້​ລົມຢ່າງ​ລະອຽດອ່ອນ​ທີ່​ສຸດ​ຢູ່​ໃນ​ພາຍ​ໃນ​ປະ​ເທດ ​ແລະ​ຂ້າພະ​ເຈົ້າກໍ​ຄິດ ພ້ອມ​ທັງ ຕ່າງປະ​ເທດ​ນັ້ນ​ນໍາ​ເຊັ່ນ​ກັນ.”

ຜົນ​ການ​ຢັ່ງ​ສຽງ​ມະຫາຊົນ​ຂອງອົງການ​ຄົ້ນຄວ້າ Pew ​ເມື່ອ​ບໍ່​ດົນ​ມາ​ນີ້ ສະ​ແດງ​ວ່າ​ມີ​ລະດັບ​ການ​ສະໜັບສະໜຸນ​ຕົກ​ຕໍ່າລົງ ສໍາລັບ​ການ​ມີ​ສ່ວນ​ພົວພັນ ລະດັບ​ໂລກ​ຂອງ​ສະຫະລັດ ຊຶ່ງນັບ​ວ່າ​ເປັນ​ສິ່ງ​ທ້າ​ທາຍ​ປະການ​ນຶ່ງ ຕໍ່​ຄວາມ​ເຊື່ອໝັ້ນ​ຂອງ​ທ່ານ​ໂອ​ບາ​ມາ ​ໃນ​ບົດບາດ​ຂອງ​ສະຫະລັດ​ນັ້ນ.

ທ່ານ Daniel Serwer ​ໃຫ້​ຄວາມເຫັນອີກ​ວ່າ

ທ່ານ Serwer ​ເວົ້າ​ວ່າ: “​ແນວ​ໃດ​ກໍ​ຕາມ​ແຕ່ ທ່ານ​ໂອ​ບາ​ມາ​ຖືກ​ຕໍາ​ໜິຕິຕຽນ ​ໃນ​ສິ່ງ​ທີ່​ເຫັນ​ກັນ​ວ່າ​ອິດ​ທິພົນ​ຂອງ​ອາ​ເມຣິກັນ​ໃນ​ລ​ະດັບ​ໂລກ​ຕົກ​ຕໍ່າ​ລົງ. ຂ້າພະ​ເຈົ້າຂໍບອກ​ພວກ​ທ່ານ​ໄດ້​ວ່າ ການ​ຕົກ​ຕໍ່າລົງ​ໄປ​ໃນ​ລະດັບ​ໂລກ​ນັ້ນ ຖື​ວ່າ​ບໍ່ຊັດ​ເຈນ​ໄດ້ ເວລາເຮົາ​ຖາມ​ພວກ​ຄົນ​ຢູ່​ຕ່າງປະ​ເທດ. ມີ​ຫຼາຍໆ​ປະ​ເທດທີ່ວ່າອິດ​ທິ ພົນຂອງ​ອາ​ເມຣິກາ​ຍັງ​ສູງ​ທີ່​ສຸດຢູ່.”

ສໍາລັບ​ປີ 2014 ນີ້ ​ເປັນ​ປີ​ທີ່​ຈະ​ນໍາ​ເອົາ​ສິ່ງ​ທ້າ​ທາຍ​ຫຼາຍ​ຂຶ້ນ ​ໃນ​ຂະນະ​ທີ່ການ​ເຈລະຈາ​ເລຶ່ອງນີວ​ເຄຼຍກັບ​ອິຣ່ານສືບ​ຕໍ່​ໄປ ກອງ​ປະຊຸມ​ສັນຕິພາບ ທີ່ ສະໜັບສະໜຸນ​ ໂດຍ​ຢູ​ເອັນ ທີ່​ມີ​ກໍານົດ​ໃສ່​ເດືອນ​ມັງກອນ​ນີ້ ​ແລະ​ການ​ຕົກລົງ​ຕ່າງໆ​ຂອງ​ວໍ​ຊິງ​ຕັນ​ກັບ​ຄວາມ​ສໍາພັນ​ທີ່​ບໍ່​ແນ່ນອນ​ຂອງ​ຕົນ​ກັບ​ອັຟກາ ນີສຖານ ​ແລະ​ປາ​ກີ​ສຖານ ຈີນ ​ແລະ ຣັດ​ເຊຍ ນັ້ນນໍາ.
XS
SM
MD
LG