ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ກຳນົດ ອີກ 6 ອົງການຂ່າວໂຄສະນາຊວນເຊື່ອ ທີ່ມີຫ້ອງການຕັ້ງຢູ່ໃນຈີນ ໃຫ້ເປັນສຳນັກງານຂອງຕ່າງປະເທດ


ແມ່ຍິງຄົນນຶ່ງ ກຳລັງຈັດລຽງໜັງສືພິມຕ່າງໆຂອງຈີນ, ຊຶ່ງຫົວຂໍ້ນຶ່ງໃນໜັງສືພິມເຫຼົ່ານັ້ນ ແມ່ນ ກ່ຽວກັບ ປະທານາທິບໍດີ ດໍໂນລ ທຣຳ ກວດພົບຕິດເຊື້ອໄວຣັສໂຄໂຣນາ, ຢູ່ທີ່ຮ້ານຂາຍໜັງສືພິມແຫ່ງນຶ່ງ ໃນປັກກິ່ງ, ວັນເສົາ ທີ 3 ຕຸລາ 2020.
ແມ່ຍິງຄົນນຶ່ງ ກຳລັງຈັດລຽງໜັງສືພິມຕ່າງໆຂອງຈີນ, ຊຶ່ງຫົວຂໍ້ນຶ່ງໃນໜັງສືພິມເຫຼົ່ານັ້ນ ແມ່ນ ກ່ຽວກັບ ປະທານາທິບໍດີ ດໍໂນລ ທຣຳ ກວດພົບຕິດເຊື້ອໄວຣັສໂຄໂຣນາ, ຢູ່ທີ່ຮ້ານຂາຍໜັງສືພິມແຫ່ງນຶ່ງ ໃນປັກກິ່ງ, ວັນເສົາ ທີ 3 ຕຸລາ 2020.

ສະຫະລັດໄດ້ກຳນົດອີກ 6 ອົງການຂ່າວໂຄສະນາຊວນເຊື່ອທີ່ມີຫ້ອງການຕັ້ງຢູ່ໃນຈີນ ໃຫ້ເປັນສຳນັກງານຂອງຕ່າງປະເທດ ໂດຍເປັນການຜັກດັນຄັ້ງໃໝ່ສຸດເພື່ອຕ້ານການໂຄສະນາຊວນເຊື່ອຂອງຄອມມິວນິສ.

ກະຊວງການຕ່າງປະເທດສະຫະລັດ ໄດ້ແຈ້ງການພິຈາລະນາໃໝ່ດັ່ງກ່າວ ໃນວັນພຸດວານນີ້ ທີ່ກຳນົດໃຫ້ການປະຕິບັດງານຢູ່ໃນສະຫະລັດຂອງອົງການຂ່າວ Yicai Global, Jiefang Daily, Xinmin Evening News, Social Sciences in China Press, Beijing Review ແລະ Economic Daily ເປັນສຳນັກງານຂອງຕ່າງປະເທດ.

“ພວກອົງການຂ່າວນັ້ນ ສ່ວນໃຫຍ່ແລ້ວ ແມ່ນຄວບຄຸມໂດຍລັດຖະບານ ຕ່າງ ປະເທດ ຫຼື ເປັນເຈົ້າຂອງທັງໝົດ. ພວກເຮົາບໍ່ໄດ້ວາງຂໍ້ຈຳກັດໃດໆກ່ຽວກັບສິ່ງທີ່ອົງການຂ່າວເຫຼົ່ານີ້ ສາມາດພິມອອກເຜີຍແຜ່ ຢູ່ໃນສະຫະລັດ” ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວຕໍ່ບັນດານັກຂ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ. ທ່ານກ່າວຕໍ່ໄປອີກວ່າ “ພວກເຮົາພຽງຢາກຈະໃຫ້ແນ່ໃຈວ່າ ປະຊາຊົນອາເມຣິກັນ ພວກຜູ້ບໍລິໂພກຂໍ້ມູນ ສາມາດໄຈ້ແຍກໄດ້ ລະຫວ່າງຂ່າວສານຕ່າງໆ ທີ່ຂຽນໂດຍອົງການຂ່າວທີ່ເສລີ ແລະການໂຄສະນາຊວນເຊື່ອທີ່ໄດ້ເຜີຍແຜ່ອອກໄປໂດຍພັກຄອມມິວນິສຈີນດ້ວຍຕົນ ເອງ.”

ການຕັດສິນໃຈຄັ້ງຫຼ້າສຸດໄດ້ມີຂຶ້ນ ຫຼັງຈາກການເອົາມາດຕະການຂອງກະຊວງການຕ່າງປະເທດໃນວັນທີ 18 ກຸມພາ ແລະວັນທີ 22 ມິຖຸນາ ສຳລັບອົງການ ຂ່າວທັງໝົດຂອງຈີນ 15 ອົງການ ໄດ້ຖືກກຳນົດ ໃຫ້ເປັນສຳນັກງານຂອງຕ່າງຊາດ ໃນປີນີ້.

ການປະກາດໃນວັນພຸດວານນີ້ ແມ່ນເປັນບາດກ້າວຫຼ້າສຸດຂອງສະຫະລັດ ທີ່ຈະຫລຸດຜ່ອນກິດຈະກຳຂອງຈີນ ຢູ່ໃນສະຫະລັດ ກ່ອນຈະເຖິງວັນເລືອກຕັ້ງປະທາ ນາທິບໍດີໃນວັນທີ 3 ພະຈິກ ຊຶ່ງປະທານາທິບໍດີ ດໍໂນລ ທຣຳ ໄດ້ເອົາວິທີທາງ ທີ່ໜັກແໜ້ນຕໍ່ຈີນ ມາເປັນຫົວຂໍ້ທີ່ສຳຄັນ ໃນນະໂຍບາຍການຕ່າງປະເທດ.

ກະຊວງການຕ່າງປະເທດສະຫະລັດ ກ່ອນໜ້ານີ້ ບັງຄັບໃຫ້ສື່ມວນຊົນຕ່າງໆຂອງຈີນ ຂຶ້ນທະບຽນເປັນສຳນັກງານຂອງຕ່າງປະເທດ ແລະໄດ້ປະກາດໃນເດືອນມີນາ ວ່າ ຕົນໄດ້ຕັດຈຳນວນນັກຂ່າວລົງ ທີ່ອະນຸຍາດໃຫ້ເຂົາມາເຮັດວຽກໃຫ້ແກ່ອົງການສື່ມວນຊົນຂອງຈີນຢູ່ສຳນັກງານໃນສະຫະລັດ ຈາກ 160 ຄົນ ເປັນ 100 ຄົນ.

ໃນການຕອບໂຕ້ຄືນ ຈີນໄດ້ຂັບໄລ່ພວກນັກຂ່າວຂອງອາເມຣິກາສິບກວ່າຄົນ ທີ່ເຮັດວຽກກັບໜັງສືພິມ New York Time, News Corp’s Wall Street Journal ແລະໜັງສືພິມ Wahington Post ອອກຈາກປະເທດ. ປັກກິ່ງ ຍັງໄດ້ຮຽກຮ້ອງໃຫ້ສຽງອາເມຣິກາ ຫຼື Voice of America ແລະວາລະສານ Time ສະໜອງໃຫ້ລັດຖະບານຈີນ ດ້ວຍຂໍ້ມູນລາຍລະອຽດ ກ່ຽວກັບການປະຕິບັດງານຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG