ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດສະຫະລັດ ບໍ່ມີຄວາມໝັ້ນໃຈ ທີ່ຕໍ່ຂໍ້ຕົກລົງນິວເຄລຍອີຣ່ານ ຈະບັນລຸໃນໄວໆນີ້


ທູດພິເສດສະຫະລັດ ​ຮັບ​ຜິດ​ຊອບ​ເລື້ອງອີຣ່ານ ທ່ານໂຣເບີດ ມາລເລ ກ່າວຕໍ່ ວີໂອເອ ພະແນກພາສາເປີເຊບ ຢູ່ກະຊວງຕ່າງປະເທດ ທີ່ນະຄອນຫຼວງ ວໍຊິງຕັນ ວັນທີ 17 ມີນາ 2021.
ທູດພິເສດສະຫະລັດ ​ຮັບ​ຜິດ​ຊອບ​ເລື້ອງອີຣ່ານ ທ່ານໂຣເບີດ ມາລເລ ກ່າວຕໍ່ ວີໂອເອ ພະແນກພາສາເປີເຊບ ຢູ່ກະຊວງຕ່າງປະເທດ ທີ່ນະຄອນຫຼວງ ວໍຊິງຕັນ ວັນທີ 17 ມີນາ 2021.

ທູດພິເສດສະຫະລັດ ຮັບ​ຜິດ​ຊອບ​ເລື້ອງອີຣ່ານ ທ່ານໂຣເບີດ ມາລເລ ໄດ້ກ່າວໃນ
ວັນອາທິດວານນີ້ວ່າ ທ່ານບໍ່ມີຄວາມໝັ້ນໃຈວ່າ ຂໍ້ຕົກລົງນິວເຄລຍລະຫວ່າງ
”ປະເທດມະຫາອຳນາດແລະອີຣ່ານ​ຈະ​ບັນ​ລຸ​ກັນ​ໃນ​ໄວໆ​ນີ້ ຊຶ່ງເຮັດໃຫ້​ຄວາມ​ຄາດ
​ຫວັງ​ຈືດ​ຈາງໄປ ຫຼັງຈາກການເຈລະຈາຢູ່ນະຄອນວຽນນາເປັນ​ເວ​ລາ 11 ເດືອນ
ຕົກ​ຢູ່​ໃນສະ​ພາບ​ບໍ່ໄປບໍ່ມາ ​ອີງ​ຕາມ​ລາຍ​ງານອົງການຂ່າວຣອຍເຕີ.

ຄວາມລົ້ມແຫຼວໃນຄວາມພະຍາມຍາມ ເພື່ອ​ຈະຟື້ນ​ຟູຂໍ້ຕົກລົງປີ 2015 ຊຶ່ງຈະ​ຫລຸດ
​ຜ່ອນໂຄງການນິວເລຍຂອງອີຣ່ານ ໃນການແລກປ່ຽນເພື່ອຍົກເລີກການ ລົງໂທດໜັກ
ແມ່ນສ່ຽງຕໍ່ການເພີ້ມຄວາມເຄັ່ງຕືງ ຢູ່ໃນພາກຕາເວັນອອກກາງ ​ຊຶ່ງ​ຈະ​ພາ​ໃຫ້​ມີການ
ເພີ້ມ ການ​ເອົາມາດຕະການໜັກ​ຂຶ້ນຂອງ​ປະ​ເທດຕາເວັນຕົກ ແລະເຮັດ​ໃຫ້ລາຄານໍ້າ
ມັນໂລກ​ ແພງ​ຂຶ້ນ​ຕື່ມ ​ອີງ​ຕາມ​ຄຳ​ເວົ້າ ​ຂອງບັນດານັກວິເຄາະ.

ທ່ານມາເລ ໄດ້ກ່າວຢູ່ກອງປະຊຸມສາກົນ ທີ່ໂດຮາ ວ່າ “ຂ້າພະເຈົ້າບໍ່ສາມາດ ໝັ້ນໃຈ
ໄດ້ວ່າຈະເກີດຂຶ້ນໃນ​ໄວໆ​ນີ້ ​ຊຶ່ງຫວ່າງບໍ່ເທົ່າໃດເດືອນທີ່ຜ່ານມາ ພວກເຮົາຄິດວ່າ
ພວກເຮົາໄດ້ຍັບເຂົ້າໃກ້ທີ່ສຸດ​ແລ້ວ.”

“ຢູ່ໃນການເຈ​ລະ​ຈາໃດໆ ເວລາມີບັນຫາຕ່າງໆທີ່​ຍັງຄ້າງຄາເປີດໄວ້ເປັນເວລານານ​ນັ້ນ
ມັນໄດ້ບອກໃຫ້ທ່ານຮູ້ ກ່ຽວກັບບາງສິ່ງບາງຢ່າງ​ທີ່ຍາກລໍາບາກພຽງໃດ ເພື່ອ​ຈະ​ອັດ​
ຊ່ອງຫວ່າງ.”

ການ​ຊັ່ງຊາຂອງທ່ານ ໃນການເຈ​ລະ​ຈາຢູ່ນະຄອນວຽນນາເພື່ອ​ຟື້ນ​ຟູ​ຂໍ້ຕົກລົງນິວເຄລຍ
ປີ 2015 ມີຂຶ້ນຫຼັງຈາກທ່ານຄາມາລ ຄາຣັຊຊີ ທີ່ປຶກສາອະວຸໂສຂອງຜູ້ນຳສູງສຸດຂອງ
ອີຣ່ານ ອາຢາໂຕລາ ອາລີຄາເມນີ ໄດ້ກ່າວວ່າ​ການຕົກລົງ​ກັນອາດ​ມີ​ຂຶ້ນໃນບໍ່ຊ້ານີ້.

ທ່ານຄາຣັຊຊີ ກ່າວຢູ່ກອງປະຊຸມວ່າ “ແມ່ນແລ້ວ ມັນຈະເກີດຂຶ້ນໃນໄວໆນີ້. ມັນຂຶ້ນ​ຢູ່​ກັບ
ການ​ຕັດ​ສິນໃຈ​ທາງ​ດ້ານການເມືອງຂອງສະຫະລັດ.”

U.S. Special Envoy for Iran Robert Malley said on Sunday he was not confident that a nuclear deal between world powers and Iran was imminent, dampening expectations after 11 months of talks in Vienna that have stalled.

The failure of efforts to restore a 2015 accord, which would curb Tehran's nuclear program in exchange for lifting tough sanctions, risks spiking tensions in the Middle East, leading to more harsh Western measures and further increasing world oil prices, analysts say.

"I can't be confident it is imminent... A few months ago we thought we were pretty close as well," Malley said at the Doha Forum international conference.

"In any negotiations, when there's issues that remain open for so long, it tells you something about how hard it is to bridge the gap."

His assessment of the negotiations in Vienna to revive a 2015 nuclear accord came after Kamal Kharrazi, a senior advisor to Iran's Supreme Leader Ayatollah Ali Khamenei, said a deal could come soon.

XS
SM
MD
LG