ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ກະຊວງປ້ອງກັນປະເທດ ສຫລ ທ່ານລອຍ ອອສຕິນ ​ຢ້ຽມ​ຢາມນະຄອນ​ຫຼວງບຣັສເຊີລສ໌ ເພື່ອການເຈລະຈາທີ່ມີເດີມພັນສູງກັບອົງການ NATO


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານລອຍ ເຈ. ອອສຕິນ ທີສາມ, ກ່າວປາໄສຢູ່ໃນການຖະແຫຼງຂ່າວ ກ່ອນການປະຊຸມລັດຖະມົນຕີປ້ອງກັນປະເທດຂອງອົງການ NATO ທີ່ສໍານັກງານໃຫຍ່ອົງການ NATO ໃນນະຄອນຫຼວງບຣັສເຊີລສ໌, ວັນທີ 16 ກຸມພາ 2022.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານລອຍ ເຈ. ອອສຕິນ ທີສາມ, ກ່າວປາໄສຢູ່ໃນການຖະແຫຼງຂ່າວ ກ່ອນການປະຊຸມລັດຖະມົນຕີປ້ອງກັນປະເທດຂອງອົງການ NATO ທີ່ສໍານັກງານໃຫຍ່ອົງການ NATO ໃນນະຄອນຫຼວງບຣັສເຊີລສ໌, ວັນທີ 16 ກຸມພາ 2022.

US Defense Secretary in Brussels for High Stakes NATO Talks
please wait

No media source currently available

0:00 0:01:54 0:00

ດ້ວຍການກຽມພ້ອມຂອງ ຣັດເຊຍ ທີ່ຈະບຸກລຸກ ຢູເຄຣນ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານລອຍ ອອສຕິນ ໄດ້ເດີນທາງໄປ ແບລຈ້ຽມ ເປັນເວລາສອງມື້ ເພື່ອປຶກສາຫາລືກັບຜູ້ນໍາ ຂອງອົງການ NATO ແລະລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດພັນທະມິດ. ທະຫານ ຣັດເຊຍຫຼາຍໝື່ນຄົນ ໄດ້ປະຈໍາການຢູ່ອ້ອມຮອບຢູເຄຣນ ຈາກທາງທິດເໜືອ, ທິດ ໃຕ້ ແລະທາງທິດຕາເວັນອອກ. ຄາຣ໌ລາ ແບບ (Carla Babb) ນັກຂ່າວ VOA ປະຈໍາທໍານຽບຫ້າແຈມີລາຍງານເພີ້ມເຕີມຈາກນະຄອນຫຼວງບຣັສເຊີລສ໌, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການຮຸກຮານທີ່ອາດຈະເກີດຂຶ້ນໃນເວລາອັນໃກ້ນີ້ຈາກສັດຕູທີ່ລຶ້ງເຄີຍກັນ. ກອງທະຫານຂອງຣັດເຊຍ ຈໍານວນ 150,000 ຄົນ ໄດ້ລວມໂຕກັນຢູ່ຕາມເຂດຊາຍແດນຂອງຢູເຄຣນ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຂອງນຶ່ງໃນປະເທດເພື່ອນບ້ານຕາເວັນອອກຂອງອົງການ NATO ຖືກວາງ​ເປັນ​ເດີມ​ພັນ.

ພົນໂທເບ້ຍບໍານານ ເບັນ ຮອດຈິສ (Ben Hodges), ອະດີດຜູ້ບັນຊາການກອງທັບສະຫະລັດປະຈໍາຢູໂຣບ ກ່າວຜ່ານທາງສະໄກປ໌ວ່າ:

“ຂ້າພະເຈົ້າຄິດເຫັນງູເຫຼືອມທີ່ຮັດ ຢູເຄຣນ ຢ່າງໜັກເພື່ອບີບບັງຄັບໃຫ້ລັດຖະ
ບານຂອງປະທານາທິບໍດີ ທ່ານໂວໂລດີເມຍ ເຊເລັນສກີ ຮັບຮູ້ສໍາລັບການ "ເສຍ​ສະ​ຫຼະ​ທີ່ຍິ່ງໃຫຍ່.”

ກອງທະຫານສະຫະລັດ ຈາກກອງບິນທີ 82 ໄດ້ໄປປະຈໍາການຢູ່ໃນໂປແລນເມື່ອໄວໆມານີ້ ອັນເນື່ອງມາຈາກຄວາມເຄັ່ງຕຶງລະຫວ່າງ ຣັດເຊຍ-ຢູເຄຣນ, ກໍາລັງພາກັນຕັ້ງຄ້າຍຢູ່ທີ່ເດີ່ນບິນທະບານໃນເມືອງມີເລັກສ໌, ທາງທິດຕາເວັນອອກສຽງໃຕ້ຂອງໂປແລນ, ວັນທີ 12 ກຸມພາ 2022.
ກອງທະຫານສະຫະລັດ ຈາກກອງບິນທີ 82 ໄດ້ໄປປະຈໍາການຢູ່ໃນໂປແລນເມື່ອໄວໆມານີ້ ອັນເນື່ອງມາຈາກຄວາມເຄັ່ງຕຶງລະຫວ່າງ ຣັດເຊຍ-ຢູເຄຣນ, ກໍາລັງພາກັນຕັ້ງຄ້າຍຢູ່ທີ່ເດີ່ນບິນທະບານໃນເມືອງມີເລັກສ໌, ທາງທິດຕາເວັນອອກສຽງໃຕ້ຂອງໂປແລນ, ວັນທີ 12 ກຸມພາ 2022.

ຢູ່ທີ່ອົງການ NATO, ຄະນະຜູ້ນໍາດ້ານປ້ອງກັນປະເທດໄດ້ສະແດງຄວາມເປັນອັນນຶ່ງອັນດຽວກັນຂອງປະເທດພັນທະມິດໃນອາທິດນີ້ ໂດຍການປະຊຸມແມ່ນແນເປົ້າໝາຍໃສ່ເພື່ອຂັດຂວາງການຮຸກຮານຂອງ ຣັດເຊຍ.

ທ່ານເບຣດ​ລີ ໂບວແມນ (Bradley Bowman), ​ຈ​າກມູນນິທິເພື່ອການປົກປ້ອງປະຊາທິປະໄຕ ກ່າວວ່າ:

“ນີ້ ເປັນຊ່ວງເວລາທີ່ເດັດດ່ຽວແທ້ໆຂອງອົງການ NATO, ເຊິ່ງເບິ່ງຄືວ່າ ພວກເຮົາບໍ່ເຄີຍມີຄວາມຮູ້ສຶກທີ່ເປັນໄປໄດ້ແບບນີ້ຂອງອົງການ NATO ນັບຕັ້ງແຕ່ກໍ່ຕັ້ງຂຶ້ນໃນປີ 1949.”

ເຮືອບິນລົບຂອງສະຫະລັດ ກຽມພ້ອມເພື່ອຕິດ​ຕາມ​ເບິ່ງ​ສະ​ຖາ​ນະ​ການຢູ່ບໍລິເວນນ່ານຟ້າທາງກໍ້າທິດຕາເວັນອອກຂອງ NATO. ກໍາປັ່ນບັນທຸກເຮືອບິນຂອງສະຫະລັດໄດ້​ແລ່ນ​ເຂົ້າ​ໄປໃນທະເລ ອະເດຣຍຕິກ ​ເປັນເທື່ອທໍາອິດໃນຮອບຫຼາຍສິບປີ. ກອງຫະຫານຂອງສະຫະລັດໄດ້ຖືກສົ່ງໄປໂປແລນ ແລະ ໂຣມາເນຍ ຕື່ມຫຼາຍພັນຄົນ.

ຂະນະທີ່ສະມາຊິກສະພາທັງໝົດຂອງຣັດເຊຍ ໄດ້ພາກັນຮຽກຮ້ອງ​ໃຫ້ປະທານາທິບໍດີຂອງຣັດເຊຍ ທ່ານວລາດິເມຍ ປູຕິນ ໃນມື້ວັນອັງຄານແລ້ວນີ້ ໃຫ້ຮັບ​ຮູ້ຢ່າງເປັນທາງວ່າ ຂົງເຂດທີ່ປົກຄອງໂດຍພວກແບ່ງແຍກດິນແດນທາງທິດຕາເວັນອອກຂອງ ຢູເຄຣນ ເປັນປະ​ເທດອິດສະຫຼະ, ​ຊຶ່ງ​ເປັນການເຄື່ອນໄຫວຂອງທ່ານປູຕິນ ສາມາດ​ນຳໃຊ້ເພື່ອ​ໃຫ້ເຫດຜົນໃນ​ການບຸກລຸກເຂົ້າ​ໄປ​ໃນ​ເຂດ​ດັ່ງ​ກ່າວທີ່ບໍ່ໄດ້ຖືກຍອມຮັບວ່າ ເປັນດິນແດນຂອງຢູເຄຣນຕໍ່​ໄປ​ແລ້ວນັ້ນ.

ຂະບວນລົດຖັງຂອງໜ່ວຍທະຫານ Western Military District ເດີນທາງກັບຄືນໄປສະຖານທີ່ປະຈໍາການຖາວອນຂອງພວກເຂົາ, ໃນພື້ນທີ່ ທີ່ບໍ່ສາມາດລະບຸໄດ້ໃນ ຣັດເຊຍ, ໃນຮູບທີ່ຖ່າຍຈາກວີດີໂອນີ້ ໄດ້ຖືກເຜີຍແຜ່ອອກໃນວັນທີ 15 ກຸມພາ 2022.
ຂະບວນລົດຖັງຂອງໜ່ວຍທະຫານ Western Military District ເດີນທາງກັບຄືນໄປສະຖານທີ່ປະຈໍາການຖາວອນຂອງພວກເຂົາ, ໃນພື້ນທີ່ ທີ່ບໍ່ສາມາດລະບຸໄດ້ໃນ ຣັດເຊຍ, ໃນຮູບທີ່ຖ່າຍຈາກວີດີໂອນີ້ ໄດ້ຖືກເຜີຍແຜ່ອອກໃນວັນທີ 15 ກຸມພາ 2022.

ແຕ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເຕືອນໃນມື້ວັນອັງຄານແລ້ວນີ້ ກ່ຽວກັບຜົນຮັບທີ່ຕາມມາທາງເສດຖະກິດ ແລະການເມືອງທີ່ຮຸນແຮງຫາກ ຣັດເຊຍ ບຸກລຸກ ຢູເຄຣນ, ເຊິ່ງທ່ານ ໄບເດັນ ກ່າວວ່າ:

“ພວກເຂົາເຈົ້າຈະພົບກັບການຕ້ອງຕິຈາກນານາປະເທດຢ່າງຫຼວງຫຼາຍທີ່ສຸດ. ທົ່ວໂລກຈະບໍ່ລືມທີ່ ຣັດເຊຍ ເລືອກເອົາທາງກ່ຽວກັບຄວາມຕາຍ ແລະການທໍາລາຍລ້າງທີ່ບໍ່ຈໍາເປັນ. ການຮຸກຮານຢູເຄຣນ ຈະພິສູດໄດ້ວ່າເປັນບາດແຜຂອງຕົນເອງ.”

ປັດຈຸບັນ ຣັດເຊຍ ກ່າວວ່າ ພວກເຂົາເຈົ້າກໍາລັງຖອນກໍາລັງທະຫານອອກຈາກບໍລິເວນຊາຍແດນຂອງຢູເຄຣນ, ທັງໆ​ທີ່ປະທານາທິບໍດີ​ໄດ້ກ່າວວ່າ ສະຫະລັດ ຍັງບໍ່ສາມາດຢືນຢັນການກ່າວອ້າງຂອງ ມົສກູ ໄດ້ເທື່ອ.

ພະນັກງານພາກັນຂົນຍ້າຍເຄື່ອງ ຂອງການຊ່ວຍເຫຼືອທາງທະຫານ ອັນເປັນສ່ວນນຶ່ງຂອງຄວາມເຫຼືອດ້ານຄວາມໝັ້ນຄົງຂອງສະຫະລັດສູ່ຢູເຄຣນ, ທີ່ເດີ່ນບິນ ໂບຣີສປີລ, ນອກນະຄອນຫຼວງກິຢິບ, ຢູເຄຣນ, ວັນທີ 25 ມັງກອນ 2022.
ພະນັກງານພາກັນຂົນຍ້າຍເຄື່ອງ ຂອງການຊ່ວຍເຫຼືອທາງທະຫານ ອັນເປັນສ່ວນນຶ່ງຂອງຄວາມເຫຼືອດ້ານຄວາມໝັ້ນຄົງຂອງສະຫະລັດສູ່ຢູເຄຣນ, ທີ່ເດີ່ນບິນ ໂບຣີສປີລ, ນອກນະຄອນຫຼວງກິຢິບ, ຢູເຄຣນ, ວັນທີ 25 ມັງກອນ 2022.

ເຊີນອ່ານບົດລາຍງານຢູ່ທາງລຸ່ມນີ້ເປັນພາສາອັງກິດ

With Russia poised to invade Ukraine, U.S. Secretary of Defense Lloyd Austin is in Belgium for two days of talks with NATO leadership and allied defense ministers. Tens of thousands of Russian troops surrounded Ukraine from the north, south and east. VOA Pentagon correspondent Carla Babb has more from Brussels.

A potentially imminent invasion from a familiar foe. 150,000 Russian troops amassed on Ukraine’s borders, the territorial integrity of one of NATO’s eastern neighbors at stake.

Retired Lt. Gen. Ben Hodges, Former U.S. Army Europe Commander (SKYPE)

“I think of a boa constrictor that is squeezing Ukraine to force the government of President (Volodymyr) Zelensky to blink, to make some giant concession.”

At NATO, defense leaders showing a unified alliance this week with meetings focused on deterring Russia.

Bradley Bowman, Foundation for Defense of Democracies

“This really is a decisive moment for NATO, the likes of which we have not really seen potentially sense NATO was established in 1949.”

U.S. fighter jets ready to monitor the skies on NATO’s eastern flank. An American aircraft carrier in the Adriatic Sea for the first time in decades. Thousands of additional U.S. troops deployed to Poland and Romania.

All as Russian legislators Tuesday urged Russian President Vladimir Putin to formally recognize the separatist-controlled regions of eastern Ukraine as independent states, a move Putin could use to try to justify an incursion in an area it no longer recognizes as Ukraine’s territory.

But U.S. President Joe Biden warned Tuesday of severe economic and political consequences should Russia invade Ukraine.

President Joe Biden

“It will be met with overwhelming international condemnation. The world will not forget that Russia chose needless death and destruction. Invading Ukraine will prove to be a self-inflicted wound.”

Russia now says it is pulling back troops from Ukraine’s border, although the president said the U.S. could not yet confirm Moscow’s claim.

XS
SM
MD
LG