ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນຄົບຮອບ ນຶ່ງປີ ຂອງລົມພາຍຸ Sandy ພັດຖະຫຼົ່ມ ພາກຕາເວັນອອກ ສຫລ (ວີດີໂອ/ສະໄລດ໌)


ເກາະ Ellis ຂອງ​ນະຄອນ​ນິວຢອກ ຊຶ່ງ​ເປັນ​ສະຖານ​ທີ່​ຕ້ອນຮັບ
​ຜູ້​ອົບ​ພະຍົບຈໍານວນ​ຫຼາຍ​ລ້ານ​ຄົນ ​ທີ່​ເດີນທາງ​ເຂົ້າ​ມາ​ໃນສະ​ຫະ
ລັດ ແມ່ນ​ໄດ້​ໄຂ​ປະຕູຫໍພິພິດທະພັນຂອງ​ຕົນຄືນ​ໃໝ່​ແລ້ວ​ ນຶ່ງປີ
​ຫຼັງ​ຈາກ​ພາຍຸ Sandy ​ໄດ້​ພັດ​ຖະຫຼົ່ມສ່ວນ​ໃຫຍ່​ຂອງຂົງ​ເຂດ​
ແຄມ​ຝັ່ງ​ກໍ້າ​ຕາ​ເວັນ​ອອກສະຫະລັດ ​ໂດຍ​ໄດ້ສັງຫານ​ຜູ້​ຄົນ​
ຈໍານວນ​ຫຼວງຫຼາຍ ​ແລະ​ທໍາ​ລາຍຊັບ​ສິນ​ເສຍ​ຫາຍ ຕົກ​ເປັນ​
ມູນ​ຄ່າ​ຫຼາຍ​ສິບ​ພັນລ້ານໂດ​ລ່າ.

ການ​ເປີດ​ຄືນ ຫໍພິພິດທະພັນໃນ​ວັນ​ຈັນ​ ຢ່າງ​ເປັນ​ຜົນ​ສໍາ​ເລັດນີ້
​ແມ່ນ​ສັນຍາ​ລັກ​ຂອງ​ຄວາມ​ສາມາດ​ໃນ​ການ​ຟື້ນ​ໂຕ​ຄືນ​ສູ່​ສະພາບ
​ເດີມຂອງປະຊາ​ຄົມ​ ຈໍານວນ​ຫຼາຍພັນແຫ່ງ​ໃນ​ຂົງເຂດ​ນີ້ທີ່​ໄດ້​
ຮັບ​ຜົນກະທົບ​ຈາກ​ພາຍຸດັ່ງກ່າວ. ​ແຕ່​ນັ້ນ​ ມັນ​ຍັງ​ມີອີກ​ຫຼາຍໆ​ຢ່າງ​ທີ່​ຍັງ​ຈະ​ຕ້ອງໄດ້​ຮັບ​ການ
ສ້ອ​ມ​ແປງ ​ເພື່ອ​ໃຫ້​ເປັນ​ທີ່ເສັດຮຽບຮ້ອຍ. ​ບັນດາ​ພາບຖ່າຍ​ແລະສິ່ງ​ຂອງ​ຫຼາຍໆ​ຢ່າງ​ຂອງ​
ຈຳນວນ​ນຶ່ງ ລ້ານ​ກວ່າ​ຊິ້ນຂອງ​ທາງ​ພິພິດທະພັນ ​ຍັງ​ຖືກເກັບ​ໄວ້​ຢູ່​ໃນ​ຫ້ອງ​ເກັບ​ເຄື່ອງ​ ​ແລະ
ທາງ​ການກໍ​ຍັງ​ບໍ່​ທັນ​ໄດ້​ສ້ອມ​ແປງ​ເຄື່ອງຄອມ​ພິວ​ເຕີ ທີ່​ເກັບກໍາ​ຂໍ້​ມູນ​ຂອງວົງສາ​ຂະ​ນາ​
ຍາດ​ຂອງ​ພວກ​ອົບ​ພະຍົບ ເພື່ອ​ໃຫ້​ປະຊາຊົນ​ໃຊ້​ ໃນ​ການ​ຊອກ​ຄົ້ນ​ຫາຍາດ​ພີ່ນ້ອງ​ຂອງ
​ເຂົາ​ເຈົ້າ​ເທື່ອ.

New York and New Jersey Remember Superstorm Sandy
please wait

No media source currently available

0:00 0:01:11 0:00
ລິງໂດຍກົງ

ລົມພາຍຸ ຊຶ່ງ​ຮ້າຍ​ແຮງ​ ​ແລະ​ມີ​ກຳລັງທໍາລາຍ​ສູງ​ສຸດ ຂອງລະດູລົມ​ເຮີຣີ​ເຄນ​ໃນປີ 2012
​ໄດ້​ພັດ​ເຂົ້າຖະຫຼົ່ມ​ແຄມ​ຝັ່ງ​ທະ​ເລ​ຂອງ​ລັດ​ນິວຢອກ ​ແລະ​ລັດ New Jersey ​ໃນ​ວັນ​ທີ
29 ​ເດືອນ​ຕຸລາ 2012 ​ແລະຫຼັງຈາກ​ນັ້ນ ກໍ​ໄດ້​ພັດ​ຜ່ານຫຼາຍໆ​ລັດໃນ​ເຂດ​ພາກ​ຕາ​ເວັນ
ອອກສຽງ​ເໜືອ​ຂອງ ສະຫະລັດ ທີ່​ເອີ້ນ​ກັນ​ວ່າ “New England”. ພາຍຸ​ຫົວນີ້ ​ໄດ້​ສັງຫານ
​ຫຼາຍ​ກວ່າ 100 ຄົນ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຊັບ​ສິນ ​ຕົກ​ເປັນ​ມູນ​ຄ່າ​ປະມານ
65 ​ພັນລ້ານໂດ​ລ່າ.

ລັດຖະບານ​ກາງ​ສະຫະລັດ ​ໄດ້​ຈ່າຍ​ເງິນ​ໄປ​ແລ້ວ ​ຫຼາຍ​ກວ່າ 14 ພັນລ້ານໂດ​ລ່າ ​ໃນ​ການ​
ຊ່ອຍ​ເຫຼືອບັນ​ເທົາ​ທຸກທົ່ວ​ໄປ​. ການບັນ​ເທົາ​ທຸກ​ຂອງ​ລັດຖະບານ​ສົບ​ທົບ​ກັບກອງທຶນ​ເອກ​
ຊົນ​ອື່ນໆ ໄດ້ ຊ່ວຍ​ໃນ​ການບູ​ລະນະ​ສ້າງສາພັດທະນາ​ເຂດ​ດັ່ງກ່າວ​ນີ້​ຄືນ​ໃໝ່.

Hurricane Sandy’s Impact: Still Reeling After One Year
please wait

No media source currently available

0:00 0:02:35 0:00
ລິງໂດຍກົງ
XS
SM
MD
LG