ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຕັດການຊ່ອຍເຫຼືອ ແກ່ ກຳປູເຈຍ ຍ້ອນການທົດຖອຍ ດ້ານປະຊາທິປະໄຕ


ຕຳຫຼວດປາບຈະລາຈົນ ຢືນຍາມ ເສັ້ນທາງສາຍນຶ່ງ ທີ່ຖືກປິດກັ້ນໄວ້ ຢູ່ດ້ານນອກ ຂອງສານສູງສູດ ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 16 ພະຈິກ 2017.
ຕຳຫຼວດປາບຈະລາຈົນ ຢືນຍາມ ເສັ້ນທາງສາຍນຶ່ງ ທີ່ຖືກປິດກັ້ນໄວ້ ຢູ່ດ້ານນອກ ຂອງສານສູງສູດ ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 16 ພະຈິກ 2017.

ທຳນຽບຂາວໄດ້ປະກາດໃນວັນອັງຄານວານນີ້ວ່າ ສະຫະລັດ ຈະຕັດການຊ່ອຍເຫຼືອ
ໃນມູນຄ່າປະມານ 8 ລ້ານ 3 ແສນໂດລາ ແກ່ກຳປູເຈຍ ຍ້ອນ “ການທົດຖອຍດ້ານ
ປະຊາທິປະໄຕເມື່ອບໍ່ດົນມານີ້”
ຢູ່ໃນປະເທດອາຊີຕາເວັນອອກສຽງໃຕ້ ແຫ່ງນີ້.

ທ່ານນາງ ແຊຣາ ຮັກກາບີ ແຊນເດີ ໂຄສົກທຳນຽບຂາວ ໄດ້ກ່າວ ໃນການຕອບຄຳ
ຖາມຂອງວີໂອເອ ຢູ່ໃນກອງປະຊຸມຖະແຫລງຂ່າວປະຈຳວັນ ໃນວັນອັງຄານວານນີ້
ວ່າ ການເລືອກຕັ້ງສະມາຊິກສະພາສູງ ຢູ່ໃນກຳປູເຈຍ ເມື່ອວັນອາທິດຜ່ານມານີ້ “ບໍ່
ໄດ້ສະທ້ອນໃຫ້ເຫັນ ເຖິງຄວາມຕັ້ງໃຈອັນແທ້ຈິງ ຂອງປະຊາຊົນກຳປູເຈຍ.”

ບັນດາສະມາຊິິກຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ (National Election Committee, NEC) ກຳລັງນັບບັດເລືອກຕັ້ງ ໃນລະຫວ່າງການເລືອກຕັ້ງສະມາຊິກສະພາສູງ ໃນນະຄອນຫຼວງພະນົມເປັນ ຂອງກຳປະເຈຍ, ວັນທີ 25 ກຸມພາ 2018.
ບັນດາສະມາຊິິກຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ (National Election Committee, NEC) ກຳລັງນັບບັດເລືອກຕັ້ງ ໃນລະຫວ່າງການເລືອກຕັ້ງສະມາຊິກສະພາສູງ ໃນນະຄອນຫຼວງພະນົມເປັນ ຂອງກຳປະເຈຍ, ວັນທີ 25 ກຸມພາ 2018.

ການຫຼຸດຜ່ອນດັ່ງກ່າວ ປະກອບດ້ວຍ ການຊ່ວຍເຫຼືອດ້ານທະຫານ ແລະ ພົນລະເຮືອນ.
ສະຫະລັດ ຈະສືບຕໍ່ໃຫ້ການສະໜັບສະໜູນ ດ້ານສາທາລະນະສຸກ ການກະສິກຳ ການ
ເກັບກູ້ລະເບີດຝັງດິນ ແລະ ໂຄງການອື່ນໆ ເຊິ່ງເປັນ “ການສະໜັບສະໜູນ ຕໍ່ປະຊາຊົນ
ກຳປູເຈຍ”
ອີງຕາມ ທຳນຽບຂາວ.

“ມັນເປັນການຕັ້ງມາດຕະຖານທີ່ບໍ່ເປັນທຳ” ທ່ານໄພ ສີພັນ ໂຄສົກຂອງລັດຖະບານ
ກຳປູເຈຍ ໄດ້ກ່າວຕໍ່ວີໂອເອ ພະແນກພາສາຂະເໝນ ໂດຍຂຽນຂໍຄວາມເຫັນຜ່ານ
ແມັດເຊັນເຈີ. ໃນຂະນະທີ່ ລັດຖະບານດັ່ງກ່າວ ນັບຖືອະທິປະໄຕຂອງສະຫະລັດ
ກ່ຽວກັບການຕັດສິນໃຈຂອງຕົນ ນັ້ນ ທ່ານໄພ ສີພັນ ໄດ້ກ່າວວ່າ ກຳປູເຈຍ ໝັ້ນໝາຍ
ຕໍ່ການເປັນປະຊາທິປະໄຕ.

