ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເສດຖະກິດ ສະຫະລັດ ຝືດເຄືອງ ແຕ່ບໍ່ໄດ້ພັງລົງ ໃນຕອນທ້າຍຂອງປີ 2020


ປະຊາຊົນໃສ່ໜ້າກາກຢູ່ຈະຕຸລັດ ເຮໂຣລ (Herald) ຂອງຮ້ານຊັບພະສິນຄ້າ ເມຊີ (Macy's) ລຸນຫຼັງການລະບາດຂອງໄວຣັສໂຄໂຣນາໃນເຂດ ແມນແຮັດຕັນ, ນະຄອນ ນິວຢອກ, 26 ທັນວາ, 2020.
ປະຊາຊົນໃສ່ໜ້າກາກຢູ່ຈະຕຸລັດ ເຮໂຣລ (Herald) ຂອງຮ້ານຊັບພະສິນຄ້າ ເມຊີ (Macy's) ລຸນຫຼັງການລະບາດຂອງໄວຣັສໂຄໂຣນາໃນເຂດ ແມນແຮັດຕັນ, ນະຄອນ ນິວຢອກ, 26 ທັນວາ, 2020.

ເສດຖະກິດ ສະຫະລັດ ແມ່ນໄດ້ຝືດເຄືອງຢ່າງຜິດປົກກະຕິ ແຕ່ບໍ່ໄດ້ພັງລົງໃນໄລຍະສາມເດືອນສຸດທ້າຍຂອງປີ 2020, ແມ່ນກະທັ້ງທີ່ທຸລະກິດຫຼາຍພັນແຫ່ງໄດ້ຖືກບັງຄັບໃຫ້ຈຳກັດການປະຕິບັດງານຂອງເຂົາເຈົ້າ ຍ້ອນໂຣກລະບາດໄວຣັສໂຄໂຣນາທີ່ຍັງຮຸນແຮງຢູ່, ອີງຕາມການລາຍງານຂອງກະຊວງການຄ້າໃນວັນພະຫັດວານນີ້.

ເສດຖະກິດແຫ່ງຊາດ ສະຫະລັດ, ເຊິ່ງແມ່ນໃຫຍ່ທີ່ສຸດໃນໂລກ, ໄດ້ເຕີບໂຕ 1 ເປີເຊັນ ໃນໄລຫວ່າງເດືອນຕຸລາຫາທັນວາ, ຫຼຸດລົງຢ່າງຫຼວງຫຼາຍຈາກ 7.5 ເປີເຊັນໃນສາມເດືອນກ່ອນໜ້ານັ້ນ.

ດ້ວຍເສດຖະກິດຕົກຕໍ່າຢ່າງກະທັນຫັນທີ່ຖືກບັນທຶກໃນຈຸດສູງສຸດຂອງໂຣກລະບາດໃນຕົ້ນປີນັ້ນ, ເສດຖະກິດສະຫະລັດໄດ້ຕົກລົງ 3.5 ເປີເຊັນໃນປີ 2020 ຈາກປີກ່ອນ, ອີງຕາມລາຍງານ ຂອງກະຊວງການຄ້າ. ໂດຍການປຽບທຽບເສດຖະກິດທີ່ໄດ້ເຕີບໂຕ 2.2 ເປີເຊັນໃນປີ 2019.

ແຕ່ວ່າການຕົກຕໍ່າໃນປີ 2020 ແມ່ນບໍ່ໄດ້ຮຸນແຮງຄືກັບທີ່ພວກນັກຊ່ຽວຊານດ້ານການເງິນໄດ້ຄາດ ຄະເນໄວ້ ເວລາທີ່ໄວຣັສໂຄໂຣນາໄດ້ເຂົ້າມາ ສະຫະລັດ ເປັນຄັ້ງທຳອິດເມື່ອນຶ່ງປີທີ່ຜ່ານມາ. ຕອນນີ້, ບັນດານັກເສດຖະສາດແມ່ນໄດ້ທຳນາຍວ່າ ຈະມີການຟື້ນຕົວກັບຄືນມາໃນທີ່ສຸດໃນປີ 2021 ນີ້, ໂດຍສະເພາະແມ່ນ 6 ເດືອນສຸດທ້າຍຂອງປີ, ໃນຂະນະທີ່ປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນໄດ້ຮັບການສັກຢາຕ້ານໄວຣັສ.

ຜູ້ຊ່ຽວຊານບາງຄົນເຊື່ອວ່າສະພາບເສດຖະກິດທີ່ດີຂຶ້ນແມ່ນໄດ້ເລີ່ມຂຶ້ນແລ້ວ ໃນເດືອນມັງກອນນີ້ ໃນຂະນະທີ່ໂຄງການຊ່ວຍເຫຼືອໄວຣັສໂຄໂຣນາມູນຄ່າ 900 ຕື້ໂດລາ ທີ່ຖືກເຊັນໂດຍອະດິດປະທານາທິບໍດີ ດໍໂນລ ທຣຳ ເມື່ອເດືອນທີ່ຜ່ານມາ ໄດ້ໄຫຼເຂົ້າສູ່ເສດຖະກິດ ສະຫະລັດ.

ປັດຈຸບັນນີ້, ປະທານາທິບໍດີ ສະຫະລັດ ຄົນໃໝ່ທ່ານ ໂຈ ໄບເດັນ ແມ່ນກຳລັງຜັກດັນໃຫ້ມີຂໍ້ຕົກລົງການຊ່ວຍເຫຼືອເພີ່ມເຕີມມູນຄ່າ ນຶ່ງພັນເກົ້າຮ້ອຍຕື້ໂດລາ ທີ່ຈະສະໜັບສະໜູນການຊົດເຊີຍການຫວ່າງງານສຳລັບກຳມະກອນທີ່ບໍ່ມີວຽກເຮັດໄປຈົນຮອດເດືອນກັນຍາ ແລະ ສົ່ງເງິນ 1,400 ໂດລາ ໃຫ້ທຸກຄົນນອກຈາກຜູ້ທີ່ມີລາຍໄດ້ສູງທີ່ສຸດ. ສະພາແມ່ນຍັງບໍ່ໄດ້ເຫັນດີກັບຂໍ້ຕົກລົງດັ່ງກ່າວ, ແຕ່ແນວໃດກໍຕາມຂອບເຂດການຊ່ວຍເຫຼືອທີ່ຈະເກີດຂຶ້ນໃນຂັ້ນສຸດທ້າຍໃດໆນັ້ນ ແມ່ນຍັງບໍ່ແນ່ນອນເທື່ອ.

ທ່ານ ບຣາຍອັນ ດີສ໌ (Brian Deese) ຜູ້ອຳນວຍການສະພາເສດຖະກິດແຫ່ງຊາດຂອງທ່ານ ໄບເດັນ ໄດ້ຮຽກຮ້ອງໃຫ້ສະພາອະນຸມັດຂໍ້ຕົກລົງການຊ່ວຍເຫຼືອໃໝ່ນັ້ນຢ່າງວ່ອງໄວ.

ທ່ານ ດີສ໌ ເວົ້າວ່າ “ຖ້າປາສະຈາກການດຳເນີນການຢ່າງວ່ອງໄວ, ພວກເຮົາຈະສ່ຽງເຮັດໃຫ້ວິກິດ ການທາງເສດຖະກິດດຳເນີນຕໍ່ໄປ ທີ່ມັນຈະເຮັດໃຫ້ຊາວອາເມຣິກັນກັບໄປເຮັດວຽກ ແລະ ຕັ້ງໂຕຄືນຍາກຂຶ້ນ. ຄວາມເສຍຫາຍຂອງການບໍ່ດຳເນີນການຫຍັງແມ່ນສູງໂພດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG