ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການທູດ ສຫລ ທີ່ບໍ່ເຫັນພ້ອມ ກັບ ນະໂຍບາຍ ທ່ານໂອບາມາ ໃນຊີເຣຍ ຮຽກຮ້ອງ ໃຫ້ເອົາມາດຕະການ ໂດຍກົງ


ກະຊວງການຕ່າງປະເທດ ສຫລ ທີ່ນະຄອນຫລວງວໍຊິງຕັນ
ກະຊວງການຕ່າງປະເທດ ສຫລ ທີ່ນະຄອນຫລວງວໍຊິງຕັນ

ກະຊວງການ​ຕ່າງປະ​ເທດ​ສະຫະລັດ ​ໃຫ້ການ​ຢືນຢັນ​ເຖິງ​ຄວາມ​ຖືກຕ້ອງ​ຂອງ​ໂທລະ​ເລກ ພາຍ​ໃນ​ທາງ​ການ​ທູດ ທີ່​ໄດ້​ລົງ​ນາມ​ ໂດຍ​ພວກ​ເຈົ້າໜ້າ​ທີ່​ປະມານ ​50 ຄົນ ທີ່​ຕ້ອງ​ຕິ​ການ​ຮັບ​ມື​ກັບ​ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ຂອງ​ລັດຖະບານ​ທ່ານ​ໂອ​ບາ​ມາ ​ແລະ​ຮຽກຮ້ອງ​ໃຫ້ ທຳ​ການ​ໂຈມ​ຕີ​ເປົ້າໝາຍ​ຕ່າງໆ​ຂອງ​ລັດຖະບານຊີ​ເຣຍ.

​ເອກ​ກະສາ​ນດັ່ງກ່າວ​ໄດ້​ປາກົດ​ອອກ​ມາ​ຜ່ານ​ ຊ່ອງ​ທາງ​ທີ່​ບໍ່ພໍ​ໃຈ ຢູ່​ພາຍ​ໃນ​ກະຊວງ​ການ ຕ່າງປະ​ເທດ ທີ່​ອະນຸຍາດ​ໃຫ້​ພະນັກງານ​ແລະ​ພວກ​ນັກ​ການ​ທູດ ທີ່​ບໍ່ເຫັນ​ພ້ອມ​ກັບນະ​ໂຍ ບາຍ​ຂອງ​ລັດຖະບານສະ​ແດງ​ອອກ​ຊຶ່ງ​ຄວາມ​ວິຕົກ​ກັງ​ວົນຂອງພວກ​ເຂົາ​ເຈົ້າ ຕໍ່​ພວກ​ເຈົ້າ ໜ້າ​ທີ່ໆ​ມີ​ຕຳ​ແໜ່ງສູງ​ກວ່າ ​ໂດຍ​ບໍ່​ຕ້ອງ​ຢ້ານ​ວ່າ ຈະ​ຖືກ​ແກ້​ແຄ້ນ​ຄືນ.

ທ່ານ John Kirby ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ໃຫ້ການ​ຢືນຢັນ​ເຖິງ​ຄວາມຖືກຕ້ອງ ຂອງ​ເອກ​ກະສາ​ນດັ່ງກ່າວ ​ແຕ່​ທ່ານ​ບໍ່​ຍອມ​ເວົ້າ​ເຖິງ​ເນື້ອ​ໄນ​ຂອງ​ເອກ​ກະສານ​ສະບັບ​ນີ້.

ພວກ​ເຮົາ​ຮູ້ເລື້ອງຢູ່ ກ່ຽວ​ກັບ​ໂທລະ​ເລກ​ ທີ່​ສະ​ແດງ​ຄວາມ​ບໍ່ພໍ​ໃຈ ທີ່​ຂຽນ​ຂຶ້ນ​ໂດຍ​ພະນັກ ງານກຸ່ມນຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ກ່ຽວ​ກັບ​ສະຖານະ​ການ​ໃນ​ຊີ​ເຣຍ.​ ພວກ​ເຮົາ ດຽວນີ້​ກຳລັງ​ທົບ​ທວນ​ເບິ່ງໂທລະ​ເລກ​ດັ່ງກ່າວ ​ຊຶ່ງ​ມີ​ຂຶ້ນ​ເມື່ອ​ບໍ່​ດົນ​ມານີ້.

