ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖະແຫຼງຂ່າວ ຂອງສະຖານທູດ ສຫລ ປະຈໍາ ສປປ ລາວ ກ່ຽວກັບຂໍ້ມູນບິດເບືອນ ສໍາລັບສະຖານະການ ໃນຢູເຄຣນ


ພວກມອດໄຟ ກໍາລັງພາກັນພະຍາຍາມມອດໄຟຢູ່ຕຶກອາຄານທີ່ກໍາລັງຖືກໄຟໄໝ້ ລຸນຫຼັງທີ່ຣັດເຊຍ ຖິ້ມລະເບີດໃສ່ບໍລິເວນບ່ອນພັກອາໄສຂອງປະຊາຊົນ ໃນນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 15 ມີນາ 2022.
ພວກມອດໄຟ ກໍາລັງພາກັນພະຍາຍາມມອດໄຟຢູ່ຕຶກອາຄານທີ່ກໍາລັງຖືກໄຟໄໝ້ ລຸນຫຼັງທີ່ຣັດເຊຍ ຖິ້ມລະເບີດໃສ່ບໍລິເວນບ່ອນພັກອາໄສຂອງປະຊາຊົນ ໃນນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 15 ມີນາ 2022.

ກ່ອນອື່ນ ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງກະຊວງການຕ່າງປະ ເທດທີ່ໄດ້ອຳນວຍຄວາມສະດວກໃນການເຂົ້າຮ່ວມຂອງສື່ມວນຊົນໃນມື້ນີ້ ແລະ ພວກຂ້າພະເຈົ້າກໍ່ຂໍຂອບໃຈ ບັນດາຜູ້ຕາງໜ້າຈາກສຳນັກງານຂ່າວສານຕ່າງໆທີ່ໄດ້ມາເຕົ້າໂຮມກັນໃນມື້ນີ້ ນັ້ນ​ຄື​ຖະ​ແຫຼງ​ການ​ຂອງ​ສະ​ຖານ​ທູດ​ສະ​ຫະ​ລັດ​ປະ​ຈຳ ສ​ປ​ປ ລາວ ທີ່​ອອກ​ໃນ​ວັນ​ທີ 15 ມີ​ນານີ້.

ໃນອາທິດທີ່ຜ່ານມາ ຜູ້ຕາງໜ້າຈາກສະຖານທູດຣັດເຊຍ ໄດ້ເຮັດໃຫ້ປະຊາຊົນລາວຕົກຢູ່ໃນກະແສຖືກຕົວະຍົວະຫລອກຫລວງ ແລະ ມີການບິດເບືອນຂໍ້ມູນກ່ຽວກັບການຮຸກຮານ ທີ່ຜິດກົດໝາຍຕໍ່ປະເທດຢູ​ເຄ​ຣນ.

ໃນມື້ນິ້ ສະຖານທູດສະຫະລັດອາເມ​ຣິກາ ຕ້ອງການໃຫ້ຂໍ້ມູນທີ່ເປັນຄວາມຈິງກ່ຽວກັບການເລືອກເຮັດສົງຄາມຂອງປະທານາທິບໍດີປູຕິນ.

ແລະ ນີ້ແມ່ນຄວາມຈິງພື້ນຖານ: ຣັດເຊຍ ແມ່ນກຳລັງດຳເນີນການໂຈມຕີທີ່ຕົນເອງໄດ້ຕຶກຕອງໄວ້ກ່ອນລ່ວງໜ້າແລ້ວ ເປັນການໂຈມຕີທີ່ບໍ່ມີເຫດຜົນ ແລະ ບໍ່ຍຸດຕິທຳຕໍ່ ຢູ​ເຄ​ຣນ ເຊິ່ງເປັນການລະເມີດຕໍ່ກົດໝາຍລະຫວ່າງປະເທດ ແລະ ໄດ້ກໍ່ໃຫ້ເກີດວິກິດດ້ານສິດທິມະນຸດ ແລະ ມະນຸດສະທຳ.

ສົງຄາມທີ່ເກີດຂຶ້ນໃນຢູ​ເຄ​ຣນ ແມ່ນສົງຄາມທີ່ຣັດເຊຍໄດ້ເລືອກທີ່ຈະເຮັດ ໂດຍໄດ້ປະຕິເສດຄວາມພະຍາຍາມໃນການເຈລະຈາທາງການທູດ ແບບສັນຕິວິທີຫລາຍຕໍ່ຫລາຍຄັ້ງ.

ທາງເລືອກໃນການເຮັດສົງຄາມຂອງປະທານາທິບໍດີປູຕິນ ໄດ້ບີບບັງຄັບໃຫ້ປະຊາຊົນຢູ​ເຄ​ຣນຈຳນວນຫລາຍລ້ານຄົນ ຕ້ອງໄດ້ປົບໜີ ພົນລະເຮືອນຫລາຍພັນຄົນທີ່ບໍ່ມີຄວາມຜິດ ລວມທັງເດັກນ້ອຍຈຳນວນຫລວງຫລາຍໄດ້ເສຍຊີວິດ ແລະ ຈຳນວນເພີ່ມຂື້ນໃນທຸກໆມື້ ທີ່ສົງຄາມນີ້ຍັງຄົງດຳເນີນຕໍ່ໄປ.

ຣັດເຊຍພາຍໃຕ້ການຊີ້ນຳຂອງປະທານາທິບໍດີ ວລາດີເມຍ ປູຕິນ ຈະສ້າງເລື່ອ ທີ່ບໍ່ມີມູນຄວາມຈິງອັນຈຳເປັນໃນທຸກຮູບແບບ ເພື່ອຫັນຄວາມສົນໃຈຈາກການເລືອກເຮັດສົງຄາມທີ່ລົ້ມແຫລວຂອງຕົນ.

ຂ້າພະເຈົ້າຂໍເນັ້ນໃຫ້ເຫັນ ເຖິງການອ້າ ທີ່ບໍ່ມີມູນຄວາມຈິງຢ່າງໜຶ່ງ ໂດຍສະເພາະແມ່ນ ການກ່າວຫາທີ່ບໍ່ຖືກຕ້ອງ ແລະບໍ່ມີມູນຄວາມຈິງຂອງສະຖານທູດ ຣັດເຊຍ ໃນອາທິດທີ່ຜ່ານມາ ກ່ຽວກັບຫ້ອງທົດລອງອາວຸດຊີວະພາບ ແລະອາວຸດເຄມີຂອງ ສະຫະລັດອາເມຣິກາ ທີ່ໄດ້ທຳການພັດທະນາຢູ່ໃນ ຢູ​ເຄ​ຣນ ນັ້ນ ແມ່ນການກ່າວຫາທີ່ບໍ່ມີຫລັກຖານອ້າງອີງ.

ຂໍ້ກ່າວຫາຂອງຣັດເຊຍແມ່ນເລື່ອງຫລອກຫລວງ.

ສະຫະລັດອາເມຣິກາແມ່ນປະຕິບັດຕາມພັນທະຂອງຕົນຢ່າງຄົບຖ້ວນ ພາຍໃຕ້ສົນທິສັນຍາກ່ຽວກັບການຫ້າມອາວຸດຊີວະພາບ ແລະ ອາວຸດເຄມີ ແລະ ຍັງຕໍ່ຕ້ານການພັດທະນາ ລວມເຖິງການຄອບຄອງອາວຸດເຄມີ ຫລື ອາວຸດຊີວະພາບໃນທຸກໆບ່ອນ.

ເຊິ່ງຣັດເຊຍເອງເປັນຜູ້ທີ່ມີປະຫວັດອັນຍາວນານໃນການນຳໃຊ້ອາວຸດເຄມີ ລວມ ເຖິງການລອບສັງຫານ ແລະ ການວາງສານພິດຕ່າງໆ. ແມ່ນປະເທດຣັດເຊຍ ທີ່ໄດ້ດຳເນີນໂຄງການອາວຸດຊີວະພາບມາເປັນເວລາດົນນານ ເຊິ່ງເປັນການລ່ວງລະເມີດຕໍ່ກົດໝາຍລະຫວ່າງປະເທດ.

ຣັດເຊຍ ຍັງມີປະຫວັດທີ່ຍາວນານໃນການກ່າວຫາຜູ້ອື່ນວ່າ ເປັນຜູ້ລ່ວງລະເມີດ ທັງໆທີ່ຣັດເຊຍເອງ ທີ່ເປັນຜູ້ກະທຳຄວາມຜິດ.

ດັ່ງທີ່ທ່ານໄດ້ເຫັນການເຕົ້າໂຮມກັນໃນມື້ນີ້ ຂອງບັນດາຜູ້ຕາງໜ້າຕ່າງໆ ແລະ ຈາກຄະແນນສຽງຫຼ້າສຸດຈາກສະຫະປະຊາຊາດ ການຕອບໂຕ້ກັບສົງຄາມຣັດເຊຍ ແມ່ນເປັນອັນໜຶ່ງອັນດຽວກັນ ລະຫວ່າງບັນດາຜູ້ນຳຕ່າງໆຂອງໂລກ.

ໂລກແມ່ນກຳລັງຈັບຕາເບິ່ງວ່າ ປະເທດໃດທີ່ຈະຢືນຢັດເພື່ອຫລັກການພື້ນຖານຂອງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ແລະ ຜູ້ໃດທີ່ໃຫ້ການສະໜັບສະໜຸນ ຫລື ບໍ່ຕໍ່ຕ້ານກັບການເລືອກເຮັດສົງຄາມຂອງປູຕິນ.

ແຜນການທາງການທະຫານຂອງປູຕິນ ທີ່ຈະຍຶດເອົາຢູ​ເຄ​ຣນໄດ້ຢ່າງໄວວານັ້ນ ໄດ້ລົ້ມແຫລວ. ເຊິ່ງໃນທີ່ສຸດ ຣັດເຊຍຈະອ່ອນແອລົງ ບໍ່ໄດ້ເຂັ້ມແຂງຂຶ້ນ ສຳລັບການເປີດສົງຄາມນີ້.

ປະຊາຄົມສາກົນໂລກໄດ້ເຫັນພ້ອມເປັນສຽງດຽວກັນ ແລະ ໄດ້ໃຫ້ຄວາມສຳຄັນແກ່ບັນຫານີ້ ຫລາຍກວ່າທີ່ເຄີຍໃນໄລຍະຜ່ານມາ. ພວກຂ້າພະເຈົ້າ ຍັງຄົງເປັນນໍ້າໜຶ່ງໃຈດຽວກັບປະເທດຢູ​ເຄ​ຣນ ກໍຄືປະຊາຊົນຢູ​ເຄ​ຣນ.

VIENTIANE, LAO PDR - We appreciate the Ministry of Foreign Affairs for helping to facilitate today’s media availability, and we thank the many representatives of news organizations for gathering.

Last week, representatives from the Embassy of Russia subjected the people of Lao PDR to a stream of lies and disinformation regarding its illegal invasion of Ukraine.

Today, the U.S. Embassy would like to provide you with the facts regarding President Putin’s failing war of choice.

Here is the basic fact: Russia is carrying out a premeditated, unprovoked, and unjustified attack on Ukraine, violating international law and creating a human rights and humanitarian crisis.

The war in Ukraine is a war that Russia chose, rejecting numerous good faith attempts at diplomacy.

President Putin’s war of choice has forced millions of Ukrainians to flee. Thousands of innocent civilians, including many children, have died, and more are dying every day that this war continues.

Russia under Vladimir Putin will make up any falsehoods necessary to distract from its failing war of choice.

I would like to highlight one false claim in particular: the Embassy of Russia’s false and baseless accusation last week about alleged U.S. biological weapons labs and chemical weapons development in Ukraine, an accusation leveraged without any evidence.

Russia’s claim is a lie.

The United States is in full compliance with its obligations under the Chemical Weapons Convention and the Biological Weapons Convention and opposes the development and possession of chemical or biological weapons anywhere.

Russia has a long and well-documented record of using chemical weapons, including in attempted assassinations and poisonings. It is Russia that has long maintained a biological weapons program in violation of international law.

Russia also has a long history of accusing others of the very violations that Russia itself is perpetrating.

As you can see from the representatives gathered today, and from recent votes in the United Nations, the response to Russia’s war has been unity among world leaders.

The world is watching to see which nations stand up for the basic principles of sovereignty and territorial integrity, and who supports or does not oppose Putin in his war of choice.

Putin’s military plan to quickly capture Ukraine has failed. In the end, Russia will be weaker, not stronger, for launching this war.

The international community is more strongly agreed and focused on this issue than it has been in many years. We remain united with Ukraine and its people.

XS
SM
MD
LG