ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ອັດຕາການຫວ່າງານ ໃນ ສະຫະລັດ ຫລຸດລົງ ໜ້ອຍນຶ່ງ ແລະໜ້າວຽກ ກໍໄດ້ຊັກຊ້າລົງ


ຜູ້ຊອກຫາວຽກເຮັດຄົນນຶ່ງ ເບິ່ງບັນຊີ ລາຍລະອຽດ ຂອງການແຈ້ງເອົາ ພະນັກງານ ຂອງໂຮງແຮມ ຣີເວີຊາຍ ຢູ່ໃນເມືອງ ຊັນຣາຍສ໌ ລັດຟລໍຣິດາ, ວັນທີ 21 ມິຖຸນາ 2018.

ອັດຕາ​ການ​ຫວ່າງ​ການ​ຂອງ​ສະຫະລັດ​ໄດ້​ຫລົດ​ລົງໜ້ອຍ​ນຶ່ງ​ໃນ​ເດືອນ​ກໍລະກົດ ​ໃນ
​ຂະນະ​ທີ່​ວຽກ​ງານ​ເພີ້​ມຂຶ້ນ​ໄດ້​ຕໍ່າ​ກວ່າ​ນັກວິ​ເຄາະຫຼາຍໆ​ຄົນ​ໄດ້​ທຳນາຍ​ເອົາ​ໄວ້.

ລາຍ​ງານ​ຂອງ​ວັນ​ສຸກ​ວານ​ນີ້​ຈາກ​ກະຊວງ​ແຮງ​ງານ​ສະ​ແດງ​ໃຫ້​ເຫັນ​ອັດຕາ​ຫວ່າງ​ງານ​
ຕົກ​ເຖິງ​ນຶ່ງ​ສ່ວນ​ສິບ​ຂອງ​ເປີ​ເຊັນ ຫາ 3.9 ​ເປີ​ເຊັນ ທີ່​ເປັນນຶ່ງ​ຂອງ​ໂຕ​ເລກ​ຕໍ່​ສຸດໃນ​ຫຼາຍ
​ປີ​ທີ່​ຜ່ານ​ມາ.

​ເສດຖະກິດ​ທີ່​ໃຫຍ່​ສຸດ​ຂອງ​ໂລກ​ຍັງ​ໄດ້​ເພີ້​ມ​ເຖິງ 157,000 ໜ້າວຽກ ຊຶ່ງ​ໜ້ອຍກວ່າ​
ອັດຕາສະເລ່ຍແຕ່ລະ​ເດືອນ ​ຂອງປີ​ນີ້ ​ເທົ່າ​ທີ່ຜ່ານ​ມາ​ .

ບັນດາ​ຜູ້​ຊ່ຽວຊານ​ໄດ້​ຖີ້ມ​ໂທດ​ຈຳນວນ​ນຶ່ງ​ຂອງ​ການ​ປ່​ຽນ​ແປງ​ແກ່​ການ​ປິດ​ບັນດາ​ຮ້ານ
​ຄ້າ​ຫຍ່ອຍ ​ແຕ່​ກ່າວ​ວ່າ​ຕະຫລາດ​ແຮງ​ງານ​ຍັງ​ໜັກ​ແໜ້ນ ພ້ອມ​ການ​ເປີດ​ຫຼາຍຂຶ້ນ​ກວ່າ
​ໜ້າ​ວຽກ​ທັງ​ໝົດ.

ອັດຕາ​ຫວ່າງ​ງານ​ພາຍ​ໃຕ້ 4 ​ເປີ​ເຊັນຈະ​ເຮັດ​ໃຫ້​ພວກ​ນາຍ​ຈ້າງ​ຂື້ນ​ຄາ​ແຮງ​ງານ​ເພື່ອ​ດືງ
ດູດ ​ແລະ​ຮັກສາ​ຄົນ​ງານ​ທີ່​ເຮັດ​ວຽກ​ດີ​ນັ້ນ​ໄວ້ ​ແຕ່​ວ່າ ຈຳນວນ​ໂຕ​ເລກ​ໃໝ່​ສະ​ແດງໃຫ້
ເຫັນ​ຄ່າ​ແຮງ​ງານ​ຂຶ້ນ​ພຽງ 2.7 ​ເປີ​ເຊັນ​ໃນ​ປີ​ທີ່​ຜ່ານ​ມາ ຊຶ່ງ​ຕໍ່າ​ກວ່າອັດຕາ​ເງິນ​ເຟີ້ ໝາຍ​
ຄວາມ​ວ່າ​ຄາ​ແຮງານ​ທີ່​ແທ້​ຈິງ​ນັ້ນ​ຕົກ​ໜ້ອຍ​ນຶ່ງ.

ທ່ານ​ປີ​ເຕີ ​ແຄຣມ​ເມີຣ ​ຂອງ​ບັນດາ​ຜູ້​ປຶກສາ​ທີ່​ສຳຄັນ​ກ່າວ​ວ່າ ​ເຫ​ດຜົນ​ນຶ່ງ​ທີ່​ອັດຕາ​ຄາ
​ແຮງ​ງານ​ບໍ່​ຂຶ້ນ​ໄວ​ກວ່າ​ໃນ​ຈຳນວ​ນ​ໃຫຍ່ ​ແຕ່​ມີກຸ່ມ​ຈຳນວນພວກ​ພະນັກງານ​ທີ່ເຮັດ​ວຽກ
​ບໍ່​ເຕັມ​ເວລານັ້ນຫລົດ​ລົງ ຜູ້​ທີ່​ເຮັດ​ວຽກ​ຫຼາຍ​ຊົ່ວ​ໂມງ ຫຼື​ເຮັດ​ວຽກ​ເຕັມ​ເວລາ.

​ໃນ​ການ​ສຳພາດ​ຂອງ​ວີ​ໂອ​ເອ ຜ່ານ​ທາງ​ສະ​ໄກວ໌ ທ່ານ​ແຄຣ​ເມີຣ ກ່າວ​ວ່າ​ເທົ່າ​ທີ່​ຜ່ານ​ມາ
ມີ​ຫລັກ​ຖານ​ໜ້ອຍ​ນຶ່ງ​ທີ່ການ​ໂຕ້​ຖຽງ​ການ​ຄ້າ​ຫຼາຍຢ່າງ​ຂອງ ວໍ​ຊິງ​ຕັນ ​ໄດ້​ເຣັດ​ໃຫ້​ວຽກ
ງານຊອກ​ຊໍ້າ ​ແຕ່​ນັ້ນ​ອາດ​ປ່ຽນ​ແປງ​ໄດ້ ຖ້າ​ຫາກ​ການ​ໂຕ້​ຖຽງ​ດຳ​ເນີນ​ໄປ​ເປັນ​ເວລາ
“ຫົກ ຫຼື​ແປດ​ເດືອນ.”

ຫົວໜ້າ​ເສດຖະກິດ ທະນາຄານ PNC ທ່ານ​ກັສ ​ໂຟ​ເຊີຣ ກ່າວ​ວ່າ ອັດຕາ​ການ​ຫວ່າງ
ງານຂອງ​ສະຫະລັດ ອາດ​ຈະ​ຫລົດ​ລົງ​ມາ 3.5 ​ເປີ​ເຊັນ​ໃນ​ທ້າຍ​ປີ​ນີ້. ທ່ານໂຟ​ເຊີ​ຣ ຂຽນ​
ດັ່ງ​ທີ່ເກີດ​ຂຶ້ນ ການ​ເພີ້​ມໜ້າ​ທີ່ວຽກ​ງານຈະ​ຊ້າ​ລົງ ​ເພາະວ່າ​ທຸລະ​ກິດຈະ​ຫາ​ການ​ຈ້າງຄົນ​
ມາ​ເຮັດ​ວຽກໃໝ່​ຍາກ​ຂຶ້ນ.

​ໃນ​ວັນ​ພຸດ​ທີ່​ຜ່ານ​ມາທະນາຄານ​ກາງ​ສະຫະລັດ ທີ່​ເປັນ​ທະນາຄານ​ກາງຂອງ​ປະ​ເທດ
ກ່າວ​ວ່າ ​ເສດຖະກິດ​ໄດ້ “​ແຂງ​ແຮງ” ຈາ​ການ​ຊັງ​ຊາ​ໃນ​ເດືອນ​ມິຖຸນາ ຊຶ່ງ​ເຮັດໃຫ້​ເສດ
ຖະກິດ "ໜັກ​ແໜ້ນ.”

ລັດຖະບານ​ກາງ​ຍັງ​ເຮັດ​ໃຫ້​ເປັນ​ທີ່ແຈ້ງ​ຂາວ ຄາດ​ວ່າ​ຈະ​ຍົກ​ອັດຕາ​ດອກ​ເບ້ຍ​ໃນ​ຫຼາຍ​
ເດືອນ​ທີ່​ຈະ​ມາ​ເຖິງ​ນີ້ ​ເພື່ອຕ້ານ​ກັບ​ຄຳ​ຮຽກຮ້ອງຂອງປະທານາ​ທິບໍດີ​ດໍ​ໂນ​ລ ທຣໍາ ​ໃຫ້
​ຄະນະ​ທີ່​ເປັນອິດສະຫຼະ​ເພື່ອ​ຮັກສາ​ອັດຕາ​ໃຫ້​ທຸ່ນ​ທ່ຽງ. ປະທານ​ທະນາຄານ​ກາງ​ ທ່ານ
​ເຈີ​ໂຣມ ພາວ​ເວີລ ກ່າວ​ຕໍ່​ວິທະຍຸ NPR ​ໃນ​ເດືອນ​ກໍລະກົດ​ວ່າ “ຂ້າພ​ະ​ເຈົ້າ​ຄິດ​ວ່າ​ເສດ
ຖະກິດ​ຢູ່​ໃນ​ບ່ອນທີ່​ດີ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG