ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ແລະ ສະຫະພາບຢູໂຮບ ເອົາທ່າທີ ຢ່າງແຂງຂັນ ຕໍ່ກຳປູເຈຍ


ການຮັກສາຄວາມສະຫງົບ ທີ່ສານສູງສຸດ ໃນລະຫວ່າງ ຮັບຟັງຄຳໃຫ້ການ ກ່ຽວກັບການຍຸບພັກຝ່າຍຄ້ານ.
ການຮັກສາຄວາມສະຫງົບ ທີ່ສານສູງສຸດ ໃນລະຫວ່າງ ຮັບຟັງຄຳໃຫ້ການ ກ່ຽວກັບການຍຸບພັກຝ່າຍຄ້ານ.

ສິດພິເສດໃນການສົ່ງອອກສິນຄ້າ ເຂົ້າສູ່ຕະຫຼາດທີ່ໃຫຍ່ທີ່ສຸດຂອງກຳປູເຈຍອາດໄດ້
ຮັບການຍົກເລີກແລະເຈົ້າໜ້າທີ່ອະວຸໂສຂອງລັດຖະບານໄດ້ຖືກຫ້າມບໍ່ໃຫ້ເຮັດທຸລະ
ກິດກັບບໍລິສັດຕ່າງໆຂອງສະຫະລັດໃນການຕອບໂຕ້ຕໍ່ຄຳສັ່ງຂອງສານທີ່ໃຫ້ຍຸບພັກ ຝ່າຍຄ້ານຂອງປະເທດ​ ອີງຕາມຖະແຫຼງການທີ່ນໍາອອກເຜີຍແຜ່ໃນວັນສຸກວານນີ້.

ສານສູງສຸດຂອງກຳປູເຈຍ ໃນວັນພະຫັດຜ່ານມາ ໄດ້ຕັດສິນໃຫ້ຍຸບພັກກູ້ຊາດກຳປູ
ເຈຍ ຫຼື CNRP ແລະຫ້າມບໍ່ໃຫ້ສະມາຊິກ 118 ຄົນຂອງພັກດັ່ງກ່າວຫຼິ້ນການເມືອງ
ເປັນເວລາ 5 ປີ ຍ້ອນອັນທີ່ສານສູງສຸດ ລົງຄວາມເຫັນວ່າ ເປັນການວາງແຜນ ຮ່ວມ
ກັບເຈົ້າໜ້າທີ່ສະຫະລັດ ເພື່ອໂຄ່ນລົ້ມລັດຖະບານ.

ການຕັດສິນດັ່ງກ່າວ ມີຂຶ້ນກ່ອນການປ່ອນບັດເລືອກຕັ້ງແຫ່ງຊາດ ໃນປີໜ້າ ແລະມີ
ຂຶ້ນລຸນຫລັງ ການໄດ້ຮັບໄຊຊະນະຄັ້ງໃຫຍ່ໃນການເລືອກຕັ້ງສະພາແຫ່ງຊາດເທື່ອ
ແລ້ວ ແລະການເລືອກຕັ້ງທ້ອງຖິ່ນ ຂອງພັກ CNRP ຊຶ່ງທັງສອງກໍລະນີນີ້ ແມ່ນໄດ້
ຊະນະຫຼາຍກວ່າ 40 ເປີເຊັນຂອງການປ່ອນບັດ.

ສະຫະພາບຢູໂຣບ ທຳນຽບຂາວ ແລະສະພາສູງສະຫະລັດ ຕ່າງກໍໄດ້ອອກຖະແຫຼງ
ການຢ່າງແຮງ ຂົ່ມຂູ່ທີ່ຈະເອົາມາດຕະການຢ່າງໜັກ ເພື່ອເປັນການຕອບໂຕ້ຕໍ່ການ ຕັດສິນດັ່ງກ່າວ ຊຶ່ງທີ່ຈິງແລ້ວແມ່ນເປັນການທັບມ້າງປະຊາທິປະໄຕໃດໆກໍຕາມທີ່ມີ
ຢູ່ໃນປະເທດດັ່ງກ່າວ.

ທີ່ວໍຊິງຕັນ ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ຕົນມີຄວາມກັງວົນເປັນທີ່
ສຸດ ກ່ຽວກັບການຕັດສິນ ຂອງກຳປູເຈຍ ທີ່ຈະປິດປາກປິດສຽງ ພັກຝ່າຍຄ້ານ ແລະ
ກ່າວວ່າ ການເຄື່ອນໄຫວແບບນີ້ ມີແຕ່ຈະໂດດດ່ຽວກຳປູເຈຍຕື່ມຂຶ້ນ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Heather Nauert ກ່າວໃນ
ລະຫວ່າງ ການຖະແຫຼງຂ່າວ ໃນວັນສຸກວານນີ້ວ່າ “ບໍ່ພຽງແຕ່ຍຸບພັກຝ່າຍຄ້ານ ມັນ
ຍັງເຮັດໃຫ້ການພັດທະນາປະຊາທິປະໄຕ ໃນກຳປູເຈຍຖອຍຫຼັງ ມັນເປັນການສ້າງ
ຄວາມເສຍຫາຍທີ່ບໍ່ຈຳເປັນ ໃຫ້ແກ່ຄວາມສຳພັນຂອງກຳປູເຈຍ ກັບສະຫະລັດແລະ
ປະເທດອື່ນໆໃນປະຊາຄົມສາກົນ ມັນເຮັດໃຫ້ການເຕີບໂຕທາງເສດຖະກິດຂອງກຳ
ປູເຈຍອ່ອນແອລົງ ແລະໂດດດ່ຽວ ປະເທດດັ່ງກ່າວຕື່ມຂຶ້ນ ຈາກປະຊາທິປະໄຕ ໄປ
ຫາຂົງເຂດ.”

ທ່ານນາງ Nauert ກ່າວຕື່ມວ່າ “ລັດຖະບານກຳປູເຈຍ ຄວນຕ່າວປີ້ການຍຸບພັກກູ້
ຊາດກຳປູເຈຍ ປ່ອຍຜູ້ນຳທີ່ຖືກຄຸມຂັງ ທ່ານ Kem Sokha ແລະອະນຸຍາດໃຫ້ພັກ
ຝ່າຍຄ້ານ ກຸ່ມສັງຄົມພົນລະເຮືອນ ແລະສື່ມວນຊົນ ເຮັດໜ້າທີ່ ທີ່ຖືກຕ້ອງຕາມກົດ
ໝາຍຂອງພວກເຂົາເຈົ້າຕໍ່ໄປ.”

ມະຕິສະບັບນຶ່ງ ທີ່ໄດ້ມີການຮັບຮອງເອົາ ຢ່າງເປັນເອກກະສັນ ໂດຍສະພາສູງສະ
ຫະລັດ ໃນວັນພະຫັດຜ່ານມານີ້ ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ແລະພະ
ແນກການທີ່ກ່ຽວຂ້ອງ ພິຈາລະນາໃຫ້ພວກເຈົ້າໜ້າທີ່ອະວຸໂສທັງໝົດຂອງລັດຖະ ບານກຳປູເຈຍພົວພັນໃນການລ່ວງລະເມີດຕ່າງໆທີ່ກ່າວມາຂ້າງເທິງກ່ຽວກັບການ
ລະບຸພິເສດແຫ່ງຊາດຫຼື SDN.

ການລົງໂທດ SDN ນີ້ ຈະກັກຊັບສິນ ຂອງສ່ວນບຸກຄົນ ທີ່ຕົກເປັນເປົ້າໝາຍ ລະ
ບົບ ບໍລິສັດຫຼືປະເທດ ແລະໂດຍທົ່ວໄປແລ້ວ ຈະຫ້າມບໍ່ໃຫ້ບໍລິສັດຕ່າງໆຂອງສະ
ຫະລັດ ເຮັດທຸລະກິດກັບພວກກ່ຽວ ຮວມທັງດ້ານການເງິນນຳດ້ວຍ.

ການລົງໂທດ ຊຶ່ງຍັງຈະກັກຜົນປະໂຫຍດທາງດ້ານຊັບສິນ ແມ່ນຈັດຕັ້ງປະຕິບັດ ໂດຍຫ້ອງການຄວບຄຸມຊັບສິນຕ່າງປະເທດແລະໄດ້ຖືກນຳໃຊ້ກັບປະເທດຕ່າງໆ
ເຊັ່ນຊິມບາບເວ ຊີເຣຍ ເກົາຫຼີເໜືອ ແລະອີຣ່ານ.

ສະພາສູງຍັງຂໍຮ້ອງໃຫ້ປະທານາທິບໍດີດໍໂນລ ທຣຳ ເຂົ້າແຊກແຊງໂດຍກົງແລະ
ສະແດງໃຫ້ເຫັນ ຢ່າງຈະແຈ້ງວ່າ ຜົນການເລືອກຕັ້ງແຫ່ງຊາດຂອງກຳປູເຈຍໃນ ເດືອນກໍລະກົດປີໜ້ານີ້ ຈະບໍ່ຖືກຮັບຮູ້ ພາຍໃຕ້ເງື່ອນໄຂໃນປັດຈຸບັນນີ້.

ທຳນຽບຂາວກ່າວຢູ່ໃນຖະແຫຼງການຂອງຕົນ ຊຶ່ງເປັນສະບັບທີສອງທີ່ຕົນໄດ້ນຳ
ອອກເຜີຍແຜ່ ເພື່ອຕ້ອງຕິກຳປູເຈຍ ໃນອາທິດນີ້ ໂດຍກ່າວວ່າ ຕົນໄດ້ຍົກເລີກ
ການສະໜັບສະໜູນຄະນະກຳມະການເລືອກຕັ້ງແຫ່ງຊາດຂອງກຳປູເຈຍ ແລະ
ການກຳກັບນຳການເລືອກຕັ້ງຂອງກຳມະການດັ່ງກ່າວນີ້ ໃນຖານະທີ່ເປັນບາດ
ກ້າວອັນ
ທຳອິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG