ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ພັກເດ​ໂມ​ແຄ​ຣັດ ​​ເຄື່ອນ​ໄຫວ ເພື່ອຈະ​ຖື​ວ່າ ທ່ານ​​ ບາ​ຣ໌ ໝິ່ນ​ປະ​ໝາດ ​​ແລະ​ບໍ່​ປະ​ຕິ​ບັດ​ຕາມ ​ຄຳ​ຮຽກ​ຮ້ອງ ​ຂອງ​ສະ​ພາ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ​ ບາ​ຣ໌ ໃຫ້​ປາກ​ຄຳ, 1 ພຶດ​ສະ​ພາ 2019.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ​ ບາ​ຣ໌ ໃຫ້​ປາກ​ຄຳ, 1 ພຶດ​ສະ​ພາ 2019.

ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ຕຸ​ລາ​ການຂອງ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ແມ່ນ​ມີ​ໝາຍ​ກຳ​ໜົດ​ ​ໃນ​ວັນ​ອັງ​ຄານມື້​ນີ້ ເພື່ອ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ໃນ​ຂະ​ນະ​ທີ່​ທັງ​ສອງ​ຝ່າຍ ພວມເຮັດ​ວຽກ​ ເພື່ອຫາ​ທາງແກ້​ໄຂ ໃນການ​ບໍ່​ລົງ​ຮອຍ​ກັນ ກ່ຽວ​ກັບ​ການ​ເຂົ້າ​ເຖິງ​ ລາຍ​ງານ​ຂອງ​ໄອ​ຍະ​ການ​ພິ​ເສດ ທ່ານ​ໂຣ​ເບີ​ຣ໌ດ ມັ​ລ​ເລີ ສະ​ບັບ​ທີ່​ບໍ່​ໄດ້ມີ​ການ​ຂີດ​ຂ້າ​ຫຍັງ​ນັ້ນ​ ກ່ຽວ​ກັບ​ການ​ສືບ​ສວນ​ທີ່​ວ່າ​ຣັດ​ເຊຍເຂົ້າມາ​ ແຊກ​ແຊງໃນ​ການເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ປີ 2016​.

“ມັນຍັງ​ເປັນ​ເລື້ອງ​ທີ່​ສຳ​ຄັນ ທີ່​ວ່າ ຄະ​ນະ​ກ​ຳ​ມະ​ການ​ຕຸ​ລາ​ການ​ສາ​ມາດເຂົ້າ​ເຖິງ​ລາຍ​ງານ​ ສະ​ບັບ​ທີ່​ບໍ່​ໄດ້​ຂີດ​ຂ້າ​ຫຍັງ​ອອກ ແລະ​ອັນ​ທີ່​ບໍ່​ໄດ້​ຂີດ​ກ້ອງຫຍັງ​,” ​ນັ້ນຄື​ຄຳ​ເວົ້າ​ ຂອງປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ຕຸ​ລາ​ການ ທ່ານ​ແຈ​ໂຣລ ແນັດ​ເລີ​ຣ໌ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ໃນ​ແລງວັນ​ຈັນ​ວານ​ນີ້ ແລະ​ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ ຄະ​ນະ​ກ​ຳ​ມະ​ການ​ ຍັງ​ຕັ້ງ​ໜ້າ ທີ່​ຈະ​ຊອກ​ຫາ​ທາງ​ອອກ​ທີ່​ເໝາະ​ສົມ.

ຄະ​ນະ​ກຳ​ທະ​ການ​ຕຸ​ລາ​ການ ໄດ້​ເຄື່ອນ​ໄຫວໃນ​ວັນ​ຈັນ​ວານ​ນີ້ ໂດຍ​ການ​ຮຽກ​ຕົວ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ​ ບາ​ຣ໌ ໝິ່ນ​ປະ​ໝາດ​ສະ​ພາ​ແລະ​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງລັດ​ຖະ​ສະ​ພາ ໂດຍປະ​ຕິ​ເສດ​ບໍ່​ສົ່ງ​ລາຍ​ງານ​ຂອງ​ໄອ​ຍະ​ການ​ພິ​ເສດ ທ່ານ​ໂຣ​ເບີ​ຣ໌ດ ມັ​ລ​ເລີ ສະ​ບັບ​ທີ່​ບໍ່​ໄດ້​ຂີດ​ຂ້າ​ຫຍັງ​ອອກ​ນັ້ນມາ​ໃຫ້ ​ໂດຍທີ່​ທ່ານ​ແນດ​ເລີ​ຣ໌ຈັດ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ກັນກ່ຽວ​ກັບໃບໝິ່ນ​ປະ​ໝາດ ​ໃນວັນ​ພຸດ​ມື້​ອື່ນ.

ການ​ເອົາ​ບາດ​ກ້າວ​ດັ່ງ​ກ່າວ ເປັນ​ຂີດ​ໝາຍ​ຂອງ​ການ​ເພີ່ມ​ຄວາມ​ບໍ່​ພໍ​ໃຈລະ​ຫວ່າງ​ພັກ​ເດ​ໂມ​ແຄ​ຣັດ ທີ່​ຄວບ​ຄຸມ​ສະ​ພາ​ຕ່ຳ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານດໍ​ໂນ​ລ໌ ທ​ຣຳ, ຈາກພັກ​ຣີ​ພັ​ບບ​ລີ​ກັນແລະ​ລັດ​ຖະ​ບານ​ຂອງ​ເພິ່ນທີ່​ພັກ​ເດ​ໂມ​ແຄ​ຣັດ ພະ​ຍາ​ຍາມ​ທີ່​ຈະ​ສືບ​ສວນ​ນັ້ນ.

ໃນ​ເດືອນ​ແລ້ວ​ນີ້ ທ່ານ​ບາ​ຣ໌ ໄດ້​ນຳ​ອອກ​ເຜີຍ​ແຜ່ ​ລາຍ​ງານທີ່​ມີ​ການ​ຂີດ​ຂ້າຂໍ້ ​ຄວາມ​ບາງ​ຕອນ​ອອກນັ້ນ ທີ່​ມີ​ທັງ​ໝົດ 448 ໜ້າ​ນັ້ນ ດ້ວຍ​ບົດ​ສະ​ຫຼຸບ​ຂອງ​ທ່ານໂຣ​ເບີ​ຣ໌ດ ມັ​ລ​ເລີ ທີ່​ວ່າ ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳ ບໍ່​ໄດ້​ສົມ​ຮູ້​ຮ່ວມ​ຄິດກັບ​ຣັດ​ເຊຍ ເພື່ອ​ໃຫ້​ຊ່ອຍ​ໃນ​ການເອົາຊະ​ນະ​ທຳ​ນຽບ​ຂາວ, ແຕ່​ກໍບໍ່​ໄດ້ບັນ​ລຸ​ການສະ​ຫຼຸບ​ວ່າ ທ່ານ​ທ​ຣຳ ໃນ​ຖາ​ນະ​ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ໄດ້ຂັດຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ ໂດຍ​ທີ່​ໄດ້​ກີດ​ກັນ​ບໍ່​ໃຫ້​ມີ​ການ​ສືບ​ສວນ ທີ່​ເປັນ​ເວ​ລາ 22 ເດືອນ​ນັ້ນ. ທ່ານ​ບາ​ຣ໌​ ໄດ້​ຕັດ​ສິນ​ໃຈ​ດ້ວຍ​ຕົວ​ທ່ານ​ເອງ ​ທີ່​ວ່າ​ການ​ສືບ​ສວນບໍ່​ໄດ້​ພົບ​ເຫັນ​ວ່າ ມີ​ການ​ກະ​ທຳ​ຜິດ​ໃນ​ຂໍ້​ຫາ ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ ຕໍ່ປະ​ທາ​ນາ​ທິ​ບໍ​ດີ.

ໃນຖະ​ແຫຼງ​ການ ສະ​ບັບ​ວັນ​ຈັນ​ວານ​ນີ້ ລະ​ບຸ​ວ່າ ມີ​ຫຼາຍກວ່າ 370 ຄົນ​ຂອງ​ອະ​ດີດໄອ​ຍະ​ການ​ລະ​ດັບ​ສູງ ຂອງ​ລັດ​ຖະ​ບານ​ກາງ ທີ່​ເຮັດວຽກໃ​ຫ​ແກ່ ​ທັງສອງພັກ​ການ​ເມືອງ ທັງພັກ​ຣີ​ພັ​ບບ​ລີ​ກັນແລະເດ​ໂມ​ແຄ​ຣັດທີ່​ຕຳ​ໜິ​ຕິ​ຕ​ຽນ​ທ່ານ​ບາ​ຣ໌ ໂດຍ​ກ່າວ​ວ່າ ຫຼັກ​ຖານ​ຂອງ​ທ່ານ​ມັ​ລ​ເລີ ທີ່​ໄດ້​ຄົ້ນ​ພົບ​ນັ້ນ ​ແມ່ນ​ມີ​ຜົ​ນສະ​ຫຼຸບ​ຂ​ອງ​ການ​ຂັ​ດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ ຕໍ່ທ່ານ​ທ​ຣຳ, ຖ້າ​ບໍ່​ແມ່ນ​ເປັນ​ຍ້ອນ​ນະ​ໂຍບາຍ​ດັ່ງ​ກ່າວ​ແມ່ນ​ໄດ້​ປະ​ຕິ​ບັດ​ສືບ​ທອດ​ມາ​ໄດ້​ນານ​ແລ້ວ ທີ່​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ຍັງ​ຢູ່​ໃນ​ຕຳ​ແໜ່ງ ຈະ​ບໍ່​ຖືກ​ກ່າວ​ໂທດ ​ໃນ​ຄະ​ດີ​ອາ​ຍາ​ໃດໆໄດ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG