ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະສາທາະນະລັດເຊັກ ມີຄວາມສົງໄສ ກ່ຽວກັບຄວາມພະຍາຍາມທາງການທູດ ເພື່ອຍຸຕິສົງຄາມ ໃນຢູເຄຣນ ຂອງຈີນ


US, Czech Republic Skeptical of China’s Diplomacy to End Ukraine War
please wait

No media source currently available

0:00 0:02:37 0:00

ລາຍງານ: ສະຫະລັດ ແລະ ສາທາລະນະລັດເຊັກ ມີຄວາມສົງໄສ ກ່ຽວກັບຄວາມພະຍາຍາມ ເພື່ອຍຸຕິສົງຄາມຢູ່ໃນ ຢູເຄຣນ ຂອງ ຈີນ.

ໃນລະຫວ່າງທີ່ຄະນະນັກການທູດຈີນຍັງຄົງສືບຕໍ່ສົນທະນາຢູ່ໃນຢູໂຣບ ຫຼັງຈາກການພົບປະຢູ່ໃນຢູເຄຣນ, ເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງ ປະເທດສະຫະລັດກ່າວວ່າ ບໍ່ມີຂໍຊີ້ແຈງອັນໃດສະແດງໃຫ້ເຫັນວ່າ ຈີນ ຈະນໍາໃຊ້ອິດທິພົນຂອງຕົນ ໃນການເຈລະຈາຢູ່ມົສກູ ເພື່ອຍຸຕິສົງຄາມ ຂອງຣັດເຊຍ ຢູ່ໃນຢູເຄຣນ. ສະມາຊິກສະພາຂອງສາທາລະນະລັດ ເຊັກ (Czech) ຍັງມີຂໍ້ສົງໄສ ກ່ຽວກັບການພະຍາຍາມເພື່​ອສ້າງສັນຕິພາບຂອງຈີນ. ຫົວໜ້ານັກຂ່າວ VOA ປະຈໍາກະຊວງການຕ່າງປະເທດ ໄນກີ ຊິງ ມີລາຍງານເພີ້ມເຕີມກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຈີນ ໃຫ້ຄໍາໝັ້ນສັນຍາທີ່ຈະສະໜັບສະໜຸນ “ຜົນປະໂຫຍດອັນສໍາຄັນ” ຂອງມົສກູ, ໃນຂະນະທີ່ ນາຍົກລັດຖະມົນຕີຣັດເຊຍ ທ່ານມິແຄລ ມີຊຸສຕິນ (Mikhail Mishustin) ພົບປະກັບນາຍົກລັດຖະມົນຕີຈີນ ທ່ານລີ ຈຽງ (Li Qiang) ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ຢູ່ນະຄອນຫຼວງປັກກິ່ງໃນວັນພຸດທີ່ຜ່ານມາ.

ໃນຂະນະທີ່ ຢູເຄຣນ ໄດ້ປະຕິເສດຕໍ່ຂໍ້ກ່າວຫາຂອງຣັດເຊຍວ່າ ເປັນຜູ້ຢູ່ເບື້ອງຫຼັງການໂຈມຕີໂດຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຢູ່ໃນພູມິພາກເບລໂກຣອດ (Belgorod) ຂອງ ຣັດເຊຍ ແລະໃນຂະນະດຽວກັນ ຈີນ ກໍໄດ້ສົ່ງຄະນະທູດພິເສດຂອງ​ຕົນ​ຮັບ​ຜິດ​ຊ​ອບກິດຈະການຢູເຣຊຽນ, ທ່ານລີ ຮຸຍ (Li Hui) ເດີນ ທາງໄປຢູໂຣບ ເພື່ອໄກ່​ເກ່ຍ​ໃຫ້​ມີສັນຕິພາບລະຫວ່າງ ມົສກູ ແລະກີຢິບ.

ໃນອາທິດນີ້, ລັດຖະມົນຕີກະຊວງການຕ່າງປະເທດຈີນ ທ່ານຈິນ ກັງ (Qin Gang) ໄດ້ຮຽກຮ້ອງໃຫ້ມີການຢຸດຍິງຢູ່ໃນສົງຄາມ, ເຊິ່ງທ່ານໄດ້ກ່າວເປັນພາສາຈີນກາງວ່າ:

“ພວກເຮົາຫວັງວ່າ ​ພັກຝ່າຍກ່ຽວຂ້ອງກັບວິກິດການຍັງ​ມີ​ຈຸດ​ປະ​ສົງ, ຢູ່​ໃນຄວາມສະຫງົບ ແລະ​ດຳ​ເນີນ​ຄວາມພະຍາຍາມຮ່ວມກັນ, ​ເພື່ອ​ໃຫ້​ມີ​ການ​ຢຸດ​ຍິງ​ໂດຍ​ໄວ ຍຸຕິການຕໍ່ສູ້ກັນ ແລະຟື້ນ​ຟູ​ສັນຕິພາບຄືນໃໝ່.”

