ສະຫະລັດໄດ້ລະບຸຊື່ຫົວໜ້າກຸ່ມຫົວຮຸນແຮງປາກິສຖານ ເປັນຜູ້ກໍ່ການຮ້າຍຂອງໂລກ
ຍ້ອນຜູ້ກ່ຽວໄດ້ອອກຄຳສັ່ງໃຫ້ທຳການໂຈມຕີຮ້າຍແຮງໃນປາກິສຖານ.
ກະຊວງການຕ່າງປະເທດສະຫະລັດໄດ້ປະກາດກ່ຽວກັບການຕັດສິນໃຈດັ່ງກ່າວໃນ
ວັນອັງຄານວານນີ້ ໂດຍລະບຸຜູ້ຊາຍທີ່ມີຊື່ວ່າ ທ້າວມັຟຕີ ນົວ ວາລີ ເມຊຸດ (Mufti
Noor Wali Mehsud) ຫົວໜ້າກຸ່ມຫົວຮຸນແຮງຈັດນອກກົດໝາຍເທຣິກ ອີ ຕາລີ
ບານ ປາກິສຖານ ຫຼືທີ່ຮູ້ກັນໂດຍຫຍໍ້ໆວ່າກຸ່ມຕາລີບານໃນປາກິສຖານນັ້ນ.
ກະຊວງການຕ່າງປະເທດສະຫະລັດໃຫ້ຂໍ້ສັງເກດວ່າ ພາຍໃຕ້ການນຳພາຂອງເມຊຸດ
ກຸ່ມຕາລີບານໃນປາກິສຖານ ໄດ້ອ້າງເອົາຄວາມຮັບຜິດຊອບ “ໃນການໂຈມຕີທີ່ຮ້າຍ
ແຮງຈຳນວນນຶ່ງໃນທົ່ວປະເທດປາກິສຖານ.” ຜູ້ນຳຂອງກຸ່ມຫົວຮຸນແຮງຄົນນີ້ ຍັງເປັນ
ທີ່ເຊື່ອກັນວ່າ ໄດ້ທຳການຕໍ່ສູ້ກັບຕ້ານສະຫະລັດແລະກຳລັງທ້ອງຖິ່ນໃນອັຟກາ
ນິສຖານ.
ທ້າວເມຊຸດໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າກຸ່ມຕາລີບານໃນປາກິສຖານເມື່ອເດືອນມິ
ຖຸນາປີ 2018 ຫຼັງຈາກຜູ້ນຳຄົນກ່ອນຂອງກຸ່ມດັ່ງກ່າວ ມູລລາ ຟັສຊູລລາ ໄດ້ຖືກຂ້າ
ຕາຍ ໃນການໂຈມຕີໂດຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໃສ່ບ່ອນຫຼົບລີ້ຂອງ
ລາວ ໃນແຂວງນຶ່ງທາງພາກຕາເວັນຂອງອັຟການິສຖານ.
ນັບເປັນເວລາຫຼາຍໆປີມາແລ້ວ ທີ່ກຸ່ມຕາລີບານໃນປາກິສຖານໄດ້ເຮັດສົງຄາມຕໍ່
ຕ້ານລັດຖະບານປາກິສຖານ ໂດຍໄດ້ສັງຫານປະຊາຊົນຫຼາຍໆພັນຄົນ.
The United States has designated a top Pakistani militant commander as a global terrorist for directing deadly attacks against Pakistan.
The U.S. State Department announced the decision Tuesday, identifying the man as Mufti Noor Wali Mehsud, the head of the outlawed extremist Tehrik-e-Taliban Pakistan (TTP) commonly known as the Pakistani Taliban.
It noted that under Mehsud's leadership, TTP has claimed responsibility "for numerous deadly terrorist attacks across Pakistan." The militant leader is also believed to have fought against U.S. and local forces in neighbouring Afghanistan.
Mehsud was named the leader of TTP in June 2018 following the killing of his predecessor, Mullah Fazlullah, in an American drone strike against his hideout in an eastern Afghan province bordering Pakistan.
For years, TTP has waged a deadly insurgency against the Pakistani state, killing thousands of people.