ສ່ວນທ່ານຈຸມ ບຸນຣົງ ເອກອັກຄະລັດຖະທູດ ກຳປະເຈບ ປະຈຳສະຫະລັດ ໄດ້ກ່າວຕໍ່
ວີໂອເອ ພະແນກພາສາຂະເໝນ ວ່າ ເຫດຜົນທີ່ໃຊ້ເພື່ອປະກາດ ໂດຍລັດຖະບານ
ສະຫະລັດນັ້ນ ກໍຍ້ອນຜົນຂອງການເລືອກຕັ້ງສະພາສູງໃນວັນອາທິດຜ່ານມານີ້ ທີ່ພັກ
ລັດຖະບານໃນປັດຈຸບັນ ໄດ້ກວດເອົາຕຳແໜ່ງ ຢູ່ໃນສະພາທັງໝົດ.

ພວກສະໜັບສະໜູນ ພັກຝ່າຍຄ້ານ ພັກກູ້ຊາດກຳປູເຈຍ ຫຼື CNRP ຍົກຮູບພາບ ຂອງຜູ້ນຳພັກ ທ່ານ ເຂັມ ໂຊກາ (Kem Sokha) ໃນລະຫວ່າງ ການເດີນຂະບວນ ຢູ່ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ, ວັນທີ 26 ກັນຍາ 2017.
ພວກສະໜັບສະໜູນ ພັກຝ່າຍຄ້ານ ພັກກູ້ຊາດກຳປູເຈຍ ຫຼື CNRP ຍົກຮູບພາບ ຂອງຜູ້ນຳພັກ ທ່ານ ເຂັມ ໂຊກາ (Kem Sokha) ໃນລະຫວ່າງ ການເດີນຂະບວນ ຢູ່ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ, ວັນທີ 26 ກັນຍາ 2017.

​ທ່ານເອກອັກຄະລັດຖະທູດ ໄດ້ກ່າວອີກວ່າ “ການເລືອກຕັ້ງ ໄດ້ດຳເນີນໄປຢ່າງຮຽບ
ຮ້ອຍ. ບາງສ່ວນ ໄດ້ກ່າວວ່າ ການເລືອກຕັ້ງ ໄດ້ຄອບງຳໂດຍ ພັກນຶ່ງທີ່ແຂງແກ່ນ ໃນຂະນະທີ່ພັກອື່ືນໆ ແມ່ນອ່ອນແອກວ່າ ແຕ່ມັນກໍເປັນການເລືອກຕັ້ງແບບປະຊາ
ທິປະໄຕ ບົນພື້ນຖານຂອງກົດໝາຍຂອງພວກເຮົາ. ຖ້າການເລືອກຕັ້ງບໍ່ຖືກຕ້ອງ
ປະຊາຊົນ ກໍຈະອອກມາປະທ້ວງຕໍ່ຕ້ານມັນ.”

ເມື່ອສາມເດືອນກ່ອນ ສານສູງສຸດຂອງກຳປູເຈຍ ໄດ້ຫຍຸບພັກກູ້ຊາດກຳປູເຈຍ ຫຼື
CNRP ຊຶ່ງເປັນພັກຝ່າຍຄ້ານ. ອັນນັ້ນ ໄດ້ງົດສິດອອກສຽງຈຳນວນຫຼາຍພັນສຽງ
ຂອງພວກຝ່າຍຄ້ານທາງການເມືອງ ຂອງ ທ່ານ ຮຸນ ເຊນ ແລະໃນຂະນະດຽວກັນ
ກົດດັນໃຫ້ພວກຄົນອື່ນໆ ໄປລີ້ໄພຢູ່ຕ່າງປະເທດ.

ຜູ້ໄປລີ້ໄພຢູ່ຕ່າງປະເທດຄົນນຶ່ງ ກໍຄືອະດີດຮອງປະທານພັກ CNRP ທ່ານມູ ໂສຈາວ
ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ “ພວກເຮົາມີກຳລັງໃຈ ທີ່ເຫັນ ປະຊາຄົມ
ນາໆຊາດ ໄດ້ທຳການພະຍາຍາມຮ່ວມກັນ ເພື່ອໃຫ້ໂອກາດ ແກ່ລັດຖະບານ ກັບ
ຄືນໄປສູ່ເສັ້ນທາງປະຊາທິປະໄຕ ທີ່ແທ້ຈິງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG