ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ທູດ​ພິ​ເສດ ສ​ຫ​ລ ບໍ່ຫົວ​ຊາ​ນຳ ຂີດເສັ້ນ​ຕາຍ​ຂອງ ​ເກົາຫຼີ​ເໜືອ ແຕ່ໄດ້​ຟື້ນ​ຄືນ ການ​ຮຽກ​ຮ້ອງ​ໃຫ້​ກັບ​ມາ ເຈ​ລະ​ຈາ


ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ ສຳ​ລັບ​ເກົາຫຼີ​ເໜືອ ​ທ່ານ​ສະ​ຕີບ​ເວັນ ບີ​​ກັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຕໍ່​ສື່ມວນ​ຊົນ ຮ່ວມ​ກັບ​ຄູ່​ຕຳ​ແໜ່ງ ທ່ານ ລີ ໂດ-ຮູນ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ນະ​ຄອນຫຼວງ​ໂຊ​ລ, ເກົາຫຼີ​ໃຕ້, ​ວັນ​ຈັນ​ ທີ 16 ທັນ​ວາ 2019.
ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ ສຳ​ລັບ​ເກົາຫຼີ​ເໜືອ ​ທ່ານ​ສະ​ຕີບ​ເວັນ ບີ​​ກັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຕໍ່​ສື່ມວນ​ຊົນ ຮ່ວມ​ກັບ​ຄູ່​ຕຳ​ແໜ່ງ ທ່ານ ລີ ໂດ-ຮູນ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ນະ​ຄອນຫຼວງ​ໂຊ​ລ, ເກົາຫຼີ​ໃຕ້, ​ວັນ​ຈັນ​ ທີ 16 ທັນ​ວາ 2019.

ໃນ​ວັນ​ຈັນ​ມື້ນີ້ ນັກ​ການ​ທູດ​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດ ທ່ານ​ນຶ່ງໄດ້​ຮຽກ​ຮ້ອງ​ໄປ​ຍັງ​ເກົາຫຼີ​ເໜືອ ໃນ​ນາ​ທີ​ສຸດ​ທ້າຍ ໃຫ້​ຍຸ​ຕິ​ການ​ເກາະ​ຜິດ​ຂອງ​ຕົນ ແລະ​ ກັບເຂົ້າ​ມາ​ຮ່ວມ​ໃນ​ການເຈ​ລະ​ຈາ​ ​ນິວ​ເຄ​ລຍ​ຄືນ ກ່ອນ​ທີ່ຈະ​ຮອດຂີດ​ເສັ້ນ​ຕາຍ​ໃນ​ທ້າຍ​ປີ ສຳ​ລັບ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ​ຂອງ ​ພຽງ​ຢາງ.

ທ່ານ ​ສະ​ຕີບ​ວ໌ ບີ​ກັນ ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ ໄດ້​ກ່າວ​ວ່າ “ໃຫ້​ຂ້າ​ພະ​ເຈົ້າ​ກ່າວ​ໂດຍ​ກົງ​ຕໍ່​ຄູ່​ຕຳ​ແໜ່ງ​ຂອງ​ພວກ​ເຮົາ​ຢູ່​ໃນ​ເກົາຫຼີ​ເໜືອ​ວ່າ ມັນ​ເຖິງ​ເວ​ລາ​ແລ້ວ ທີ່​ພວກ​ເຮົາ​ຈະເຮັດ​ວຽກ​ຮ່ວມ​ກັນ. ຈົ່ງ​ພາ​ກັນ​ເຮັດ​ໃຫ້​ສຳ​ເລັດ. ພວກ​ເຮົາ​ຢູ່ທີ່ນີ້​ແລ້ວ ແລະ​ທ່ານ​ກໍ​ຮູ້​ຈັກ​ວ່າ ຈະ​ຕິດ​ຕໍ່​ຫາ​ພວກ​ເຮົາ​ໄດ້​ແນວ​ໃດ.”

ທ່ານ​ບີ​ກັນ ໄດ້​ກ່າວ​ໄປ​ໃນ​ຂະ​ນະ​ຢູ່​ທີ່​ນະ​ຄອນຫຼວງ​ໂຊ​ລ ບໍ່​ເທົ່າ​ໃດ​ມື້ຫຼັງ​ຈາກ​ທີ່​ເກົາຫຼີ​ເໜືອ ໄດ້​ທຳ​ການ​ທົດ​ລອງ​ສອງ​ເທື່ອ ຊຶ່ງ​ປາ​ກົດ​ວ່າ ເປັນ​ການ​ທົດ​ລອງ​ພວກເຄື່ອງ​ຈັກສຳ​ລັບ​ລູກ​ສອນ​ໄຟໄລ​ຍະ​ໄກ. ພຽງ​ຢາງ ໄດ້​ໃຫ້​ສັນ​ຍາ​ວ່າ ຈະ​ນຳ​ສົ່ງ “ຂອງ​ຂວັ​ນ​ຄ​ຣິ​ສ​ມັ​ສ” ແບບ​ລາງບໍ່​ດີ ຖ້າ​ຫາກ ສະ​ຫະ​ລັດ ບໍ່​ສະ​ເໜີ​ໃຫ້ຂໍ້ຍິນ ຍອມ​ຕື່ມ​ອີກ ພາຍ​ໃນ​ທ້າຍ​ປີ​ນີ້.

ການ​ເຄື່ອນ​ໄຫວ​ຕ່າງໆ​ນັ້ນ ໄດ້​ເພີ້ມ​ຄວາມ​ເປັນ​ຫ່ວງວ່າ ຄວາມ​ເຄັ່ງ​ຕຶງຄັ້ງ​ໃຫຍ່ ອາດ​ຈະ​ກັບ​ຄືນ​ມາ​ຍັງ​ແຫຼມ​ເກົາຫຼີອີກ​ຄັ້ງ​ນຶ່ງ ​ໃນ​ປີ 2020 ຊຶ່ງ​ອາດ​ເປັນ​ໄປ​ໄດ້​ວ່າ ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ການ​ທູດ​ລະ​ຫວ່າງ ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກັ​ບ ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ເກືອບ​ສອງ​ປີນັ້ນ ຢຸດ​ສະ​ງັກ.

ທ່ານ​ບີ​ກັນ ຜູ້​ທີ່​ກຳ​ລັງ​ພົບ​ປະ​ກັ​ບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ຂອງ​ເກົາຫຼີ​ໃຕ້ ໄດ້​ກ່າວ​ໄປໃນ​ວັນ​ຈັນ​ມື້ນີ້ ວ່າ “ແຕ່​ມັນ​ກໍ​ບໍ່​ຄວນ​ຈະ​ເປັນ​ຄື​ແນວນີ້. ມັນ​ຍັງ​ບໍ່​ຊ້​າ​ເກີນ​ໄປ​ເທື່ອ.”

ທ່ານ​ກ່າວຕື່ມ​ວ່າ “ໃຫ້​ຂ້າ​ພ​ະ​ເຈົ້າແຈ້ງ​ໃຫ້​ຊາບ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ວ່າ ສະ​ຫະ​ລັດ ບໍ່​ໄດ້​ກຳ​ນົດ​ເສັ້ນ​ຕາຍ. ພວກ​ເຮົາ​ມີ​ຈຸດ​ໝາຍ.”

ເມື່ອ​ສອງ​ສາມ​ສັບ​ປະ​ດາ​ຜ່ານ​ມາ ເກົາຫຼີ​ເໜືອ ໄດ້​ສະ​ແດງ​ຄວາມບໍ່​ພໍ​ໃຈ​ຕໍ່​ສະ​ຫະ​ລັດ ທີ່ບໍ່​ຍອມ​ຮັບ​ຮູ້​ເຖິງການ​ໃຫ້​ຄຳ​ຂາດ​ໃນ​ທ້າ​ຍ​ປີ ແລະ​ໄດ້​ເພີ້ມ​ການ​ຂົ່ມ​ຂູ່​ຕ່າງໆ​ນາໆ ໃນ​ຂະ​ນະ​ທີ່​ເສັ້ນ​ຕາຍນັ້ນ ຫ​ຍັບ​ໃກ້​ເຂົ້າ​ມາ.

ເມື່ອ​ສັບ​ປະ​ດາ​ແລ້ວນີ້ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເກົາຫຼີ​ເໜືອ ໄດ້​ກ່າວ​ວ່າ ພຽງ​ຢາງ ໄດ້ “ຕັດ​ສິນ​ໃຈ​ຢ່າງ​ເດັດ​ຂາດ ແລະ​ເປັນ​ການ​ຕັດ​ສິນ​ໃຈ​ທີ່​ແນ່ນອນ” ກ່ຽວ​ກັບ​ສິ່ງ​ທີ່​ຕົນ​ຈະ​ເຮັດ ແຕ່ ບໍ່​ໄດ້​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ນັ້ນ ແມ່ນ​ຫຍັງ.

ເກົາ​ຫຼີ​ເໜືອ ໄດ້​ທຳ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ ໄລ​ຍະ​ສັ້ນ ຫ​ລື ໄລ​ຍະ​ກາງ ​ 13 ຮອບ ນັບ​ຕັ້ງ​ແຕ່​ເດືອນ​ພຶດ​ສະ​ພາ ເປັນ​ຕົ້ນ​ມາ. ຕົນ​ໄດ້​ເຕືອນ​ວ່າ ຕົນ​ອາດ​ຈະ​ກັບ​ຄືນ​ມາ​ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ ຫຼື ນິວ​ເຄ​ລຍ ຄືນ​ອີກ.

ການ​ເຈ​ລະ​ຈາ​ນິວ​ເຄ​ລຍ ໄດ້​ແຕກ​ຫັກ​ລົງ​ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ ເມື່ອ​ທ່ານ ​ທ​ຣຳ ໄດ້​ຍ່າງ​ອອກ​ຈາກ​ການ​ເຈ​ລະ​ຈາ​ສຸດຍອດ ​ກັບ​ທ່ານ​ກິມ ຢູ່​ໃນ​ນະ​ຄອນ​ຫຼວງ ​ຮ່າ​ໂນຍ ຂອງ ​ຫວຽດ​ນາມ.

ທັງ​ສອງ​ຝ່າຍ ໄດ້​ເລີ້ມ​ຄືນ​ການ​ເຈ​ລ​ະຈາລະ​ດັບ​ທີ່​ບໍ່​ມີ​ຜູ້​ແທນ​ຄົນ​ສຳ​ຄັນ​ເຂົ້າ​ຮ່ວມ ໃນ​ເດືອນ​ຕຸ​ລ​າ​ແລ້ວນີ້ ຢູ່​ທີ່​ນະ​ຄອນ​ຫຼວງ ສະຕ໊ອກໂຮມ ປະ​ເທດ ສວີ​ເດັນ ແຕ່​ເກົາຫຼີ​ເໜືອ ກໍ​ໄດ້​ຍ່າງ​ອອກ​ຈາກ​ການ​ເຈ​ລະ​ຈາ​ໃນ​ຄັ້ງ​ນີ້ ໂດຍ​ຕຳ​ໜິວ່າ ສະ​ຫະ​ລັດ ບໍ່​ໄດ້​ສະ​ເໜີຂໍ້​ຍິນຍອມ​ທີ່​ສົມ​ເຫດ​ສົມ​ຜົນ. ນັບ​ຕັ້ງແຕ່ນັ້ນ​ມາ​ຕົນ​ກໍ​ໄດ້​ງົດ​ເຂົ້າການ​ເຈ​ລະ​ຈາ​ໃດໆ​ທັງໝົດ.

ເກົາຫຼີ​ເໜືອ ອາດ​ໃຫ້ສັນ​ຍານ​ກ່ຽວ​ກັບທິດ​ທາງ​ໃນ​ອະ​ນາ​ຄົດ​ຂອງ​ຕົນ ໃນ​ລະ​ຫວ່າງ​ກອ​ງປະ​ຊຸມ​ທີ່​ສຳ​ຄັນຂອງ​ພັກ​ແຮງ​ງານ​ທີ່​ປົກ​ຄອງ​ ເກົາຫຼີ ໃນ​ປັດ​ຈຸ​ບັນ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນນີ້. ການ​ກ່າວ​ຄຳ​ປາ​ໃສ​ສຳ​ລັບ​ປີ​ໃໝ່​ຂອງ​ທ່ານ​ກິມ ຍັງ​ຈະ​ຖືກ​ຕິດ​ຕາມ​ເບິ່ງ​ຢ່າງ​ໃກ້​ຊິດ​ສຳ​ລັບ​ຄວາມ​ເຫັນ​ຕ່າງໆ ກ່ຽວ​ກັບ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG