ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສດຖະກິດ ສະຫະລັດ ຕົກຕໍ່າ ຈາກເດືອນເມສາ ຫາ ເດືອນມິຖຸນາ


ຮູບພາບວັນທີ 13 ກໍລະກົດ 2020 ສະແດງໃຫ້ເຫັນປ້າຍໃຫ້ເຊົ່າ ຢູ່ຮ້ານທີ່ປິດ ລະຫວ່າງການລະບາດໂຄວິດ-19.
ຮູບພາບວັນທີ 13 ກໍລະກົດ 2020 ສະແດງໃຫ້ເຫັນປ້າຍໃຫ້ເຊົ່າ ຢູ່ຮ້ານທີ່ປິດ ລະຫວ່າງການລະບາດໂຄວິດ-19.

ສະຫະລັດ ໄດ້ກ່າວໃນວັນພະຫັດວານນີ້ວ່າ ເສດຖະກິດຂອງຕົນຖືກເສຍຫາຍຢ່າງໜັກ
ຍ້ອນການລະບາດລະດັບໂລກຂອງໄວຣັສໂຄໂຣນາ ຊຶ່ງເຮັດໃຫ້ຕົກລົງໃນອັດຕາສະ
ເລ່ຍ 9.5 ເປີເຊັນ ໃນລະຫວ່າງເດືອນເມສາ ຫາ ມິຖຸນາ ຈຶ່ງສົ່ງຜົນໃຫ້ເສດຖະກິດໃນໄຕ
ມາດທີສອງປະຈຳປີດຕົກດິ່ງລົງຢ່າງໃຫຍ່ທີ່ສຸດເປັນປະຫວັດການ ເມື່ອຍ້ອນຫລັງຄືນ
ໄປ 70 ປີກ່ອນ.

ການຕົກຕ່ຳຂອງເສດຖະກິດໃນໄຕມາດທີສອງນີ້ ໝາຍເຖິງການຫລຸດລົງໃນແຕ່ລະປີ
ຄິດສະເລ່ຍເປັນ 32.9 ເປີເຊັນ.

ການຕົກລົງພາຍໃນສາມເດືອນດັ່ງກ່າວ ໄດ້ຖືກລາຍງານໂດຍກະຊວງການຄ້າ ທີ່ໄດ້
ລວມລວມເອົາການຫົດຕົວລົງຈາກເດືອນມັງກອນຫາມີນາ ໃນອັດຕາ 4.8 ລວມເຂົ້ານຳ
ຊຶ່ງໄດ້ເຮັດໃຫ້ເຫດຖະກິດຂອງສະຫະລັດ ທີ່ໃຫຍ່ທີ່ສຸດຂອງໂລກ ເຂົ້າສູ່ພາວະທົດຖອຍ
ຢ່າງເປັນທາງການ ໃນຂະນະທີ່ຕົນກຳລັງສູ້ຊົນເພື່ອທີ່ຈະປະຄັບປະຄອງເສດຖະກິດ
ຂອງຕົນຢູ່ນັ້ນ. ການລະບາດລະດັບໂລກທີ່ຂາດການເອົາໃຈໃສ່ນັ້ນ ໂດຍມີຈຳນວນກໍ
ລະນີຕິດເຊື້ອໄວຣັສທີ່ເພີ້ມຂຶ້ນເລື້ອຍໆ ໄດ້ເຮັດໃຫ້ຊາວອາເມຣິກັນຫຼາຍກວ່າ 150,000
ຄົນໄດ້ເສຍຊີວິດໄປ ແລະມີຄົນຕິດເຊື້ອໄວຣັສ ຫຼາຍກວ່າ 4 ລ້ານ 4 ແສນຄົນແລ້ວ.

ຜົນກະທົບຂອງໄວຣັສດັ່ງກ່າວຕໍ່ເສດຖະກິດຍັງຈະສືບຕໍ່ໄປຢ່າງບໍ່ລົດລະ ໂດຍທີ່ກະຊວງ
ແຮງງານ ລາຍງານວ່າ ພວກຄົນງານອີກ 1 ລ້ານ 4 ແສນຄົນໄດ້ຍື່ນຄຳຮ້ອງຂໍການຊ່ອຍ
ເຫຼືອເພາະຕົກງານເມື່ອສັບປະດາແລ້ວນີ້ ອັນເປັນພາວະການຂໍເງິນຊ່ອຍເຫຼືອສຳລັບ
ການຂາດວຽກເຮັດງານທຳ ທີ່ມາເຖິງປັດຈຸບັນນີ້ ແມ່ນຢູ່ລະດັບຄົງທີ່ມາໄດ້ຫຼາຍສັບປະ
ດາແລ້ວ.

ພວກຄົນງານຂອງສະຫະລັດ ປະມານ 17 ລ້ານຄົນຍັງຄົງຫວ່າງງານ ແລະນັບຕັ້ງແຕ່
ເດືອນມີນາ ປະຊາຊົນ 53.8 ລ້ານຄົນ ໄດ້ຮັບເງິນປະກັນໃນຂະນະທີ່ຫວ່າງງານ ໃນຄັ້ງ
ໃດຄັ້ງນຶ່ງ ຫຼືອີກຄັ້ງນຶ່ງໄປແລ້ວ.

ດຽວນີ້ ຫຼາຍລ້ານຄົນ ຍັງບໍ່ມີວຽກເຮັດງານທຳ ກຳລັງປະເຊີນກັບບັນຫາທີ່ໃກ້ຈະເກີດ
ຂຶ້ນໃໝ່ຕໍ່ສະພາບການເງິນຂອງພວກເຂົາເຈົ້າ. ທຳນຽບຂາວ ແລະລັດຖະສະພາ ແມ່ນ
ບໍ່ລົງລອຍກັນໃນການເຈລະຈາກ່ຽວກັບວ່າ ຈະສືບຕໍ່ໃຫ້ເງິນສົ່ງເສີມຈາກລັດຖະບານກາງ 600 ໂດລາຕໍ່ອາທິດ ແກ່ລັດທີ່ມີບໍ່ຄ່ອຍປະກອບສວນສຳລັບຄົນຫວ່າງງານຕື່ມຫຼື
ບໍ່ ຊຶ່ງມັນຈະໝົດອາຍຸໃນວັນສຸກມື້ນີ້ ແລະການໃຫ້ເງິນຫວ່າງງານອັນໃດທີ່ມີຢູ່ຢ່າງຕໍ່
ເນື່ອງ ຖ້າຫາກວ່າມີອັນໃດທີ່ມັນຄວນຈະເປັນ.

The U.S. said Thursday its economy, ravaged by the coronavirus pandemic, plummeted 9.5% between April and June, the biggest quarterly plunge in records dating back seven decades.

The second quarter economic decline translated to an annualized drop of 32.9%.

The three-month drop reported by the Commerce Department, combined with a 4.8% dip from January through March, officially placed the U.S. economy, the world’s largest, into a recession as it struggles to regain its footing. The unchecked pandemic, with a surging number of new cases, has left more than 150,000 Americans dead and infected more than 4.4 million.

The economic effects of the virus continue unabated, with the Labor Department reporting that another 1.4 million workers filed for unemployment compensation last week, a pace of jobless benefit claims that has now held steady for weeks.

About 17 million U.S. workers remain unemployed and, since March, 53.8 million people have collected unemployment insurance at one time or another.

Now, the millions still unemployed are facing an imminent new peril to their financial well-being. The White House and Congress are deadlocked in negotiations over whether to extend the $600-a-week federal boost to less generous state unemployment benefits that expire Friday and what the ongoing payments, if any, should be.

XS
SM
MD
LG