ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ບໍລິຈາກຢາວັກຊີນ 4 ລ້ານ 8 ແສນໂດສ ໃຫ້ແກ່ 4 ປະເທດໃນອາຟຣິກາ


ຄົນຜູ້ນຶ່ງຖືປ້າຍສະໜັບສະໜູນຕໍ່ສູ້ເພື່ອເສດຖະກິດອິດສະຫຼະພາບ (the Economic Freedom Fighters (EFF) ເດີນຂະບວນ ຮຽກຮ້ອງໃຫ້ເອົາຢາວັກຊີນໄວຣັສໂຄໂຣນາ ປ້ອງກັນໂຄວິດ-19 ຢູ່ເມືອງເປຣໂຕເຣຍ ອາຟຣິກາໃຕ້ ວັນທີ 25 ມິຖຸນາ 2021.
ຄົນຜູ້ນຶ່ງຖືປ້າຍສະໜັບສະໜູນຕໍ່ສູ້ເພື່ອເສດຖະກິດອິດສະຫຼະພາບ (the Economic Freedom Fighters (EFF) ເດີນຂະບວນ ຮຽກຮ້ອງໃຫ້ເອົາຢາວັກຊີນໄວຣັສໂຄໂຣນາ ປ້ອງກັນໂຄວິດ-19 ຢູ່ເມືອງເປຣໂຕເຣຍ ອາຟຣິກາໃຕ້ ວັນທີ 25 ມິຖຸນາ 2021.

ສະຫະລັດກຳລັງສົ່ງຢາວັກຊີນໄວກັນຣັສໂຄໂຣນາຫຼາຍກວ່າ 4 ລ້ານ 8 ແສນໂດສໄປໃຫ້
ສີ່ປະເທດໃນອາຟຣິກາ, ອີງຕາມທຳນຽບຂາວທີ່ໄດ້ກ່າວຕໍ່ ວີໂອເອ ໃນວັນພຸດວານນີ້.

ບັນດາເຈົ້າໜ້າທີ່ທຳນຽບຂາວກ່າວວ່າສະຫະພາບອາຟຣິກາ ທີ່​ມີ​ສະ​ມາ​ຊິກ 55 ປະ​ເທດ​
ນັ້ນ ່ເປັນຜູ້ຕັດສິນໃນການແບ່ງປັນວັກຊີນຈຳນວນນີ້. ຊາດ (Chad) ຊຶ່ງເປັນປະເທດທີ່ບໍ່ມີ
ທາງອອກສູ່ທະເລ ເປັນນຶ່ງໃນບັນດາປະເທດທີ່ທຸກຈົນທີ່ສຸດ ຂອງໂລກຈະໄດ້ຮັບ 115 ພັນ
830 ໂດສ, ອີຈິບ (Egypt) ຊຶ່ງເປັນປະເທດ ພັນທະມິດຂອງສະຫະລັດ ທີ່ມີປະຊາກອນ
ຫລວງຫຼາຍນັ້ນຈະໄດ້ ຮັບ 3,634,020 ໂດສ. ປະເທດກາບົງ (Gabon) ທີ່ເປັນ​ປະ​ເທດ
ຜະລິດ ນໍ້າມັນຕັ້ງຢູ່ແຄມຝັ່ງທະເລທາງທິດຕາເວັນຕົກຈະໄດ້ຮັບ 101,790 ໂດສ ແລະ ເ
ຄັນຢາ (Kenya) ທີ່ເປັນປະເທດດ່ານໜ້າຢູ່ຝັ່ງທະເລທາງຕາເວັນອອກ ຈະໄດ້ຮັບ
990,990 ໂດສ.

ການບໍລິຈາກວັກ​ຊີນຟາຍເຊີຣ (Pfizer) ຈະໄປເຖິງບັນດາປະເທດ ເຫຼົ່ານີ້ໃນ ວັນສຸກມື້ອື່ນ
ຫຼືວັນເສົາຈະມາເຖິງນີ້ ອີງຕາມເຈົ້າໜ້າທີທຳນຽບຂາວ. ຢາວັກຊີນ ດັ່ງກ່າວຕ້ອງໄດ້ສັກ
ສອງເທື່ອເພື່ອໃຫ້ມີເຕັມພູມຕ້ານເຕັມສ່ວນ ແລະ ພວກເຈົ້າ ໜ້າທີ່ອາເມຣິກັນໄດ້ສະເໜີວ່າ
ກຸ່ມຄົນທີ່ມີຄວາມສ່ຽງສູງແນ່ນອນໃດນຶ່ງຄວນໄດ້ ຮັບການສັກຢາເພີ້ມ ຫລື booster ຂອງ
ຢາວັກຊີນດັ່ງກ່າວ ຫຼັງຈາກເຂົາເຈົ້າ ໄດ້ສັກຢານີ້ເຕັມຊຸດໃນຕອນທຳອິດແລ້ວ.

ການເຄື່ອນໄຫວທີ່​ວ່ານີ້ ມີ​ຂຶ້ນພາຍ​ຫລັງການປະກາດໃນຕອນຕົ້ນອາທິດນີ້ ທີ່ເວົ້າ​ວ່າສະ
ຫະລັດຈະອະນຸມັດໃຫ້ສະຫະພັນອາຟຣິກາຊື້ຈຳນວນວັກຊີນທີ່ຈັດໄວ້ ໃຫ້ 33 ລ້ານໂດສ
ຂອງຢາວັກຊີນໂມເດີນນາ (Moderna) ທີ່ຕ້ອງໄດ້ສັກສອງເທື່ອທີ່ໃນເມື່ອກ່ອນວ່າຈະ
ເອົາໄວ້ໃຫ້ໃຊ້ໃນສະຫະລັດນັ້ນ.

“ດັ່ງທີ່​ທ່ານປະທານາທິບໍດີເວົ້າໄວຣັສບໍ່ຮູ້ຊາຍແດນ ແລະຈະຕ້ອງ​ຮຽກ​ຮ້ອງ​ໃຫ້ນທຸກຄົນ
ແລະທຸກປະເທດກ້າວຂຶ້ນ ແລະເອົາບົດບາດທີ່ແຂັງແກ່ນ ຮີບຮ້ອນການປະຕິບັດເພື່ອຢັບ
ຢັ້ງການແຜ່ລະບາດຂອງໂຄວິດ-19 ແລະຮັກສາ ຊີວິດຂອງຄົນໄວ້” ນັ້ນຄືຄຳເວົ້າຂອງ
ທ່ານນາງ ນາຕາລີ ກີລລຽນ (Natalie Quiillian) ຮອງຜູ້ປະສານງານໃນການຮັບມືກັບ
ໂຄວິດ-9 ຂອງທຳນຽບຂາວ. ທ່ານນາງກ່າວອີກວ່າ “ນີ້ເປັນການເຄື່ອນໄຫວທີ່ສຳຄັນ
ໃນຂະນະທີ່ພວກ ເຮົາສືບຕໍ່ຂະຫຍາຍກຳລັງການຜະລິດໃນປັດຈຸບັນ ແລະຂະຫຍາຍ
ຊ່ອງທາງເຂົ້າເຖິງຢາວັກຊີນຊະນິດ mRNA ໃຫ້ກັບພາກສ່ວນ ທີ່ຖືກກະທົບຈາກການ
ລະບາດໜັກທີ່ສຸດຂອງໂລກ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG