ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ​ສະ​ຫະ​ລັດ ຕອບ​ໂຕ້​ຕໍ່​ການ​ຍິງ​ຈະ​ຫຼວດ​ໂຈມ​ຕີ ໃນ​ປະ​ເທດ​ຊີ​ເຣຍ


ແຜນ​ທີ່​ປະ​ເທດ​ຊີ​ເຣຍ
ແຜນ​ທີ່​ປະ​ເທດ​ຊີ​ເຣຍ

ກອງ​ທັບ​ສ​ະ​ຫະ​ລັດ​ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຕົນ​ໄດ້​ທຳ​ລາຍ​ລົດ​ ແລ​ະ​ອຸບ​ປະ​ກອນ​ຈຳ​ນວນ​ນຶ່ງ ທີ່​ໃຊ້​ໃນ​ການ​ຍິງ​ຈະ​ຫຼວດ​ໂຈມ​ຕີ ​ສະ​ຖານ​ທີ່ 2 ແຫ່ງ ທີ່​ທະ​ຫານ​ສະ​ຫະ​ລັດ​ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ນຳ​ໃຊ້.

ຜູ້​ບັນ​ຊາ​ການກອງ​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ ກ່າວ​ວ່າ ການ​ຕອບ​ໂຕ້​ຂອງ​ສະ​ຫະ​ລັດ ຊຶ່ງ​ພົວ​ພັນ​ກັບ​ການ​ໂຈມ​ຕີ​ໂດຍ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ໄດ້​ສັງ​ຫານ 3 “ທີ່​ສົງ​ໄສວ່າ​ເປັນ​ພວກ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜຸງ​ຫຼັງ​ຈາກ​ອີ​ຣ່ານ” ແລະ​ກໍ​ໄດ້​ທຳ​ລາຍ​ລົດ ແລະ​ອຸບ​ປະ​ກອນ​ອື່ນໆ​ອີກ ທີ່​ໃຊ້​ສຳ​ລັບ​ຍິງ​ຈະ​ຫຼວດ​ໂຈມ​ຕີ.

ສະ​ມາ​ຊິກ​ຂອງ​ທະ​ຫານ​ສະ​ຫະ​ລັດ​ຄົນ​ນຶ່ງ​ໄດ້​ຮັບ​ການ​ປິ່ນ​ປົວ ຈາກ​ການ​ບາດ​ເຈັບ​ພຽງ​ເລັກ​ນ້ອຍ.

ຖະ​ແຫຼງ​ການ​ກ່າວ​ວ່າ “ສະ​ຫະ​ລັດ​ບໍ່​ຊອກ​ຫາ​ທາງ​ທີ່​ຈະ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ກັບ​ອີ​ຣ່ານ ແຕ່​ພວກ​ເຮົາ​ຈະ​ສືບ​ຕໍ່​ເອົາ​ມາດ​ຕະ​ການ​ທີ່​ຈຳ​ເປັນ ເພື່ອ​ປົກ​ປ້ອງ​ແລະ​ຄຸ້ມ​ຄອງ​ຜູ້​ຄົນ​ຂອງ​ພວກ​ເຮົາ.”

ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້ ສະ​ຫະ​ລັດ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ທີ່​ສະ​ຫະ​ລັດ​ກ່າວ​ວ່າ ໄດ້​ແນ​ເປົ້າ​ໝາຍ​ໃສ່​ຄັງ​ອາ​ວຸດ ແລະ​ສະ​ຖານ​ທີ່​ອື່ນໆ​ອີກ ທີ່​ນຳ​ໃຊ້​ໂດຍ​ກຸ່ມ​ຕ່າງໆ ພົວ​ພັນ​ນຳ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ​ຂອງ​ອີ​ຣ່ານ.

ອີ​ຣ່ານ​ໄດ້​ປະ​ຕິ​ເສດ​ໃນ​ວັນ​ພຸດ​ວານນີ້​ວ່າ ຕົນ​ບໍ່​ມີ​ສ່ວນ​ພົວ​ພັນ​ໃດໆ ກັບ​ສະ​ຖານ​ທີ່​ເຫຼົ່າ​ນັ້ນ.

ກຳ​ລັງ​ທະ​ຫານ​ຂອງ​ອີ​ຣັກ​ຖືກ​ສົ່ງ​ເຂົ້າ​ໄປ​ໃນ​ຊີ​ເຣຍ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່ກຳ​ລັງ​ຂອງປະ​ທາ​ນາ​ທິ​ບໍ​ດີ​ບາ​ຊາ ອາ​ລ-ອາ​ຊາດ ໃນ​ລະ​ຫວ່າງ​ສົງ​ຄາມ​ກາງ​ເມືອງ​ຂອງ​ປະ​ເທດ​ຊີ​ເຣຍ.

ສະ​ຫະ​ລັດ​ມີ​ທະ​ຫານ​ປະ​ມານ 900 ຄົນ​ໃນ​ປະ​ເທດ​ຊີ​ເຣຍ ທີ່​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ​ທີ່​ນຳ​ພາ​ໂດຍ​ຊາວ​ເຄີດ​ ເພື່ອ​ປາບ​ປາມ​ກຸ່ມ​ລັດ​ອິ​ສ​ລາມ​ໃນ​ປະ​ເທດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Some information for this report came from The Associated Press and Reuters.

XS
SM
MD
LG