ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ປະຕິເສດບໍ່ເຂົ້າຮ່ວມ ໂຄງການ ພັດທະນາຢາວັກຊີນ COVID-19 ຂອງໂລກ


ໃນພາບວັນທີ 7 ສິງຫາ, 2020 ນີ້, ພະນັກງານແພດກຳລັງທົດລອງ COVID-19 ຢູ່ສູນກວດໂຣກແຫ່ງນຶ່ງ ຕັ້ງຢູ່ນອກສະໜາມບິນ Vnukovo, ນະຄອນຫຼວງ ມົສກູ, ຣັດເຊຍ.
ໃນພາບວັນທີ 7 ສິງຫາ, 2020 ນີ້, ພະນັກງານແພດກຳລັງທົດລອງ COVID-19 ຢູ່ສູນກວດໂຣກແຫ່ງນຶ່ງ ຕັ້ງຢູ່ນອກສະໜາມບິນ Vnukovo, ນະຄອນຫຼວງ ມົສກູ, ຣັດເຊຍ.

ສະຫະລັດ ເວົ້່າວ່າເຂົາເຈົ້າຈະບໍ່ເຂົ້າຮ່ວມໃນໂຄງການທົ່ວໂລກເພື່ອພັດທະນາ, ຜະລິດ ແລະ ຈຳ ໜ່າຍຢາວັກຊີນ COVID-19 ຢ່າງເທົ່າທຽມກັນ ຍ້ອນອົງການອະນາໄມໂລກມີບົດບາດເປັນຜູ້ນຳໜ້າໃນໂຄງການດັ່ງກ່າວ.

ຫຼາຍກວ່າ 170 ປະເທດແມ່ນກໍາລັງເຈລະຈາກັນ ເພື່ອເຂົ້າຮ່ວມໃນການເຂົ້າຮ່ວມໂຄງການ ສະ ຖານທີ່ເຂົ້າເຖິງຢາວັກຊີນ COVID-19 ທົ່ວໂລກ, ຫຼືເອີ້ນວ່າ Covax, ເຊິ່ງແມ່ນໂຄງການທີ່ດຳເນີນການໂດຍອົງການອະນາໄມໂລກ, ພັນທະມິດເພື່ອນະວັດຕະກຳໃໝ່ໃນການກຽມພ້ອມສຳລັບໂຣກລະບາດ ແລະ ແກວີ (Gavi), ພັນທະມິດຢາວັກຊີນ, ຊຶ່ງເປັນອົງການຈັດຕັ້ງທີ່ຖືກສ້າງຂຶ້ນໂດຍທ່ານ ບິລ ແລະ ທ່ານ ນາງ ເມລິນດາ ເກດສ໌ ເພື່ອສັກຢາໃຫ້ເດັກນ້ອຍໃນບັນດາປະເທດທີ່ທຸກ ຍາກທີ່ສຸດໃນໂລກ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຖອນ ສະຫະລັດ ອອກຈາກອົງການອະນາໄມໂລກ ຢ້ອນກັບຄືນໄປໃນເດືອນກໍລະກົດທີ່ຜ່ານມາ, ຫຼັງຈາກໄດ້ອ້າງວ່າອົງການທີ່ວ່ານັ້ນບໍ່ສາມາດຮັບມືກັບໂຣກລະ ບາດ ແລະ ໄດ້ສະແດງຄວາມເຫັນພ້ອມກັບ ຈີນ, ບ່ອນທີ່ໄວຣັສໄດ້ຖືກພົບເຫັນທຳອິດເມື່ອປີກາຍນີ້.

ໂຄສົກທຳນຽບຂາວທ່ານ ຈູດ ເດຍ ໄດ້ອອກຖະແຫຼງການສະບັບນຶ່ງເວົ້າວ່າ ສະຫະລັດ “ຈະສືບຕໍ່ພົວພັນກັບບັນດາຄູ່ຮ່ວມສາກົນຂອງພວກເຮົາ ເພື່ອຮັບປະກັນວ່າພວກເຮົາຈະເອົາຊະນະໄວຣັສນີ້ໄດ້, ແຕ່ພວກເຮົາຈະບໍ່ຍອມໃຫ້ຖືກບັງຄັບໂດຍອົງການທີ່ປະກອບມີຫຼາຍປະເທດທີ່ຖືກຄວບຄຸມໂດຍອົງການອະນາໄມໂລກ ທີ່ສໍ້ລາດບັງຫຼວງ ແລະ ຈີນ.”

ລັດຖະບານທ່ານ ທຣຳ ໄດ້ເປີດໂຄງການຢາວັກຊີນ COVID-19 ຂອງເຂົາເຈົ້າ ເອງຊື່ວ່າ Operation Warp Speed, ທີ່ແນເປົ້າໃສ່ການຜະລິດຢາວັກຊີນ ທີ່ຖືກຮັບຮອງ 300 ໂດສ ພາຍ ໃນເດືອນມັງກອນປີໜ້າ. ໂຄງການດັ່ງກ່າວໄດ້ມອບເງິນຫຼາຍພັນລ້ານໂດລາໃຫ້ບັນດາບໍລິການການຢາຫຼາຍແຫ່ງເພື່ອພັດທະນາ, ຜະລິດ ແລະ ທົດລອງຢາວັກຊີນທີ່ມີໂອກາດໃຊ້ໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG