ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທູດ​ພິ​ເສດ ສ​ຫລ ກ່າວ​ວ່າ ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ຈະ​ບໍ່​ຖືກມອບ​ໃຫ້ ຖ້າບໍ່​ມີການ​ສືບ​ສວນ ເພື່ອ​ຊ່ວຍທ່ານ ທ​ຣຳ


ທ່ານ ກໍ​ດອ​ນ ຊັນ​ແລ​ນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ສະ​ຫະ​ພາບ ຢູ​ໂຣບ, ກ່າວ​ຄຳ​ປາ​ໄສ​ຕໍ່​ສື່ມວນ​ຊົນ​ຢູ່ ສະ​ຖານ​ທູດ ສະ​ຫະ​ລັດ ປະ​ຈຳ​ປະ​ເທດ ໂຣ​ເມ​ເນຍ, ນະ​ຄອນຫຼວງ ບູ​ຄາ​ເຣັ​ສ. 5 ກັນ​ຍາ, 2019.
ທ່ານ ກໍ​ດອ​ນ ຊັນ​ແລ​ນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ສະ​ຫະ​ພາບ ຢູ​ໂຣບ, ກ່າວ​ຄຳ​ປາ​ໄສ​ຕໍ່​ສື່ມວນ​ຊົນ​ຢູ່ ສະ​ຖານ​ທູດ ສະ​ຫະ​ລັດ ປະ​ຈຳ​ປະ​ເທດ ໂຣ​ເມ​ເນຍ, ນະ​ຄອນຫຼວງ ບູ​ຄາ​ເຣັ​ສ. 5 ກັນ​ຍາ, 2019.

ທູດ ສະ​ຫະ​ລັດ ທີ່​ສຳ​ຄັນ​ຄົນ​ນຶ່ງ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ສືບ​ສ​ວນ​ການ​ຟ້ອງ​ຮ້ອງ​ທີ່​ແນ​ເປົ້າ ​ໃສ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ວ່າ​ ທ່ານເຊື່​ອວ່າ ເງິນ​ຊ່ວຍ​ເຫຼືອ ຢູ-​ເຄ​ຣນ ເກືອບ 400 ລ້ານ​ໂດ​ລາຂອງ ສະ​ຫະ​ລັດ ຈະ​ບໍ່​ຖືກມອບ​ໃຫ້​ນ​ອກ​ຈາກ ວ່າ ລັດ​ຖະ​ບານ ກີ​ຢິບ ປະ​ກາດ​ຕໍ່​ສາ​ທາ​ລະ​ນະ​ວ່າ​ ເຂົາ​ເຈົ້າ​ຈະ​ເປີດ​ການ​ສືບ​ສວນ​ສອບ​ສວນ ເພື່ອ​ຊ່​ວຍ​ທ່ານ ທ​ຣຳ ໃນ​ທາງ​ການ​ເມືອງ.

ໃນ​ການ​ໃຫ້​ປາກ​ຄຳ​ທີ່​ຖືກ​ທົບ​ທວນ​ໃໝ່​ ເຊິ່ງ​ຖືກເປີດ​ເຜີຍ​ ໃນ​ວັນ​ອັງ​ຄານ​ວານ​ນີ້, ທ່ານ ກໍ​ດອນ ຊັນ​ແລນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ສະ​ຫະ​ພາບ ຢູ​ໂຣບ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ສືບ​ສວນຟ້ອງ​ຮ້ອງ​ໃນ​ສະ​ພາ​ຕ່ຳ​ວ່າ ທ່ານ​ໄດ້​ເຕືອນ​ຜູ້​ຊ່ວຍ​ເຫຼືອ​ຄົນ​ນຶ່ງຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໃນ​ການ​ປະ​ຊຸມເມື່ອ​ວັນ​ທີ 1 ກັນ​ຍາ​ທີ່​ຜ່ານ​ມາ​ໃນ​ນະ​ຄອນຫຼວງ ວໍ​ຊໍ ປະ​ເທດ ໂປ​ແລນ ວ່າ “ການ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຂອງ ສະ​ຫະ​ລັດ ແມ່ນ​ເບິ່ງ​ຄື​ວ່າ​ ຈະ​ບໍ່​ເກີດ​ຂຶ້ນ ຈົນ​ກວ່າ ຢູ​ເຄ​ຣນ ກ່າວ​ຖະ​ແຫຼງ​ການຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຕໍ່​ສາ​ທາ​ລະ​ນະ​ ທີ່​ພວກ​ເຮົາ​ໄດ້​ລົມ​ກັນ​ເປັ​ນ​ເວ​ລາຫຼາຍ​ອາ​ທິດ​ນັ້ນ.”

ທ່ານ ຊັນ​ແລນ, ຜູ້​ບໍ​ລິ​ຈາກ​ທີ່​ສຳ​ຄັນ​ໃນ​ການ​ສະ​ເຫຼີມ​ສະຫຼອງ​ວັນ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ ທ​ຣຳ ໃນ​ປີ 2017, ໄດ້​ອ້າງ​ອີງ​ເຖິງ​ການ​ຮຽກ​ຮ້ອງ​ຂອງ​ທ່ານ ທ​ຣຳ ໃນ​ກາ​ນ​ລົມ​ໂທ​ລະ​ສັບ​ເມື່ອທ້າຍ​ເດືອນ​ກໍ​ລະ​ກົດ ກັບ​ທ່ານ ເຊ​ເລັນ​ສ​ກີ ໃຫ້ ຢູ​ເຄ​ຣນ ສືບ​ສວນ​ສອບ​ສວນ ນຶ່ງ​ໃນ​ຄູ່​ແຂ່ງ​ທີ່​ມີ​ຄະ​ແນນ​ນຳ​ໜ້າ​ໃນ​ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີປີ 2020 ຂອງ​ທ່ານ, ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ກັບ​ລູກ​ຊາຍ ທ່ານ ຮັ້ນ​ເຕີ ໄບ​ເດັນ ຜູ້​ທີ່​ເຮັດ​ວຽກ​ໃຫ້​ບໍ​ລິ​ສັດ​ແກັ​ສ ທຳ​ມະ​ຊາດ ຢູ​ເຄ​ຣນ ແລະ ຫຼັກ​ຖານ​ທຸກ​ຢ່າງ​ທີ່ ຢູ​ເຄ​ຣນ ໄດ້​ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງ​ປີ 2016 ທີ່​ໄດ້​ເຮັດ​ໃຫ້​ທ່ານ​ໄດ້​ກຳ​ຕຳ​ແໜ່ງ​ໃນ​ທຳ​ນຽບ​ຂາວ.

ທ່ານ ທ​ຣຳ ໄດ້​ປະ​ຕິ​ເສດຫຼາຍ​ອາ​ທິດ​ແລ້ວ​ວ່າ​ ມັນ​ບໍ່​ໄດ້​ມີ​ການ​ຊື້​ຈ້າງກັບ ຢູ​ເຄ​ຣນ, ເຊິ່ງ​ແມ່ນການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ​ເພື່ອ​ແລກ​ປ່ຽນ​ກັບ​ການ​ສືບ​ສວນ​ທາງ​ການ​ເມືອງ​ນັ້ນ. ແຕ່​ການ​ໃຫ້​ປາກ​ຄຳ​ຂອງ​ທ່ານ ຊັນ​ແລນ ກ່ຽວ​ກັບ ການ​ສົນ​ທະ​ນາ​ຂອງ​ທ່ານ​ກັບ​ຜູ້​ຊ່ວຍ​ຂອງ​ທ່ານ ເຊ​ເລັນ​ສ​ກີ ທ່ານ ແອນດ​ຣີ ເຢີ​ມັກ ໃນ​ນະ​ຄອນຫຼວງ​ຂອງ​ປະ​ເທດ ໂປ​ແລນ​ ​ແມ່ນ​ຂັດ​ກັບ ​ການ​ໂຕ້​ແຍ້ງ​ຂອງ​ທ່ານ ທ​ຣຳ. ແຕ່​ຢ່າງ​ໃດ​ກໍ​ຕາມ, ຫຼັງ​ຈາກ​ໄດ້​ລະ​ງັບ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ເປັນ​ເວ​ລາຫຼາຍ​ອາ​ທິດ, ທ່ານ ທ​ຣຳ ກໍ​ໄດ້​ເອົາ​ອອກ​ໃຫ້, ເຊິ່ງລັດ​ຖະ​ບານ ກີ​ຢິບ ຢາກ​ນຳ​ໄປຊ່ວຍໃນ​ການ​ຕໍ່​ສູ້​ ກັບ​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ສະ​ໜັບ​ສະ​ໜູນ ຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ການ​ຮຽກ​ຮ້ອງ​ຂອງທ່ານ​ທ​ຣຳ ກ່ຽວ​ກັບ ຢູ​ເຄ​ຣນ ແມ່ນ​ຕົ້ນ​ເຫດ​ຂອງ​ການ​ສືບ​ສວນ​ເພື່ອ​ການ​ຟ້ອງ​ຮ້ອງ​ໂດຍ​ສະ​ພາ​ຕ່ຳ, ວ່າ​ທ່ານ​ໄດ້​ລ່ວງ​ລະ​ເມີດ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ສະ​ຫະ​ລັດ ເພື່ອ​ຊ່ວຍ​ເຫຼືອ​ທ່ານ​ເອງ ​ໃນ​ທາງ​ການ​ເມືອງຫຼືບໍ່. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແມ່ນ​ໄດ້​ຟັງ​ການ​ໃຫ້​ປາກ​ຄຳ​ປິດ​ລັບ​ຫຼາຍ​ສັບ​ປະ​ດາ​ແລ້ວ ກ່ຽວ​ກັບ ສາຍ​ພົວ​ພັນ​ຂອງ​ທ່ານ ທ​ຣຳ ກັບ​ປະ​ເທດ​ທີ່​ຕັ້ງ​ຢູ່ ຢູ​ໂຣບ ຕາ​ເວັນ​ອອກ​ນັ້ນ ກ່ອນ​ໜ້າ​ການ​ໃຫ້​ປາກ​ຄຳ​ຕໍ່​ສາ​ທາ​ລະ​ນະ​ທີ່​ອາດ​ເລີ່ມ​ຂຶ້ນ​ໃນ​ທ້າຍ​ເດືອນນີ້.

ສະ​ພາ​ຕ່ຳ​ທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ຈະ​ມາ​ເຖິງນີ້​ອາດ​ຈັດ​ການ​ລົງ​ຄະ​ແນນ​ສຽງສ່ວນຫຼາຍ ເພື່ອ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ, ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ, ເຊິ່ງ​ຈະ​ນຳ​ໄປ​ສູ່​ການ​ດຳ​ເນີນ​ຄະ​ດີ​ໃນ​ສະ​ພາ​ສູງ​ ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ກຳ​ສຽງ​ສ່ວນຫຼາຍ. ການ​ຕັດ​ສິນ​ມີ​ຄວາມ​ຜິດ​ໃນ​ສະ​ພາ​ສູງ​ ດ້ວຍ​ຄະ​ແນນ​ສຽງ​ສອງ​ສ່ວນ​ສາມ ຈະ​ເຮັດ​ໃຫ້​ທ່ານ​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ, ແຕ່​ການ​ປົດ​ທ່ານ​ອອກ​ຈາກ​ຕຳ​ແໜ່ງ​ ແມ່ນ​ຍັງ​ຄົງ​ເບິ່ງ​ຄື​ວ່າ​ຈະ​ບໍ່​ເກີດ​ຂຶ້ນ ເມື່ອຕ້ອງ​ໄດ້​ມີ​ຄະ​ແນນ​ສຽງຢ່າງ​ໜ້ອຍ 20 ທ່ານ ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ສຳ​ລັບ​ການ​ຕັດ​ສິນ​ມີ​ຄວາມ​ຜິດ​ນັ້ນ.

ສຳ​ເນົາ​ຂອງ​ການ​ໃຫ້​ປາກ​ຄຳ​ລັບ​ຂອ​ງ​ທ່ານ ຊັນ​ແລນ ໄດ້​ຖືກ​ເປີ​ດ​ເຜີຍ​ພ້ອມ​ກັບ​ທູດ ສະ​ຫະ​ລັດ ຄົນ​ສຳ​ຄັນ​ອີກ​ຜູ້​ນຶ່ງ, ທ່ານ ເຄີດ ໂວ​ລ​ເກີ, ອະ​ດີດເອກ​ອັກ​ຄະ​ລັດ​ຖະທູດ​ ສະ​ຫະ​ລັດ ປະ​ຈຳ​ນະ​ຄອນຫຼວງ ກີ​ຢິບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG