ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂຕນີ ບລິງເກັນ ສົ່ງສານອວຍພອນ ປີໃໝ່ລາວ ມາຍັງປະຊາຊົນລາວ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂຕນີ ບລິງເກັນ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂຕນີ ບລິງເກັນ

ເນື່ອງໃນໂອກາດ ວັນບຸນປີໃໝ່ລາວປີນີ້ ລັດຖະມົນຕີການຕ່າງປະເທດຂອງສະ ຫະລັດ ທ່ານແອນໂຕນີ ເຈ ບລິງເກັນ ໄດ້ສົ່ງສານອວຍພອນ ເຖິງປະຊາຊົນລາວ.

ໃນນາມຂອງສະຫະລັດອາເມຣິກາ, ຂ້າພະເຈົ້າ ຂໍສະແດງຄວາມເຄົາລົບນັບຖືທີ່ອົບອຸ່ນມາຍັງປະຊາຊົນຊາວລາວ ໃນຂະນະທີ່ທຸກທ່ານ ສະເຫຼີມສະຫຼອງ ບຸນປີໃໝ່ລາວ ໃນອາທິດນີ້.

ສະຫະລັດໃຫ້ຄວາມສຳຄັນຢ່າງໃຫຍ່ຫຼວງ ກັບການເປັນຄູ່ຮ່ວມງານທີ່ກຳລັງເພີ້ມຂຶ້ນນັບມື້ກັບລາວ ແລະຄວາມໝັ້ນໝາຍຮ່ວມກັນຂອງພວກເຮົາເພື່ອສ້າງອະນາ ຄົດໃຫ້ແໜ້ນແຟ້ນຂຶ້ນ ສຳລັບທັງສອງປະເທດຂອງພວກເຮົາ. ສາຍສຳພັນຂອງພວກເຮົາຈະສືບຕໍ່ຂະຫຍາຍຂຶ້ນເລື້ອຍໆ ໃນຂະນະທີ່ພວກເຮົາ ສ້າງຄວາມກ້າວໜ້າໃນບູລິມະສິດຕ່າງໆຂອງພວກເຮົາຮ່ວມກັນ ໂດຍລວມເຖິງ ການສ້າງສາຍ ສຳພັນລະຫວ່າງປະຊາຊົນກັບປະຊາຊົນໃຫ້ແໜ້ນແຟ້ນຂຶ້ນ, ເສີມຂະຫຍາຍການຄ້າ ແລະການລົງທຶນ, ແລະການໝັ້ນໝາຍຕໍ່ອະທິປະໄຕ ແລະໃຫ້​ການເຄົາລົບນັບຖືເຊິ່ງກັນແລະກັນ.

ໃນຂະນະທີ່ລາວ ກຳລັງ​ກະກຽມທີ່ຈະເຂົ້າຮັບຕຳແໜ່ງເປັນປະທານຂອງອາຊຽນ ໃນປີ 2024 ພວກເຮົາຫວັງວ່າ ຈະສືບຕໍ່ໃຫ້ການຮ່ວມມືສະໜັບສະໜຸນ ເພື່ອຊຸກຍູ້ຄວາມກ້າວໜ້າໃນດ້ານເສດຖະກິດ ແລະສ້າງສັນຕິພາບ ແລະສະຖຽນລະພາບ ຢູ່ໃນພາກພື້ນ. ພວກເຮົາຂໍອວຍພອນໃຫ້ໝົດທຸກຄົນຢູ່ໃນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຈົ່ງມີຄວາມສຸກ ແລະສຸຂະພາບແຂງແຮງ ໃນບຸນປີໃໝ່ນີ້.

On behalf of the United States of America, I extend my warm regards to the Lao people as you celebrate Lao New Year this week.

The United States greatly values our growing partnership with Laos and our shared commitment to build a stronger future for both our countries. Our bonds will continue to grow as we advance our shared priorities together, including strengthened people-to-people ties, expanded trade and investment, and a commitment to sovereignty and mutual respect. As Laos prepares to assume the role of ASEAN chair in 2024, we look forward to continued collaboration in support of economic advancement and regional peace and stability.

We wish all in the Lao People’s Democratic Republic a happy and healthy New Year.

XS
SM
MD
LG