ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທູດ ສະຫະລັດ ຢືນຢັນວ່າ ຈະສືບຕໍ່ ການຮ່ວມ ມື ແລະ ໃຫ້ການຊ່ວຍເຫຼືອ ແກ່ທາງການ ລາວ


ເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວ ທ່ານ Daniel Clune ຢ້ຽມຢາມໂຮງຮຽນທີ່ແຂວງເຊກອງ.
ເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວ ທ່ານ Daniel Clune ຢ້ຽມຢາມໂຮງຮຽນທີ່ແຂວງເຊກອງ.

ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ຢືນຢັນວ່າຈະສືບຕໍ່ການຮ່ວມມື ແລະ ໃຫ້ ການຊ່ວຍເຫຼືອແກ່ທາງການ ລາວ ໃນ 5 ໂຄງການທີ່ລວມເຖິງການຊອກຫາກະດູກ ແລະ ສິ່ງເສດເຫຼືອຂອງ MIA ດ້ວຍ.

ການຢືນຢັນທີ່ຈະສືບຕໍ່ການຮ່ວມມືເຂົ້າໃນການຊອກຫາຊາກກະດູກ ແລະ ສິ່ງເສດເຫຼືອ ຂອງທະຫານ ອາເມຣິກັນ ທີ່ຫາຍສາບສູນໃນປາງສົງຄາມ ອິນໂດຈີນ ຫຼື MIA ຢູ່ໃນ ລາວ ໄດ້ມີຂຶ້ນໃນໂອກາດທີ່ທ່ານ ແສງເພັດ ເຮືອງບຸນເຍືອງ ລັດຖະມົນຕີຊ່ວຍວ່າການຕ່າງປະ ເທດ ໄດ້ສົ່ງມອບສິ່ງເສດເຫຼືອຂອງ MIA ໃຫ້ກັບທ່ານ Daniel Clune ເອກອັກຄະລັດ ຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ທີ່ໄດ້ມີຂຶ້ນຢ່າງເປັນທາງການທີ່ສະ ໜາມບິນນານາຊາດ ປາເຊ ແຂວງ ຈຳປາສັກ.

ໂດຍການສົ່ງມອບສິ່ງເສດເຫຼືອຂອງ MIA ໃນຄັ້ງຫຼ້າສຸດນີ້ເປັນກໍລະນີທີ່ໄດ້ດຳເນີນການ ຊອກຫາຢູ່ທີ່ເຂດບ້ານອຸດົມໄຊ ເມືອງສາມັກຄີໄຊ ແຂວງ ອັດຕະປີ ແລະ ທີ່ເຂດບ້ານ ຫວາກ ເມືອງກະລຶມ ແຂວງເຊກອງ ຊຶ່ງກໍເປັນຜົນເຮັດໃຫ້ທາງການ ລາວ ໄດ້ສົ່ງມອບສິ່ງ ເສດເຫຼືອຂອງ MIA ໃຫ້ແກ່ທາງການ ສະຫະລັດ ແລ້ວເຖິງ 271 ກໍລະນີຈາກການດຳ ເນີນງານນັບຕັ້ງແຕ່ປີ 1982 ເປັນຕົ້ນມາຈົນເຖິງປະຈຸບັນ.

ກ່ອນໜ້ານີ້ທ່ານນາງ Ann Mills-Griffiths ປະທານຄະນະກຳມະການສັນນິບາດຄອບ ຄົວຂອງສະເລີຍສົງຄາມ ແລະ ທະຫານ ອາເມຣິກັນ ທີ່ຫາຍສາບສູນໄປໃນປາງສົງຄາມ ໃນເອເຊຍຕາເວັນອອກສຽງໃຕ້ໄດ້ເຈລະຈາກັບທ່ານ ທອງລຸນ ສີສຸລິດ ທັງກໍຍັງໄດ້ເດີນ ທາງໄປກວດຢ້ຽມພື້ນທີ່ຊອກຫາຊາກກະດູກ ແລະ ສິ່ງເສດເຫຼືອຂອງ MIA ຢູ່ເຂດເມືອງ ເຊໂປນ ແລະ ເມືອງວິລະບູລີ ແຂວງສະຫວັນນະເຂດ ອີກດ້ວຍ.

ທັງນີ້ໂດຍທາງການ ລາວ ໄດ້ອະນຸຍາດໃຫ້ຄະນະສຳຫຼວດຂອງ ສະຫະລັດ ສາມາດນຳ ໃຊ້ຍານພາຫະນະເພື່ອຂົນສົ່ງເຄື່ອງມື ແລະ ອຸປະກອນຕ່າງໆໄປພື້ນທີ່ເປົ້າໝາຍ ທັງຍັງ ອະນຸຍາດໃຫ້ຄະນະສຳຫຼວດຂອງ ສະຫະລັດ ສາມາດຕັ້ງຄ້າຍພັກຢູ່ໃນບໍລິເວນທີ່ທຳ ການຂຸດຄົ້ນໄດ້ເປັນຄັ້ງທຳອິດນັບແຕ່ປີ 2014 ເປັນຕົ້ນມາ ດ້ວຍເຫດນີ້ ຈຶ່ງຖືເປັນບາດ ກ້າວໃໝ່ຂອງການຮ່ວມມືໃນການຄົ້ນຫາ MIA ຂອງ ສະຫະລັດ ຢູ່ໃນ ລາວ.

ທາງການ ລາວ ແລະ ສະຫະລັດ ໄດ້ເລີ່ມການຮ່ວມມືໃນການຊອກຫາ MIA ຢູ່ໃນ ລາວ ນັບຕັ້ງແຕ່ປີ 1982 ເປັນຕົ້ນມາ ແລະ ໃນປະຈຸບັນໄດ້ຄົ້ນພົບແລ້ວ 271 ກໍລະນີຈາກທັງ ໝົດ 575 ກໍລະນີຈຶ່ງຍັງເຫຼືອ 304 ກໍລະນີທີ່ທາງການທັງສອງຝ່າຍຈະຮ່ວມກັນສຳຫຼວດ ແລະ ຊອກຫາຕໍ່ໄປ.

ການຊອກຫາ MIA ຢູ່ໃນ ລາວ ຖືເປັນ 1 ໃນ 5 ໂຄງການທີ່ທາງການ ສະຫະລັດ ໃຫ້ ຄວາມສຳຄັນເປັນພິເສດທີ່ຈະເສີມສ້າງຄວາມຮ່ວມມືກັບທາງການ ລາວ ໂດຍອີກ 4 ໂຄງ ການທີ່ເຫຼືອນັ້ນກໍຄືການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງໃນ ລາວ ການພັດ ທະນາລະບົບກົດໝາຍ ແລະ ສິດທິມະນຸດ, ການຮັກສາສິ່ງແວດລ້ອມທຳມະຊາດ ແລະ ຊີວະນານາພັນ, ການເສີມຂະຫຍາຍມູນຄ່າການຄ້າ ແລະ ການລົງທຶນດັ່ງທີ່ທ່ານ Daniel Clune ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ໄດ້ໃຫ້ການຢືນຢັນວ່າ.

ໂດຍກ່ອນໜ້ານີ້ ກະຊວງການຕ່າງປະເທດ ສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອໃນການ ສຶກສາອົບຮົມເພື່ອການປ້ອງກັນໄພອັນຕະລາຍຈາກລະເບີດ UXO ສຳລັບນັກຮຽນໃນ ພື້ນທີ່ 15 ເມືອງໃນເຂດ 9 ແຂວງທີ່ມີລະເບີດ UXO ຕົກຄ້າງຢູ່ຢ່າງໜາແໜ້ນ ເຊັ່ນເມືອງ ນ້ຳບາກໃນແຂວງ ຫຼວງພະບາງ, ເມື່ອງຫ່ຽມ ແລະ ເມືອງວຽງໄຊ ໃນແຂວງຫົວພັນ, ເມືອງ ຄຳ ແລະ ເມືອງໜຶງແຮດ ໃນເຂດແຂວງຊຽງຂວາງ ສ່ວນອີິກ 10 ເມືອງທີ່ເຫຼືອກໍຢູ່ໃນ ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.

ທາງການ ສະຫະລັດ ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ທາງການ ລາວ ໃນໂຄງການດັ່ງກ່າວ ນີ້ນັບແຕ່ປີ 1996 ເປັນຕົ້ນມາພາຍໃຕ້ເປົ້າໝາຍເພື່ອຫຼຸດຈຳນວນຜູ້ທີ່ໄດ້ຮັບເຄາະ ຈາກ ລະເບີດ UXO ໃຫ້ນ້ອຍລົງ ໂດຍທີ່ຜ່ານມາກໍປະກົດວ່າ ໄດ້ໃຫ້ການສຶກສາອົບຮົມແກ່ນັກ ຮຽນໃນ ລາວ ໄດ້ແລ້ວຫຼາຍກວ່າ 228,000 ຄົນ ແລະ ໃນຂະນະດຽວກັນກໍມີ ຄູ-ອາຈານ ຫຼາຍກວ່າ 9,000 ຄົນທີ່ໄດ້ຜ່ານການຝຶກອົບຮົມຄວາມຮູ້ ກ່ຽວກັບ ການປ້ອງກັນໄພ ອັນຕະລາຍຈາກລະເບີດ UXO ດັ່ງກ່າວ.

ກ່ອນໜ້ານີ້ທ່ານ Daniel Clune ໃຫ້ການຢືນຢັນວ່າລັດຖະບານ ສະຫະລັດ ໄດ້ອະນຸມັດ ງົບປະມານໃນມູນຄ່າລວມ 6,5 ລ້ານໂດລາ ຊຶ່ງແບ່ງອອກເປັນ 5 ລ້ານໂດລາ ສຳລັບການ ໃຫ້ການຊ່ວຍເຫຼືອຜູ້ທີ່ພິການຈາກລະເບີດ UXO ໃນ ລາວ ຫຼາຍກວ່າ 70,000 ຄົນ.

XS
SM
MD
LG