ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທູດພິເສດຂອງ ສຫລ ກ່າວວ່າ ການສູ້ລົບກັບ ພວກໄອຊີສ ໃນຊີເຣຍ ເກືອບວ່າ ຈະສຳເລັດ


ທ່ານ ເຈມສ໌ ແຈັຟຟຣີ(James Jeffrey) ທູດພິເສດຂອງ ສະຫະລັດ ດ້ານການພົວພັນກັບ ຊີເຣຍ
ທ່ານ ເຈມສ໌ ແຈັຟຟຣີ(James Jeffrey) ທູດພິເສດຂອງ ສະຫະລັດ ດ້ານການພົວພັນກັບ ຊີເຣຍ

​ໃນຂະນະທີ່ສົງຄາມໃນຊີເຣຍພວມຢ່າງເຂົ້າປີທີແປດຢູ່ນີ້ ພວກເຈົ້າໜ້າ ທີ່ຢູ່ນະຄອນ
ຫຼວງວໍຊິງຕັນ ກໍໄດ້ໃຫ້ຂໍ້ສັງເກດໄປ ໃນທຳນອງທີ່ວ່າ ຈະມີຫຍັງ ເກີດຂຶ້ນຕໍ່ໄປໃນຂະ
ນະທີ່ກຳລັງຂອງຊີເຣຍທີ່ສະຫະລັດໜູນຫຼັງລົງມືໂຈມຕີເທື່ອ ໃໝ່ ເພື່ອຂັບໄລ່ພວກ
ໄອຊີສ ອອກໄປຈາກຂົງເຂດດັ່ງກ່າວ. ເອລີຊາເບັດ ເຊີແນຟ ນັກຂ່າວວີໂອເອມີ ລາຍ
ງານເລື້ອງນີ້ ດັ່ງສາລີ ຈະນຳ​ມາສະເໜີທ່ານ ໃນອັນດັນຕໍ່ໄປ.

ໃນຂະນະທີ່ກຳລັງທະຫານຂອງຊີເຣຍ ພະຍາຍາມຂັບໄລ່ ພວກນັກລົບໄອ ຊິສ ທີ່ເຫຼືອ
ຫຼໍຢູ່ ອອກໄປຈາກເຂດພາກຕາເວັນອອກສຽງໃຕ້ ຂອງປະເທດຢູ່ນັ້ນ ທູດພິເສດຈາກ
ວໍຊິງຕັນສຳລັບຊີເຣຍກໍໄດ້ອະທິບາຍໃຫ້ຊາບເຖິງຄວາມໝາຍໝັ້ນ ຂອງສະຫະລັດທີ່
ຈະມຸ້ງໜ້າຕໍ່ໄປ.

ເອກອັກຄະຣັດຖະທູດ ເຈມສ໌ ແຈັຟຟຣີ ຜູ້ຕາງໜ້າພິເສດສຳລັບການພົວພັນກັບ ຊີ
ເຣຍກ່າວວ່າ “ສິ່ງທີ່ພວກເຮົາກຳລັງຊອກຫາກໍຄື ການປາໄຊ ຢ່າງຖາວອນຂອງພວກ
ໄອຊີສທ່າແຮງໃໝ່ສຳລັບການດຳເນີນງານທາງດ້ານການເມືອງ ທີ່ຕ່າວປີ້ນບໍ່ໄດ້ ໃນ
ຊີເຮຍທີ່ອຳນວຍຄວາມສະດວກໃຫ້ໂດຍອົງການສະຫະປະຊາຊາດ ແລະການ ຫຼຸດ
ໜ້ອຍຖອຍລົງ ຂອງຄວາມເປັນປໍລະປັກກັນ."

ນັບຕັ້ງແຕ່ຄວາມເຄັ່ງຕຶງໄດ້ລະເບີດຂຶ້ນ ໃນປີ 2011 ເປັນຕົ້ນມາ ທູດພິເສດ ຂອງອົງ
ການສະຫະປະຊາຊາດຄຳນວນວ່າ ໄດ້ມີຜູ້ເສຍຊີວິດຫຼາຍກວ່າ 400,000 ຄົນ ແລະ
ພວກທີ່ໄດ້ພັດພາກຈາກປະເທດ ທີ່ມີທັງຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ ກໍມີຫຼາຍເຖິງ
5 ລ້ານຄົນ.

ໃນຂະນະທີ່ປະຊາຄົມນາໆຊາດໄດ້ຮັບ​ມື​ກັບວິກິດຕະການດ້ານມະນຸດສະທຳຢູ່ນັ້ນ
ພວກເຈົ້າໜ້າທີ່ກໍກ່າວວ່າ ລະບອບຂອງ ອາຊາດ ຕ້ອງໄດ້ຮັບການ ຕ້ອງຕິ ທີ່ເຮັດໃຫ້
ມີຄວາມຮ້າຍແຮງຍິ່ງຂຶ້ນ ໃນ​ການຫັກຫ້າມບໍ່ໃຫ້ຊາວຊີເຣຍກັບ ຄືນເມືອນັ້ນ.​

ທ່ານເອກອັກຄະ​ລັດຖະທູດກ່າວຕື່ມວ່າ “ລັດຖະບານສະຫະລັດ ບໍ່ໄດ້ຊຸກຍູ້ໃຫ້ພວກ
ອົບພະຍົບ ບໍ່ໃຫ້ກັບຄືນໄປ ແລະ ພວກເຮົາກໍບໍ່ໄດ້ຊຸກຍູ້ ໃຫ້ລັດຖະບານໃດພະຍາ
ຍາມ
ກີດກັນ ຫຼືຢຸດເຊົາເຂົາເຈົ້າ ຫຼືເຮັດໃຫ້ພວກເຂົາເຈົ້າ ທໍ້ແທ້ໃຈ ໃນການກັບຄືນ
ໄປ.
ທ່າທີຂອງພວກເຮົາກໍຄື ໃຫ້ພວກອົບພະຍົບຕັດສີນໃຈເອົາເອງ. ມັນຈະຕ້ອງ
ເປັນການສະໝັກໃຈ. ການ ກັບຄືນຂອງພວກເຂົາເຈົ້າ ຕ້ອງໄດ້ຮັບຄວາມປອດໄພ.
ມັນຄວນຈະຕົກຢູ່ພາຍ ໃຕ້ສະພາບທີ່ມີກຽດ. ມັນບໍ່ຄວນຈະເປັນກຸ່ມບຸກຄົນທີ່ອຶດຫິວ
ຕາຍ ຍ້ອນຜູ້ໃດຜູ້ ນຶ່ງ ທີ່ເຮັດໃຫ້ເຫັນວ່າບໍ່ມີທາງເລືອກແລ້ວກັບຄືນໄປ ຢູ່ພາຍໃຕ້
ການຄວບຄຸມ ຂອງລະບອບ.”

ເມື່ອຖືກຖາມກ່ຽວກັບຂອບເຂດຂອງເວລາໃນການຖອນທະຫານສະຫະລັດອອກໄປ
ຈາກຊີເຣຍ ພວກເຈົ້າໜ້າທີ່ ກໍໄດ້ເນັ້ນຢໍ້າ ເຖິງການທ້າທາຍ ໃນ​ໄລ​ຍະຍາວ ​ເພື່ອ​ກຳ​ຈັດ
ອິດທິພົນຂອງພວກໄອຊິສ. ທ່ານເອກອັກຄະຣັດຖະທູດເວົ້າວ່າ “ການຜາບແພ້ຢ່າງ​ເປັນ​
ການຖາວອນ ບໍ່ແມ່ນພຽງແຕ່ຈະເປັນການທັບມ້າງ ໄມ້ ມືຈຸສຸດທ້າຍ ຂອງພວກໄອຊິສ
ທີ່ຍຶດໝັ້ນຢູ່ໃນກຸ່ມແລະກົມກອງທະຫານຕ່າງໆ ຢູ່ໃນເມືອງເລາະຕາມແມ່ນໍ້າ ຢູເຝຣດ
ເທົ່ານັ້ນ.ມັນຍັງຕ້ອງໄດ້ໃຫ້ແນ່ໃຈວ່າ ດັ່ງທີ່ຂ້າພະເຈົ້າໄດ້ເວົ້າໄປນັ້ນ ກົມກອງທີ່ຈະຢູ່
ຕໍ່ໄປທີ່ມີກຳລັງເຂັ້ມແຂງຂອງພວກເຂົາແມ່ນຢູ່ທາງພາກຕາເວັນອອກສຽງເໜືອຂອງຊີ
ເຣຍທີ່ພວກເຮົາຕ້ອງໄດ້ຕໍ່ສູ້.ພວກເຂົາກຳລັງກໍ່ສ້າງກອງທັບຮັກສາຄວາມປອດໄພ
ທ້ອງຖິ່ນຂຶ້ນມາຢູ່.”

On Syria, US Emphasizes Defeat of Islamic State, De-Escalation of Conflict
please wait

No media source currently available

0:00 0:02:09 0:00

ໃນຂະນະດຽວກັນ ໃນຕົ້ນປີໜ້າ ພວກນັກຊ່ຽວຊານຈາກ​ກຸ່ມສິ້ງຊອມເລື້ອງ ອາວຸດເຄມີ ຂອງຢູໂຣບກໍຈະລົງມືສືບສວນກ່ຽວກັບວ່າ ຜູ້ໃດເປັນຜູ້ຮັບຜິດ ຊອບສຳລັບການໂຈມຕີ
ດ້ວຍແກັສເບື່ອເມົາເຖິງຕາຍໃນຊີເຣຍທີ່ຢ້ອນຄືນຫຼັງ ໄປຈົນເຖິງປີ 2014.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG