ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມສ່ຽງຕ່າງໆ ຂອງເສດຖະກິດ ສຫລ ໄດ້ ຫຼຸດລົງ ແຕ່ດອກເບ້ຍ ຈະບໍ່ປ່ຽນ


ຊາຍຄົນໜຶ່ງ ຍ່າງຜ່ານ ສຳນັກງານໃຫຍ່ ທະນາຄານກາງ ຢູ່ທີ່ນະຄອນຫຼວງວໍຊິງຕັນ, D.C., ວັນທີ 16 ທັນວາ 2015.
ຊາຍຄົນໜຶ່ງ ຍ່າງຜ່ານ ສຳນັກງານໃຫຍ່ ທະນາຄານກາງ ຢູ່ທີ່ນະຄອນຫຼວງວໍຊິງຕັນ, D.C., ວັນທີ 16 ທັນວາ 2015.

ບັນດາເຈົ້າໜ້າທີ່ ທະນາຄານກາງສະຫະລັດ ໄດ້ອອກຖະແຫລງການທີ່​ໜ້າຕື່ນເຕັ້ນ ສະບັບໜຶ່ງ ກ່ຽວກັບເສດຖະກິດ ໃນວັນພຸດວານນີ້ ໂດຍກ່າວວ່າ “ຄວາມສ່ຽງຕ່າງໆ ໄລຍະໃກ້ ຕໍ່ພາບພົດຂອງເສດຖະກິດ ໄດ້ຫລຸດນ້ອຍຖອຍລົງ.”

ຖະແຫລງການດັ່ງກ່າວ ​ໄດ້​ມີ​ຂຶ້ນ​ໃນ​ຈຂະນະທີ່ບັນດາເຈົ້າໜ້າທີ່ ທະຄານກາງ ເສັດສິ້ນ ກອງປະຊຸມສອງມື້ ຢູ່ໃນນະຄອນຫຼວງວໍຊິງຕັນ ທ່າມກາງຄວາມກັງວົນຂອງໂລກ ທີ່ ມີຂຶ້ນຫລັງ​ຈາກການລົງຄະແນນສຽງ ຖອນ​ໂຕ​ອອກຈາກສະຫະພາບຢູໂຣບຂອງອັງກິດ ແລະ ຄວາມຜິດຫວັງກ່ຽວ​ກັບການຂະຫຍາຍຕົວທີ່​ບໍ່​ເຂັ້ມ​ແຂງຂອງວຽກເຮັດງານທຳ ໃນສະຫະລັດ ໃນເດືອນພຶດສະພາຜ່ານ​ມາ. ເຖິງແມ່ນວ່າ ມີການວ່າຈ້າງທີ່ເຂັ້ມແຂງ ​ໃນເດືອນ​ແລ້ວນີ້ ແລະ ລາຄາຂອງຮຸ້ນທີ່ໄດ້ ເພີ້ມສູງຂຶ້ນຄືນ ກໍຕາມ ​ແຕ່ບັນດາເຈົ້າໜ້າທີ່ ທະນາຄານກາງ ໄດ້ກ່າວເມື່ອວັນພຸດວານນີ້ວ່າ ອັດຕາດອກເບ້ຍທີ່ຕ່ຳເປັນປະຫວັດ​ການ ຈະຍັງຄົງບໍ່ມີການປ່ຽນແປງ ໃນປັດຈຸບັນນີ້.

​ເທື່ອຫຼ້າສຸດທີ່ທະນາຄານກາງ ໄດ້ຂຶ້ນອັດຕາດອກ​ເບ້ຍຂອງຕົນ ຊຶ່ງເປັນອັດຕາ ທີ່ຄິດໄລ່ ກັບທະນາຄານອື່ນໆ ສຳລັບເງິນກູ້ຂ້າມຄືນ ແມ່ນເມື່ອເດືອນທັນວາປີກາຍ. ປັດຈຸບັນນີ້ ແມ່ນຢູ່​ໃນລະຫວ່າງ 1 ສ່ວນ 4 ຫາ​ເຄິ່ງເປີເຊັນ ຊຶ່ງນັກເສດຖະສາດ ບາງສ່ວນກ່າວວ່າ ອັດຕາດັ່ງກ່າວ ແມ່ນບໍ່ສະທ້ອນເຖິງສຸຂະພາບ ຂອງເສດຖະກິດສະຫະລັດ ແລະ ພວກເພິ່ນ ໂຕ້ຖຽງວ່າ ການຂຶ້ນອັດຕາດອກ​ເບ້ຍແມ່ນຄວນມີຂຶ້ນມາດົນນານແລ້ວ.

ນອກຈາກວ່າ ສະພາບການໄດ້ຊຸດໂຊມລົງ ຫົວໜ້ານັກວິເຄາະ ຂອງບໍລິສັດ Bankrate.com ທ່ານ Greg McBride ກ່າວວ່າ ພາບພົດທີ່ດີຂຶ້ນຂອງທະນາຄານກາງ ອາດເປັນສັນຍານຕໍ່ບັນດານັກລົງທຶນ ວ່າ ການຂຶ້ນອັດຕາດອກເບ້ຍ ແມ່ນເບິ່ງຄືວ່າ ຈະເກີດຂຶ້ນ ໃນເວລາ ບັນດາເຈົ້າໜ້າທີ່ທະນະຄານກາງ ພົບປະກັນອີກ ໃນເດືອນກັນຍາ. ທ່ານ McBride ກ່າວວ່າ ການຂຶ້ນອັດຕາດອກເບ້ຍຈະບໍ່ເກີດຂຶ້ນ ໃນເດືອນພະຈິກ ຍ້ອນ ການເລືອກຕັ້ງຂອງສະຫະລັດ ແລະ ເວັ້ນເສຍແຕ່ວ່າ ທະນາຄານກາງ ຂຶ້ນອັດຕາທີ່ສຳຄັນ ຂອງຕົນ ໃນເດືອນກັນຍາ ແລະພຽງແຕ່ໂອກາດທີ່ຍັງເຫຼືອໃນປີນີ້ ຈະເປັນເດືອນທັນວາ.

ບັນດາເຈົ້າໜ້າທີ່ທະນາຄານກາງ ໄດ້ຄາດໝາຍທີ່ຈະຂຶ້ນອັດຕາດອກເບ້ຍ ສອງເທື່ອໃນ ປີນີ້ ແຕ່ຄວາມອ່ອນແອ ທີ່ເກີດຂຶ້ນມາ ໃນຕະຫຼາດຕ່າງໆ ການຂະຫຍາຍຕົວຂອງ ສະຫະລັດ ແລະ ເມື່ອບໍ່ດົນມານີ້ ຄວາມບໍ່ແນ່ນອນ ກ່ຽວກັບການລົງຄະແນນສຽງ Brexit ເມື່ອເດືອນແລ້ວນີ້ ໄດ້ເຮັດໃຫ້ແຜນການເຫຼົ່ານັ້ນໄດ້ຖືກໂຈະໄວ້. ທ່ານ McBride ກ່າວວ່າ “ການຄອຍຖ້າທີ່ດົນນານເກີນໄປ ເຮັດໃຫ້ທະນາຄານກາງ ມີເຄືອງມືທີ່ບໍ່ມີປະສິດ ທິພາບ ເພື່ອທີ່ຈະຕໍ່ສູ້ກັບ ເສດຖະກິດທີ່ຊ້າລົງ ຫຼື ສະພາບເສດຖະກິດທີ່ທົດຖອຍ ໃນ​ໂອກາດຂ້າງໜ້າ.”

ບັນດານັກເສດຖະສາດ ກ່າວວ່າ ອັດຕາດອກ​ເບ້ຍຕ່ຳ ແມ່ນມີຜົນປະໂຫຍດ ໃນການສົ່ງ ເສີມການລົງທຶນ ແລະ ການຂະຫຍາຍຕົວຂອງວຽກເຮັດງານທຳ. ແຕ່ຖ້າບໍ່ມີການກວດ ສອບອັດຕາທີ່ຕ່ຳຍັງສາມາດນຳໄປສູ່ສະພາບອັດຕາເງິນເຟີ້ທີ່ສູງຂຶ້ນ ຊຶ່ງເຖິງປັດຈຸບັນນີ້ ຍັງບໍ່ໄດ້ເກີດຂຶ້ນເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິ

XS
SM
MD
LG