ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ຕາງ​ໜ້າ​ ສ​ຫ​ລ ​ເວົ້າ​ວ່າ ອີ​ຣ່ານ​ບໍ່​ຄວນ ຢູ່ໃນ​ຄະ​ນະ​ກຳ​ມາ​ທິການຂອງ​ ອົງ​ການ ​ສະ​ຫະ​ປະ​ຊາ​ຊາດ ​ກ່ຽວ​ກັບ ​ສະ​ຖາ​ນະ​ພາບ​ແມ່​ຍິງ


ພາບ​ທີ່​ຢາຍ​ຢູ່ໃຫ້ ​ສະ​ແດງ​ໃຫ້​ເຫັນ​ພວກ​ເຂົ້າ​ຮ່ວມກອງ​ປະ​ຊຸມ ຢູ່​ພິ​ທີ​ເປີດກອງ​ປະ​ຊຸມ​ສະ​ໄໝທີ 63 ຂອງ​ຄະ​ນະ​ກຳ​ມາ​ທິການຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ສະ​ຖາ​ນະ​ພາບ​ແມ່​ຍິງn (CSW), ວັນ​ທີ 11 ມີ​ນາ, 2019, ​ໃນ​ຫໍ​ປະ​ຊຸມ​ ທີ່​ສຳ​ນັກ​ງານ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນ​ນະ​ຄອນ​ນິວຢອກ
ພາບ​ທີ່​ຢາຍ​ຢູ່ໃຫ້ ​ສະ​ແດງ​ໃຫ້​ເຫັນ​ພວກ​ເຂົ້າ​ຮ່ວມກອງ​ປະ​ຊຸມ ຢູ່​ພິ​ທີ​ເປີດກອງ​ປະ​ຊຸມ​ສະ​ໄໝທີ 63 ຂອງ​ຄະ​ນະ​ກຳ​ມາ​ທິການຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ສະ​ຖາ​ນະ​ພາບ​ແມ່​ຍິງn (CSW), ວັນ​ທີ 11 ມີ​ນາ, 2019, ​ໃນ​ຫໍ​ປະ​ຊຸມ​ ທີ່​ສຳ​ນັກ​ງານ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນ​ນະ​ຄອນ​ນິວຢອກ

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ກ່າວ​ຢ້ຳການ​ຄັດ​ຄ້ານຂອງ​ທ່ານນາງ​ອີກ​ເທື່ອ​ນຶ່ງ​ຕໍ່ການ​ເຂົ້າ​ຮ່ວມ​ຂອງ​ອີ​ຣ່ານ​ຢູ່​ຄະ​ນະ​ກຳ​ມາ​ທິການຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ສະ​ຖາ​ນະ​ພາບ​ແມ່​ຍິງ.

ໃນການຂຽນ​ລົງໃນທວີດ​ເຕີ (Twitter) ໃນວັນອາທິດຜ່ານ​ມານັ້ນ ທ່ານ​ນາງ​ລິນ​ດາ ໂທ​ມັ​ສ-ກ​ຣີນ​ຟຽວ (Linda Thomas-Greenfield) ກ່າວວ່າ "ລັດຖະ ບານອີຣ່ານບໍ່ຄວນຢູ່ໃນ @UN_CSW - ທີ່​ເປັນອົງການສາກົນ ທີ່ອຸທິດຕົນ ເພື່ອສົ່ງເສີມຄວາມສະເຫມີພາບລະຫວ່າງຍິງ-ຊາຍ ແລະການສ້າງຄວາມເຂັ້ມ ແຂງແກ່ແມ່ຍິງ. ການຖອນອີຣ່ານອອກຈາກຄະນະກໍາມາ​ທິ​ການ ກ່ຽວກັບ ສະ ຖານະພາບຂອງແມ່ຍິງເປັນສິ່ງທີ່ຖືກຕ້ອງ."

ຮ່າງ​ມະຕິ​ທີ່​ສະ​ເໜີ​ໂດຍສະ​ຫະ​ລັດ ກ່ຽວ​ກັບ​ການ​ຖອນ​ອີຣ່ານ​ອອກ​ຈາກ​ຄະນະ​ກຳ ມາ​ທິການ​ດັ່ງກ່າວ ຈະ​ມີ​ການ​ລົງ​ຄະ​ແນນ​ສຽງ ​ຢູ່​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ທ້າຍ​ເດືອນ​ນີ້.

ຮ່າງ​ມະ​ຕິນີ້​ ຂຽນ​ໃນ​ສ່ວນ​ນຶ່ງວ່າ: “ນະ​ໂຍ​ບາຍ​ຂອງ​ສາ​ທາ​ລະ​ນະ​ລັດ​ອິສ​ລາມ ມີ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າງ​ແຮງ​ກັບ​ສິດ​ທິ​ມະ​ນຸດ ແລະ​ສິດ​ຂອງ​ແມ່​ຍິງ ແລະ​ເດັກ​ຍິງ ແລະ​ພາ​ລະ​ກິດ​ຂອງ​ຄະ​ນະ​ກຳ​ມາ​ທິ​ການຄຸ້ມ​ຄອງ​ແມ່​ຍິງ ແລະ​ຖືກ​ປະ​ນາມ. ​ແລະ​ສາທາລະນະ​ລັດ​ອິສ​ລາມ​ອີຣ່ານ ຄວນ​ຖືກ​ປົດ​ອອກ​ຈາກ​ຄະນະ​ກຳມາ​ທິການ​ສະຖານະພາບ​ຂອງ​ແມ່ຍິງ​ ໃນ​ທັນທີ ​ກ່ອນ​ໝົດ​ອາຍຸ​ຂອງ​ສະ​ໄໝ​ປັດຈຸ​ບັນ.”

ຫວ່າງ​ມໍ່ໆ​ມາ​ນີ້ ເຕຫະຣ່ານໄດ້​ເລີ່​ມ​ເຂົ້າເປັນ​ສະ​ມາ​ຊິກໃນຄະ​ນະ​ກຳ​ມາ​ທິ​ການທີ່​ມີ​ສະ​ໄໝຂອງ​ການດຳ​ເນີນ​ງານ 4 ປີ ນັ້ນ. ຄະນະກຳມາ​ທິການ​ດັ່ງກ່າວ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ປີ​ໃນ​ເດືອນ​ມີນາຜ່ານ​ມາ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ສະ​ເໝີ​ພາບ ຍິງ-ຊາຍ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ.

ໃນເດືອນແລ້ວນີ້ ທ່ານ​ນາງກ​ຣີນ​ຟຽວ ກ່າວວ່າ ການເປັນສະມາຊິກຂອງອີຣ່ານ ໃນຄະນະກໍາມາ​ທິ​ການແມ່ນເປັນ "ຮອຍດັ່ງ​ພ້ອຍທີ່ຫນ້າກຽດ" ໃຫ້ແກ່​ຄວາມ ເປັນຫນ້າເຊື່ອຖືຂອງອົງ​ການນີ້. "ໃນທັດສະນະຂອງພວກເຮົາແມ່ນ ມັນບໍ່ສາ ມາດຢືນຢູ່ຫັ້ນໄດ້."

ຄຳເຫັນຂອງທ່ານນາງໂທ​ມັ​ສ-ກ​ຣີນ​ຟຽວ ໃນເດືອນພະຈິກຜ່ານ​ມາ ໄດ້ມີຂຶ້ນ ຢູ່ໃນການປະ​ຊຸມທີ່ບໍ່ເປັນທາງການຂອງສະມາຊິກສະພາຄວາມໝັ້ນຄົງ ຊຶ່ງ ເອີ້ນກັນວ່າ ກອງປະຊຸມອາ​ເຣຍ (Arria) ໂດຍ ໄດ້ເນັ້ນໃສ່ການປະທ້ວງ ຂອງມະ ຫາຊົນ ທີ່ເລີ້ມຂຶ້ນໃນອີຣ່ານ ໃນວັນທີ 16 ກັນຍາ ຫລັງຈາກການເສຍຊີວິດຂອງນາງ​ມາ​ຊາ ອາ​ມີ​ນີ ອາຍຸ 22 ປີ ​ທີ່ຢູ່ໃນການຄຸມຂັງຂອງຕຳຫຼວດ. ແມ່ຍິງຊາວ​ເຄີດ​ຄົນ​ນັ້ນໄດ້ຖືກຈັບໃນນະ​ຄອນ​ຫລວງ​ເຕ​ຫະ​ຣ່ານໂດຍຜູ້ ທີ່ເອີ້ນວ່າຕໍາຫຼວດສິນທໍາ ຍ້ອນການໃສ່ຜ້າປົກຫົວຂອງນາງ "ບໍ່ຖືກຕ້ອງ."

ຕຳຫຼວດກ່າວວ່າ ນາງເປັນໂຣກຫົວໃຈວາຍ ໃນຂະນະທີ່ຖືກຄຸມຂັງ, ແຕ່ຄອບ ຄົວຂອງນາງໄດ້ໂຕ້ແຍ້ງຂໍ້​ກ່າວ​ອ້າງນັ້ນ. ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ໄດ້​ປະ​ຕິ​ເສດ​ຄໍາ​ຮ້ອງຂອງ​ຄອບ​ຄົວ​ທີ່​ຮ້ອງ​ຂໍ​ໃຫ້ຕັ້ງ​ຄະ​ນະ​ກໍາ​ມະ​ການ​ທ່ານ​ຫມໍທີ່​ມີອິດ​ສະ​ຫລະ​ເພື່ອ​ສືບ​ສວນ​ການ​ເສຍ​ຊີ​ວິດ​ຂອງ​ນາງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG