ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຖ້ຽວ​ບິນ​ຕ່າງໆ​ໃນ ສະ​ຫະ​ລັດ ​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ ຫຼັງ​ຈາກ​ລະ​ບົບ​ຄອມ​ພິວ​ເຕີ​ລົ້ມ​ແຫຼວ ເຮັດ​ໃຫ້​ເຮືອ​ບິນບໍ່​ສາ​ມາດສັນ​ຈອນ​ໄດ້​


​ເຮືອ​ບິນ​ຂອງ​ສາຍ​ການ​ບິນ Southwest ບິນ​ອອກ​ຈາກ​ສະ​ໜາມ​ບິນ Midway ຂອງ​ນະ​ຄອນ ຊິ​ຄາ​ໂກ, ລັດ ອີ​ລີ​ນອຍ, 11 ມັງ​ກອນ 2023.
​ເຮືອ​ບິນ​ຂອງ​ສາຍ​ການ​ບິນ Southwest ບິນ​ອອກ​ຈາກ​ສະ​ໜາມ​ບິນ Midway ຂອງ​ນະ​ຄອນ ຊິ​ຄາ​ໂກ, ລັດ ອີ​ລີ​ນອຍ, 11 ມັງ​ກອນ 2023.

ອົງ​ການ​ການ​ບິນ​ລັດ​ຖະ​ບານ​ກາງ ສະ​ຫະ​ລັດ ຫຼື FAA ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ການ​ປະ​ຕິ​ບັດ​ການ​ສັນຈອນ​ທາງ​ອາ​ກາດ​ ຕາ​ມ​ປົກ​ກະ​ຕິ​ແມ່ນ​ໄດ້​ກັບ​ຄືນ​ສູ່​ສະ​ພາບ​ເດີມທົ່ວ​ ສະ​ຫະ​ລັດ ໃນ​ທີ່​ສຸດ ຫຼັງ​ຈາກ​ການ​ເຮັດ​ວຽກ​ທີ່ບໍ່​ປົກ​ກະ​ຕິ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ນຶ່ງ​ໃນ​ລະ​ບົບ​ຄອມ​ພິວ​ເຕີ​ຂອງ​ເຂົາ​ເຈົ້າ, ເຮັດ​ໃຫ້​ຖ້ຽວ​ບິນ 5,400 ຖ້ຽວ​ຖືກ​ເລື່ອນ​ອອກ​ໄປ ແລະ ອີກ 900 ຖ້ຽວ​ບິນ​ຖືກ​ຍົກ​ເລີກ.

FAA ກ່ອນ​ໜ້ານີ້​ໄດ້​ສັ່ງ​ສາຍ​ການ​ບິນ​ຕ່າງໆ​ ໃຫ້​ຢຸດ​ທຸກໆ​ການ​ບິນອອ​ກ​ພາຍ​ໃນ​ປະ​ເທດ​ເປັນ​ເວ​ລາຫຼາຍ​ຊົ່ວ​ໂມງ​ຍ້ອນ​ບັນ​ຫາ​ກັບ​ລະ​ບົບ​ພາ​ລະ​ກິດ​ການ​ຮັບ​ຮູ້​ທາງ​ອາ​ກາດ ແຕ່​ຕອນນີ້​ເວົ້າ​ວ່າ “ການ​ຢຸດ​ຢູ່​ພື້ນ​ດິນ​ແມ່ນ​ຖືກ​ຍົກ​ເລີກ​ແລ້ວ.” ຖ້ຽວກອງ​ທັບ​ໃນ ສະ​ຫະ​ລັດ ແມ່ນບໍ່​ໄດ້​ຮັບ​ຜົນ​ກະ​ທົບ.

ທຳ​ນຽບ​ຂາວ​ກ່ອນ​ໜ້ານີ້​ໄດ້​ກ່າວ​ວ່າ​ມັນ​ບໍ່​ມີຫຼັກ​ຖານ​ກ່ຽວ​ກັບ​ການ​ລັກ​ເຈາະ​ຂໍ້​ມູນ​ທາງ​ຄອມ​ພິວ​ເຕີ. ແຕ່​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ຮູ້” ສາ​ເຫດ​ຂອງ​ການມອດ​ຂອງ​ຄອມ​ພິວ​ເຕີ. ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ທ່ານ​ໄດ້​ສັ່ງ​ໃຫ້​ກະ​ຊວງ​ຂົນ​ສົ່ງ​ສືບ​ສວນ​ສາ​ເຫດ​ຂອງ​ການ​ລົບ​ກວນ​ດັ່ງ​ກ່າວ.

ທ່ານ ໄບ​ເດັນ ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້​ໄດ້​ກ່າວ​ວ່າ​ທ່ານ​ໄດ້​ຮັບ​ລາຍ​ງານ​ສັ້ນ​ໂດຍ​ລັດ​ຖະ​ມົນ​ຕີ​ກະ​ຊວງຂົນ​ສົ່ງ ທ່ານ ພີດ ບູນ​ຕີ​ເຈດ, ຜູ້​ທີ່​ໄດ້​ບອກ​ທ່ານ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ລະ​ບຸ​ສິ່ງ​ໄດ້​ລົ້ມ​ແຫຼວ​ນັ້ນ.

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຫາ​ກໍ່​ໄດ້​ລົມ​ກັບ​ທ່ານ ບູ​ຕີ​ເຈດ. ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ສາ​ເຫດ​ແມ່ນ​ຫຍັງ. ແຕ່​ຂ້າ​ພະ​ເຈົ້າ​ໄດ້​ລົມ​ໂທ​ລະ​ສັບ​ກັບ​ລາວ​ປະ​ມານ 10 ນາ​ທີ. ຂ້າ​ພະ​ເຈົ້າ​ໄດ້​ບອກ​ໃຫ້​ລາວ​ລາຍ​ງານ ​ຕໍ່​ຂ້າ​ພະ​ເຈົ້າ​ໂດຍ​ກົງ​ ເວ​ລາ​ທີ່​ເຂົາ​ເຈົ້າ​ຮູ້​ຈັກ. ການ​ສັນ​ຈອນ​ທາງ​ອາ​ກາດ​ແມ່ນ​ຍັງ​ສາ​ມາດ​ລົງ​ຈອດ​ຢ່າງ​ປອດ​ໄພ, ມີ​ແຕ່ບໍ່​ສາ​ມາດ​ບິນ​ຂຶ້ນ​ໃນ​ເວ​ລານີ້.”

ທ່ານ ບູ​ຕີ​ເຈດ ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວິດ​ເຕີ ຫຼັງ​ຈາກ​ບັນ​ຫາ​ດັ່ງ​ກ່າວ​ຖືກ​ລາຍ​ງານ​ທຳ​ອິດ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕໍ່​ກັບ FAA ຕອນ​ເຊົ້າ​ນີ້ ກ່ຽວ​ກັບ ການ​ໄຟ​ຟ້າ​ມອດ​ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ລະ​ບົບ​ທີ່​ສຳ​ຄັນ​ສຳ​ລັບ​ການ​ສະ​ໜອງ​ຂໍ້​ມູນ​ດ້ານ​ຄວາມ​ປອດ​ໄພ​ຕໍ່​ຄົນ​ຂັບ​ເຮືອ​ບິນ.”

ກ່ອນ​ການ​ບິນ​ຂຶ້ນ​ນັ້ນ, ບັນ​ດາ​ຄົນ​ຂັບ​ເຮືອ​ບິນ​ຖືກ​ຮຽກ​ຮ້ອງ​ໃຫ້​ປຶ​ກ​ສາ​ຫາ​ລື​ກັບເຈົ້າ​ໜ້າ​ທີ່ NOTAMs ຫຼື ການ​ແຈ້ງ​ຂໍ້​ມູນ​ທີ່​ສຳ​ຄັນ​ສຳ​ລັບ​ການ​ປ​ະ​ຕິ​ບັດ​ການ​ຖ້ຽວ​ບິນ, ເຊິ່ງ​ຈັດ​ລາຍ​ຊື່​ຜົນ​ກະ​ທົບ​ບໍ່​ດີ​ທີ່​ອາດ​ເປັນ​ໄປ​ໄດ້​ຕໍ່​ຖ້ຽວ​ບິນ, ຈາກ​ການ​ກໍ່​ສ້າງ​ທາງ​ແລ່ນ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ສຳ​ລັບ​ເຄືອບ​ນ້ຳ​ກ້ອນ. ລະ​ບົບ​ດັ່​ງ​ກ່າວ​ຄັ້ງ​ນຶ່ງ​ເຄີຍ​ໃຊ້​ກັບ​ໂທ​ລະ​ສັບ, ດ້ວຍ​ຄົນ​ຂັບ​ເຮືອ​ບິນຈະ​ໂທ​ລະ​ສັບ​ໄປ​ຫາ​ສະ​ຖາ​ນີ​ບໍ​ລິ​ການ​ຖ້ຽວບິນທີ່​ສະ​ເພາະ​ເຈາະ​ຈົງ​ສຳ​ລັບ​ຂໍ້​ມູນ ແຕ່​ຕອນນີ້​ໄດ້​ຍ້າຍ​ໄປ​ເປັນ​ທາງ​ອອນ​ໄລ​ນ໌​ແລ້ວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG