ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະຫະລັດ, ສະຫະພາບຢູໂຣບ, ອັງກິດ, ການາດາ ລົງໂທດ ຕໍ່ເຈົ້າໜ້າທີ່ຈີນ ທີ່ລະເມີດສິດທິມະນຸດ ຕໍ່ຊົນເຜົ່າວີເກີ


ພວກປະທ້ວງຖືປ້າຍຮຽກຮ້ອງໃຫ້ຊາວວີເກີມີອິດສະຫລະພາບ ໃນຂະນະທີ່ໂຮມຊຸມນຸມ ຢູ່ນະຄອນນີວຢອກ, ວັນທີ 22 ມີນາ, 2021
ພວກປະທ້ວງຖືປ້າຍຮຽກຮ້ອງໃຫ້ຊາວວີເກີມີອິດສະຫລະພາບ ໃນຂະນະທີ່ໂຮມຊຸມນຸມ ຢູ່ນະຄອນນີວຢອກ, ວັນທີ 22 ມີນາ, 2021

ສະຫະລັດ, ສະຫະພາບຢູໂຣບ, ອັງກິດ ແລະການາດາໄດ້ລົງໂທດຕໍ່ເຈົ້າໜ້າທີ່ຈີນຫລາຍຄົນ ທີ່ລະເມີດສິດທິມະນຸດຕໍ່ຊົນເຜົ່າມຸສລິມວີເກີ ທີ່ເປັນຊົນກຸ່ມນ້ອຍໃນແຂວງຊິນຈຽງຂອງຈີນ, ເຊິ່ງໄດ້ກະຕຸ້ນໃຫ້ມີການແກ້ແຄ້ນຄືນຈາກຈີນ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເຄັນ ກ່າວວ່າ ການລົງໂທດຂອງສະຫະລັດ ແມ່ນດຳເນີນໄປດ້ວຍຄວາມສາມັກຄີພ້ອມພຽງກັນ ກັບບັນດາປະເທດພັນທະມິດຂອງສະຫະລັດ.

ທ່ານ ບລິງເຄັນ ກ່າວໃນຖະແຫຼງການສະບັບນຶ່ງ ໃນວັນຈັນວານນີ້ວ່າ "ການຕອບໂຕ້ແບບເປັນເອກະພາບກັນຂ້າມມະຫາສະໝຸດແອັດແລນຕິກ ໄດ້ສົ່ງສັນ ຍານອັນແຂງແກ່ນ ໄປຫາຜູ້ທີ່ລະເມີດ ຫຼືກະທໍາຜິດ ດ້ານສິດທິມະນຸດສາກົນ, ແລະພວກເຮົາຈະດຳເນີນການຕໍ່ໄປ ໃນການປະສານງານກັບຄູ່ຮ່ວມງານທີ່ມີຄວາມຄິດຄ້າຍຄືກັນ".

ກະຊວງການເງິນສະຫະລັດກ່າວໃນວັນຈັນວານນີ້ວ່າຕົນກຳລັງລົງໂທດເຈົ້າໜ້າ ທີ່ຈີນສອງທ່ານ ຄືທ່ານຫວາງ ຈຸນເສງ (Wang Junzheng), ອະດີດຮອງເລຂາພັກໃນແຂວງຊິນຈຽງ ແລະທ່ານເຊນ ມິງກູ (Chen Mingguo), ຫົວ ໜ້າຫ້ອງການຮັກສາຄວາມໝັ້ນຄົງຂອງປະຊາຊົນແຂວງຊິນຈຽງ.

ສະຫະພາບຢູໂຣບຫລື EU ແລະອັງກິດໄດ້ລົງໂທດເຈົ້າໜ້າທີ່ດັ່ງກ່າວນັ້ນຄືກັນ, ພ້ອມກັບອີກສອງຄົນຄືທ່ານຫວາງ ວິງຊານ (Wang Mingshan), ສະມາຊິກ ຄະນະກຳມະການປະຈຳການຂອງພັກຄອມມີວນີສ ຢູ່ຊິນຈຽງ, ແລະທ່ານ ຊູ ຮາຍຫລັນ (Zhu Hailun), ອະດີດຫົວໜ້າເຂດຊິນຈຽງຂອງຈີນ.

ກະຊວງການຕ່າງປະເທດຈີນໄດ້ຕອບໂຕ້ໃນທັນທີ ຫຼັງຈາກການລົງໂທດຄັ້ງທຳ ອິດ ໄດ້ຖືກປະກາດອອກໄປ ໂດຍໄດ້ປະນາມບັນດາປະເທດດັ່ງກ່າວວ່າ “ບໍ່ໄດ້ອີງໃສ່ມູນຖານອັນໃດ ມີແຕ່ຖ້ອຍຄໍາຂີ້ຕົວະ ແລະໃຫ້ຂໍ້ມູນບິດເບືອນ.”

ຈາກນັ້ນຈີນກໍໄດ້ປະກາດໃຊ້ມາດຕະການລົງໂທດຂອງຕົນເອງຕໍ່ບຸກຄົນຢູໂຣບ 10 ຄົນ ແລະ 4 ສະຖາບັນ, ໂດຍກ່າວວ່າພວກເຂົາໄດ້ “ເຜີຍແຜ່ຂໍ້ມູນຂີ້ຕົວະແລະ ບິດເບືອນຄວາມຈິງທີ່ເປັນການອາຄາດ.” ໃນຈໍານວນຜູ້ທີ່ຖືກລົງໂທດນັ້ນ ລວມມີສະມາຊິກສະພາຢູໂຣບ 5 ທ່ານ.

ການລົງໂທດຂອງ EU ແມ່ນການລົງໂທດທາງດ້ານເສດຖະກິດທີ່ສຳຄັນຄັ້ງທຳອິດທີ່ໄດ້ວາງອອກມາຕໍ່ຈີນ ນັບຕັ້ງແຕ່ປີ 1989 ເປັນຕົ້ນມາ, ໃນເວລາທີ່ປັກກິ່ງຖືກເອີ່ຍເຖິງວ່າ ໄດ້ທໍາການປາບປາມຢ່າງຮຸນແຮງ ຕໍ່ພວກປະທ້ວງສະໜັບສະໜຸນປະຊາທິປະໄຕ ຢູ່ໃນຈະຕຸລັດທຽນອັນເໝິນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG