ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະຜູ້ຊ່ຽວຊານ ສຫລ ແລະ ເຄືອຂ່າຍ ປຊຊ ໄທ ຮ່ວມມືກັນສຶກສາວິໄຈ ຜົນກະທົບຈາກເຂື່ອນໃນແມ່ນ້ຳຂອງ ຢູ່ ລາວ ແລະ ຈີນ


ນັກຊ່ຽວຊານດ້ານສະພາບແວດລ້ອມທຳມະຊາດ ສຫລ ແລະ ເຄືອຂ່າຍປະຊາຊົນໄທ ໃນ 8 ຈັງຫວັດ ຮ່ວມມືກັນສຶກສາວິໄຈ ຜົນກະທົບຈາກເຂື່ອນຢູ່ເທີງແນວແມ່ນ້ຳຂອງ ໃນລາວແລະໄທ
ນັກຊ່ຽວຊານດ້ານສະພາບແວດລ້ອມທຳມະຊາດ ສຫລ ແລະ ເຄືອຂ່າຍປະຊາຊົນໄທ ໃນ 8 ຈັງຫວັດ ຮ່ວມມືກັນສຶກສາວິໄຈ ຜົນກະທົບຈາກເຂື່ອນຢູ່ເທີງແນວແມ່ນ້ຳຂອງ ໃນລາວແລະໄທ

ຄະນະຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດ ແລະເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມນ້ຳຂອງ ໄດ້ຮ່ວມມືກັນສຶກສາວິໄຈກ່ຽວກັບຜົນກະທົບຈາກເຂື່ອນເທິງແນວນ້ຳຂອງໃນລາວ ແລະຈີນ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ຄະນະຜູ້ຊ່ຽວຊານຈາກສູນວິທະຍາສາດການປັບຕົວຕໍ່ສະພາບອາກາດ ສຳນັກ ງານສຳຫຼວດດ້ານທໍລະນີວິທະຍາແຫ່ງສະຫະລັດອາເມຣິກາ ແລະຄະນະຕົວແທນເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນເຂດລຸ່ມນ້ຳຂອງໄດ້ຮ່ວມມືກັນເກັບກຳຂໍ້ມູນພາກສະໜາມເພື່ອການສຶກສາວິໄຈກ່ຽວກັບຜົນກະທົບຈາກເຂື່ອນເທິງແນວແມ່ນ້ຳຂອງໃນລາວ ແລະຈີນ ເມື່ອວັນທີ 27 ກັນຍາ - 26 ຕຸລາ 2022 ທີ່ຜ່ານມາ ໂດຍເປັນການເກັບຂໍ້ມູນສະພາບການຕົວຈິງຢູ່ບັນດາກຸ່ມບ້ານທີ່ຕັ້ງຢູ່ແຄມຝັ່ງນ້ຳຂອງ ໃນເຂດອຳເພີສັງຄົມ ຈັງຫວັດໜອງຄາຍ ທີ່ໄດ້ຮັບຜົນກະທົບຈາກສະພາບແວດລ້ອມທີ່ປ່ຽນແປງໄປຢ່າງສິ້ນເຊີງ ນັບຕັ້ງແຕ່ເຂື່ອນໄຊຍະບູລີ ໄດ້ເລີ້ມການຜະລິດໄຟຟ້າໃນທ້າຍປີ 2019 ເປັນຕົ້ນມາ.

ໂດຍການສຶກສາວິໄຈ ໃນຄັ້ງນີ້ ພົບວ່າ ຜົນກະທົບທີ່ເກີດຂຶ້ນຢ່າງຊັດເຈນ ກໍຄືການປ່ຽນແປງຂອງລະບົບນິເວດ ໂດຍເຫັນໄດ້ຈາກການຕາຍຂອງໄຄນ້ຳ ຊາວປະມົງຈັບປາໄດ້ໜ້ອຍລົງກວ່າ 50 ເປີເຊັນ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງທາງດ້ານອາຫານຂອງປະຊາຊົນ ພ້ອມກັນນີ້ ກໍຍັງພົບການປ່ຽນແປງ ໃນການໄຫລຂອງນ້ຳ ທີ່ບໍ່ສາມາດຄາດການໄດ້ເລີຍ ເພາະມີເງື່ອນໄຂຂຶ້ນຢູ່ກັບການປ່ອຍນ້ຳຈາກເຂື່ອນໄຊຍະບູລີ ເປັນຫລັກ ທັງຍັງພົບບັນຫາການກັດເຊາະຕາຝັ່ງ ທີ່ສົ່ງຜົນກະທົບຕໍ່ທີ່ຢູ່ອາໄສ ແລະທີ່ດິນຫາກິນຂອງປະຊາຊົນຮຸນແຮງຂຶ້ນນັບມື້ອີກດ້ວຍ.

ໃນປັດຈຸບັນ ມີເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງຈຳນວນ 11 ໂຄງການ ໃນແຂວງຢູນໜານຂອງຈີນກັບ 2 ໂຄງການໃນລາວ ທີ່ໄດ້ຜະລິດພະລັງງານໄຟຟ້າແລ້ວ ແລະຍັງອີກ 7 ໂຄງການໃນລາວ ກັບ 2 ໂຄງການໃນກຳປູເຈຍ ທີ່ກຳລັງກໍ່ສ້າງຫຼືວ່າ ໄດ້ວາງແຜນການທີ່ຈະລົງມືກໍ່ສ້າງໃນໄວໆນີ້ ເຊັ່ນເຂື່ອນຫລວງພະບາງ ເຂື່ອນປາກແບງ ແລະເຂື່ອນປາກລາຍໃນລາວ ທີ່ມີກຳນົດການກໍ່ສ້າງໃຫ້ແລ້ວສຳເລັດໃນປີ 2027 ກັບປີ 2029 ແລະປີ 2033 ຕາມລຳດັບຊຶ່ງຢູ່ພາຍໃຕ້ແຜນການພັດທະນາລາວ ໃຫ້ເປັນໝໍ້ໄຟຂອງອາຊຽນ ໃຫ້ໄດ້ຢ່າງແທ້ຈິງນັ້ນເອງ.

ໂດຍຫຼ້າສຸດ ລັດຖະບານໄທ ໄດ້ຕົກລົງຈະຮັບຊື້ໄຟຟ້າຈາກລາວເພີ້ມຂຶ້ນຈາກ 9,000 ເມກາວັດ ເປັນ 10,500 ເມກາວັດພາຍໃນປີ 2035 ຫາກແຕ່ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມນ້ຳຂອງ ກໍໄດ້ຄັດຄ້ານດ້ານການຕົກລົງດັ່ງກ່າວ ເພາະໄທ ມີໄຟຟ້າເກີນຄວາມຕ້ອງການເຖິງ 19,000 ເມກາວັດ ຊຶ່ງຄິດເປັນ 51 ເປີເຊັນຂອງໄຟຟ້າທີ່ໄທຊົມໃຊ້ໃນປັດຈຸບັນ ຈຶ່ງບໍ່ມີຄວາມຈຳເປັນຈະຕ້ອງຊື້ໄຟຟ້າຈາກລາວ ເພີ້ມຂຶ້ນແຕ່ຢ່າງໃດ ແລະການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃນລາວ ກໍຍັງກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາ ຊົນຢ່າງກວ້າງອີກດ້ວຍ ສະນັ້ນ ການຄັດຄ້ານຈະຍັງຄົງສືບຕໍ່ໄປດັ່ງທີ່ແກນນຳຂອງເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນ້ຳຂອງ ໄດ້ໃຫ້ການຢືນຢັນວ່າ:

“ເຂື່ອນປາກແບງ ຈະຢູ່ເໜືອເຂື່ອນໄຊຍະບູລີ ແຕ່ໃກ້ຝັ່ງຈັງຫວັດຊຽງຣາຍ ຊຶ່ງນະທີ່ນີ້ ພີ່ນ້ອງກັງວົນວ່າ ໃນການທີ່ເຂົາສ້າງເຂື່ອນຂຶ້ນມາຫັ້ນ ຍ້ານວ່າ ຈະນ້ຳເທີ້ກັບຂຶ້ນມາຫັ້ນ ຈະມາຖ້ວມ ບ້ານເຮືອນ ຫຼືທີ່ດິນຫາກິນ ປະເດັນທີ 2 ຄື ພີ່ນ້ອງ-ປະຊາຊົນ​ເປັນຫ່ວງວ່າ ປາຫັ້ນ ຈະສູນພັນ ຫຼື ບໍ່? ຕໍ່ມາ ກະໃນເລື້ອງຂອງຄວາມໝັ້ນຄົງຂອງເຂື່ອນວ່າ ຈະໝັ້ນຄົງພຽງພໍ ຫຼືບໍ່ ແລ້ວກໍຈະມາເລື້ອງຂອງຕະກອນ ຕະລິ່ງພັງວ່າການສ້າງເຂື່ອນໃນຄັ້ງນີ້ ຈະໃຫ້ນ້ຳເພີ້ມ ແລ້ວກໍຕະລິ່ງຈະພັງ ຫຼືບໍ່? ແລ້ວກໍເລື້ອງຂອງລະບົບນິເວດ ຈະປ່ຽນໄປ.”

ສ່ວນ ດຣ. ທະນະພອນ ສຣີຍາກຸລ ຜູ້ຊ່ຽວຊານແລະທີ່ປຶກສາກົມປະມົງໄທ ຢືນຢັນວ່າ ການກໍ່ສ້າງເຂື່ອນເທິງແນວນ້ຳຂອງ ເພີ້ມຂຶ້ນ ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ໃນເຂດຕອນລຸ່ມຂອງເຂື່ອນຢ່າງຫລີກລ່ຽງບໍ່ໄດ້ ເພາະວ່າ ການກັກເກັບນ້ຳ ແລະການປ່ອຍນ້ຳຈາກເຂື່ອນຕ່າງໆ ຈະເຮັດໃຫ້ລະດັບນ້ຳມີການປ່ຽນແປງຕະຫຼອດເວລາ ຊຶ່ງກະທົບຕໍ່ແຫລ່ງອາຫານ ແລະການວາງໄຂ່ຂອງສັດນ້ຳ ແລະຜົນທີ່ຕິດຕາມມາ ກໍຄືການລົດລົງຂອງປະລິມານສັດນ້ຳຊະນິດຕ່າງໆຈົນເກີດການສູນພັນໃນທີ່ສຸດ ດ້ວຍເຫດນີ້ ສຳນັກງານຊັບພະຍາກອນນ້ຳແຫ່ງປະເທດໄທ ຊຶ່ງເປັນຜູ້ແທນຂອງລັດຖະບານໄທ ໃນຄະນະກຳມາທິການແມ່ນ້ຳຂອງ (MRC) ຈຶ່ງບໍ່ເຫັນດີກັບໂຄງການກໍ່ສ້າງເຂື່ອນສານະຄາມ ເທິງແມ່ນ້ຳຂອງໃນລາວ ເພາະວ່າ ຍັງບໍ່ໝັ້ນໃຈໃນແຜນການປ້ອງກັນຜົນກະທົບຕໍ່ສັງຄົມແລະສິ່ງແວດລ້ອມທີ່ຜູ້ລົງທຶນໃນໂຄງການສະເໜີຕໍ່ກອງປະຊຸມປຶກສາຫາລືຂອງ MRC ໃນທ້າຍປີ 2021 ນັ້ນເອງ.

XS
SM
MD
LG