ແຕ່ວ່າ ປະ​ທານ​ສະ​ພາຕໍ່າຂອງສາທາລະນະລັດເຊັກ ທ່ານນາງມາເກຕາ ເປກາໂຣວາ ອະດາໂມວາ (Markéta Pekarová Adamová) ຍັງມີຄວາມສົງໄສກ່ຽວກັບແຜນການສັນຕິພາບຂອງຈີນ, ໂດຍກ່າວກັບ VOA ວ່າ ສົງຄາມຈະບໍ່ສິ້ນສຸດລົງ ຈົນກວ່າຣັດເຊຍ ຈະສົ່ງດິນແດນທັງໝົດຂອງຢູເຄຣນ ທີ່ຖືກ ຢຶດຄອງໄປນັ້ນ ຄືນມາ, ເຊິ່ງທ່ານນາງກ່າວວ່າ:

“ເນື່ອງຈາກດິນແດນທີ່ຖືກຢຶດຄອງເປັນພຽງ-ບາງທີໜ້ອຍນຶ່ງ-ແຕກຕ່າງຈາກທິດທາງຂອງສົງຄາມ. ດັ່ງນັ້ນ, ການສິ້ນສຸດສົງຄາມ ອາດຈໍາເປັນຕ້ອງປະຕິບັດ ເມື່ອຢູເຄຣນ ຕັດສິນໃຈຮັບເອົາເງື່ອນໄຂທີ່ດີທີ່ສຸດ ສໍາລັບພວກເຂົາເຈົ້າ.”

ໃນລະຫວ່າງການໃຫ້ສໍາພາດກັບ VOA, ທີ່ປຶກສາກະຊວງການຕ່າງປະເທດ ທ່ານເດເຣັກ ໂຊລເລັດທ໌ (Derek Chollet) ໄດ້ສະແດງຄວາມຍິນດີຕໍ່ການສົນທະນາກັບ ຢູເຄຣນ ຂອງ ຈີນ, ມັນເປັນໄປບໍ່ໄດ້ທີ່ ປັກກິ່ງ ຈະໂນ້ມນ້າວຈິດໃຈຂອງປະທານາທິບໍດີຣັດເຊຍ ທ່ານວລາດີເວຍ ປູຕິນ ໃຫ້ຍຸຕິສົງຄາມໄດ້. ທ່ານຍັງມີຄວາມສົງໄສກ່ຽວກັບເລື້ອງນີ້, ເຊິ່ງທ່ານໄດ້ກ່າວວ່າ:

“ຂ້າພະເຈົ້າຍັງບໍ່ເຫັນອັນໃດຫຼາຍ ທີ່ຈະອະທິບາຍໄດ້ວ່າ ຈີນຈະນໍາໃຊ້ອິດທິພົນດັ່ງກ່າວນັ້ນ. ແລະຂ້າພະເຈົ້າກໍບໍ່ເຫັນຫຍັງຫຼາຍທີ່ຈະອະທິບາຍໄດ້ວ່າ ເຖິງແມ່ນ ຈີນ ເຄີຍມີຈຸດປະສົງຈະນໍາໃຊ້ອິດທິພົນດັ່ງກ່າວນັ້ນ, ເພື່ອເຮັດໃຫ້ປູຕິນ ປ່ຽນໃຈ. ແຕ່ ກໍນັ້ນເປັນພຽງສິ່ງງ່າຍໆ ທີ່ພວກເຮົາກໍາລັງ​ຮ້ອງ​ຂໍ.”

ທູດຂອງຈີນ ທ່ານລີ ກໍາລັງເດີນທາງໄປຣັດເຊຍ ໃນອີກບໍ່ເທົ່າໃດມື້ທີ່ກໍາລັງຈະມາເຖິງນີ້.

​ໃນ​ອີກ​ດ້ານ​ນຶ່ງນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດຂອງຢູເຄຣນ ທ່ານດີມິໂທຣ ກູເລບາ (Dmytro Kuleba) ແມ່ນຢູ່ອາຟຣິກາ ໃນອາທິດນີ້ ເພື່ອຜັກດັນທາງການທູດ ຕໍ່​ຕ້ານ​ອິດ​ທິ​ພົນ​ຂອງຣັດເຊຍ ຢູ່ໃນທະ​ວີບດັ່ງກ່າວ.

As a Chinese envoy continues talks in Europe after meetings in Ukraine, a senior U.S. State Department official said there is not much indication that China is willing to use its influence in Moscow to end Russia's war on Ukraine. A Czech lawmaker is also skeptical of China's peacemaking efforts. VOA State Department Bureau Chief Nike Ching has more.

A Chinese pledge to support Moscow’s “core interests,” as Russian Prime Minister Mikhail Mishustin met with China's Premier Li Qiang and President Xi Jinping in Beijing Wednesday.

This, as Ukraine denied Russian accusations it was behind a drone attack in the Belgorod region of Russia and as China sent its special envoy for Eurasian affairs, Li Hui, to Europe to broker a peace deal between Moscow and Kyiv.

This week, Chinese Foreign Minister Qin Gang called for a cease-fire in the war.

Qin Gang, Chinese Foreign Minister, male, in Mandarin

“We hope that parties concerned in the crisis can remain objective and calm and make joint efforts for an early cease-fire, cessation of fighting and restoration of peace."

But the speaker of the Czech Republic's lower house of Parliament, Markéta Pekarová Adamová, is skeptical of China’s peace plan, telling VOA the war is not over until Russia returns all occupied Ukraine territory.

Markéta Pekarová Adamová, Czech Parliament Lower House Speaker, female, ENG

“Because occupation of the territory is just — maybe a little bit —different way of war. So, the end of the war must be when really Ukrainians decide that this is acceptable on the conditions of the best for them.”

In an interview with VOA, State Department Counselor Derek Chollet welcomed China’s talks with Ukraine, noting that Beijing could be helpful in persuading Russian President Vladimir Putin to stop the war. Still, he was skeptical.

Derek Chollet, US State Department Counselor

“I haven't seen much to suggest that they [China] are willing to use that influence. And I haven't seen much to suggest that even if they [China] were willing to use the influence, it would work to change Putin's mind. But that's the simple thing we're asking.”
Chinese envoy Li is heading to Russia in the coming days.

Separately, Ukraine’s Foreign Minister Dmytro Kuleba is in Africa this week for a diplomatic push to counter Russia's influence on the continent.

XS
SM
MD
LG