​ເອກ​ກະສາ​ນທີ່​ໜັງສືພິມ New York Times ​ໄດ້​ຮັບ​ມານັ້ນ​ໄດ້​ຕັ້ງຄຳ​ຖາມ​ຕໍ່​ລັດຖະບານ ທ່ານ​ໂອ​ບາ​ມາ ທີ່​ຈະ​ນຳ​ໃຊ້ “ການ​ປະ​ເຊີນ​ໜ້າ​ແບບ​ສຸຂຸມ​ຮອບ​ຄອບ ແລະ​ກຳລັງ​ທາງ​ອາ ກາດ” ​ເພື່ອ​ເຂົ້າພົວພັນ​ໂດຍ​ກົງ​ກັບ​ກອງທັບ​ຊີ​ເຣຍ ​ແລະ​ເລັ່ງລັດໃຫ້ສົງຄາມ​ກາງ​ເມືອງທີ່ ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ​ເກືອບ​ຫ້າ​ແສນ​ຄົນ​ນັ້ນສິ້ນສຸດ​ລົງ​ໄວ​ຂຶ້ນ.

​ເອກ​ກະສາ​ນກ່າວ​ຕໍ່​ໄປ​ວ່າ ພື້ນຖານ​ຂອງ​ເຫດຜົນ​ທາງ​ດ້ານ​ສິນ​ທຳ ໃນ​ການເອົາ​ບາດກ້າວ​ເພື່ອ​ຍຸຕິ​ການ​ເສຍ​ຊີວິດ​ແລະ​ຄວາມທຸກທໍລະ​ມານ​ຢູ່​ໃນ​ຊີ​ເຣຍຫລັງ​ຈາກຫ້າ​ປີ​ຂອງ​ສົງຄາມ​ທີ່​ໂຫດ​ຮ້າຍ ​ແມ່ນ​ເຫັນ​ໄດ້​ແຈ້ງ​ແລະ​ບໍ່​ມີ​ຄຳ​ຖາມ​ໃດໆ ​ແຕ່​ສ ​ພາບການ​ໂຕ​ຈິງ​ໃນ​ປັດຈຸບັນ​ ຢູ່​ຊີ​ເຣຍ ຈະ​ສືບ​ຕໍ່​ນຳ​ສະ​ເໜີ​ບັນຫາ​ທ້າ​ທາຍ​ຕ່າງໆ​ທີ່ຮ້າຍ​ແຮງ ຖ້າ​ບໍ່​ແມ່ນ​ເຖິງ​ຂັ້ນ​ໄພພິບັດ​ໃນ​ດ້ານ​ມະນຸດສະທຳ ດ້ານ​ການ​ທູດ​ແລະບັນຫາ​ທີ່​ພົວພັນ​ກັບ​ການ​ກໍ່​ການ​ຮ້າຍ.

ມາ​ຈົນ​ຮອດ​ປັດຈຸບັນ​ນີ້ ນະ​ໂຍບາຍ​ຂອງ​ລັດຖະບານ​ສະຫະລັດ​ໃນ​ຊີ​ເຣຍ ສ່ວນໃຫຍ່​ແລ້ວ​ແມ່ນ​ຈຳກັດ​ຢູ່​ໃນ​ການ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ແ​ກ່ພວກນັກ​ລົບ​ຕໍ່ຕ້ານທີ່​ຕໍ່ສູ້​ກັບລັດຖະບານ​ທ່ານ Bashar al-Assad ​ແລະ​ກຸ່ມ​ລັດ​ອິສລາມ.​ ສະຫະລັດ ບໍ່​ໄດ້​ປະ​ເຊີນ​ໜ້າ​ໂດຍ​ກົງ​ ແລະ​ຢ່າງ​ເປັນ​ການ​ເປີດ​ເຜີຍ ​ກັບທ່ານ Assad ​ແລະ​ກຳລັງ​ຂອງ​ທ່ານທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກຣັດ​ເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG