ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍົກ​ເລີກຂໍ້ລິເລີ້ມ ໃນສະໄໝຂອງທ່ານ ທຣໍາ


ຫ້ອງການໃຫຍ່ ກະຊວງນຸຕິທຳ ທີ່ເຫັນຢູ່ນະຄອນຫຼວງ ວໍຊິງຕັນ
ຫ້ອງການໃຫຍ່ ກະຊວງນຸຕິທຳ ທີ່ເຫັນຢູ່ນະຄອນຫຼວງ ວໍຊິງຕັນ

ກະຊວງຍຸຕິທຳຂອງ​ສະ​ຫະ​ລັດ ໄດ້​ຍົກ​ເລີກຊື່ ຂໍ້ລິເລີ້ມໃນສະໄໝຂອງທ່ານທຣໍາ ທີ່ມີຄວາມຕັ້ງໃຈ​ແນ​ໃສ່​ເພື່ອຈະທັບ​ມ້າງ​ການ​ຈາ​ລະ​ກຳ​ທາງ​ດ້ານເສດຖະກິດໂດຍປັກກິ່ງ ແຕ່ໄດ້ຖືກຕຳໜິວ່າ ​ເປັນ​ການແນເປົ້າ ໝາຍທີ່ບໍ່​ຍຸ​ຕິທຳ ໃສ່ພວກສາດ​ສະດາ​ຈານ ທີ່ເປັນຄົນຈີນຢູ່ຕາມມະຫາວິທະຍາໄລຕ່າງໆຂອງອາເມຣິກັນ ຍ້ອນ​ເຊື້ອ​ຊາດເຜົ່າພັນຂອງເຂົາເຈົ້າ.

ການຕັດສິນໃຈປະລະຂໍ້ລິເລີ້ມ​ກ່ຽວ​ກັບຈີນ ໄດ້ປະກາດໂດຍເຈົ້າໜ້າທີ່​ອະ​ວຸ​ໂສ​ໃນ​ດ້ານຄວາມ​ໝັ້ນ​ຄົງແຫ່ງຂອງ​ທາງກະຊວງ. ​ມັນ​ໄດ້​ມີ​ຂຶ້ນຫຼາຍເດືອນ​ຫຼັງ​ຈາກ ມີການທົບທວນເບິ່ງ ​ລຸນ​ຫຼັງ​ທີ່​ມີ​ການກ່າວຫາວ່າໂຄງການນີ້ໄດ້ເຮັດໃຫ້​ບໍ່​ມີ​ການ ເຄື່ອນ​ໄຫວ​ໃນການຮ່ວມມືທາງ​ດ້ານ​ການ​ສຶກ​ສາແລະເປັນການສົ່ງເສີມ​ໃຫ້​ມີການ ຕໍ່ຕ້ານຄົນເອເຊຍ.

ນອກນັ້ນ ທາງກະຊວງຍັງໄດ້ອົດທົນຕໍ່ການສູນເສຍບຸກຄົນສຳຄັນທີ່ຖືກ​ດຳ​ເນີນ ຄະ​ດີ​ທາງ​ອາ​ຍາ ອັນເປັນຜົນໃນປີກາຍນີ້ ທີ່​ພາ​ໃຫ້​ມີການ​ຍົກ​ເລີກ​ຄະ​ດີ​ທາງ​ອາ ຍາ​ຫຼາຍຄະດີ ຕໍ່ບັນດານັກຄົ້ນຄວ້າທາງ​ດ້ານ​ການ​ສຶກ​ສາ.

The Justice Department is scrapping the name of a Trump-era initiative that was aimed at cracking down on economic espionage by Beijing but was criticized as unfairly targeting Chinese professors at American colleges because of their ethnicity.

The decision to abandon the China Initiative, announced Wednesday by the department's top national security official, followed a monthslong review undertaken after charges that the program chilled academic collaboration and contributed to anti-Asian bias. The department also endured high-profile setbacks in individual criminal prosecutions that resulted in the last year in the dismissal of multiple criminal cases against academic researchers.

XS
SM
MD
LG