ສານອຸທອນຂອງສະຫະລັດໃນວັນຈັນວານນີ້ໄດ້ເຫັນດີນໍາປະທານາທິບໍດີ ດໍໂນລ ທຣໍາກ່ຽວກັບການຕັດສິນໃຈ ຂອງລັດຖະບານຂອງເພິ່ນ ໃນການຢຸດຕິການປົກ ປ້ອງດ້ານມະນຸດສະທຳໃຫ້ແກ່ພວກຄົນເຂົ້າເມືອງຫຼາຍແສນຄົນ, ເຊິ່ງຫຼາຍຄົນໃນນັ້ນໄດ້ອາໄສຢູ່ໃນສະຫະລັດ ມາເປັນເວລາຫຼາຍທົດສະວັດແລ້ວ (ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້).
ໃນການຕັດສິນ 2 ສຽງ ຕໍ່ 1 ສຽງນັ້ນ, ຄະນະຜູ້ພິພາກສາສາມຄົນໃນສານອຸ ທອນຂອງສະຫະລັດເຂດ 9 ໃນລັດຄາລີຟໍເນຍໄດ້ຕ່າວປີ້ນຄໍາຕັດສິນຂອງສານຂັ້ນຕໍ່າ ທີ່ໄດ້ຂັດຂວາງການເຄື່ອນໄຫວຂອງທ່ານທຣໍາໄປ ທີ່ເຮັດໃຫ້ ສິ່ງທີ່ເອີ້ນວ່າສະຖານະພາບປົກປ້ອງຊົ່ວຄາວ ຫລື TPS ສຳລັບຄົນທີ່ມາຈາກ ແອລ ຊາລວາດໍ, ເຮຕິ, ນີກາຣາກົວ ແລະຊູດານນັ້ນ ໃຫ້ສິ້ນສຸດລົງນັ້ນ.
ຄຳຕັດສິນດັ່ງກ່າວຍັງຄາດວ່າຈະສົ່ງຜົນກະທົບຕໍ່ສະຖານະພາບຂອງປະຊາຊົນຈາກປະເທດຮອນດູຣັສແລະເນປານ, ເຊິ່ງໄດ້ຍື່ນສໍານວນຟ້ອງຮ້ອງຕ່າງຫາກທີ່ຖືກໂຈະໄວ້ໃນປີກາຍນີ້ເພື່ອລໍຖ້າຜົນຂອງຄະດີທີ່ໃຫຍ່ກວ່າ ນັ້ນອີກ.
ຄຳຕັດສິນຂອງສານອຸທອນ ໝາຍຄວາມວ່າພວກຄົນເຂົ້າເມືອງເຫຼົ່ານັ້ນຈະຕ້ອງໄດ້ຊອກຫາວິທີທາງອື່ນ ທີ່ຈະຢູ່ໃນສະຫະລັດຢ່າງຖືກຕ້ອງຕາມກົດໝາຍ ຫຼືບໍ່ດັ່ງນັ້ນ ກໍອອກຈາກປະເທດໄປ ພາຍຫຼັງໄລຍະກະກຽມສິ້ນສຸດລົງເຊິ່ງຈະແກ່ຍາວໄປຢ່າງໜ້ອຍກໍຈົນຮອດຕົ້ນເດືອນມີນາປີໜ້າ, ແລະນານກວ່ານັ້ນໃນກໍລະນີຂອງຜູ້ທີ່ມາຈາກແອລ ຊາລວາດໍ.
ຜູ້ພິພາກສາຄອນຊູເອໂລ ຄາລລາແຮນ (Consuelo Callahan), ຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກທ່ານ ຈອຣຈ໌ ດັບເບິນຢູ ບຸສ (George W. Bush) ອະດີດປະທານາທິບໍດີຈາກພັກຣີພັບບລິກັນ, ໄດ້ຂຽນໃນຄວາມເຫັນຍາວ 54 ໜ້າ ທີ່ບອກວ່າ ການຕັດສິນໃຈຂອງລັດຖະບານທ່ານທຣໍາໃນການຍຸຕິໃຫ້ການປົກປ້ອງແມ່ນບໍ່ສາມາດທົບທວນໄດ້ ແລະສະນັ້ນຈຶ່ງບໍ່ຄວນຖືກສະກັດກັ້ນໄວ້.
ທ່ານນາງຄາລາແຮນ (Callahan) ຍັງໄດ້ປະຕິເສດການຮຽກຮ້ອງໂດຍໂຈດທີ່ວ່າການຕໍາໜິທີ່ຜ່ານມາຂອງທ່ານທຣໍາກ່ຽວກັບພວກຄົນເຂົ້າເມືອງທີ່ບໍ່ແມ່ນຄົນຜິວຂາວ ແລະບໍ່ແມ່ນຊາວຢູໂຣບ ແມ່ນມີອິດທິພົນຕໍ່ການຕັດສິນໃຈກ່ຽວກັບ TPS.
ທ່ານນາງໄດ້ຂຽນວ່າ "ເຖິງແມ່ນວ່າພວກເຮົາບໍ່ຍອມເຫັນດີຕໍ່ການໃຊ້ຄໍາເວົ້າທີ່ມີລັກສະນະຫຍາບຄາຍ ແລະດູໝິ່ນຂອງປະທານາທິບໍດີ ແຕ່ພວກເຮົາກໍເຫັນວ່າມັນມີຄຳແນະນຳທີ່ເຫັນວ່າ ຄຳເວົ້າເຫລົ່ານີ້ເກີດຂຶ້ນຕົ້ນຕໍແມ່ນບໍ່ຢູ່ໃນສະພາບແລະບໍ່ກ່ຽວຂ້ອງກັບນະໂຍບາຍ ຫລືການຕັດສິນໃຈກ່ຽວກັບ TPS."
ທະນາຍຄວາມຂອງສະຫະພັນສິດເສລີພາບພົນລະເມືອງອາເມຣິກາ ໃນພາກໃຕ້ຂອງລັດຄາລີຟໍເນຍ, ເຊິ່ງເປັນຕົວແທນຂອງໂຈດ ໃນການຟ້ອງຮ້ອງນີ້, ກ່າວໃນວັນຈັນວານນີ້ວ່າພວກເຂົາເຈົ້າໄດ້ວາງແຜນທີ່ຈະຊອກຫາການທົບທວນ “ພິຈາລະນາຄົບຄະນະ” ຄືນອີກກ່ຽວກັບເລື່ອງດັ່ງກ່າວໂດຍຜູ້ພິພາກສາ 11 ຄົນໃນສານອຸທອນ.